ສະພາແຫ່ງຊາດ ພິຈາລະນາຮ່າງ ກົດໝາຍ ວ່າດ້ວຍຜູ້ພິພາກສາ

20/11/2023 13:58
Email Print 254
ຂປລ ຂປລ. ການດຳເນີນກອງປະຊຸມ ສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 20 ພະຈິກ 2023 ໂດຍການເປັນປະທານຂອງ ທ່ານ ພົນໂທ ສຸວອນ ເລືອງບຸນມີ ຮອງປະທານສະພາແຫ່ງຊາດ, ທ່ານນາງ ວຽງທອງ ສີພັນດອນ ປະທານສານປະຊາຊົນສູງສຸດ




ຂປລ. ການດຳເນີນກອງປະຊຸມ ສະໄໝສາມັນ ເທື່ອທີ
6 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 20 ພະຈິກ 2023 ໂດຍການເປັນປະທານຂອງ ທ່ານ ພົນໂທ ສຸວອນ ເລືອງບຸນມີ ຮອງປະທານສະພາແຫ່ງຊາດ, ທ່ານນາງ ວຽງທອງ ສີພັນດອນ ປະທານສານປະຊາຊົນສູງສຸດ ໄດ້ລາຍງານຮ່າງກົດໝາຍຜູ້ພິພາກສາ (ສະບັບປັງປຸງ) ຕໍ່ທີ່ປະຊຸມ. ຈາກນັ້ນ, ບັນດາສະມາຊິກສະພາແຫ່ງຊາດ ໄດ້ສຸມໃສ່ປະກອບຄຳເຫັນໃສ່ ຮ່າງກົດໝາຍດັ່ງກ່າວ ເພື່ອໃຫ້ມີເນື້ອໃນຄົບຖ້ວນສົມບູນ ແລະ ນຳໄປຈັດຕັ້ງ ປະຕິບັດ ຢ່າງມີປະສິດທິຜົນ.

