ຂປລ
*ຫວ່າງບໍ່ດົນນີ້ຢູ່ຕາມທ້ອງຕະຫລາດໃນເຂດອາຊີຕາເວັນອອກສຽງໃຕ້ ໄດ້ມີການຈຳໜ່າຍຢາຈູດ ກັນຍຸງປອມ ທີ່ຮຽນແບບຢາຈູດກັນຍຸງ ຂອງບໍລິສັດຊາວຈິ້ງ ຊຶ່ງຢາຈູດກັນຍຸງນີ້ ຜະລິດແບບບໍ່ ຖືກຕ້ອງ, ຄຸນນະພາບຕ່ຳ ແລະ ເປັນອັນຕະລາຍຕໍ່ສຸຂະພາບຂອງຜູ້ບໍລິໂພກ ຊຶ່ງສົ່ງຜົນກະທົບຕໍ່ ການໃຊ້ຊີວິດຂອງປະຊາຊົນຢ່າງຮ້າຍແຮງ.

*ຫວ່າງບໍ່ດົນນີ້ຢູ່ຕາມທ້ອງຕະຫລາດໃນເຂດອາຊີຕາເວັນອອກສຽງໃຕ້ ໄດ້ມີການຈຳໜ່າຍຢາຈູດກັນຍຸງປອມ ທີ່ຮຽນແບບຢາຈູດກັນຍຸງ ຂອງບໍລິສັດຊາວຈິ້ງ ຊຶ່ງຢາຈູດກັນຍຸງນີ້ຜະລິດແບບ ບໍ່ຖືກຕ້ອງ, ຄຸນນະພາບຕ່ຳ ແລະ ເປັນອັນຕະລາຍຕໍ່ສຸຂະພາບຂອງຜູ້ບໍລິໂພກ ຊຶ່ງສົ່ງຜົນກະທົບຕໍ່ການໃຊ້ຊີວິດຂອງປະຊາຊົນຢ່າງຮ້າຍແຮງ.
ຕໍ່ກັບເຫດການດັ່ງກ່າວທາງບໍລິສັດ ຊາວຈິ້ງ ຜູ້ຜະລິດຢາຈູດກັນຍຸງທີ່ຖືກຕ້ອງຕາມກົດໝາຍ ຈຶ່ງແຈ້ງເຖິງຜູ້ບໍລິໂພກ ວ່າ: ປັດຈຸບັນທາງບໍລິສັດພວມເລັ່ງດຳເນີນມາດຕະການ ເພື່ອແກ້ໄຂ ໂດຍຖືເອົາຜົນປະໂຫຍດ ຂອງຜູ້ບໍລິໂພກເປັນຫລັກສະເໝີ, ຈຶ່ງໄດ້ໃຫ້ຄວາມສຳຄັນຕໍ່ເຫດການດັ່ງກ່າວ ໂດຍໄດ້ສົ່ງຄະນະຜູ້ຊ່ຽວຊານ ເດີນທາງມາຂົງເຂດອາຊີຕາເວັນອອກສຽງໃຕ້ ເພື່ອຮ່ວມ ເຮັດວຽກກັບເຈົ້າໜ້າທີ່ກ່ຽວຂ້ອງ ໃນການສືບສວນ ແລະ ດຳເນີນການແກ້ໄຂ ເພື່ອປາບປາມການປອມແປງສິນຄ້າ ໃນທຸກຮູບແບບໃຫ້ສຳເລັດໂດຍໄວ ຊຶ່ງໃນເວລາສັ້ນໆທາງບໍລິສັດ ໄດ້ສຳ ເລັດການກວາດລ້າງ ແຫລ່ງຜະລິດສິນຄ້າປອມ ທີ່ຜິດກົດໝາຍຈຳນວນຫລາຍ ແລະ ໄດ້ກວາດຢຶດຢາຈູດກັນຍຸງປອມ ຈຳນວນໜຶ່ງ. ການເຄື່ອນໄຫວດັ່ງກ່າວ ບໍ່ພຽງແຕ່ເປັນການປົກປ້ອງ ຊື່ສຽງ ຂອງບໍລິສັດເທົ່ານັ້ນ ແຕ່ຍັງເປັນການປົກປ້ອງສິດຜົນປະໂຫຍດຂອງຜູ້ບໍລິໂພກ.
ບໍລິສັດ ຊາວຈິ້ງ ຢຶດຖືການໃຫ້ບໍລິການ ແລະ ສິນຄ້າຄຸນນະພາບ ສູງຕໍ່ຜູ້ບໍລິໂພກສະເໝີມາ, ຖືເອົາສິດຜົນປະໂຫຍດຂອງຜູ້ບໍລິໂພກ ເປັນສິ່ງສຳຄັນທີ່ສຸດ ແລະ ຈະສືບຕໍ່ເພີ່ມທະວີ ໃນການ ປົກປ້ອງກາສິນຄ້າ ແລະ ປາບປາມສິນຄ້າປອມຢ່າງເຂັ້ມງວດ. ດັ່ງນັ້ນ, ຈຶ່ງຂໍແຈ້ງຫາຜູ້ບໍລິໂພກ ໃນຂົງເຂດອາຊີຕາເວັນອອກສຽງໃຕ້ ວ່າ ຫາກທ່ານພົບເຫັນ ສິນຄ້າຮຽນແບບຢາຈູດກັນຍຸງ ຂອງບໍລິສັດຊາວຈິ້ງ, ໃຫ້ທ່ານແຈ້ງລາຍງານໄປຫາເຈົ້າໜ້າທີ່ກ່ຽວຂ້ອງ, ພ້ອມກັນນັ້ນທາງບໍລິສັດ ກໍ່ຫວັງຢ່າງຍິ່ງ ວ່າ ຜູ້ບໍລິໂພກຈະສາມາດສັງເກດສິນຄ້າຂອງ ແທ້ ແລະ ໄວ້ໃຈທີ່ຈະຊື້ສິນຄ້າ ຂອງບໍລິສັດຕາມຮ້ານຄ້າ ທີ່ມີຄວາມໜ້າເຊື່ອຖື. ບໍລິສັດ ຊາວຈິ້ງ ຈະສືບຕໍ່ຍຶດໝັ້ນຫລັກຂອງຄວາມຊື່ສັດ ແລະ ຄວາມເປັນມືອາຊີບ, ໃຫ້ການບໍລິການ ແລະ ສິນຄ້າທີ່ດີທີ່ສຸດຕໍ່ຜູ້ບໍລິໂພກ ທົ່ວໂລກ.
ເບີໂທຕິດຕໍ່ບໍລິສັດຢາຈູດກັນຍຸງແລະຢາສີດຂ້າແມງໄມ້ຊາວຈິ້ງປະເທດລາວ: 020-29982666; ເບີໂທຕິດຕໍ່ບໍລິສັດຊາວຈິ້ງປະເທດຈີນ: 15916402467
KPL