ຂປລ
ຂປລ. ໂຮງຮຽນສອງພາສາ ລາວ-ຫວຽດນາມ ຫງວຽນຢູ ເປັນໂຮງຮຽນພາກເອກະຊົນ ທີ່ ເນັ້ນຄຸນນະພາບການຮຽນ-ການສອນ ເປັນຫລັກ ໂດຍເນັ້ນໃຫ້ຄູ-ອາຈານ ສຸມໃສ່ພັດທະນາຕົນເອງ ຫັນເອົາການຮຽນ-ການສອນ ເປັນທັນສະໄໝ ເພື່ອຖ່າຍທອດຄວາມຮູ້ ໃຫ້ນັກຮຽນໄດ້ຢ່າງມີປະ ສິດສິພາບ, ນອກຈາກປະຕິບັດຕາມຫລັກສູດການຮຽນ-ການສອນ ທີ່ກະຊວງສຶກສາທິການ ແລະ ກິລາ ວາງອອກແລ້ວ

ຂປລ. ໂຮງຮຽນສອງພາສາ ລາວ-ຫວຽດນາມ ຫງວຽນຢູ ເປັນໂຮງຮຽນພາກເອກະຊົນ ທີ່ ເນັ້ນຄຸນນະພາບການຮຽນ-ການສອນ ເປັນຫລັກ ໂດຍເນັ້ນໃຫ້ຄູ-ອາຈານ ສຸມໃສ່ພັດທະນາຕົນເອງ ຫັນເອົາການຮຽນ-ການສອນ ເປັນທັນສະໄໝ ເພື່ອຖ່າຍທອດຄວາມຮູ້ ໃຫ້ນັກຮຽນໄດ້ຢ່າງມີປະ ສິດສິພາບ, ນອກຈາກປະຕິບັດຕາມຫລັກສູດການຮຽນ-ການສອນ ທີ່ກະຊວງສຶກສາທິການ ແລະ ກິລາ ວາງອອກແລ້ວ, ໂຮງຮຽນ ຍັງໄດ້ເນັ້ນການສອນພາສາຫວຽດນາມ ເປັນຫລັກ ເພື່ອເຮັດໃຫ້ນັກຮຽນ ທີ່ຮຽນຈົບຈາກໂຮງຮຽນດັ່ງກ່າວ, ໃຫ້ສາມາດ ຟັງ, ເວົ້າ ແລະ ຂຽນພາສາຫວຽດນາມ ໄດ້ໂດຍພື້ນຖານ.

ທ່ານ ນາງ ສີວັນເຮືອງ ເພັງຄຳໄມ ຜູ້ອຳນວຍການໂຮງຮຽນສອງພາສາ ລາວ-ຫວຽດນາມ ຫງວຽນຢູ ໃຫ້ສຳພາດເນື່ອງໃນໂອກາດວັນຄູແຫ່ງຊາດ 7 ຕຸລາ 2023 ເມື່ອບໍ່ດົນນີ້ວ່າ: ໂຮງຮຽນ ສອງພາສາ ລາວ-ຫວຽດນາມ ຫງວຽນຢູ ຕັ້ງຢູ່ບ້ານດົງປ່າແລບ ເມືອງຈັນທະບູລີ ນະຄອນຫລວງວຽງຈັນ, ປະກອບມີຊັ້ນອະນຸບານ ເຖິງຊັ້ນມັດທະຍົມປາຍ, ມີພະນັກງານຄູ-ອາຈານ ທັງໝົດ 65 ຄົນ, ຍິງ 42 ຄົນ. ໃນນັ້ນ, ມີຄູສອນພາສາຫວຽດນາມ 7 ຄົນ ແລະ ຄູສ່ວນໃຫຍ່ແມ່ນຈົບມາຈາກ ສສ ຫວຽດນາມ, ມີນັກຮຽນທັງໝົດ 1.047 ຄົນ, ຍິງ 496 ຄົນ. ໃນສົກຮຽນ 2022-2023 ນີ້, ເຫັນໄດ້ວ່າ ຈຳນວນນັກຮຽນເພີ່ມຂຶ້ນ ທຽບໃສ່ສົກຮຽນຜ່ານມາ ເຊິ່ງຢັ້ງຢືນໄດ້ວ່າ ການຮຽນ-ການສອນ ຂອງໂຮງຮຽນ ແມ່ນມີຄຸນນະພາບ, ໄດ້ມາດຕະຖານ ແລະ ໄດ້ຮັບຄວາມເຊື່ອໝັ້ນ ຈາກ ພໍ່-ແມ່ ຜູ້ປົກຄອງຂອງນັກຮຽນ; ໃນທຸກໆປີ ໂຮງຮຽນຫງວຽນຢູ ຍັງໄດ້ຮັບນາມມະຍົດ ເປັນໂຮງຮຽນປອດຢາເສບຕິດ ແລະ ໂຮງຮຽນຂຽວສະອາດ ສິ່ງແວດລ້ອມດີ.

