ຜູ້ທີ່ເຮັດວຽກຈັດຕັ້ງພັກ-ພະນັກງານ ຕ້ອງກຳໄດ້ ນິຕິກຳທີ່ກ່ຽວຂ້ອງວຽກງານວິຊາສະເພາະຂອງຕົນ

20/11/2023 13:37
Email Print 948
ຂປລ ຂປລ. ​ໃນ​ໂອກາດ​ລົງ​​ເຄື່ອນ​ໄຫວ​ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງວຽງຈັນ ​ເມື່ອ​ບໍ່​ດົນ​ມາ​ນີ້, ສະຫາຍ ນາງ ສີໃສ ລືເດດມູນສອນ ກຳມະການກົມ ການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ ​ໄດ້​ໃຫ້ທິດຊີ້ນຳຕໍ່ ຄະນະພັກ-ຄະນະນຳແຂວງ, ເມືອງ

ຂປລ. ​ໃນ​ໂອກາດ​ລົງ​​ເຄື່ອນ​ໄຫວ​ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງວຽງຈັນ ​ເມື່ອ​ບໍ່​ດົນ​ມາ​ນີ້, ສະຫາຍ ນາງ ສີໃສ ລືເດດມູນສອນ ກຳມະການກົມ ການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ ​ໄດ້​ໃຫ້ທິດຊີ້ນຳຕໍ່ ຄະນະພັກ-ຄະນະນຳແຂວງ, ເມືອງ ກໍຄື ຄະນະພັກແຕ່ລະຂັ້ນພາຍ​ໃນ ​ແຂວງ​ວຽງ​ຈັນ ​ໂດຍ​ສະຫາຍ​ທີ່ວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານ ຕ້ອງກຳໄດ້ນິຕິກຳວຽກ ພັກ-ພະນັກງານ ແລະ ນິຕິກຳທີ່ກ່ຽວຂ້ອງວຽກງານ ວິຊາສະເພາະ ຂອງຕົນ, ສິ່ງສຳຄັນພະນັກງານ ຈັດຕັ້ງຕ້ອງມີຄວາມທ່ຽງທຳ, ມີຈັນຍາບັນ, ມີຄຸນທາດການເມືອງໜັກ  ແໜ້ນ, ແກ້ໄຂບັນຫາຢ່າງພາວະວິໄສ ທັນເຫດການ, ປະຕິບັດຕາມຫລັກການ ແລະ ກົດລະບຽບຂອງພັກຢ່າງເຂັ້ມງວດ.

ພ້ອມ​ກັນ​ນີ້, ຕ້ອງເປັນແບບຢ່າງທີ່ດີ ໃຫ້ແກ່ມະຫາຊົນ, ມີຄວາມເປັນເອກະພາບ ຮັກສາໄດ້ຄວາມສາມັກຄີພາຍໃນພັກ ມີການຕິຊົມກໍ່ສ້າງກັນ ບົນພື້ນຖານເພື່ອນ ສະຫາຍທີ່ຮັກແພງ, ເຮັດວຽກງານຢ່າງມີແບບແຜນ, ມີການແບ່ງວຽກແບ່ງຄວາມຮັບຜິດຊອບ, ປະຕິບັດຕາມຫລັກການ ລວມສູນປະຊາທິປະໄຕ, ຂັ້ນລຸ່ມຕ້ອງປະຕິບັດ ຕາມຂັ້ນເທິງ ແລະ ເປັນເຈົ້າການຝຶກຝົນຫລໍ່​ຫລອມ ຕົນເອງຢູ່ສະເໝີ; ສາມາດເປັນເສນາທິການ ທາງດ້ານວຽກງານຈັດຕັ້ງ ໃຫ້ທ້ອງຖິ່ນຂອງຕົນນັບມື້ ມີຄວາມເຂັ້ມແຂງ​ ແລະ ມີຄຸນນະພາບ ​ຈຶ່ງຈະຮັກສາໄດ້ບົດບາດ ການນຳພາຂອງພັກ ແລະ ສາມາດເຮັດຫລ້ອນໜ້າທີ່ ການເມືອງທີ່ພັກ-ລັດມອບໝາຍໃຫ້.

