ສສຊ ສືບຕໍ່ປະກອບຄຳເຫັນໃສ່ຮ່າງກົດໝາຍ ການຮັກສາສຸຂະພາບຂັ້ນຕົ້ນ ສະບັບສ້າງໃໝ່

16/11/2023 14:23
Email Print 632
ຂປລ ຂປລ. ໃນວາລະດຳເນີນກອງປະຊຸມ ສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX ວັນທີ 16 ພະຈິກ 2023 ໂດຍການເປັນປະທານຂອງ ທ່ານ ຄຳໃບ ດຳລັດ ຮອງປະທານສະພາແຫ່ງຊາດ, ບັນດາສະມາຊິກສະພາແຫ່ງຊາດ ໄດ້ສືບຕໍ່ສຸມໃສ່ປະກອບ ຄຳຄິດຄຳເຫັນໃສ່ຮ່າງກົດໝາຍ ວ່າດ້ວຍການຮັກສາ ສຸຂະພາບຂັ້ນຕົ້ນສະບັບສ້າງໃໝ່




ຂປລ. ໃນວາລະດຳເນີນກອງປະຊຸມ ສະໄໝສາມັນເທື່ອທີ
6 ຂອງສະພາແຫ່ງຊາດ ຊຸດທີ IX ວັນທີ 16 ພະຈິກ 2023 ໂດຍການເປັນປະທານຂອງ ທ່ານ ຄຳໃບ ດຳລັດ ຮອງປະທານສະພາແຫ່ງຊາດ, ບັນດາສະມາຊິກສະພາແຫ່ງຊາດ ໄດ້ສືບຕໍ່ສຸມໃສ່ປະກອບ ຄຳຄິດຄຳເຫັນໃສ່ຮ່າງກົດໝາຍ ວ່າດ້ວຍການຮັກສາ ສຸຂະພາບຂັ້ນຕົ້ນສະບັບສ້າງໃໝ່ ທີ່ສະເໜີໂດຍ ທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີ ກະຊວງສາທາລະນະສຸກ ເຊິ່ງກົດໝາຍສະບັບນີ້, ຖ້າໄດ້ຮັບການຮັບຮອງ ແລະ ປະກາດໃຊ້ຈະເປັນບ່ອນອີງອັນສຳຄັນ ໃນການເຄື່ອນໄຫວວຽກງານ ການຮັກສາສຸຂະພາບຂັ້ນຕົ້ນຖືກຕ້ອງ ແລະ ສອດຄ່ອງກັບແນວທາງນະໂຍບາຍ, ກົດໝາຍ, ມີຄວາມເປັນລະບົບ, ຄ່ອງຕົວ, ມີປະສິດທິພາບ ແລະ ປະສິດທິຜົນ, ທັງເຮັດໃຫ້ລະບົບສາທາລະນະສຸກຂັ້ນຮາກຖານ ມີຄວາມເຂັ້ມແຂງ, ກົນໄກໃນການຄຸ້ມຄອງ, ຕິດຕາມກວດກາ ແລະ ພັດທະນາ ໄດ້ຮັບການປັບປຸງ ແລະ ພັດທະນາ ໃຫ້ມີຄຸນນະພາບດີຂຶ້ນ.




