ປີ 2023 ເສດຖະກິດຂອງລາວ ຈະບັນລຸ 4,2% ແຕ່ຫລຸດແຜນວາງໄວ້

01/11/2023 10:12
Email Print 13157
ຂປລ ຕາມການລາຍງານຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ຕໍ່ກອງປະຊຸມ ສະໄຫມສາມັນເທື່ອທີ 6 ຂອງສະພາແຫ່ງຊາດຊຸດທີ IX ໄຂຂຶ້ນໃນວັນທີ 1 ພະຈິກ 2023 ນີ້ວ່າ:

     *ຕາມການລາຍງານຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ຕໍ່ກອງປະຊຸມ ສະໄຫມສາມັນເທື່ອທີ 6 ຂອງສະພາແຫ່ງຊາດຊຸດທີ IX ໄຂຂຶ້ນໃນວັນທີ 1 ພະຈິກ 2023 ນີ້ວ່າ: ໃນໄລ ຍະເຄິ່ງສະໄໝຜ່ານມາເສດຖະກິດ ຂອງ ສປປ ລາວ ໄດ້ສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງສະເລ່ຍໃນລະດັບ 4,03% (ແຜນການ 5 ປີ ສະເລ່ຍໃນລະດັບ 4% ຂຶ້ນໄປ), ສໍາລັບປີ 2023 ຄາດວ່າຈະບັນລຸໄດ້ 4,2% ແຕ່ຫລຸດແຜນການວາງໄວ້ຢູ່ໃນລະດັບ 4,5%, ຍ້ອນການອ່ອນຄ່າຂອງເງິນກີບ, ລວມຍອດຜະລິດຕະ ພັນພາຍ ໃນ(GDP) ຕໍ່ຫົວຄົນ ມີທ່າອ່ຽງຫລຸດລົງ. ຄາດວ່າໃນປີ 2023 ນີ້ ຈະໄດ້ 1.824 ໂດລາສະຫະລັດ (ແຜນການປີ 1.625 ໂດ ລາສະຫະລັດ ແລະ ແຜນການ 5 ປີ 2.880 ໂດລາສະຫະລັດ) ແລະ ລວມຍອດລາຍໄດ້ແຫ່ງຊາດ (GNI) ຕໍ່ຫົວຄົນ ປີ 2023 ຄາດ ວ່າຈະບັນລຸ ໄດ້ 1.712 ໂດລາສະຫະລັດ (ແຜນ ການປີ 1.534 ໂດລາສະຫະລັດ ແລະ ແຜນການ 5 ປີ 2.280 ໂດ ລາສະຫະລັດ).

