ສສກ ຫາລືວຽກງານຂະແໜງ ສຶກສາ ແລະ ກິລາ ລະດັບວິຊາການ

02/11/2023 14:10
Email Print 5801
ຂປລ ຂປລ. ກະຊວງສຶກສາທິການ ແລະ ກິລາ (ສສກ) ຈັດກອງປະຊຸມໜ່ວຍງານ ວິຊາການຂະແໜງສຶກສາທິການ ແລະ ກິລາ ລະດັບວິຊາການ ໃນວັນທີ 1 ພະຈິກ 2023 ພາຍໃຕ້ການເປັນ ປະທານຂອງ ທ່ານ ນາງ ຂັນທະລີ ສີຣິພົງພັນ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ

ຂປລ. ກະຊວງສຶກສາທິການ ແລະ ກິລາ (ສສກ) ຈັດກອງປະຊຸມໜ່ວຍງານ ວິຊາການຂະແໜງສຶກສາທິການ ແລະ ກິລາ ລະດັບວິຊາການ ໃນວັນທີ 1 ພະຈິກ 2023 ພາຍໃຕ້ການເປັນ ປະທານຂອງ ທ່ານ ນາງ ຂັນທະລີ ສີຣິພົງພັນ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ມີທ່ານ ແດນ ເຮວເດິນ ຮອງເອກອັກຄະລັດຖະທູດ ອົດສະຕຣາລີ ປະຈຳ ສປປ ລາວ ແລະ ທ່ານ ແວັງຊອງ ເວຍ ຫົວໜ້າຝ່າຍການຮ່ວມມື ສະຫະພາບເອີຣົບ ປະຈໍາ ສປປ ລາວ ພ້ອມດ້ວຍບັນດາ ຫົວໜ້າ-ຮອງຫົວໜ້າກົມ ພະນັກງານຈາກກົມອ້ອມຂ້າງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.




ກອງປະຊຸມ
, ຈັດຂຶ້ນ ເພື່ອເປັນການປຶກສາຫາລືຂໍ້ ສະເໜີແນະທາງດ້ານນະໂຍບາຍ ທີ່ມາຈາກຜົນການປະເມີນເຄິ່ງສະໄໝ ຂອງແຜນພັດທະນາ ຂະແໜງການສຶກສາ ວິທະຍາສາດ ແລະ ກິລາ ໄລຍະ 5 ປີ (2021-2025); ປຶກສາຫາລື ແລະ ຕົກລົງເຫັນດີກ່ຽວກັບ ບັນດາເອກະສານ ເພື່ອພັດທະນາບົດສະເໜີ ໂຄງການຕໍ່ກອງທຶນສາກົນ ເພື່ອການສຶກສານໍາສະເໜີ ມາດຕະຖານ ການສອນຂອງຄູຊັ້ນປະຖົມ ແລະ ສົນທະນາກ່ຽວກັບ ມາດຕະຖານດັ່ງກ່າວ ມີຜົນຕໍ່ການປະເມີນຄູປະຖົມແນວໃດ ລວມທັງຂົງເຂດວຽກງານອື່ນໆກ່ຽວກັບຄູ.

ໃນກອງປະຊຸມ, ຜູ້ເຂົ້າຮ່ວມໄດ້ຮັບຟັງ ການນໍາສະເໜີບັນດາເອກະສານ ເພື່ອພັດທະນາບົດສະເໜີໂຄງການ ຕໍ່ກອງທຶນສາກົນເພື່ອການສຶກສາ, ປຶກສາຫາລືຂໍ້ສະເໜີແນະທາງ ດ້ານນະໂຍບາຍ ທີ່ມາຈາກ ຜົນການປະເມີນ ເຄິ່ງສະໄໝຂອງແຜນພັດທະນາ ຂະແໜງການສຶກສາ ວິທະຍາສາດ ແລະ ກິລາ ໄລຍະ 5 ປີ (2021-2025) ແລະ ນໍາສະເໜີມາດຕະຖານ ການສອນ ຂອງຄູຊັ້ນປະຖົມ ແລະ ສົນທະນາ ກ່ຽວກັບມາດຕະຖານດັ່ງກ່າວ ມີຜົນຕໍ່ການປະເມີນຄູປະຖົມແນວໃດ ລວມທັງຂົງເຂດວຽກງານອື່ນໆກ່ຽວກັບຄູ ແລະ ປຶກສາຫາລື ປະກອບຄຳຄິດ ຄຳເຫັນຕໍ່ກັບຫົວຂໍ້ຕ່າງໆ ຢ່າງກົງໄປກົງມາ ເພື່ອໃຫ້ໄດ້ເນື້ອໃນ ຄົວຖ້ວນສົມບູນຂຶ້ນ.