ຜ່ານການປະກອບຄຳເຫັນ ຂອງສະມາຊິກສະພາແຫ່ງຊາດ ຢ່າງກົງໄປກົງມາ ແລະ ມີແນວຄິດສ້າງສັນ ເຊິ່ງໂດຍລວມແລ້ວ ແມ່ນເຫັນດີເປັນເອກະພາບ ຕໍ່ໂຄງສ້າງ ແລະ ເນື້ອໃນຂອງກົດໝາຍ ແຕ່ຍັງມີ ສສຊ ບາງເຂດເລືອກຕັ້ງ ສະເໜີໃຫ້ຕັດອອກ
, ຕື່ມໃສ່ ບາງຄຳສັບ, ບາງເນື້ອໃນ ຢູ່ບາງໝວດ, ບາງມາດຕາ ເປັນຕົ້ນ ມາດຕາ 2 ການຮັກສາສຸຂະພາບຂັ້ນຕົ້ນ, ສສຊ ສະເໜີໃຫ້ປັບປຸງ, ສັບຊ້ອນ ແລະ ຕັດອອກບາງປະໂຫຍກ ທີ່ມີເນື້ອໃນຊ້ຳຊ້ອນອອກ ເພື່ອໃຫ້ມີ ຄວາມກະທັດຮັດ ແລະ ເຂົ້າໃນງ່າຍ, ພ້ອມທັງ ໃຫ້ອະທິບາຍຄຳສັບເຂົ້າຕື່ມ ເປັນຕົ້ນ ສາທາລະນະສຸກຂັ້ນພື້ນຖານ, ສຸຂະພາບ ຫລື ລະບົບສາທາລະນະສຸກ ເພື່ອໃຫ້ມີຄວາມສະດວກໃນການ ຈັດຕັ້ງປະຕິບັດ ເນື່ອງຈາກວ່າ ກົດໝາຍສະບັບນີ້ ຕິດພັນກັບຮາກຖານປະຊາຊົນ. ອີກບັນຫາໜຶ່ງທີ່ ສສຊ ໃຫ້ຄວາມສົນໃຈຫລາຍ ໃນມາດຕາ 10 ອາສາສະໝັກສາທາລະນະສຸກບ້ານ ເຊິ່ງ ສສຊ ສະເໜີໃຫ້ກຳນົດເນື້ອໃນ ໃຫ້ມີຄວາມລະອຽດຊັດເຈນ ໂດຍສະເພາະ ການກຳນົດ ອາສາສະໝັກບ້ານ ຕໍ່ຈຳນວນປະຊາຊົນ ຄວນກຳນົດແນວໃດ ແລະ ໃຫ້ສັບຊ້ອນບາງປະໂຫຍກ ເພື່ອເຮັດໃຫ້ເນື້ອໃນມີຄວາມຊັດເຈນ ແລະ ມີຄວາມສະດວກໃນການຈັດຕັ້ງປະຕິບັດຕົວຈິງ ແລະ ໃນມາດຕາ 13 ສິດ ແລະ ໜ້າທີ່ຂອງ ອາສາສະໝັກ ສາທາລະນະສຸກບ້ານ ສສຊ ສະເໜີ ໃຫ້ເບິ່ງຄືນໜ້າທີ່ຂອງອາສາສະໝັກສາທາລະນະສຸກບ້ານ ເພື່ອໃຫ້ສອດຄ່ອງກັບ ການປະຕິບັດວຽກງານຕົວຈິງ ໃນປັດຈຸບັນ.

ຕໍ່ກັບການປະກອບຄຳຄິດຄຳເຫັນຂອງ ສສຊ ຄະນະຮັບຜິດຜິດຊອບສ້າງຮ່າງກົດໝາຍດັ່ງກ່າວ, ຈະນຳເອົາເນື້ອໃນໃຈຄວາມ ໄປປັບປຸງ ເພື່ອເຮັດໃຫ້ຮ່າງກົດໝາຍ ມີຄວາມຄົບຖວນ, ສົມບູນ ສາມາດນຳໄປຈັດຕັ້ງປະຕິບັດ ໄດ້ຢ່າງມີປະສິດ ທິພາບ ແລະ ປະສິດທິຜົນ.