ທ່ານນາງ ວຽງທອງ ສີພັນດອນ ​ໄດ້​ໃຫ້​ຮູ້ວ່າ: ກົດໝາຍວ່າດ້ວຍຜູ້ພິພາກສາ ທີ່ນຳໃຊ້ໃນປັດຈຸບັນ ໄດ້ຖືກຮັບຮອງ ແລະ ປະກາດໃຊ້ໃນປີ 2017, ຜ່ານການຈັດຕັ້ງ ປະຕິບັດຕົວຈິງ ໃນໄລຍະ 6 ປີຜ່ານມາ ເຫັນວ່າຍັງມີຄວາມຫຍຸ້ງຍາກ ຍ້ອນມີບາງເນື້ອໃນ ຍັງບໍ່ຄົບຖ້ວນຈະແຈ້ງຮັດກຸມ ແລະ ບໍ່ທັນສອດຄ່ອງ ກັບກົດໝາຍ ແລະ ສະພາບຄວາມເປັນຈິງ ເປັນຕົ້ນ ມາດຕະຖານ ແລະ ເງື່ອນໄຂໃນການແຕ່ງຕັ້ງເປັນ ຜູ້ພິພາກສາແມ່ນສູງເກີນໄປ ແຕ່ສະພາບຄວາມເປັນຈິງ ຂອງຜູ້ພິພາກສາ ສ່ວນຫລາຍ ແມ່ນຍັງບໍ່ໄດ້ຕາມມາດຕະຖານ ແລະ ເງື່ອນໄຂທີ່ກໍານົດໄວ້ ຈຶ່ງເຮັດໃຫ້ການສ້າງຜູ້ພິພາກສາ ມີຄວາມຊັກຊ້າ ແກ່ຍາວ ແລະ ບໍ່ທ່ວງທັນຕາມຄວາມ ຮຽກຮ້ອງຕ້ອງ ການຂອງ ວຽກງານສ້າງຜູ້ພິພາກສາ ໃນໄລຍະໃໝ່. ພ້ອມນັ້ນ, ການປະຕິບັດໜ້າທີ່ ຂອງຜູ້ພິພາກສາຈໍານວນໜຶ່ງ ຍັງບໍ່ທັນມີຄຸນນະພາບ, ການເລື່ອນຊັ້ນ ຜູ້ພິພາກສາ ກໍຍັງມີອຸປະສັກ ເປັນສິ່ງທີ່ກົດໜ່ວງ ຄວາມກ້າວໜ້າຂອງຜູ້ພິພາກສາ, ການສືບຕໍ່ປະຕິ ບັດໜ້າທີ່ ແລະ ນະໂຍບາຍອື່ນ ຕໍ່ຜູ້ພິພາກສາ ບໍ່ສາມາດຈັດຕັ້ງ ປະຕິບັດ ແລະ ການແຕ່ງຕັ້ງ ຍົກຍ້າຍ ປົດຕຳແໜ່ງ ແລະ ສັບປ່ຽນບ່ອນປະຈຳການຂອງ ຜູ້ພິພາກສາ ຍັງບໍ່ທັນໄດ້ກະຈາຍ ອໍານາດເທົ່າທີ່ຄວນ. ກ່ອນທີ່ຈະແຕ່ງຕັ້ງ ຍົກຍ້າຍ ສັບປ່ຽນບ່ອນປະຈຳການ ແລະ ປົດຕຳແໜ່ງ ແມ່ນຜ່ານຄະນະປະຈຳ ສະພາແຫ່ງຊາດ, ສະພາປະຊາຊົນຂັ້ນແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຮັດໃຫ້ມີຄວາມຊັກຊ້າ ແກ່ຍາວ ແລະ ບໍ່ສາມາດຄຸ້ມຄອງ ກວດກາ ຫລື ແກ້ໄຂບັນຫາທີ່ເກີດຂຶ້ນ ໄດ້ຢ່າງທັນການ. ສະນັ້ນ, ເພື່ອໃຫ້ສອດຄ່ອງກັບ ລັດຖະທຳມະນູນ ຈຶ່ງມີຄວາມຈຳເປັນຕ້ອງ ປັບປຸງບາງມາດຕາຂອງ ກົດໝາຍວ່າດ້ວຍສານປະຊາຊົນ ເພື່ອຕອບສະໜອງ ຄວາມຮຽກຮ້ອງຕ້ອງການ ໃນການສ້າງຜູ້ພິພາກສາ ໃນໄລຍະໃໝ່, ທັງເຮັດໃຫ້ການປັບປຸງ ກົດໝາຍສະບັບນີ້ ສາມາດຈັດຕັ້ງປະຕິບັດໄດ້ງ່າຍ ແລະ ສອດຄ່ອງກັບສະພາບຄວາມເປັນຈິງ ໃນການປະຕິບັດໜ້າທີ່ ຂອງຜູ້ພິພາກສາ ໃຫ້ມີຄຸນນະພາບ, ການທຽບຊັ້ນ, ການເລື່ອນຊັ້ນຂອງຜູ້ພິພາກສາ ບໍ່ແກ່ຍາວເວລາ ທັງຮັບປະກັນ ຄວາມເປັນເອກະພາບ ແລະ ມີຜົນສັກສິດໃນການຈັດຕັ້ງປະຕິບັດ.

   


