ຂປລ
ຂປລ.ການພັດທະນາເຕັກໂນໂລຊີ ໃນໂລກປະຈຸບັນ ໄດ້ນັບມື້ນັບຂະຫຍາຍໂຕ ເຮັດໃຫ້ຜູ້ຄົນທົ່ວທຸກມູມໂລກສາມາດ ຕິດຕໍ່ສື່ສານເຖິງກັນໄດ້ງ່າຍຂຶ້ນ ເເຕ່ມີຄຳເວົ້າໜຶ່ງ ທີ່ຍັງຄົງນຳໃຊ້ ໄດ້ທຸກຍຸກສະໄຫມ

ຂຽນໂດຍ:
- ທ່ານນາງປອ ສີສຸກວົງວິຈິດ, ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ
- ທ່ານນາງອີນາມາຊິວລີໂອນີແຕ, ເອກອັກຄະລັກຖະທູດສະຫະພາບເອີຣົບ ປະຈຳສປປ ລາວ
- ທ່ານນາງດຣ. ເພຍເຣເບນໂລບຣິໂຕ, ຜູ້ຕາງໜ້າອົງການຢູນີເຊັບ ປະຈຳສປປ ລາວ

ຂປລ.ການພັດທະນາເຕັກໂນໂລຊີ ໃນໂລກປະຈຸບັນ ໄດ້ນັບມື້ນັບຂະຫຍາຍໂຕ ເຮັດໃຫ້ຜູ້ຄົນທົ່ວທຸກມູມໂລກສາມາດ ຕິດຕໍ່ສື່ສານເຖິງກັນໄດ້ງ່າຍຂຶ້ນ ເເຕ່ມີຄຳເວົ້າໜຶ່ງ ທີ່ຍັງຄົງນຳໃຊ້ ໄດ້ທຸກຍຸກສະໄຫມ: “ປູກເຂົ້າໃຊ້ເວລາໜຶ່ງປີ, ປູກຕົ້ນໄມ້ ໃຫ້ກາຍເປັນຮົ່ມເງົາໃຊ້ເວລາສິບປີ, ເພື່ອສ້າງອະນາຄົດທີ່ດີ ຕ້ອງໃຫ້ການສຶກສາ ແກ່ລູກຫລານຂອງພວກເຮົາ.” ນີ້ຄືເຫດຜົນທີ່ ສປປ ລາວ ໄດ້ໃຫ້ຄຳໝັ້ນສັນຍາ ຕໍ່ການພັດທະນາ ການສຶກສາຂອງປະເທດ ໂດຍໃຫ້ຄວາມສຳຄັນຕໍ່ສິດທິ ຂອງເດັກທຸກຄົນ ໃນການຮຽນຮູ້ ເເລະ ເຕີບໂຕ.
ໃນໄລຍະ 50 ປີທີ່ຜ່ານມາ, ລັດຖະບານເເຫ່ງ ສປປ ລາວ ໄດ້ເຮັດວຽກກັບຄູ່ຮ່ວມ ພັດທະນາຕ່າງໆ ເປັນຕົ້ນ ແມ່ນອົງການອຸຍນີເຊັບ ແລະ ສະຫະພາບເອີຣົບ ເພື່ອສ້າງລະບົບ ການສຶກສາ ທີ່ເດັກນ້ອຍທຸກຄົນ ສາມາດເຂົ້າເຖິງໄດ້. ນັບຕັ້ງແຕ່ການສ້າງອາຄານຮຽນ ຈົນໄປເຖິງການປັບປຸງ ຫລັກສູດການຮຽນການສອນ ແລະ ໄດ້ສຸມຄວາມພະຍາຍາມຢ່າງບໍ່ຢຸດຢັ້ງ ຕໍ່ວຽກງານການສຶກສາ ຊຶ່ງເຮັດໃຫ້ໄດ້ຮັບໝາກຜົນ ທີ່ເພິ່ງພໍໃຈໃນລະດັບໜຶ່ງ. ແຕ່ເຖິງແນວໃດກໍຕາມ, ສິ່ງທີ່ຄວນເອົາໃຈໃສ່ຫລາຍກວ່ານີ້ ແມ່ນຄຸນນະພາບຂອງຄູ.
