ໂຮງຮຽນສີວິໄລ ໃສ່ໃຈການພັດທະນາເດັກ ຄວບຄູ່ກັບການປະຕິບັດຫລັກໂພສະນາການ

24/10/2023 14:33
Email Print 3668
ຂປລ ຂປລ. ທ່ານ ນາງ ລັດສະໝີ ໄຊຍະວົງ ຄະນະອຳນວຍການ ໂຮງຮຽນ ສີວິໄລ ນະຄອນຫລວງພະບາງ ໄດ້ໃຫ້ສຳພາດເມື່ອບໍ່ດົນມານີ້ວ່າ: ການໃຫ້ອາຫານທ່ຽງ ກັບອາຫານຫວ່າງ ສຳລັບເດັກພາຍໃນໂຮງຮຽນ ໄດ້ປະຕິບັດຕາມຫລັກ ໂພສະນາການ ເປັນຕົ້ນ ອາຫານທີ່ຄົບໝວດ-ໝູ່, ລວມມີຜັກ, ຊີ້ນ, ໄຂ່, ໝາກໄມ້, ນົມ ແລະ ອາຫານປະເພດທາດແປ້ງ

ຂປລ. ທ່ານ ນາງ ລັດສະໝີ ໄຊຍະວົງ ຄະນະອຳນວຍການ ໂຮງຮຽນ ສີວິໄລ ນະຄອນຫລວງພະບາງ ໄດ້ໃຫ້ສຳພາດເມື່ອບໍ່ດົນມານີ້ວ່າ: ການໃຫ້ອາຫານທ່ຽງ ກັບອາຫານຫວ່າງ ສຳລັບເດັກພາຍໃນໂຮງຮຽນ ໄດ້ປະຕິບັດຕາມຫລັກ ໂພສະນາການ ເປັນຕົ້ນ ອາຫານທີ່ຄົບໝວດ-ໝູ່, ລວມມີຜັກ, ຊີ້ນ, ໄຂ່, ໝາກໄມ້, ນົມ ແລະ ອາຫານປະເພດທາດແປ້ງ, ພ້ອມທັງມີການປະສານສົມທົບກັບ ພາກສ່ວນກ່ຽວຂ້ອງຂອງແຂວງ ແລະ ພໍ່ແມ່-ຜູ້ປົກຄອງ ເພື່ອຕິດຕາມສຸຂະພາບ ຂອງເດັກ ລວມທັງການແນະນຳໃຫ້ເດັກ ໄດ້ຮັບສານອາຫານທີ່ຖືກ ຕາມຫລັກໂພສະນາການ.

ໂຮງຮຽນ ສີວິໄລ ສ້າງຕັ້ງຂຶ້ນ 20 ກຸມພາ ປີ 2020 ຢູ່ບ້ານນາຫລວງ, ນະຄອນຫລວງພະບາງ ປັດຈຸບັນມີຄະນະອຳນວຍການທັງໝົດ 3 ຄົນ, ຍິງ 3 ຄົນ, ມີຄູສອນ 74 ຄົນ ຍິງ 71 ຄົນ ແລະມີນັກຮຽນທັງໝົດ 647 ຄົນ ຍິງ 336 ຄົນ, ໃນນີ້ ຊັ້ນລ້ຽງເດັກມີ 83 ຄົນ ຍິງ 40 ຄົນ, ຊັ້ນອະນຸບານ 241 ຄົນ ຍິງ 130 ຄົນ, ຊັ້ນປະຖົມ 323 ຄົນ ຍິງ 166 ຄົນ, ມີອາຄານຮຽນທັງໝົດ 2 ຫລັງ, ໃນນີ້ ຊັ້ນດຽວ 1 ຫລັງ ແລະ 3 ຊັ້ນ 1 ຫລັງເປັນອາຄານແບບຖາວອນ.