ຮ່າງກົດໝາຍ ວ່າດ້ວຍຜູ້ພິພາກສາ ສະບັບປີ
2017 ປະກອບດ້ວຍ XII ພາກ 10 ໝວດ 56 ມາດຕາ, ຮ່າງກົດໝາຍ ວ່າດ້ວຍຜູ້ພິພາກສາ ສະບັບປັບປຸງໃໝ່ ປະກອບດ້ວຍ XII ພາກ ຍັງຮັກສາພາກຄືເກົ່າ, ມີ 12 ໝວດ (ເພີ່ມ 2 ໝວດ), 68 ມາດຕາ ເພີ່ມເຂົ້າໃໝ່ 12 ມາດຕາ, ປັບປຸງ 36 ມາດຕາ ແລະ ຍັງຮັກເກົ່າ 20 ມາດຕາ. ພາຍຫລັງກົດໝາຍສະບັບນີ້ ໄດ້ຮັບການຮັບຮອງ ແລະ ປະກາດໃຊ້ແລ້ວ ຈະກາຍເປັນເຄື່ອງມື ດ້ານນິຕິກໍາສໍາຄັນ ໃນການຄຸ້ມຄອງ ຕິດຕາມ ແລະ ກວດກາ ການປະຕິບັດໜ້າທີ່ ຂອງຜູ້ພິພາກສາໄດ້ ຢ່າງມີປະສິດທິພາບ, ຮັບປະກັນໃຫ້ການຕັດສີນ ພິພາກສາຄະດີມີຄວາມວ່ອງໄວ ໂປ່ງໄສ, ຖືກຕ້ອງ ແລະ ເປັນທໍາຍິ່ງຂຶ້ນ, ເຮັດໃຫ້ເນື້ອໃນ ຄວາມໝາຍຂອງມາດຕາທີ່ໄດ້ເພີ່ມເຂົ້າໃໝ່ ແລະ ປັບປຸງມີເນື້ອໃນຄົບຖ້ວນ ມີຄວາມຈະແຈ້ງຮັດກຸມ ສົມບູນຂື້ນກວ່າເກົ່າ ແລະ ສາມາດຈັດຕັ້ງ ປະຕິບັດໄດ້ງ່າຍ, ເປັນບ່ອນອີງໃນການຈັດຕັ້ງປະຕິບັດວຽກງານຂອງ ຜູ້ພິພາກສາ ໂດຍສະເພາະໃນການທຽບຊັ້ນ, ການເລື່ອນຊັ້ນ, ການສອບເສັງ, ການຍົກຍ້າຍ ຫລື ສັບປ່ຽນ ບ່ອນປະຈຳການຂອງ ຜູ້ພິພາກສາ ໃຫ້ແທດເໝາະ ທ່ວງທັນກັບສະພາບຄວາມເປັນຈິງ ແລະ ເປັນເອກະພາບໃນຂອບເຂດທົ່ວປະເທດ.

ຂ່າວ: ວຽງສະຫວັນ

ພາບ: ເກດສະໜາ

KPL

ຂ່າວອື່ນໆ

    • ສະຖານທູດໄທ ປະຈຳ ລາວ ສະຫລອງ ວັນຄ້າຍວັນເກີດ ຂອງເຈົ້າຊີວິດໄທການເມືອງ

      ສະຖານທູດໄທ ປະຈຳ ລາວ ສະຫລອງ ວັນຄ້າຍວັນເກີດ ຂອງເຈົ້າຊີວິດໄທ

      12/7/2023 3:58:44 PM

      ຂປລ. ໃນວັນທີ 5 ທັນວາ 2023 ຜ່ານ​ມາ, ສະຖານເອກອັກຄະຣາຊະທູດໄທ ປະຈຳ ສປປ ລາວ ຈັດງານລ້ຽງເພື່ອສະເຫລີມສະຫລອງ ເນື່ອງໃນໂອກາດວັນຄ້າຍ ວັນພະບໍຣົມຣາດຊະສົມພົບ ຂອງພະບາດສົມເດັດ ພະບໍຣົມຊະນະກາທິເບດ ມະຫາພູມິພົນ ອະດຸນຍະເດດ ມະຫາຣາດ ບໍຣົມມະນາດບໍພິດວັນຊາດ ແລະ ວັນພໍ່ແຫ່ງຊາດ 5 ທັນວາ 2023

    • ຜູ້ປະຈຳການຄະນະເລຂາທິການສູນກາງພັກ ເນັ້ນໃຫ້ແມ່ຍິງ ເອົາໃຈໃສ່ຫລາຍບັນຫາສໍາຄັນການເມືອງ

      ຜູ້ປະຈຳການຄະນະເລຂາທິການສູນກາງພັກ ເນັ້ນໃຫ້ແມ່ຍິງ ເອົາໃຈໃສ່ຫລາຍບັນຫາສໍາຄັນ

      12/7/2023 3:51:17 PM

      ຂປລ. ໃນໂອກາດເຂົ້າຮ່ວມ ກອງປະຊຸມຄົບຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ (ສສຍລ) ຄັ້ງທີ 3 ສະໄໝທີ VIII ​ໃນ​ວັນ​ທີ 6 ທັນວາ 2023 ນີ້, ທ່ານ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈໍາການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ​ໄດ້​ມີ​ຄຳ​ເຫັນ​ໂອ​ລົມ​ຕໍ່​ກອງ​ປະຊຸມ ​ໂດຍ​ໄດ້ເນັ້ນໃຫ້ສະຫະພັນ​ແມ່ຍິງທຸກຂັ້ນ ເອົາໃຈໃສ່ຫລາຍບັນຫາສໍາຄັນ

