ຄະນະຜູ້ແທນຂັ້ນສູງ ແຫ່ງ ບຣູໄນ ເຂົ້າວາງ ພວງມາລາຢູ່ອະນຸສາວະລີນັກຮົບນິລະນາມ

04/10/2023 08:47
Email Print 936
ຂປລ ຂປລ. ໃນໂອກາດເດີນທາງ ມາຢ້ຽມຢາມທາງລັດຖະກິດ ຢູ່ ສປປ ລາວ ລະຫວ່າງ ວັນທີ 2-4 ຕຸລາ 2023 ນີ້, ໃນຕອນເຊົ້າຂອງວັນທີ 3 ຕຸລາ, ສົມເດັດ ຊຸນຕານ ຮາຈິ ຮັດຊານານ ໂບນເກຍ ແຫ່ງ ບຣູໄນ ດາຣູຊາ​ລາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ​ແລະ ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ເຂົ້າວາງ ພວງມາລາ ຢູ່ຕໍ່ໜ້າອະນຸສາວະ ລີນັກຮົບນິລະນາມ (ດາວແດງ) ນະຄອນຫລວງວຽງຈັນ.

ຂປລ. ໃນໂອກາດເດີນທາງ ມາຢ້ຽມຢາມທາງລັດຖະກິດ ຢູ່ ສປປ ລາວ ລະຫວ່າງ ວັນທີ 2-4 ຕຸລາ 2023 ນີ້, ໃນຕອນເຊົ້າຂອງວັນທີ 3 ຕຸລາ, ສົມເດັດ ຊຸນຕານ ຮາຈິ ຮັດຊານານ ໂບນເກຍ ແຫ່ງ ບຣູໄນ ດາຣູຊາ​ລາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ​ແລະ ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ເຂົ້າວາງ ພວງມາລາ ຢູ່ຕໍ່ໜ້າອະນຸສາວະ ລີນັກຮົບນິລະນາມ (ດາວແດງ) ນະຄອນຫລວງວຽງຈັນ.

ການວາງພວງມາລາໃນຄັ້ງນີ້, ເພື່ອສະແດງຄວາມໄວ້ອາໄລ ​ເຖິງດວງວິນຍານຂອງບັນດາ ນັກຮົມນິລະນາມ, ວິລະຊົນ ຜູ້ທີ່ເສຍສະລະຊີວິດ, ເລືອດເນື້ອ ເພື່ອພາລະກິດປະຕິວັດ ຢ່າງອົງອາດກ້າຫານ ພາຍໃຕ້ການນຳພາ-ຊີ້ນຳ ຂອງພັກປະຊາຊົນ ປະຕິວັດລາວ ຈົນສາມາດຍາດໄດ້ໄຊຊະນະ ແລະ ປະກາດເອກະລາດ, ສະຖາປະນາເປັນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ 1975.

ຂ່າວ: ທະນູທອງ

ພາບ: ຂັນໄຊ

KPL

ຂ່າວອື່ນໆ

ads
ads

Top