ກົດໝາຍວ່າດ້ວຍການຮັກສາສຸຂະພາບຂັ້ນຕົ້ນ ສະບັບສ້າງໃໝ່ ພາຍຫລັງຖືກຮັບຮອງ ແລະ ມີຜົນບັງຄັບໃຊ້ ຈະເຮັດໃຫ້ໃຫ້ປະຊາຊົນລາວບັນດາເຜົ່າ ເຂົ້າເຖິງການບໍລິການດ້ານ ສາທາລະນະສຸກ ໄດ້ຢ່າງທົ່ວເຖິງ
, ສ້າງເງື່ອນ ໄຂໃຫ້ທຸກຄົນ ເປັນເຈົ້າການໃນການເບິ່ງແຍງ, ດູແລ ແລະ ຮັກສາສຸຂະພາບດ້ວຍຕົນເອງ ໃຫ້ມີສຸຂະພາບດີ, ມີອາຍຸຍືນ, ຫລຸດຜ່ອນການເຈັບເປັນ ແລະ ການເສຍຊີວິດ. ພ້ອມທັງ ເຮັດໃຫ້ ຊຸມຊົນມີຄວາມເຊື່ອໝັ້ນ, ເປັນເຈົ້າການ ແລະ ມີສ່ວນຮ່ວມຢ່າງຫ້າວຫັນ ໃນການຮັກສາສຸຂະພາບຂັ້ນຕົ້ນ ໂດຍສະເພາະ ຢູ່ເຂດຫ່າງໄກສອກຫລີກ ແລະ ທຸລະກັນດານ ໃນຂອບເຂດທົ່ວປະເທດ ໂດຍບໍ່ປະປ່ອຍ ໃຜຜູ້ໜຶ່ງໄວ້ເບື້ອງຫລັງ ເພື່ອບັນລຸການປົກຄຸມສຸຂະພາບທົ່ວປວງຊົນ ແລະ ການພັດທະນາແບບຍືນຍົງ.

ຂ່າວ: ທະນູທອງ

ພາບ: ເກດສະໜາ
KPL

ຂ່າວອື່ນໆ

    • ສະຖານທູດໄທ ປະຈຳ ລາວ ສະຫລອງ ວັນຄ້າຍວັນເກີດ ຂອງເຈົ້າຊີວິດໄທການເມືອງ

      ສະຖານທູດໄທ ປະຈຳ ລາວ ສະຫລອງ ວັນຄ້າຍວັນເກີດ ຂອງເຈົ້າຊີວິດໄທ

      12/7/2023 3:58:44 PM

      ຂປລ. ໃນວັນທີ 5 ທັນວາ 2023 ຜ່ານ​ມາ, ສະຖານເອກອັກຄະຣາຊະທູດໄທ ປະຈຳ ສປປ ລາວ ຈັດງານລ້ຽງເພື່ອສະເຫລີມສະຫລອງ ເນື່ອງໃນໂອກາດວັນຄ້າຍ ວັນພະບໍຣົມຣາດຊະສົມພົບ ຂອງພະບາດສົມເດັດ ພະບໍຣົມຊະນະກາທິເບດ ມະຫາພູມິພົນ ອະດຸນຍະເດດ ມະຫາຣາດ ບໍຣົມມະນາດບໍພິດວັນຊາດ ແລະ ວັນພໍ່ແຫ່ງຊາດ 5 ທັນວາ 2023

    • ຜູ້ປະຈຳການຄະນະເລຂາທິການສູນກາງພັກ ເນັ້ນໃຫ້ແມ່ຍິງ ເອົາໃຈໃສ່ຫລາຍບັນຫາສໍາຄັນການເມືອງ

      ຜູ້ປະຈຳການຄະນະເລຂາທິການສູນກາງພັກ ເນັ້ນໃຫ້ແມ່ຍິງ ເອົາໃຈໃສ່ຫລາຍບັນຫາສໍາຄັນ

      12/7/2023 3:51:17 PM

      ຂປລ. ໃນໂອກາດເຂົ້າຮ່ວມ ກອງປະຊຸມຄົບຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ (ສສຍລ) ຄັ້ງທີ 3 ສະໄໝທີ VIII ​ໃນ​ວັນ​ທີ 6 ທັນວາ 2023 ນີ້, ທ່ານ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈໍາການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ​ໄດ້​ມີ​ຄຳ​ເຫັນ​ໂອ​ລົມ​ຕໍ່​ກອງ​ປະຊຸມ ​ໂດຍ​ໄດ້ເນັ້ນໃຫ້ສະຫະພັນ​ແມ່ຍິງທຸກຂັ້ນ ເອົາໃຈໃສ່ຫລາຍບັນຫາສໍາຄັນ