ທ່ານ ນາງ ລັດສະໝີ ໄຊຍະວົງ ກ່າວຕື່ມວ່າ: ສຳລັບໃນສົກຮຽນຜ່ານມາ, ໂຮງຮຽນ ສີວິໄລ ນະຄອນ ຫລວງພະບາງ ໄດ້ເປີດການຮຽນ-ການສອນ ລວມທັງໝົດ 26 ຫ້ອງຮຽນ ລວມມີຊັ້ນລ້ຽງເດັກ, ຊັ້ນອະນຸບານສຶກສາ ແລະຊັ້ນປະຖົມສຶກສາ. ໃນນັ້ນ ຊັ້ນລ້ຽງເດັກ ລວມມີ 5 ຫ້ອງ, ລວມມີເດັກອ່ອນ, ເດັກກາງ ແລະ ເດັກໃຫຍ່, ຊັ້ນອະນຸບານ ລວມມີ 12 ຫ້ອງຮຽນ, ມີຊັ້ນອະນຸບານ 1, 2 ແລະ ອະນຸບານ 3, ຊັ້ນປະຖົມລວມມີ 12 ຫ້ອງ, ມີຊັ້ນ ປ1 ຫາ ຊັ້ນ ປ5. ນອກຈາກການຮຽນຕາມ ຫລັກສູດການສຶກສາ ຂອງແຕ່ລະຊັ້ນຮຽນ, ໂຮງຮຽນຍັງໄດ້ລ້ຽງເຂົ້າທ່ຽງ ນັກຮຽນ 1 ຄາບ ພ້ອມທັງອາຫານຫວ່າງ ໃຫ້ເດັກ ແລະ ນັກຮຽນຕື່ມອີກ.

ຂ່າວ-ພາບ: ແຂວງຫລວງພະບາງ
KPL

ຂ່າວອື່ນໆ

    • ສະຫລອງ 1  ປີ ການນໍາໃຊ້ລະບົບລົງທະບຽນ ການໃຫ້ວັກຊີນກັນພະຍາດແບບເອເລັກໂຕຣນິກສຶກສາ-ກິລາ

      ສະຫລອງ 1 ປີ ການນໍາໃຊ້ລະບົບລົງທະບຽນ ການໃຫ້ວັກຊີນກັນພະຍາດແບບເອເລັກໂຕຣນິກ

      5/6/2025 8:04:35 PM

      ຂປລ. ພິທີສະເຫລີມສະຫລອງ ຄົບຮອບ 1 ປີ ການນໍາໃຊ້ລະບົບລົງທະບຽນ ການໃຫ້ວັກຊີນກັນພະຍາດ ແບບເອເລັກໂຕຣນິກ ຫລື EIR ໃນ ສປປ ລາວ ຈັດຂຶ້ນໃນວັນທີ 5 ພຶດສະພາ 2025 ຢູ່ນະຄອນຫລວງວຽງຈັນ

    • ສຳເລັດການແຂ່ງຂັນສີມືແຮງງານແຫ່ງຊາດ ຄັ້ງທີ IVສຶກສາ-ກິລາ

      ສຳເລັດການແຂ່ງຂັນສີມືແຮງງານແຫ່ງຊາດ ຄັ້ງທີ IV

      5/5/2025 8:04:19 PM

      ຂປລ. ງານແຂ່ງຂັນສີມືແຮງງານ ແຫ່ງຊາດ ຄັ້ງທີ 4 ພາຍໃຕ້ຄໍາຂວັນ ‘‘ສີມືແຮງງານລາວ ກ້າວສູ່ພາກພື້ນ ແລະ ສາກົນ’’ ໄດ້ສຳເລັດລົງເມື່ອບໍ່ດົນມານີ້, ທີ່ນະຄອນຫລວງວຽງຈັນ ໂດຍເຂົ້າຮ່ວມ ແລະ ມອບລາງວັນໃຫ້ຜູ້ຊະນະການແຂ່ງຂັນ ຂອງ ທ່ານ ພົງໄຊສັກ ອິນຖາລາດ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ), ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ແລະ ນັກແຂ່ງຂັນເຂົ້າຮ່ວມ.