    ສໍາລັບການປະຕິບັດແຜນງົບປະມານລັດຖະບານໄດ້ສຸມໃສ່ປັບປຸງ ຂົງເຂດລາຮັບ-ລາຍຈ່າຍ ດ້ວຍການປັບປຸງກົງຈັກການຈັດຕັ້ງ, ການປັບປຸງໂຄງສ້າງລາຍຮັບ-ລາຍຈ່າຍ, ຕິດພັນກັບການສືບຕໍ່ຫັນເປັນທັນສະໄໝ ໃນວຽກງານການເງິນ-ງົບປະມານດ້ວຍ ການປະກອບເຄື່ອງມື ແລະ ພັດທະນາລະບົບຄຸ້ມຄອງ ແລະ ບໍລິການເປັນທັນສະໄໝ ອັນໄດ້ເຮັດວຽກງາານໃນຂົງເຂດນີ້ມີການຫັນປ່ຽນທີ່ຕັ້ງໜ້າກວ່າເກົ່າ ແລະ ເຮັດໃຫ້ລັດຖະບານສາມາດເກັບລາຍຮັບໄດ້ເກີນແຜນໃນ 2 ປີ ຕິດຕໍ່ກັນ ແລະ ຄາດວ່າປີ 2023 ກໍ ຈະລື່ນແຜນການໜ້ອຍໜຶ່ງ.  ລັດຖະບານໄດ້ສືບຕໍ່ປະຕິບັດລາຍຈ່າຍງົບປະມານບົນຈິດໃຈປະຢັດຕາມດໍາລັດ 205/ລບ, ວ່າດ້ວຍການປະຢັດ ແລະ ຕ້ານການຟຸມເຟືອຍ ແລະ ຮັບປະກັນການເບີກຈ່າຍທີ່ຈຳເປັນໄດ້ຕາມປົກກະຕິເປັນຕ້ົ້ນ: ເງິນເດືອນເງິນນະໂຍ ບາຍ, ການຊໍາລະໜີ້ສິນພາຍໃນ ແລະ ຕ່າງປະເທດ. ໃນປີງົບປະມານ 2021 ແລະ 2022 ສາມາດປະຢັດລາຍຈ່າຍຈໍານວນໜ່ຶງທ່ີບໍ່ຈໍາເປັນ ເຊິ່ງໄດ້ເຮັດໃຫ້ມູນຄ່າການຂາດດຸນງົບປະມານມີທ່າອ່ຽງຫລຸດລົງ. ສ່ິງສຳຄັນລັດຖະບານຍັງໄດ້ຕົກລົງເພີ່ມເງິນອຸດໜູນ ຄ່າຄອງຊີບ ໃຫ້ພະນັກງານລັດຖະກອນ, ພະນັກງານບໍານານ, ເສຍອົງຄະທີ່ມີເງິນເດືອນຕໍ່າກວ່າ 1.700.000 ກີບ ແລະ ເພີ່ມເງິນອຸດໜູນອັດຕາກິນ ເຮືອນຄົວລວມໃຫ້ສອງກໍາລັງ ໂດຍເລີ່ມປະຕິບັດງວດ 4 ປີ 2023 ເປັນຕົ້ນໄປ. ນອກນັ້ນຍັງອອກມະຕິ 09/ລບ, ກ່ຽວກັບການປະຕິບັດເງິນ ນະໂຍບາຍໂມງສອນໃຫ້ຄູສັນຍາຈ້າງໃຫ້ໄດ້ຄືກັນກັບລັດຖະກອນຄທົ່ວໄປ. ໄດ້ເອົາໃຈໃສ່ແກ້ໄຂໜີ້ສິນການລົງທຶນຂອງລັດ ແລະ ໜີ້ສິນຕ່າງປະເທດ ດ້ວຍມາດຕະການ ແລະ ວິທີການຕ່າງໆ ຢ່າງເປັນລະບົບ ແລະ ສາມາດປະຕິບັດໄດ້ຕາມ ແຜນທີ່ກຳນົດໄວ້ ແລະ ມີທ່າອ່ຽງດີ ຂື້ນເປັນກ້າວໆ ສາມາດຮັບປະກັນ ການຊໍາລະໜີ້ສິນທີ່ຄົບກຳນົດໄດ້ ທັງໝົດຈຶ່ງເຮັດໃຫ້ປະເທດພວກເຮົາບໍ່ຕົກເປັນປະເທດທີ່ບໍ່ສາມາດຊໍາລະໜີ້ສິນໄດ້.

