ສີລັງກາ ຈະແຈກບັດຂອງຂວັນ ໃຫ້ນັກຮຽນທຸກຍາກ 7 ແສນກວ່າຄົນ

29/11/2023 17:03
Email Print 765
ຂປລ ເຈົ້າໜ້າທີ່ ລັດຖະບານ ສີລັງກາ ເປີດເຜີຍວ່າ: ກະຊວງ ສຶກສາທິການ ຂອງ ສີລັງກາ ຈະເລີ່ມ ແຈກຢາຍບັດ ຂອງ ຂວັນ ສຳລັບ ການຊື້ເກີບ ໃຫ້ເດັກນ້ອຍ ທີ່ທຸກຍາກ ຈຳນວນ 747.000 ຄົນ ນັບແຕ່ ວັນທີ 4 ທັນວາ ເປັນຕົ້ນໄປ.

ຂປລ. ສຳນັກຂ່າວ ຊິນຮວາຂອງ ສປຈີນ, ວັນທີ 28 ພະຈິກ,  ເຈົ້າໜ້າທີ່ ລັດຖະບານ ສີລັງກາເປີດເຜີຍວ່າ: ກະຊວງ ສຶກສາທິການ ຂອງ ສີລັງກາ ຈະເລີ່ ແຈກຢາຍບັດ ຂອງ​ ຂວັນ ​ສຳລັບ​ ການຊື້​ເກີບ ​ໃຫ້​​ເດັກນ້ອຍ​ ທີ່​ທຸກ​ຍາກ ຈຳນວນ 747.000 ຄົນ ນັບ​ແຕ່ ​ວັນ​ທີ 4 ທັນວາ ​ເປັນ​ຕົ້ນ​ໄປ.

          ​ທ່ານ ຊູ​ຊິ​ລ ​ເປຣມາ​ຢັນ​ທາ ລັດຖະມົນຕີ​ ກະຊວງ ສຶກສາທິການ ຂອງ ສີລັງກາ ໄດ້ກ່າວ​ຕໍ່​ ລັດຖະສະພາ​ວ່າ: ການ​ແຈກ​ຢາ​ຍບັດ​ ຂອງ ຂວັນ​ນີ້ ຈະ​ສິ້ນ​ສຸດ ໃນ​ວັນ​ທີ 24 ທັນວາ ເພື່ອໃຫ້​ ເດັກນ້ອຍ ສາມາດ​ຊື້ເກີບ ​ໃສ່​ໄປ ​ໂຮ​ງຮຽນ​ໄດ້ ​ໃນ​ໄລຍະ​ປີ​ໃໝ່. ນອກນັ້ນ, ​ທ່ານ ຊູ​ຊິ​ລ ​ເປຣມາ​ຢັນ​ທາ ວ່າ ລັດຖະບານ ພວມ​ວາງ​ແຜນ ຈັດ​ຫາ​ ວັດຖຸອັນຈຳເປັນ ສຳລັບ ນັກຮຽນ​ຍິງ ​ໂດຍເລີ່​ມ ​ແຕ່​ປີໜ້າ ເປັນຕົ້ນໄປ. ​​ຈຳນວນ​ ນັກຮຽນ ຊັ້ນ​ປະຖົມ ​ໃນ​ສີ​ລັງກາ ລວມມີ 1,6 ລ້ານ​ຄົນ ​ແລະ ນັກຮຽນ​ ໃນ​ລະດັບ ​ຊັ້ນ​ສູງ​ກວ່າ ປະຖົມປີ​ທີ 6 ​ຈຳນວນ  2,4 ລ້ານ​ຄົນ ​ ຊຶ່ງໃນ​ນັ້ນ  ຄາດ​ວ່າ ​ແມ່ຍິງ ລວມມີ 1,2 ລ້ານ​ຄົນ./.

KPL

ຂ່າວອື່ນໆ

ads
ads

Top