ຮອງລັດຖະມົນຕີກະຊວງການຕ່າງປະເທດ ຕິດຕາມໂຄງການຂົວມິດຕະພາບ ລາວ-ໄທ ແຫ່ງທີ 5

30/11/2023 19:26
Email Print 527
ຂປລ ຂປລ. ໃນວັນທີ 29 ພະຈິກ 2023, ທ່ານ ໂພໄຊ ໄຂຄຳພິທູນ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຢາມ, ຕິດຕາມກວດກາ ແລະ ຊຸກຍູ້ໂຄງການກໍ່ສ້າງຂົວມິດຕະພາບ ລາວ-ໄທ ແຫ່ງທີ 5 (ບໍລິຄໍາໄຊ-ບຶງການ)

ຂປລ. ໃນວັນທີ 29 ພະຈິກ 2023, ທ່ານ ໂພໄຊ ໄຂຄຳພິທູນ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຢາມ, ຕິດຕາມກວດກາ ແລະ ຊຸກຍູ້ໂຄງການກໍ່ສ້າງຂົວມິດຕະພາບ ລາວ-ໄທ ແຫ່ງທີ 5 (ບໍລິຄໍາໄຊ-ບຶງການ) ໂດຍມີພາກສ່ວນທີ່ກ່ຽວຂ້ອງ ຈາກກະຊວງໂຍທາທິການ ແລະ ຂົນສົ່ງ, ແຂວງບໍລິຄໍາໄຊ ແລະ ຜູ້ຮັບຜິດຊອບໂຄງການ ໃຫ້ການຕ້ອນຮັບ.

ໂອກາດດັ່ງກ່າວ, ທ່ານ ວັດທະນາ ພັນດານຸວົງ ຮອງຫົວໜ້າໂຄງການກໍ່ສ້າງ ຂົວມິດຕະພາບ ລາວ-ໄທ ແຫ່ງທີ 5 ລາຍງານໃຫ້ຮູ້ກ່ຽວກັບຄວາມຄືບໜ້າ ການຈັດປະຕິບັດໂຄງການດັ່ງກ່າວ, ພາຍຫລັງທີ່ການນຳຂັ້ນສູງຂອງສອງປະເທດ ລາວ-ໄທ ໄດ້ເປັນປະທານຮ່ວມໃນພິທີ ວາງສີລາລຶກໂຄງການກໍ່ສ້າງ ຂົວມິດຕະພາບ ລາວ-ໄທ ແຫ່ງທີ 5 ໃນວັນທີ 28 ຕຸລາ 2022 ຜ່ານມາ, ບັນດາໜ້າວຽກຕ່າງໆ ເປັນຕົ້ນ ວຽກງານການກໍ່ສ້າງພື້ນຖານໂຄງລ່າງ, ເສັ້ນທາງ, ສິ່ງອໍານວຍຄວາມສະ ດວກ ແລະ ຕຶກອາຄານບໍລິຫານ ແມ່ນສາມາດປະຕິບັດໄດ້ຕາມແຜນ ແລະ ມີຜົນສໍາເລັດຕາມຄາດໝາຍກວມເອົາ 93%, ສໍາລັບບັນດາໜ້າວຽກກໍ່ສ້າງຂົວ ໄດ້ຈັດຕັ້ງປະຕິບັດສໍາເລັດແລ້ວ 69% ໂດຍລວມແລ້ວ ເຫັນວ່າ ທັງສອງໜ້າວຽກດັ່ງກ່າວ ສາມາດຈັດຕັ້ງປະຕິບັດສໍາເລັດ 81%.

ພາຍຫລັງທີ່ໄດ້ຮັບຟັງ ຄວາມຄືບໜ້າການຈັດຕັ້ງປະຕິບັດໂຄງການ ລວມທັງບັນດາຂໍ້ສະດວກ, ຂໍ້ຫຍຸ້ງຍາກ, ແຜນການດຳເນີນໂຄງການ ແລະ ວຽກຈຸດສຸມທີ່ຈະຕ້ອງໄດ້ເອົາໃຈໃສ່ໃນຕໍ່ໜ້າ, ທ່ານ ໂພໄຊ ໄຂຄຳພິທູນ ໄດ້ສະແດງຄວາມຊົມເຊີຍ ຕໍ່ພາກສ່ວນກ່ຽວຂ້ອງ ທີ່ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດ ໂຄງການກໍ່ສ້າງຂົວມິດຕະພາບ ລາວ-ໄທ ແຫ່ງທີ 5 ນີ້, ດ້ວຍຄວາມຮັບຜິດຊອບສູງ. ພ້ອມນີ້, ກໍສະເໜີໃຫ້ຄະນະຮັບຜິດຊອບໂຄງການ ແລະ ພາກສ່ວນທີ່ກ່ຽວຂ້ອງຕ່າງໆ ຈົ່ງສືບຕໍ່ຈັດຕັ້ງປະຕິບັດໂຄງການດັ່ງກ່າວ ໃຫ້ສຳເລັດຕາມຄາດໝາຍທີ່ໄດ້ກຳນົດໄວ້ ໂດຍສະເພາະ ແມ່ນການກະກຽມຄວາມພ້ອມດ້ານຕ່າງໆ. ສໍາລັບ ພິທີເທເບຕົງເຊື່ອມຈອດຈຸດໃຈກາງຂອງຂົວ ໃນຕົ້ນປີ 2024 ແລະ ພິທີເປີດນຳໃຊ້ຂົວມິດຕະພາບ ລາວ-ໄທ ແຫ່ງທີ 5 ຢ່າງເປັນທາງການ ໃນທ້າຍປີ 2024 ໂດຍຈະມີບັນດາການນຳຂັ້ນສູງ ຂອງສອງປະເທດ ລາວ-ໄທ ເຂົ້າຮ່ວມເປັນສັກຂີພິຍານໃນພິທີດັ່ງກ່າວ.

ພ້ອມກັນນີ້, ທ່ານຮອງລັດຖະມົນຕີ ຍັງໄດ້ຢໍ້າເຖິງຄວາມໝາຍຄວາມສໍາຄັນ ຂອງໂຄງການກໍ່ສ້າງຂົວມິດຕະພາບ ລາວ-ໄທ ແຫ່ງທີ 5 ນີ້ ຈະເປັນການຕອບສະໜອງຕໍ່ນະ ໂຍບາຍຂອງ ສປປ ລາວ ໃນການຫັນປະເທດຈາກປະເທດ ບໍ່ມີຊາຍແດນຕິດກັບທະເລ ເປັນປະເທດເຊື່ອມໂຍງ-ເຊື່ອມຈອດທາງດ້ານ ຄົມມະນາຄົມ ທັງເປັນການສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະ ພາບ ແລະ ການຮ່ວມມືຖານບ້ານ ໃກ້ເຮືອນຄຽງທີ່ດີ ທີ່ມີມາແຕ່ດົນນານ ກໍຄື ການເປັນຄູ່ຮ່ວມຍຸດທະສາດ ເພື່ອການຈະເລີນເຕີບໂຕ ແລະ ການພັດທະນາແບບຍືນຍົງ ລະຫວ່າງ ສອງຊາດ ລາວ ແລະ ໄທ.

ຂ່າວ-ພາບ: ກຕທ

KPL

ຂ່າວອື່ນໆ

ads
ads

Top