     ສໍາລັບ ການຮັກສາສະຖຽນລະພາບດ້ານເງິນຕາ ນັ້ນລັດຖະບານໄດ້ຊີ້ນຳໃຫ້ທະນາຄານແຫ່ງ ສປປ ລາວ ຈັດຕັ້ງປະຕິບັດມາດຕະການຄື ຢຶດໝັ້ນປະຕິບັດນະໂຍບາຍເງິນຕາແບບຮັດກຸມ ໂດຍນຳໃຊ້ທຸກເຄື່ອງມືທີ່ທະນາຄານແຫ່ງ ສປປ ລາວ ມີຢ່າງປະສົມປະ ສານໃນການຄວບຄຸມປະລິມານເງິນ M2 ໃຫ້ຢູ່ໃນລະດັບເໝາະສົມ ແລະ ສາມາດຊຸກຍການຂະຫຍາຍຕົວຂອງເສດຖະກິດ;  ດໍາເນີນນະໂຍບາຍອັດຕາແລກປ່ຽນຕາມກົນໄກຕະຫລາດທີ່ມີການຄຸ້ມຄອງຂອງລັດ ໃນທິດທາງທີ່ມີຄວາມຍືດຍຸ່ນຫລາຍກວ່າເກົ່າ ແລະ ດັດສົມຄວາມຕ້ອງການ ເງິນຕາຕ່າງປະເທດໃຫ້ແກ່ສີນຄ້ານໍາເຂົ້າບູລິມະສິດ; ດັດສົມບັນດາຮ້ານແລກປ່ຽນເງິນຕາຕ່າງປະເທດ ດ້ວຍຍຸບເລີກທັງໝົດຮ້ານແລກປ່ຽນເອກະຊົນ ແລະ ຫັັນມາໃຫ້ລວມສູນ ຢູ່ນໍາທະນາຄານທຸລະກິດ ພ້ອມທັງກວດກາການເຄ່ືອນ ໄຫວຂອງກຸ່ມ ຄົນທີ່ສວຍໂອກາດແລກປ່ຽນປັ່ນປວນອັດຕາແລກປ່ຽນ; ໄດ້ຊີ້ນຳໃຫ້ ທຫລ ແລະ ທຸກຂະແໜງການປິ່ນອ້ອມປັບປຸງບູລະນະການຄຸ້ມຄອງເງິນຕາຕ່າງປະເທດຢ່າງເປັນລະບົບຫລາຍຂຶ້ນ. ອັນພົ້ນເດັ່ນແມ່ນການປັບປຸງກົດໝາຍວ່າດ້ວຍການຄຸ້ມຄອງ ເງິນຕາຕ່າງປະເທດ ແລະ ອອກນິຕິກຳລຸ່ມກົດໝາຍຈໍານວນໜຶ່ງ ໂດຍສະເພາະໄດ້ອອກຄຳສັ່ງ ເລກທີ 10/ນຍ ທີ່ກຳນົດໃຫ້ທຸກຂະແໜງການຕ້ອງປະຕິບັດລະບຽບ ການຄຸ້ມຄອງການນໍາເຂົ້າ-ສົ່ງອອກ, ການລົງທຶນໂດຍກົງຈາກຕ່າງປະເທດ ແລະ ການກູ້ຢືມຈາກ ຕ່າງປະເທດ ແນໃສ່ຄຸ້ມຄອງໃຫ້ກະແສເງິນຕາຕ່າງປະເທດ ເຂົ້າສູ່ລະບົບທະນາຄານໃຫ້ຫລາຍຂຶ້ນ. ໄປຄຽງຄູ່ກັບການສົ່ງເສີມການນຳໃຊ້ ເງີນສະກຸນທ້ອງຖິ່ນ ເພື່ອສົ່ງເສີມການຊໍາລະສະສາງເຂົ້າໃນກິດຈະກຳການຄ້າ-ການບໍລິການ ແລະ ການລົງທຶນລະຫວ່າງ ສປປ ລາວ ກັບຕ່າງປະເທດ.

   ທ່ານນາຍົກລັດຖະມົນຕີ ກ່າວວ່າ: ຜ່ານການປະຕິບັດມາດຕະການເຫລ່ົານີ້ ເຮັດໃຫ້ມີກະແສເງິນຕາຕ່າງປະເທດຈາກການສົ່ງອອກ ໄຫລເຂົ້າປະເທດຫລາຍຂຶ້ນ (ຈາກອັດຕາສ່ວນປະມານ 31% ໃນໄລຍະ ປີ 2020 ມາເປັນ 41,32% ໃນ 9 ເດືອນປີ 2023 (ຄາດວ່າໝົດປີ 2023 ຈະສາມາດບັນລຸໄດ້ກາຍ 50%). ສິ່ງດັ່ງກ່າວໄດ້ເປັນການປະກອບສ່ວນໃຫ້ຄັງສໍາຮອງເງິນຕາຕ່າງປະເທດຂອງ ສປປ ລາວ ເພີ່ມຂຶ້ນ ສາມາດກຸ້ມການນຳເຂົ້າໄດ້ເປັນ 4,3 ເດືອນໃນທ້າຍເດືອນ 9/2023  ຈາກ 3,6 ເດືອນໃນທ້າຍປີ 2020  (ແຜນການ 5 ປີ: ໃຫ້ໄດ້ຢ່າງ ໜອ້ຍ 3 ເດືອນ), ຊ່ວຍຫລຸດຜ່ອນການເໜັງຕີງຂອງອັດຕາແລກປ່ຽນ ບໍ່ໃຫ້ຜັນຜວນໜັກໜ່ວງ ແລະ ທັງເປັນການຊ່ວຍໃຫ້ອັດຕາເງິນເຟ້ີຫລຸດລົງຈາກລະດັບ 40% ໃນກາງປີ 2022 ມາເປັນ 25,69% ໃນເດືອນ 9/2023. ແຕ່ເຖິງຢ່າງໃດກໍ່ຕາມ, ໃນຕົວຈິງລາຄາສີນຄ້າໃນທ້ອງຕະຫລາດຍັງສູງ ແລະ ອັດຕາແລກປ່ຽນຍັງມີຄວາມບອບບາງຕໍ່ຜົນກະທົບຂອງການປ່ຽນແປງສະພາບ ເສດຖະກິດໂລກ ແລະ ຍ້ອນຄວາມຕ້ອງການເງິນຕາຕ່າງປະເທດ ໃນສັງຄົມຢູ່ພາຍໃນປະເທດ ເຮົາຍັງສູງ ກວ່າຄວາມອາດສາມາດໃນການສະໜອງຈາກການນຳເຂົ້າ, ພ້ອມນັ້ນກໍຍັງມີພັນທະຊໍາລະໜີ້ສີນຕໍ່ຕ່າງປະເທດ. ສະນັ້ນ, ການແກ້ໄຂບັນຫາດັ່ງກ່າວນີ້ ທຸກພາກສ່ວນ, ຂະແໜງ ການນັບແຕ່ສູນກາງ, ທ້ອງຖິ່ນ ແລະ ນິຕິບຸກຄົນ-ບຸກຄົນ ທົ່ວສັງ ຄົມຕ້ອງ ເປັນເຈົ້າການຈັດຕັ້ງປະຕິບັດຮ່ວມກັນ ໃນການຫລຸດຜ່ອນຄວາມຕ້ອງການໃນການຊົມໃຊ້ເງິນຕາຕ່າງ ປະເທດທີ່ບໍ່ຈໍາເປັນໃຫ້ຫລຸດລົງຢ່າງເປັນຮູບປະທຳ, ຖືເອົາການປະພຶດດັ່ງກ່າວເປັນການສະແດງອອກເຖິງຄວາມຮັກຊາດຂອງຕົນ.

