ສປຊ ເຕືອນໄພນ້ຳຖ້ວມຢູ່ເຂດແຄມທະເລ ເພີ່ມຂຶ້ນ 5 ເທົ່າ

30/11/2023 14:47
Email Print 1039
ຂປລ ອົງການ ສະຫະ ປະຊາຊາດ (ສປຊ) ເພື່ອການພັດທະນາ (UNDP) ໄດ້ປະກາດ ຂໍ້ມູນ ກ່າວເຕືອນ ໄພນ້ຳຖ້ວມ ຢູ່ເຂດ ແຄມທະເລ ພວມເພີ່ມຂຶ້ນ ຫລາຍພໍສົມຄວນ. ຫລັງຈາກ ລະດັບ ນ້ຳທະເລ ຂຶ້ນໄດ້ ເພີ່ມຄວາມສ່ຽງ ໄພນ້ຳຖ້ວມ ໃຫ້ແກ່ 14 ລ້ານຄົນ ຢູ່ບັນດາເຂດ ແຄມທະເລ ແລະ ຄວາມສ່ຽງນີ້ ຄາດວ່າ ຈະເພີ່ມຂຶ້ນ 5 ເທົ່າ ໃນປີ 2100

ຂປລ.ວິທະຍຸ ສາກົນ ຫວຽດນາມ, ເມື່ອບໍ່ດົນມານີ້ ອົງການ ສະຫະ ປະຊາຊາດ (ສປຊ) ເພື່ອການພັດທະນາ (UNDP) ໄດ້ປະກາດ ຂໍ້ມູນ ກ່າວເຕືອນ ໄພນ້ຳຖ້ວມ ຢູ່ເຂດ ແຄມທະເລ ພວມເພີ່ມຂຶ້ນ ຫລາຍພໍສົມຄວນ. ຫລັງຈາກ ລະດັບ ນ້ຳທະເລ ຂຶ້ນໄດ້ ເພີ່ມຄວາມສ່ຽງ ໄພນ້ຳຖ້ວມ ໃຫ້ແກ່ 14 ລ້ານຄົນ ຢູ່ບັນດາເຂດ ແຄມທະເລ ແລະ ຄວາມສ່ຽງນີ້ ຄາດວ່າ ຈະເພີ່ມຂຶ້ນ 5 ເທົ່າ ໃນປີ 2100 ອາດສົ່ງຜົນກະທົບ ເກືອບ 73 ລ້ານຄົນ. ກ່ອນໜ້ານີ້ UNDP ສົມທົບກັບ ຫ້ອງທົດລອງ ຜົນກະທົບ ຈາກດິນຟ້າ ອາກາດ (CIL) ປະກາດ ຂໍ້ມູນຜ່ານ ແອບພຣິກເຄຊັນ Human Climate Horizons. ຂະນະທີ່ ພາກພື້ນ ອາເມລິກາ ລາຕິນ, ອາຟຣີກາ ແລະ ອາຊີ ຕາເວັນອອກ ສ່ຽງໃຕ້ ພວມຕ້ອງ ປະເຊີນໜ້າກັບ ໄພນາບຂູ່ ຮ້າຍແຮງ ກ່ຽວກັບ ສະພາບ ນ້ຳຖ້ວມ ເປັນປະຈຳ. ສິ່ງ ດັ່ງກ່າວ ອາດຈະ ສົ່ງຜົນ ສະທ້ອນ ຢ່າງໃຫຍ່ຫລວງ ເຖິງການພັດທະນາ ຂອງມະນຸດ, ພິເສດ ແມ່ນບັນດາເຂດ ພື້ນທີ່ຕ່ຳ ຢູ່ບັນດາປະເທດ ເກາະນ້ອຍ ພວມພັດທະນາ ມີຄວາມສ່ຽງ ເປັນພິເສດ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top