ຂປລ
ຂປລ. ແຫລ່ງຂ່າວຈາກ ແຂວງຫລວງພະບາງ ໃຫ້ຮູ້ວ່າ: ເມື່ອບໍ່ດົນມານີ້ ສູນກາງສະຫະພັນແມ່ຍິງລາວ ພ້ອມດ້ວຍສະຫະພັນແມ່ຍິງ ແຂວງຫລວງພະບາງ ແລະ ສະຫະພັນແມ່ຍິງເມືອງງອຍ

ຂປລ. ແຫລ່ງຂ່າວຈາກ ແຂວງຫລວງພະບາງ ໃຫ້ຮູ້ວ່າ: ເມື່ອບໍ່ດົນມານີ້ ສູນກາງສະຫະພັນແມ່ຍິງລາວ ພ້ອມດ້ວຍສະຫະພັນແມ່ຍິງ ແຂວງຫລວງພະບາງ ແລະ ສະຫະພັນແມ່ຍິງເມືອງງອຍ ຮ່ວມກັບໂຄງການປ້ອງກັນ ການຕອບໂຕ້ຕໍ່ການແຕ່ງດອງກ່ອນໄວອັນຄວນ ແລະ ບັງຄັບໃຫ້ແຕ່ງດອງ ປະຈໍາ ແຂວງຫລວງພະບາງ ຈັດຝຶກອົບຮົມການຄຸ້ມຄອງທາງດ້ານການເງິນ ໃຫ້ແມ່ຍິງ 5 ບ້ານເປົ້າໝາຍຂອງໂຄງການ ພ້ອມທັງມອບທຶນຊ່ວຍເຫລືອໃນການລ້ຽງແບ້, ໜູ, ໄກ່ ແລະ ຂາຍເຄື່ອງຍ່ອຍ ໃຫ້ກັບກຸ່ມແມ່ຍິງ ອາຍຸຍັງນ້ອຍ ຢູ່ບ້ານຫ້ວຍລໍ້ສູງ, ພູວຽງ, ຫ້ວຍເຄີງ, ຫາດຮວນ ແລະ ບ້ານຫ້ວຍກຸ້ງ ລວມມູນຄ່າ 160 ລ້ານກີບ.
ໂອກາດນີ້ທ່ານ ນາງ ອິນທະວອນ ປະທານພົມມະຈັນ ສະຫະພັນແມ່ຍິງແຂວງ ຫລວງພະບາງ ໄດ້ຮຽກຮ້ອງໃຫ້ການນໍາໃຊ້ທຶນດັ່ງກ່າວ ເຂົ້າໃນກຸ່ມເປົ້າໝາຍ ໂດຍສະເພາະແມ່ນກຸ່ມຄອບຄົວແມ່ອາຍຸຍັງນ້ອຍ ເພື່ອໃຫ້ນໍາທຶນດັ່ງກ່າວ ໄປນໍາໃຊ້ເຂົ້າໃນການສ້າງລາຍຮັບມາສູ່ຄອບຄົວ ໃຫ້ຖືກຕ້ອງຕາມເປົ້າໝາຍ ແລະ ຈາກກ້ອນທຶນນ້ອຍໄປສູ່ກ້ອນທຶນໃຫຍ່ ໃຫ້ເປັນຄອບຄົວຕົວແບບຂອງບ້ານ ແລະ ກາຍເປັນຄອບຄົວຮັ່ງມີໃນອະນາຄົດ.
ຂ່າວ: ວືຢ່າງ ໄຊລີຈືເຢ,
KPL