ໂດຍ: ສຸພາສະຫວັນ


KPL

ຂ່າວອື່ນໆ

    • 6 ເດືອນຕົ້ນປີ ເສດຖະກິດແຂວງຊຽງຂວາງ ມີທ່າອ່ຽງຂະຫຍາຍຕົວຕໍ່ເນື່ອງເສດຖະກິດ

      6 ເດືອນຕົ້ນປີ ເສດຖະກິດແຂວງຊຽງຂວາງ ມີທ່າອ່ຽງຂະຫຍາຍຕົວຕໍ່ເນື່ອງ

      7/17/2025 5:48:15 PM

      ຂປລ. ໃນໄລຍະ 6 ເດືອນຕົ້ນປີ 2025 ນີ້, ຄະນະພັກ-ອົງການປົກຄອງ ແຂວງຊຽງຂວາງ ໄດ້ເອົາໃຈໃສ່ນໍາພາ-ຊີ້ນຳ ຈັດຕັ້ງປະຕິບັດ ແຜນພັດທະນາ ເສດຖະກິດ-ສັງຄົມ ຂອງແຂວງຕິດພັນກັບ ວຽກງານ 3 ສ້າງ ແລະ ການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ-ການເງິນ ເຮັດໃຫ້ ຈັງຫວະການຂະຫຍາຍຕົວ ຂອງເສດຖະກິດ ມີທ່າອ່ຽງເພີ່ມຂຶ້ນ ແລະ ລື່ນຄາດໝາຍທີ່ໄດ້ວາງໄວ້

    • ຊຳຊຸງນຳສະເໜີນະວັດຕະກຳໃໝ່ຈາກ Galaxy ທີ່ທັນສະໄໝກວ່າເກົ່າເສດຖະກິດ

      ຊຳຊຸງນຳສະເໜີນະວັດຕະກຳໃໝ່ຈາກ Galaxy ທີ່ທັນສະໄໝກວ່າເກົ່າ

      7/10/2025 11:27:52 AM

      ຊຳຊຸງ ອີເລັກໂທຣນິກ ໄດ້ນຳສະເໜີ Galaxy ຊຸດໃໝ່ ໃນວັນທີ 09 ກໍລະກົດ 2025 ທີ່ອອກແບບ ເພື່ອໃຫ້ຜູ້ຊົມໃຊ້ປ່ຽນວິທີການເຊື່ອມຕໍ່, ເຮັດວຽກ ແລະ ເບິ່ງແຍງສຸຂະພາບ ໃຫ້ດີຍິ່ງຂຶ້ນ.