ຄູ ບໍ່ພຽງເເຕ່ແມ່ນຜູ້ໃຫ້ການສຶກສາ ແຕ່ພວກເຂົາຍັງເປັນຕົວແບບ ເເລະ ແຮງບັນດານໃຈ ໃຫ້ກັບນັກຮຽນນັກສຶກສາ ແລະ ຍັງເປັນຜູ້ສ້າງອະນາຄົດຂອງລູກຫລານ. ສຳລັບ ຫລາຍໆຄົນອາດຈະມີ ຄູ-ອາຈານ ຜູ້ໃດໜຶ່ງ ທີ່ເຮົາຍັງຈົດຈຳໄດ້ດີ ເເລະ ຜູ້ທີ່ໄດ້ປ່ຽນເເປງຊີວິດຂອງເຮົາ ທັງເປັນຜູ້ທີ່ໄດ້ໃຫ້ບົດຮຽນ ອັນລ້ຳຄ່າແກ່ພວກເຮົາ ມາຮອດທຸກມື້ນີ້. ບາງຄົນຍັງໄດ້ຮັບເເຮງບັນດານໃຈ ເພື່ອເຮັດວຽກເປັນຄູສອນ ຍ້ອນມີຄຸູ-ອາຈານ ເປັນຕົວແບບໃນຊີວິດຂອງພວກເຂົາ.

“ການເປັນຄູແມ່ນຄວາມໃຝ່ຝັນຂອງຂ້າພະເຈົ້າ. ຕອນທີ່ຍັງນ້ອຍ, ຄູອາຈານໄດ້ເປັນຕົວແບບ ແລະ ເຮັດໃຫ້ຂ້າພະເຈົ້າ ເກີດເເຮງບັນດານໃຈ ໃນການເປັນຄູໃນມື້ນີ້.” ນີ້ຄືຄຳເວົ້າ ຈາກ ທ່ານ ສອນໄຊ ຈັນທະມາ ລາ ຊຶ່ງປັດຈຸບັນ ລາວກໍໄດ້ບັນລຸຄວາມຝັນຂອງລາວ ໂດຍການເປັນຄູສອນຢູ່ ທີ່ໂຮງຮຽນມັດທະຍົມສຶກສາ ຕອນຕົ້ນສີສັດຕະນາກ, ນະຄອນຫລວງ ວຽງຈັນ ຊຶ່ງລາວກໍເປັນອີກຜູ້ໜຶ່ງ ທີ່ສືບຕໍ່ສ້າງແຮງບັນດານໃຈ ແລະ ເປັນຕົວເເບບທີ່ດີ ໃຫ້ກັບຄົນຮຸ່ນຕໍ່ໆໄປ. ຜົນຈາກການຄົ້ນຄວ້າຮ່ວມກັບ ສະຫະພາບເອີຣົບ ພົບວ່າຄຸນ ນະພາບຂອງຄູນັ້ນ ແມ່ນຕົວຊີ້ວັດອັນສຳຄັນ ທີ່ບົ່ງບອກເຖິງຜົນ ການຮຽນຂອງນັກຮຽນ ຊຶ່ງຫລາຍໂຮງ ຮຽນແມ່ນປະຕິບັດໄດ້ດີ ໂດຍສຸມໃສ່ການຮຽນຮູ້ ສໍາລັບນັກຮຽນທຸກຄົນ ໂດຍສະເພາະ ເເມ່ນໃຫ້ຄວາມເອົາ ໃຈໃສ່ຕໍ່ນັກຮຽນ ທີ່ມີຜົນການຮຽນຕໍ່າ.
ຕົວຊີ້ວັດເຫລົ່ານີ້ ຍັງສະທ້ອນເຖິງຄວາມເຂົ້າໃຈ ໃນລະດັບໂລກກ່ຽວກັບການສຶກສາ. ຕົວຢ່າງ, ລະ ບົບການສຶກສາຂອງ ປະເທດຟິນແລນ ທີ່ປະສົບຜົນສຳເລັດເພາະ ໄດ້ສຸມໃສ່ ຄວາມສະເໝີພາບ ໃນການຮຽນຮູ້ສຳລັບເດັກທຸກຄົນ ໂດຍສະເພາະ ການສະໝັບສະໝູນ ເດັກນ້ອຍດ້ອຍໂອກາດທີ່ສຸດ ເພື່ອຜົນປະໂຍດຂອງທຸກຄົນ. ຢູ່ ສ ເກົາຫລີ ເຊັ່ນດຽວກັນ, ອາຊີບຄູ ເປັນອາຊີບ ທີ່ໄດ້ຮັບຄວາມນັບຖືຢ່າງກວ້າງຂວາງ ເເລະ ມີບົດບາດອັນລ້ຳຄ່າ. ສ່ວນລະບົບການສຶກສາ ຂອງປະເທດຫວຽດນາມ ເເມ່ນຖືກຍອມຮັບວ່າ ປະສົບຜົນສຳເລັດຫລາຍ ຄືບັນດາປະເທດຕາເວັນຕົກ ເຊັ່ນ: ປະເທດອັງກິດ ແລະ ການາດາ. ຍ້ອນວ່າພວກເຂົາໄດ້ລົງທຶນໃສ່ ການສ້າງຄວາມອາດສາມາດຂອງຄູ ເເລະ ໄດ້ໃຫ້ການຝຶກອົບຮົມຕ່າງໆ ເເກ່ຄູອາຈານ ຢ່າງຕໍ່ເນື່ອງ ຊຶ່ງເປັນການຢືນຢັນຄຳເວົ້າທີ່ວ່າ "ຄູທີ່ດີ ກໍຄືນັກຮຽນທີ່ດີ"

