ຂປລ
ຂປລ. ອົງການມະຫາວິທະຍາໄລທີ່ໃຊ້ພາສາຝລັ່ງ (AUF) ໄດ້ຈັດພິທີ ສະເຫລີມສະຫລອງ ຄົບຮອບ 30 ປີ ໃນການຈັດຕັ້ງປະຕິບັດໜ້າທີ່ ສົ່ງເສີມການຮ່ວມມື ດ້ານການສຶກສາ ລະດັບມະຫາວິທະຍາໄລ ໃນພາກພື້ນອາຊີ-ປາຊີຟິກ, ຊຶ່ງບັນດາກິດຈະກໍາເພື່ອ ສະເຫລີມສະຫລອງວັນດັ່ງກ່າວ ໄດ້ຈັດຂຶ້ນ ໃນລະຫວ່າງ ວັນທີ 10-12 ຕຸລາ ນີ້ ທິ່ນະຄອນຫລວງພະນົມເປັນ ປະເທດກໍາປູເຈຍ.

ຂປລ. ອົງການມະຫາວິທະຍາໄລທີ່ໃຊ້ພາສາຝລັ່ງ (AUF) ໄດ້ຈັດພິທີ ສະເຫລີມສະຫລອງ ຄົບຮອບ 30 ປີ ໃນການຈັດຕັ້ງປະຕິບັດໜ້າທີ່ ສົ່ງເສີມການຮ່ວມມື ດ້ານການສຶກສາ ລະດັບມະຫາວິທະຍາໄລ ໃນພາກພື້ນອາຊີ-ປາຊີຟິກ, ຊຶ່ງບັນດາກິດຈະກໍາເພື່ອ ສະເຫລີມສະຫລອງວັນດັ່ງກ່າວ ໄດ້ຈັດຂຶ້ນ ໃນລະຫວ່າງ ວັນທີ 10-12 ຕຸລາ ນີ້ ທິ່ນະຄອນຫລວງພະນົມເປັນ ປະເທດກໍາປູເຈຍ.
ພິທີດັ່ງກ່າວ ໄດ້ຖືກຈັດຂຶ້ນ ໂດຍການເຂົ້າຮ່ວມຂອງ ທ່ານ ຮັງ ໂຈນ ນາຣົນ Hang Chuon Naron ລັດຖະມົນຕີກະຊວງສຶກສາທິການ, ຊາວໜຸ່ມ ແລະ ກິລາ ຂອງປະເທດກໍາປູເຈຍ, ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ຂອງ ສປປ ລາວ, ທ່ານ ສລິມ ຄາບູສ Slim Khalbous ຜູ້ອໍານວຍການໃຫຍ່ຂອງອົງການ ມະຫາວິທະຍາໄລທີ່ໃຊ້ພາສາຝລັ່ງ (AUF), ທ່ານ ນາງ ມາຣີ ນາຕາລີ ເລີບລັງ Marie-Nathalie LeBlanc ຮອງຜູ້ອໍານວຍການໃຫຍ່ອົງການ ມະຫາວິທະຍາໄລທີ່ໃຊ້ພາສາຝລັ່ງ ແລະ ທ່ານ ໂລຣອງ ແຊກເມ Laurent Sermet ຜູ້ອໍານວຍການອົງການ ມະຫາວິທະຍາໄລທີ່ໃຊ້ພາສາຝລັ່ງ (AUF) ປະຈໍາພາກພື້ນ ອາຊີ-ປາຊີຟິກ ພ້ອມດ້ວຍ ພະນັກງານ ຄູອາຈານ ຈາກຫ້ອງການ (AUF) ປະຈໍານະຄອນຫລວງພະນົມເປັນ ປະເທດກໍາປູເຈຍ, ຫ້ອງການ (AUF) ປະຈໍາ ພາກພື້ນອາຊີ-ປາຊີຟິກ ຊຶ່ງມີສໍານັກງານ ຕັ້ງຢູ່ນະຄອນຫລວງຮ່າໂນ້ຍ ປະເທດຫວຽດນາມ ແລະພະນັກງານ ຄູອາຈານ ຈາກມະຫາວິທະຍາໄລແຫ່ງຊາດລາວ, ຫ້ອງການ (AUF) ປະຈໍານະຄອນຫລວງວຽງຈັນ, ສປປ ລາວ.