    • ນາຍົກລັດຖະມົນຕີ ຕ້ອນຮັບ ເຈົ້າແຂວງຊຸງຊອງນຳໂດ ສ ເກົາຫລີການເມືອງ

      ນາຍົກລັດຖະມົນຕີ ຕ້ອນຮັບ ເຈົ້າແຂວງຊຸງຊອງນຳໂດ ສ ເກົາຫລີ

      12/7/2023 3:37:55 PM

      ຂປລ. ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ຕ້ອນຮັບການເຂົ້າຢ້ຽມ​ຂໍ່ານັບຂອງ ທ່ານ ກິມ ເທ ຮຶມ (Kim Tea Heum) ເຈົ້າແຂວງ ຊຸງຊອງນຳໂດ ສ ເກົາຫລີ ພ້ອມຄະນະ ໃນວັນທີ 7 ທັນວາ 2023 ​ໃນ​ໂອກາດ​ເດີນທາງ​ມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ ຢູ່ ສປປ ລາວ.

    • ລາວ-ຈີນ  ເພີ່ມທະວີວຽກງານໄອຍະການປະຊາຊົນການເມືອງ

      ລາວ-ຈີນ ເພີ່ມທະວີວຽກງານໄອຍະການປະຊາຊົນ

      12/7/2023 3:26:36 PM

      ຂປລ. ໃນວັນທີ 5 ທັນວາ 2023 ຜ່ານ​ມາ, ທ່ານ ໄຊຊະນະ ໂຄດພູທອນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສປປ ລາວ ພ້ອມ​ຄະນະ ໄດ້ພົບປະກັບ ຄະນະຜູ້ແທນຂັ້ນສູງອົງການໄອຍະການສູງສຸດ ແຫ່ງ ສປ ຈີນ ນຳໂດຍ ທ່ານ ຢິ່ງ ຢົງ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສປ ຈີນ ​ໃນໂອກາດທີ່ຄະນະຜູ້ແທນຂັ້ນສູງ ອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສປປ ລາວ ເຂົ້າຮ່ວມກອງປະຊຸມ ໄອຍະການສູງສຸດ ຈີນ-ອາຊຽນ ຄັ້ງທີ 13 ທີ່ນະຄອນຫລວງ ຮ່າໂນ້ຍ ສສ ຫວຽດ ນາມ.

    • ເປີດເວທີສົນທະນາການຮ່ວມມື ລາວ-ຈີນ ພາຍໃຕ້ຫົວຂໍ້ “ໜຶ່ງແລວ ໜຶ່ງເສັ້ນທາງ” ຄັ້ງທີ IIການເມືອງ

      ເປີດເວທີສົນທະນາການຮ່ວມມື ລາວ-ຈີນ ພາຍໃຕ້ຫົວຂໍ້ “ໜຶ່ງແລວ ໜຶ່ງເສັ້ນທາງ” ຄັ້ງທີ II

      12/7/2023 3:18:49 PM

      ຂປລ. ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຫ່ງ ສປປ ລາວ ຮ່ວມກັບ ສຳນັກຂ່າວສານ ຊິນຮົວ ສປ ຈີນ, ສະພາການຄ້າຊາວຈີນຕ່າງດາວ ປະຈຳ ສປປ ລາວ ຈັດເວທີສົນທະ ນາການຮ່ວມມື ລາວ-ຈີນ ພາຍໃຕ້ຫົວຂໍ້ "ໜຶ່ງແລວ ໜຶ່ງເສັ້ນທາງ" ຄັ້ງທີ II ໃນວັນທີ 7 ທັນວາ 2023 ທີ່ນະຄອນຫລວງວຽງຈັນ ໂດຍ​ເປັນ​ກຽດ​ເຂົ້າ​ຮ່ວມ​ຂອງ ທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະ ມົນຕີ, ທ່ານ ຟູ ຫົວ ຫົວໜ້າສຳນັກຂ່າວສານຊິນຮົວ ​ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ads
ads

Top