ໃນ​ໂອກາດ​ດຽວ​ກັນ, ສະຫາຍຄໍາພັນ ສິທິດຳພາ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງວຽງຈັນ ກໍໄດ້ລາຍງານສະພາບການລວມ ຂອງການຈັດຕັ້ງ ປະຕິບັດ ໜ້າທີ່ການເມືອງໄລ ຍະຜ່ານມາ ເຊິ່ງສະແດງໃຫ້ເຫັນເຖິງ ຜົນສໍາເລັດຫລາຍດ້ານ ໂດຍສະເພາະ ການຈັດຕັ້ງປະຕິບັດ ແຜນພັດທະນາ ເສດຖະກິດ-ສັງຄົມ ຕິດພັນກັບ 2 ວາລະແຫ່ງຊາດ, ພ້ອມ​ທັງຍົກໃຫ້ເຫັນການຈັດຕັ້ງປະຕິບັດ ວຽກພັກ-ພະນັກງານ ເຊິ່ງມີທັງດ້ານດີ-ດ້ານອ່ອນ ແລະ ຂໍ້ຫຍຸ້ງຍາກຕ່າງໆ ເປັນຕົ້ນ ວຽກງານ ຂະຫຍາຍພັກ, ການຄຸ້ມຄອງສະມາຊິກພັກ-ພະນັກງານ, ການສ້າງແຜນກໍານົດພະນັກງານ ແລະບັນຫາອື່ນໆ; ຄະນະພັກແຕ່ລະຂັ້ນ ໄດ້ເອົາໃຈໃສ່ນໍາພາ-ຊີ້ນໍາ ໃນຂົງເຂດ ຄວາມຮັບຜິດຊອບ ຂອງຕົນຢ່າງຕັ້ງໜ້າ ສາມາດແກ້ໄຂບັນຫາຫຍໍ້ທໍ້ ແລະ ປະກົດການທີ່ບໍ່ດີຕ່າງໆ ເຮັດໃຫ້ສັງຄົມມີຄວາມສະຫງົບພະນັກງານ, ທະຫານ-ຕຳຫລວດ ແລະ ພໍ່ແມ່ປະຊາຊົນ ທົ່ວແຂວງວຽງຈັນ ມີແນວຄິດອຸ່ນອຽນທຸ່ນທ່ຽງ ເຊື່ອໝັນ ຕໍ່ການນຳພາຂອງພັກ-ລັດ ໄດ້ເປັນຢ່າງດີ; ພ້ອມກັນນີ້, ກໍໄດ້ແລກປ່ຽນຄໍາຄິດຄໍາເຫັນ ດ້ວຍການເຈາະຈີ້ມຖາມ-ຕອບ ເຮັດໃຫ້ການພົບປະຄັ້ງນີ້ ເຕັມໄປດ້ວຍເນື້ອໃນເຫັນໄດ້ວິທີການ ເພື່ອແກ້ໄຂບາງບັນຫາ ທີ່ຍັງຄົງຄ້າງ ແລະ ເສີມຂະຫຍາຍບົດຮຽນ ດ້ານດີທີ່ຕັ້ງໜ້າ.

ໃນໂອກາດດຽວ​ກັນ, ສະຫາຍ ນາງສີໃສ ລືເດດ ມູນສອນ ພ້ອມຄະນະ ກໍໄດ້ລົງຢ້ຽມຢາມ ເມືອງແມດ ແລະ ໄດ້ຮັບຟັງລາຍງານ ສະພາບລວມຂອງເມືອງ ຈາກສະຫາຍ ຄໍາປ່ຽນ ແສງສະຫວັດ ເລຂາພັກເມືອງ, ເຈົ້າເມືອງແມດ ​ເຊິ່ງເມືອງດັ່ງກ່າວເປັນເມືອງພູດອຍ ແຕ່ເປັນເມືອງວິລະຊົນ ມີທ່າແຮງທາງດ້ານທຳມະຊາດ ທີ່ອຸດົມສົມບູນ ເຊິ່ງເປັນເງື່ອນໄຂ ໃນການພັດທະນາ ເສດຖະກິດ-ສັງຄົມໃນຫລາຍດ້ານ ໂດຍສະເພາະ ດ້ານກະສິກຳ ການປູກຝັງ-ລ້ຽງສັດ. ສະນັ້ນ, ການນຳພາຂອງ ຄະນະພັກ ກໍໄດ້ອີງໃສ່ພື້ນຖານທ່າແຮງທີ່ມີ ພ້ອມທັງປຸກລະດົມຊຸກຍູ້, ສົ່ງເສີມປະຊາຊົນ ທຳການຜະລິດກະສິກຳ ຂາຍເປັນສິນຄ້າ ເປັນຕົ້ນເຂົ້າ, ມັນຕົ້ນ, ຢ່າງພາລາ, ສັດລ້ຽງ ແລະ ອື່ນໆ; ພາຍໃຕ້ການນໍາພາ-ຊີ້ນໍາ ຂອງຄະນະບໍລິຫານງານພັກເມືອງ ເຮັດໃຫ້ເມືອງແມດ ຮັກສາໄດ້ສະຖຽນລະພາບ ທາງດ້ານການເມືອງໜັກແໜ້ນ, ສັງຄົມມີຄວາມເປັນ ລະບຽບຮຽບຮ້ອຍ ແລະ ມີຄວາມສະຫງົບ. ມາຮອດປັດຈຸບັນ ສາມາດປະກາດລຶບລ້າງ ບ້ານທຸກຍາກໄດ້ 100%. ນອກນີ້ ກໍໄດ້ເອົາໃຈໃສ່ນໍາພາ ວຽກພັກ-ພະນັກງານ, ວຽກປັບປຸງກົງຈັກການຈັດຕັ້ງ, ວຽກຄຸ້ມຄອງພະນັກງານ, ການສ້າງແຜນກຳນົດ ແລະ ບໍາລຸງ-ກໍ່ສ້າງພະນັກງານ ເພື່ອຮັບປະກັນບຸກຄະລາກອນ ຜູ້ທີ່ຈະສືບທອດປ່ຽນແທນ ແລະ ສືບຕໍ່ນໍາພາ-ຊີ້ນຳການ ກະກຽມກອງປະຊຸມໃຫຍ່ 3 ຂັ້ນໃຫ້ມີຜົນສຳເລັດ.

ຂ່າວ-ພາບ: ບານ ມູນປະເສີດ

KPL

ຂ່າວອື່ນໆ

ads
ads

Top