ໃນສົກຮຽນ 2022-2023 ນີ້, ໂຮງຮຽນ ຫງວຽນຢູ ໄດ້ຮັບໝາກຜົນການຮຽນ-ການສອນ ທີ່ດີໃນຫລາຍດ້ານ ໂດຍສະເພາະການສອບເສັງຈົບຊັ້ນ ມ4, ມ5 ແລະ ມ7 ແມ່ນປະຕິບັດໄດ້ 100%. ພ້ອມນີ້, ຍັງໄດ້ສົ່ງນັກຮຽນໄປເສັງນັກຮຽນເກັ່ງ ໄດ້ຮັບລາງວັນທີ 1 ຂັ້ນເມືອງ ແລະ ອື່ນໆ. ນອກຈາກການຮຽນ-ການສອນ ຕາມຫລັກສູດຂອງກະຊວງສຶກສາທິການ ແລະ ກິລາ ວາງອອກແລ້ວ ໂຮງຮຽນ ຫງວຽນຢູ ຍັງໄດ້ເອົາໃຈໃສ່ສິດສອນທາງດ້ານສິລະປະ ແລະ ກິລາ ຕື່ມອີກ, ພ້ອມທັງເນັ້ນການຮຽນ-ການສອນ ພາສາຫວຽດນາມ ເປັນຫລັກ ເຊິ່ງນັກຮຽນອານຸບານ-ປະຖົມ ຈະໄດ້ຮຽນພາສາຫວຽດນາມ 8 ຊົ່ວໂມງຕໍ່ອາທິດ, ຊັ້ນມັດທະຍົມຕົ້ນ 6 ຊົ່ວໂມງຕໍ່ອາທິດ ແລະ ຊັ້ນມັດທະຍົມປາຍ 4 ຊົ່ວໂມງຕໍ່ອາທິດ.
ສຳລັບ ວັນຄູແຫ່ງຊາດ ໃນປີນີ້, ໂຮງຮຽນສອງພາສາລາວ-ຫວຽດນາມ ຫງວຽນຢູ ໄດ້ຈັດຫລາກຫລາຍກິດຈະກຳ ເພື່ອສະເຫລີມສະຫລອງໃຫ້ມີບັນຍາກາດອັນຟົດຟື້ນມ່ວນຊື່ນ, ຮັກສາໄດ້ຄວາມສາມັກຄີປອງດອງຂອງຄູ-ອາຈານ ແລະ ນ້ອງນັກຮຽນ ເປັນຕົ້ນ ຈັດກິດຈະກຳແຂ່ງຂັນກິລາ, ສະແດງສິລະປະ, ມອບດອກໄມ້ ແລະ ໃບຍ້ອງຍໍໃຫ້ ຄູ-ອາຈານ ຜູ້ທີ່ມີຜົນງານດີເດັ່ນ ໃນໄລຍະຜ່ານມາ ແລະ ອື່ນໆ.
ຂ່າວ: ທະນູທອງ
ພາບ: ຂັນໄຊ
KPL