ຂໍ້ມູນ-ພາບ: ສສກ

KPL

ຂ່າວອື່ນໆ

    • ສະຫລອງ 1  ປີ ການນໍາໃຊ້ລະບົບລົງທະບຽນ ການໃຫ້ວັກຊີນກັນພະຍາດແບບເອເລັກໂຕຣນິກສຶກສາ-ກິລາ

      ສະຫລອງ 1 ປີ ການນໍາໃຊ້ລະບົບລົງທະບຽນ ການໃຫ້ວັກຊີນກັນພະຍາດແບບເອເລັກໂຕຣນິກ

      5/6/2025 8:04:35 PM

      ຂປລ. ພິທີສະເຫລີມສະຫລອງ ຄົບຮອບ 1 ປີ ການນໍາໃຊ້ລະບົບລົງທະບຽນ ການໃຫ້ວັກຊີນກັນພະຍາດ ແບບເອເລັກໂຕຣນິກ ຫລື EIR ໃນ ສປປ ລາວ ຈັດຂຶ້ນໃນວັນທີ 5 ພຶດສະພາ 2025 ຢູ່ນະຄອນຫລວງວຽງຈັນ

    • ສຳເລັດການແຂ່ງຂັນສີມືແຮງງານແຫ່ງຊາດ ຄັ້ງທີ IVສຶກສາ-ກິລາ

      ສຳເລັດການແຂ່ງຂັນສີມືແຮງງານແຫ່ງຊາດ ຄັ້ງທີ IV

      5/5/2025 8:04:19 PM

      ຂປລ. ງານແຂ່ງຂັນສີມືແຮງງານ ແຫ່ງຊາດ ຄັ້ງທີ 4 ພາຍໃຕ້ຄໍາຂວັນ ‘‘ສີມືແຮງງານລາວ ກ້າວສູ່ພາກພື້ນ ແລະ ສາກົນ’’ ໄດ້ສຳເລັດລົງເມື່ອບໍ່ດົນມານີ້, ທີ່ນະຄອນຫລວງວຽງຈັນ ໂດຍເຂົ້າຮ່ວມ ແລະ ມອບລາງວັນໃຫ້ຜູ້ຊະນະການແຂ່ງຂັນ ຂອງ ທ່ານ ພົງໄຊສັກ ອິນຖາລາດ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ), ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ແລະ ນັກແຂ່ງຂັນເຂົ້າຮ່ວມ.

    • ນັກສຶກສາລາວ ໄດ້ຮັບທຶນເຂົ້າຮ່ວມໂຄງການແລກປ່ຽນດ້ານກະສິກໍາ ແລະ ພະລັງງານ ຢູ່ຍີ່ປຸ່ນ ສຶກສາ-ກິລາ

      ນັກສຶກສາລາວ ໄດ້ຮັບທຶນເຂົ້າຮ່ວມໂຄງການແລກປ່ຽນດ້ານກະສິກໍາ ແລະ ພະລັງງານ ຢູ່ຍີ່ປຸ່ນ

      3/5/2025 5:46:43 PM

      ຂປລ. ໃນວັນທີ 3 ມີນາ 2025 ຜ່ານມາ, ຄະນະນັກສຶກສາລາວ 32 ຄົນ ໄດ້ຮັບທຶນ ເຂົ້າຮ່ວມໂຄງການການແລກປ່ຽນດ້ານກະສິກໍາ ແລະ ການແລກປ່ຽນດ້ານພະລັງງານ ພາຍໃຕ້ໂຄງການເຈເນັດຊີ (JENESYS) ຢູ່ປະເທດຍີ່ປຸ່ນ ເພື່ອສົ່ງເສີມຄວາມເຂົ້າໃຈ ແລະ ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ ລະຫວ່າງປະຊາຊົນ ຈາກຍີ່ປຸ່ນ ແລະ ພາກພື້ນອາຊີ-ປາຊີຟິກ ທັງນີ້ກໍເພື່ອສ້າງພື້ນຖານແກ່ມິດຕະພາບ ແລະ ການຮ່ວມມືໃນອະນາຄົດ.

    • ຮວຜທ ຖອດຖອນບົດຮຽນ ບັ້ນທວນຄືນ ແລະ ສອບເສັງພາກຮຽນທີ Iສຶກສາ-ກິລາ

      ຮວຜທ ຖອດຖອນບົດຮຽນ ບັ້ນທວນຄືນ ແລະ ສອບເສັງພາກຮຽນທີ I

      2/19/2025 9:48:55 PM

      ຂປລ. ຫ້ອງສຶກສາ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ (ຮວຜທ) ຈັດກອງປະຊຸມ ສະຫລຸບຖອດຖອນບົດຮຽນ ບັ້ນທວນຄືນ ແລະ ສອບເສັງພາກຮຽນທີ I ສົກຮຽນ 2024-2025 ໂດຍການເປັນປະທານຂອງ ສະຫາຍ ພັນເອກ ສັງທອງ ສຸກສີສະຫວາດ ຮອງຫົວໜ້າການທະຫານ, ຫົວໜ້າຫ້ອງສຶກສາ ໂຮງຮຽນວັດທະນະທຳ ຊົນເຜົ່າກອງທັບ, ມີ ສະຫາຍ ພັນໂທ ນາງ ດາວັນ ສິມໃບມະນີ ຮອງຫົວໜ້າຫ້ອງສຶກສາ, ຫົວໜ້າພະແນກ-ຮອງພະແນກ, ພ້ອມດ້ວຍພະນັກງານ-ຄຸອາຈານ ທົ່ວຫ້ອງສຶກສາ ເຂົ້າຮ່ວມ.

    • ເລືອດຈ້າງ ເກີດຈາກສາເຫດຫຍັງສຶກສາ-ກິລາ

      ເລືອດຈ້າງ ເກີດຈາກສາເຫດຫຍັງ

      2/17/2025 10:43:56 AM

      ເລືອດຈາງ ຄືພາວະທີ່ຮ່າງກາຍເຮົາມີເມັດເລືອດແດງຕ່ຳກວ່າປົກກະຕິ ຈຶ່ງສົ່ງຜົນໃຫ້ທຸກຈຸລັງເນື້ອເຍື່ອ ແລະ ອະໄວຍະວະໃນຮ່າງກາຍຂາດເລືອດ.

ads
ads

Top