    • ນັກສຶກສາລາວ ໄດ້ຮັບທຶນເຂົ້າຮ່ວມໂຄງການແລກປ່ຽນດ້ານກະສິກໍາ ແລະ ພະລັງງານ ຢູ່ຍີ່ປຸ່ນ ສຶກສາ-ກິລາ

      ນັກສຶກສາລາວ ໄດ້ຮັບທຶນເຂົ້າຮ່ວມໂຄງການແລກປ່ຽນດ້ານກະສິກໍາ ແລະ ພະລັງງານ ຢູ່ຍີ່ປຸ່ນ

      3/5/2025 5:46:43 PM

      ຂປລ. ໃນວັນທີ 3 ມີນາ 2025 ຜ່ານມາ, ຄະນະນັກສຶກສາລາວ 32 ຄົນ ໄດ້ຮັບທຶນ ເຂົ້າຮ່ວມໂຄງການການແລກປ່ຽນດ້ານກະສິກໍາ ແລະ ການແລກປ່ຽນດ້ານພະລັງງານ ພາຍໃຕ້ໂຄງການເຈເນັດຊີ (JENESYS) ຢູ່ປະເທດຍີ່ປຸ່ນ ເພື່ອສົ່ງເສີມຄວາມເຂົ້າໃຈ ແລະ ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ ລະຫວ່າງປະຊາຊົນ ຈາກຍີ່ປຸ່ນ ແລະ ພາກພື້ນອາຊີ-ປາຊີຟິກ ທັງນີ້ກໍເພື່ອສ້າງພື້ນຖານແກ່ມິດຕະພາບ ແລະ ການຮ່ວມມືໃນອະນາຄົດ.

    • ຮວຜທ ຖອດຖອນບົດຮຽນ ບັ້ນທວນຄືນ ແລະ ສອບເສັງພາກຮຽນທີ Iສຶກສາ-ກິລາ

      ຮວຜທ ຖອດຖອນບົດຮຽນ ບັ້ນທວນຄືນ ແລະ ສອບເສັງພາກຮຽນທີ I

      2/19/2025 9:48:55 PM

      ຂປລ. ຫ້ອງສຶກສາ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ (ຮວຜທ) ຈັດກອງປະຊຸມ ສະຫລຸບຖອດຖອນບົດຮຽນ ບັ້ນທວນຄືນ ແລະ ສອບເສັງພາກຮຽນທີ I ສົກຮຽນ 2024-2025 ໂດຍການເປັນປະທານຂອງ ສະຫາຍ ພັນເອກ ສັງທອງ ສຸກສີສະຫວາດ ຮອງຫົວໜ້າການທະຫານ, ຫົວໜ້າຫ້ອງສຶກສາ ໂຮງຮຽນວັດທະນະທຳ ຊົນເຜົ່າກອງທັບ, ມີ ສະຫາຍ ພັນໂທ ນາງ ດາວັນ ສິມໃບມະນີ ຮອງຫົວໜ້າຫ້ອງສຶກສາ, ຫົວໜ້າພະແນກ-ຮອງພະແນກ, ພ້ອມດ້ວຍພະນັກງານ-ຄຸອາຈານ ທົ່ວຫ້ອງສຶກສາ ເຂົ້າຮ່ວມ.

    • ເລືອດຈ້າງ ເກີດຈາກສາເຫດຫຍັງສຶກສາ-ກິລາ

      ເລືອດຈ້າງ ເກີດຈາກສາເຫດຫຍັງ

      2/17/2025 10:43:56 AM

      ເລືອດຈາງ ຄືພາວະທີ່ຮ່າງກາຍເຮົາມີເມັດເລືອດແດງຕ່ຳກວ່າປົກກະຕິ ຈຶ່ງສົ່ງຜົນໃຫ້ທຸກຈຸລັງເນື້ອເຍື່ອ ແລະ ອະໄວຍະວະໃນຮ່າງກາຍຂາດເລືອດ.

ads
ads

Top