ສປປ ລາວ ໄດ້ມີການພັດທະນາລະບົບ ການສຶກສາຂອງຕົນເອງ ມາຢ່າງຕໍ່ເນື່ອງ ເເລະ ເຖິງເວລາທີ່ຈະກ້າວໄປອີກຂັ້ນຕອນໝຶ່ງ ນັ້ນກໍຄືການປັບປຸງ ການສຶກສາເພື່ອເດັກທຸກຄົນ ແຕ່ງົບປະມານ ເພື່ອສະໝັບສະໜຸນຄູອາຈານ ເເມ່ນຍັງບໍ່ພຽງພໍ. ດັ່ງນັ້ນ, ການຈັດສັນງົບປະມານ ຂອງລັດທີ່ເພີ່ມຂຶ້ນ ເພື່ອລົງທຶນໃນການຝຶກອົບຮົມ ສ້າງຂີດຄວາມສາມາດຂອງຄູ ແລະ ຮັບປະກັນການສຶກສາທີ່ມີຄຸນນະພາບ ຈຶ່ງເປັນເປົ້າໝາຍທີ່ສຳຄັນ ຂອງໂຄງການ ສະຫນັບສະຫນູນ ດ້ານງົບປະມານ ຂອງສະຫະພາບເອີຣົບ ໃຫ້ເເກ່ລັດຖະ ບານສປປ ລາວ. ເຖິງເວລາແລ້ວ ທີ່ສປປ ລາວ ຈະຕ້ອງຈັດລໍາດັບເອົາການສຶກສາ ເປັນບູລິມະສິດສູງສຸດຂອງປະເທດ, ລວມທັງການຮັບປະກັນວ່າຄູອາຈານ ໄດ້ຮັບເງິນເດືອນທີ່ ເໝາະສົມກັບໜ້າທີ່ ພວກເຂົາ ແລະ ສ້າງແຮງຈູງໃຈຕ່າງໆໃຫ້ກັບຄູ ຊຶ່ງທັ້ງໝົດນີ້ ກໍຄືການລົງທຶນໃສ່ອະນາຄົດ ຂອງປະເທດຊາດ ພວກເຮົາຢ່າງແທ້ຈິງ.
ເພື່ອສະໝັບສະໝູນໃຫ້ສປປ ລາວ ມີຄວາມພ້ອມໃນອະນາຄົດ, ພວກເຮົາຕ້ອງໃຊ້ເເນວທາງ 3 ປະການ: ການລົງທຶນດ້ານງົບປະມານ, ການປັບປຸງນະໂຍບາຍ ແລະ ການປ່ຽນເເປງວັດທະນາທຳ ໄປສູ່ການຮັບຮູ້ຄວາມສຳຄັນຂອງຄູ. ຜົນປະໂຫຍດຈາກການລົງທຶນ ໃນວຽກງານດັ່ງກ່າວນີ້ ແມ່ນບໍ່ຈຳກັດ ເເລະໃນຂະນະທີ່ພວກເຮົາ ສືບຕໍ່ສ້າງທ່າແຮງ ດ້ານມະນຸດຂອງຊາດ, ພວກເຮົາຕ້ອງສຸມຄວາມເອົາໃຈໃສ່ຕໍ່ຜູ້ ທີ່ເປັນກຸນເເຈໃນການ ສ້າງທ່າແຮງນັ້ນໃຫ້ຫລາຍຂຶ້ນ ນັ້ນກໍຄືຄູອາຈານ.
ໃນຂະນະທີ່ພວກເຮົາ ສະເຫລີມສະຫລອງ ໂອກາດຄົບຮອບ 50 ປີ ຂອງການຮ່ວມມືລະຫວ່າງ ລັດຖະບານແຫ່ງ ສປປ ລາວ ແລະ ອົງການອຸຍນີເຊັບ, ພວກເຮົາຕ້ອງ ຈັດເອົາການ ລົງທຶນໃສ່ການສຶກສາ ທີ່ມີຄຸນນະພາບເປັນບູລິມະສິດ ອັນຮີບດ່ວນທີ່ສຸດ. ອະນາຄົດຂອງ ສປປ ລາວ ແມ່ນຢູ່ໃນຫ້ອງຮຽນ ຂອງພວກເຮົາໃນມື້ນີ້ ແລະ ອະນາຄົດນັ້ນແມ່ນ ເລີ່ມຕົ້ນດ້ວຍການລົງທຶນໃສ່ຄູ.
KPL