ໃນພິທີ, ທ່ານ ສລິມ ຄາບູສ Slim Khalbous ຜູ້ອໍານວຍການໃຫຍ່ ອົງການ AUF ໄດ້ອະທິບາຍຢ່າງລະອຽດ ຊັດເຈນ ພ້ອມທັງຊີ້ໃຫ້ເຫັນຄວາມໝາຍ ຄວາມສໍາຄັນ ຂອງການເສີມຂະຫຍາຍ ການພັດທະນາ ແລະ ການນໍາໃຊ້ພາສາຝຣັ່ງ ເຂົ້າໃນວຽກງານການສຶກສາ ຄົ້ນຄວ້າວິທະຍາສາດ, ເຕັກໂນໂລຊີຂໍ້ມູນຂ່າວສານ, ການແລກປ່ຽນດ້ານວັດທະນະທໍາ, ການພົວພັນດ້ານການຄ້າ ແລະ ການລົງທຶນ ພ້ອມທັງວຽກງານການທ່ອງທ່ຽວ.
ທ່ານ ສລິມ ຄາບູສ ຍັງໄດ້ກ່າວຕື່ມວ່າ ພາສາຝຣັ່ງ ເປັນພາສາແຫ່ງກາລະໂອກາດ ແລະ ທາງເລືອກ ໃນດ້ານການສຶກສາຄົ້ນຄວ້າ ການພົບປະແລກປ່ຽນດ້ານວັດທະນະທໍາ ລວມເຖິງການສ້າງລາຍໄດ້ ການຊອກຫາວຽກເຮັດງານທໍາ ແລະ ອື່ນໆ ເພາະວ່າ ພາສາຝຣັ່ງ ເປັນສາພາລາແຕງ ຊຶ່ງຖ້າຮູ້ພາສາຝຣັ່ງແລ້ວ ກໍ່ສາມາດຮຽນພາສາອື່ນໆ ທີ່ມີກົກເຄົ້າຈາກພາສາລາແຕງໄດ້ງ່າຍຂຶ້ນ ຍົກຕົວຢ່າງພາສາອັງກິດ.
ອົງການ AUF ປະຈໍາ ພາກພື້ນ ອາຊີ-ປາຊີຟິກ ໄດ້ສືບຕໍ່ດໍາເນີນນະໂຍບາຍການຮ່ວມມືສົ່ງເສີມການສຶກສາຄົ້ນຄ້ວາຕ່າງໆ ຊຶ່ງຂົງເຂດອາຊີ-ປາຊີຟິກ ເປັນພາກພື້ນ ທີ່ໄດ້ເຫັນການປະກົດຕົວຂອງກາລະໂອກາດ ດ້ານການສຶກສາຈໍານວນຫລວງຫລາຍ ແລະ ການຮ່ວມມືທາງດ້ານການສຶກສາຄົ້ນຄ້ວາວິທະຍາສາດ ພາຍໃຕ້ຂອບການຮ່ວມມືຂອງ AUF. ນັບຕັ້ງແຕ່ໄດ້ຮັບການສ້າງຕັ້ງຂຶ້ນ ໃນປີ 1993, ຍຸດທະສາດຂອງ AUF ແມ່ນຈະແຈ້ງ, ຊັດເຈນ ແລະ ສະເໝີຕົ້ນສະເໝີປາຍຄື: ສ້າງການພົວພັນຄູ່ຮ່ວມມື ທີ່ມີຜົນປະໂຫຍດຮ່ວມກັນ, ເພື່ອແນໃສ່ສະໜັບໜູນ, ຊ່ວຍເຫລືອບັນດານັກສຶກສາ, ຄູອາຈານ ແລະ ນັກຄົ້ນຄ້ວາ, ບັນດາມະຫາວິທະຍາໄລ ແລະ ປະເທດເຈົ້າພາບອື່ນໆ.

ຕະຫລອດ ໄລຍະ 30 ປີ, ອົງການ AUF ໄດ້ຈັດຕັ້ງປະຕິບັດຫລາຍໂຄງການ ຢ່າງເປັນຮູບປະທໍາເຊັ່ນ: ອົງການເຜີຍແພ່ວິຊາການທາງດ້ານພາສາຝຣັ່ງ; ອົງການນໍາໃຊ້ຄວາມຮູ້ເປັນພາສາຝຣັ່ງ; ອົງການພັດທະນາ ມະຫາວິທະຍາໄລ ແລະ ວິທະຍາສາດ; ອົງການສຶກສາຫລາຍຝ່າຍ ທີ່ເວົ້າພາສາຝຣັ່ງ; ຜູ້ດຳເນີນກອງປະຊຸມສຸດຍອດຂອງປະມຸກລັດຝຣັ່ງໂກໂຟນີ...
KPL