    • ນາຍົກລັດຖະມົນຕີ ຕ້ອນຮັບ ເຈົ້າແຂວງຊຸງຊອງນຳໂດ ສ ເກົາຫລີການເມືອງ

      ນາຍົກລັດຖະມົນຕີ ຕ້ອນຮັບ ເຈົ້າແຂວງຊຸງຊອງນຳໂດ ສ ເກົາຫລີ

      12/7/2023 3:37:55 PM

      ຂປລ. ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ຕ້ອນຮັບການເຂົ້າຢ້ຽມ​ຂໍ່ານັບຂອງ ທ່ານ ກິມ ເທ ຮຶມ (Kim Tea Heum) ເຈົ້າແຂວງ ຊຸງຊອງນຳໂດ ສ ເກົາຫລີ ພ້ອມຄະນະ ໃນວັນທີ 7 ທັນວາ 2023 ​ໃນ​ໂອກາດ​ເດີນທາງ​ມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ ຢູ່ ສປປ ລາວ.

    • ລາວ-ຈີນ  ເພີ່ມທະວີວຽກງານໄອຍະການປະຊາຊົນການເມືອງ

      ລາວ-ຈີນ ເພີ່ມທະວີວຽກງານໄອຍະການປະຊາຊົນ

      12/7/2023 3:26:36 PM

      ຂປລ. ໃນວັນທີ 5 ທັນວາ 2023 ຜ່ານ​ມາ, ທ່ານ ໄຊຊະນະ ໂຄດພູທອນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສປປ ລາວ ພ້ອມ​ຄະນະ ໄດ້ພົບປະກັບ ຄະນະຜູ້ແທນຂັ້ນສູງອົງການໄອຍະການສູງສຸດ ແຫ່ງ ສປ ຈີນ ນຳໂດຍ ທ່ານ ຢິ່ງ ຢົງ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສປ ຈີນ ​ໃນໂອກາດທີ່ຄະນະຜູ້ແທນຂັ້ນສູງ ອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສປປ ລາວ ເຂົ້າຮ່ວມກອງປະຊຸມ ໄອຍະການສູງສຸດ ຈີນ-ອາຊຽນ ຄັ້ງທີ 13 ທີ່ນະຄອນຫລວງ ຮ່າໂນ້ຍ ສສ ຫວຽດ ນາມ.

    • ເປີດເວທີສົນທະນາການຮ່ວມມື ລາວ-ຈີນ ພາຍໃຕ້ຫົວຂໍ້ “ໜຶ່ງແລວ ໜຶ່ງເສັ້ນທາງ” ຄັ້ງທີ IIການເມືອງ

      ເປີດເວທີສົນທະນາການຮ່ວມມື ລາວ-ຈີນ ພາຍໃຕ້ຫົວຂໍ້ “ໜຶ່ງແລວ ໜຶ່ງເສັ້ນທາງ” ຄັ້ງທີ II

      12/7/2023 3:18:49 PM

      ຂປລ. ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຫ່ງ ສປປ ລາວ ຮ່ວມກັບ ສຳນັກຂ່າວສານ ຊິນຮົວ ສປ ຈີນ, ສະພາການຄ້າຊາວຈີນຕ່າງດາວ ປະຈຳ ສປປ ລາວ ຈັດເວທີສົນທະ ນາການຮ່ວມມື ລາວ-ຈີນ ພາຍໃຕ້ຫົວຂໍ້ "ໜຶ່ງແລວ ໜຶ່ງເສັ້ນທາງ" ຄັ້ງທີ II ໃນວັນທີ 7 ທັນວາ 2023 ທີ່ນະຄອນຫລວງວຽງຈັນ ໂດຍ​ເປັນ​ກຽດ​ເຂົ້າ​ຮ່ວມ​ຂອງ ທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະ ມົນຕີ, ທ່ານ ຟູ ຫົວ ຫົວໜ້າສຳນັກຂ່າວສານຊິນຮົວ ​ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ads
ads

Top