ຂປລ
ຂປລ. ແຫລ່ງຂ່າວຈາກ ແຂວງໄຊຍະບູລີ ໃຫ້ຮູ້ວ່າ: ກອງປະຊຸມຜູ້ບໍລິຫານການສຶກສາ ແລະ ກິລາ ປະຈຳສົກຮຽນ 2022-2023 ທົ່ວເມືອງແກ່ນທ້າວ ແຂວງໄຊຍະບູລີ ຈັດຂຶ້ນໃນວັນທີ 20 ຕຸລາ 2023

ຂປລ. ແຫລ່ງຂ່າວຈາກ ແຂວງໄຊຍະບູລີ ໃຫ້ຮູ້ວ່າ: ກອງປະຊຸມຜູ້ບໍລິຫານການສຶກສາ ແລະ ກິລາ ປະຈຳສົກຮຽນ 2022-2023 ທົ່ວເມືອງແກ່ນທ້າວ ແຂວງໄຊຍະບູລີ ຈັດຂຶ້ນໃນວັນທີ 20 ຕຸລາ 2023 ໂດຍການເຂົ້າຮ່ວມຂອງ ທ່ານ ຄໍາປຸ່ນ ນວນສະບັບ ຮອງເຈົ້າເມືອງແກ່ນທ້າວ, ທ່ານ ສົມພອນ ຈິນດາວົງ , ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ ພ້ອມດ້ວຍຜູ້ບໍລິຫານການສຶກສາ ຂັ້ນສະຖານການສຶກສາ ທັງພາກລັດ ແລະ ເອກະຊົນ, ຫົວໜ້າໜ່ວຍງານ ແລະ ວິຊາການຫ້ອງການສຶກສາທິການ ແລະ ກິລາເມືອງ ເຂົ້າຮ່ວມ.
ໃນກອງປະຊຸມຄັ້ງນີ້ ໄດ້ຍົກໃຫ້ເຫັນຜົນສໍາເລັດ ການຈັດຕັ້ງປະຕິບັດແຜນພັດທະນາ ການສຶກສາ ແລະ ກິລາ 2022-2023 ເຊິ່ງການຈັດຕັ້ງປະຕິບັດ ມະຕິສະພາປະຊາຊົນແຂວງ ແລະ ສະພາແຫ່ງຊາດ 15 ຄາດໝາຍ 19 ຕົວຊີ້ບອກ ຂະແໜງການສຶກສາ ແລະ ກິລາເມືອງແກ່ນທ້າວ ບັນລຸແລ້ວ 17 ຕົວຊີ້ບອກ ແລະ ຍັງ 2 ຕົວຊີ້ບອກບໍ່ທັນບັນລຸ, ພ້ອມທັງສັງລວມບັນຫາສິ່ງທ້າຍ, ສາເຫດ ແລະ ແຜນພັດທະນາການສຶກສາ ແລະ ກິລາ ສົກຮຽນ 2023-2024, ຜ່ານຄໍາສັ່ງແນະນຳຂອງພະແນກສຶກສາທິການ ແລະ ກິລາແຂວງ ສະບັບເລກທີີ 3412 ວ່າດ້ວຍການຈັດຕັ້ງປະຕິບັດຫລັກສູດ ສາຍສາມັນສຶກສາ ປະຈຳສົກຮຽນ 2023-2024 ແລະ ຜ່ານບົດວິໄຈສະພາບການສຶກສາ ແລະ ກິລາ ປະຈໍາສົກຮຽນ 2022-2023.

ປັດຈຸບັນຫ້ອງການສຶກສາທິການ ແລະ ກິລາ ເມືອງແກ່ນທ້າວ ມີໂຮງຮຽນທີ່ຂຶ້ນກັບການຄຸ້ມຄອງທັງໝົດ 84 ແຫ່ງ ທຽບໃສ່ສົກຮຽນຜ່ານມາຫລຸດລົງ 2 ແຫ່ງ. ໃນນີ້, ໂຮງຮຽນລ້ຽງເດັກ-ອະນຸບານ 30 ແຫ່ງ, ປິດຊົ່ວຄາວ 2 ແຫ່ງ, ໂຮງຮຽນປະຖົມສຶກສາ 44 ແຫ່ງ, ມັດທະຍົມສຶກສາຕອນຕົ້ນ 4 ແຫ່ງ ແລະ ໂຮງຮຽນມັດທະຍົມສົມບູນ 6 ແຫ່ງ ມີພະນັກງານຂະແໜງການສຶກສາ ແລະ ກິລາທັງໝົດ 350 ກວ່າຄົນ, ຍິງ 170 ກວ່າຄົນ. ໃນນີ້, ພະນັກງານລັດຖະກອນ 300 ກວ່າຄົນ, ຍິງ 130 ກວ່າຄົນ ຫລຸດລົງ 11 ຄົນ ເຊິ່ງປະກອບມີລັດຖະກອນບໍລິຫານຫ້ອງການ 30 ກວ່າຄົນ, ຍິງ 10 ຄົນ, ລັດຖະກອນບໍລິຫານໂຮງຮຽນ 2 ຄົນ, ຍິງ 2 ຄົນ ແລະ ລັດຖະກອນຄູ 270 ກວ່າຄົນ, ຍິງ 120 ກວ່າຄົນ.
ໂອກາດນີ້, ທ່ານ ຄໍາປຸ່ນ ນວນສະບັບ ເນັ້ນໃຫ້ຜູ້ບໍລິຫານການສຶກສາ ແລະ ກິລາ ແຕ່ລະຂັ້ນ ເອົາໃຈໃສ່ເພີ່ມທະວີການປະຕິບັດ ກົດລະບຽບລັດຖະກອນ ໂດຍສະເພາະ ການປະຈໍາການຂອງຄູ, ການຈັດຕັ້ງການຮຽນ-ການສອນ ຕ້ອງເພີ່ມທະວີ ການແຕ່ງບົດສອນ, ສອນໃຫ້ຄົບຫລັກສູດ, ເອົາໃຈໃສ່ການຮຽນ-ການສອນ ໃນຂັ້ນຮຽນສຸດທ້າຍ ( ປ5, ມ4 ແລະ ມ7 ), ບັນຫານັກຮຽນມົ້ວສຸມ ດື່ມນໍ້າກະທ່ອມ, ຢາສູບໄຟຟ້າ ແລະ ທ່ຽວກາງຄືນຕັ້ງວົງຊຸມແຊວ ເປັນກຸ່ມໃນກາງຄືນ ພ້ອມທັງເພີ່ມຄວາມເອົາໃຈໃສ່ ຈັດຕັ້ງຂະບວນການແຂ່ງຂັນກິລາ ພາຍໃນໂຮງຮຽນ ແລະ ການສະແດງສິລະປະ, ປຸກລະດົມທຶນຮອນເຂົ້າໃນ ການບູລະນະໂຮງຮຽນ, ການຈັດຊື້ອຸປະກອນ ການຮຽນ-ການສອນໃຫ້ພຽງພໍ, ເອົາໃຈໃສ່ໃນການ ປະຕິບັດນະໂຍບາຍ ທາງດ້ານການເງິນ, ການຍ້ອງຍໍໃນຂັ້ນຕ່າງໆ ໃຫ້ຄູສອນໄດ້ຮັບການຍ້ອງຍໍ ແລະ ເອົາໃຈໃສ່ການສ້າງບຸກຄະລາກອນ ສືບທອດປ່ຽນແທນ ແລະ ອື່ນໆ.
KPL