    • ສະມາຄົມນັກທຸລະກິດໜຸ່ມ ແຫ່ງຊາດລາວ ເປີດກອງປະຊຸມໃຫຍ່ ຄັ້ງທີ Vເສດຖະກິດ

      ສະມາຄົມນັກທຸລະກິດໜຸ່ມ ແຫ່ງຊາດລາວ ເປີດກອງປະຊຸມໃຫຍ່ ຄັ້ງທີ V

      7/9/2025 3:44:20 PM

      ຂປລ. ກອງປະຊຸມໃຫຍ່ຜູ້ແທນ ສະມາຄົມນັກທຸລະກິດໜຸ່ມແຫ່ງຊາດລາວ ຄັ້ງທີ V ຈັດຂຶ້ນ ໃນວັນທີ 8 ກໍລະກົດ 2025 ໂດຍການເປັນປະທານຂອງ ສະຫາຍ ຄໍາແສນ ສີສະວົງ ປະທານສະມາ ຄົມນັກທຸລະກິດໜຸ່ມ ແຫ່ງຊາດລາວ (ສທໜຊ)

    • ນັກທຸລະກິດ ລາວ-ຈີນ ຫາລືຮັດແໜ້ນ ການຮ່ວມມື ດ້ານການຄ້າ-ການລົງທຶນເສດຖະກິດ

      ນັກທຸລະກິດ ລາວ-ຈີນ ຫາລືຮັດແໜ້ນ ການຮ່ວມມື ດ້ານການຄ້າ-ການລົງທຶນ

      7/8/2025 12:16:42 PM

      ຂປລ. ພິທີພົບປະລະຫວ່າງ ນັກທຸລະກິດ ລາວ-ຈີນ ໄດ້ຈັດຂຶ້ນ ໃນວັນທີ 3 ກໍລະກົດ 2025 ຜ່ານມານີ້, ຢູ່ນະຄອນຫລວງວຽງຈັນ ໃນໂອກາດງານວາງສະແດງສິນຄ້າ ອຸດສາຫະກໍາ ແລະ ການຮ່ວມມືດ້ານການຄ້າລາວ-ຈີນ ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ ເຊິ່ງກັນ ແລະ ກັນ

    • ສຳເລັດໂຄງການກໍ່ສ້າງທໍ່ຂົນສົ່ງບໍ່ນ້ຳຮ້ອນປຸ່ງເລາະ ຫາເຂດເສດຖະກິດພິເສດສາມຫລ່ຽມຄຳເສດຖະກິດ

      ສຳເລັດໂຄງການກໍ່ສ້າງທໍ່ຂົນສົ່ງບໍ່ນ້ຳຮ້ອນປຸ່ງເລາະ ຫາເຂດເສດຖະກິດພິເສດສາມຫລ່ຽມຄຳ

      6/30/2025 11:08:40 AM

      ຂປລ. ເຂດເສດຖະກິດພິເສດສາມຫລ່ຽມຄຳ ຈັດພິທີວາງສີລາລືກໂຄງການກໍ່ສ້າງບໍ່ນ້ຳຮ້ອນປຸ່ງເລາະ ທີ່ມີທໍ່ສົ່ງນ້ຳຍາວເກືອບ 50 ກິໂລແມັດ ໄດ້ຖືກນຳມານຳໃຊ້ຢ່າງເປັນທາງການ ໃນວັນທີ 27 ມິຖຸນາ 2025 2025 ແລະ ສຳເລັດການນຳສົ່ງນ້ຳພຸຮ້ອນທຳມະຊາດປຸ່ງເລາະ ເຖິງເຂດເສດຖະກິດພິ ເສດສາມຫລ່ຽມຄຳ, ຮັບປະກັນແຫລ່ງຊັບພະຍາກອນຫລັກ ໃຫ້ເຂດເສດຖະກິດພິເສດສາມຫລ່ຽມຄຳ ເພື່ອສ້າງໂຄງການທ່ອງທ່ຽວນ້ຳພຸຮ້ອນ ໂດຍມີ ທ່ານ ທອງຈັນ ມະນີໄຊ ເຈົ້າແຂວງບໍ່ແກ້ວ, ທ່ານ ຄຳພະຫຍາ ພົມປັນຍາ ຮອງເຈົ້າແຂວງບໍ່ແກ້ວ, ທ່ານ ກ່າວ ຫລົງ ຮອງປະທານສະພາບໍລິຫານເຂດເສດຖະ ກິດພິເສດສາມຫລ່ຽມຄຳ, ທ່ານ ເວີ້ຍ ຈ້ຽນ ອຳນວຍການກຸ່ມບໍລິສັດດອກງິ້ວຄຳຈຳກັດ, ທ່ານ ຢາງ ຢົ່ງ ຜູ້ຮັບຜິດຊອບ ບໍລິສັດ ບຳລຸງຮັບສາສຸຂະພາບຊານຕົງຈູນຊ້ວງ ຈຳກັດ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ads
ads

Top