ຂປລ
ເນື່ອງໃນໂອກາດ ວັນຊາດ ຂອງ ປະເທດ ສາທາລະນະລັດ ປະຊາຊົນຈີນ (People's Republic of China) ຫລືເອີ້ນວ່າ ສປຈີນ ຄົບຮອບ 74 ປີ ວັນທີ (01.10.1949-01.10.2023). ໂດຍມີ ນະຄອນຫລວງ ຊື່ວ່າ: ປັກກິ່ງ, ຈີນ ເປັນລັດ ເອກະລາດ ໃນອາຊີຕາເວັນອອກ, ຕັ້ງຢູ່ລະຫວ່າງ ສປປ ເກົາຫລີ ກັບ ຫວຽດນາມ ຕິດກັບທະເລຈີນໃຕ້, ອ່າວເກົາຫລີ, ທະເລເຫລືອງ ແລະ ທະເລຈີນຕາເວັນອອກ; ເປັນປະເທດທີ່ມີປະຊາກອນ ຫລາຍທີ່ສຸດໃນໂລກ 1.425 ລ້ານກວ່າຄົນ (ໃນປີ 2023) ເປັນລັດພັກການເມືອງດຽວ, ປົກຄອງໂດຍ ພັກກອມມູນິດ ຈີນ.

ເນື່ອງໃນໂອກາດ ວັນຊາດ ຂອງ ປະເທດ ສາທາລະນະລັດ ປະຊາຊົນຈີນ (People's Republic of China) ຫລືເອີ້ນວ່າ ສປຈີນ ຄົບຮອບ 74 ປີ ວັນທີ (01.10.1949-01.10.2023). ໂດຍມີ ນະຄອນຫລວງ ຊື່ວ່າ: ປັກກິ່ງ, ຈີນ ເປັນລັດ ເອກະລາດ ໃນອາຊີຕາເວັນອອກ, ຕັ້ງຢູ່ລະຫວ່າງ ສປປ ເກົາຫລີ ກັບ ຫວຽດນາມ ຕິດກັບທະເລຈີນໃຕ້, ອ່າວເກົາຫລີ, ທະເລເຫລືອງ ແລະ ທະເລຈີນຕາເວັນອອກ; ເປັນປະເທດທີ່ມີປະຊາກອນ ຫລາຍທີ່ສຸດໃນໂລກ 1.425 ລ້ານກວ່າຄົນ (ໃນປີ 2023) ເປັນລັດພັກການເມືອງດຽວ, ປົກຄອງໂດຍ ພັກກອມມູນິດ ຈີນ. ມີເນື້ອທີ່ທັງໝົດ 9,6 ລ້ານກິໂລຕາແມັດ. ປະຊາຊົນນັບຖື ສາສະໜາພຸດ 18,2%, ສາສະໜາທ້ອງຖິ່ນ 21,9%, ບໍ່ມີສາສະໜາ 52,2% ແລະ ອື່ນໆ; ໃຊ້ພາສາທາງການແມ່ນ ພາສາຈີນກາງ; ສະກຸນເງິນ ຢວນ.
ເສດຖະກິດຂອງຈີນ ໄດ້ຂະຫຍາຍຕົວ ຢ່າງວ່ອງໄວ ເປັນຕົ້ນ ການລົງທຶນ ແລະ ການສົ່ງອອກ ເພີ່ມຂຶ້ນ 70 ເທົ່າເທື່ອ, ກາຍເປັນ ມະຫາອຳນາດ ທາງດ້ານເສດຖະກິດ ໂດຍມີ ລວມຍອດ ຜະລິດ ຕະພັນພາຍໃນ(GDP) 17,73 ພັນຕື້ ໂດລາສະຫະລັດ (ໃນປີ 2021); ສະເລ່ຍຕໍ່ຫົວຄົນ 12.556 ກວ່າໂດລາສະຫະລັດຕໍ່ປີ; ອັດຕາການຈະເລີນເຕີບໂຕທາງດ້ານເສດຖະກິດ 8,1 % ຕໍ່ປີ. ສິນຄ້າທີ່ສົ່ງອອກລວມມີ: ເຄື່ອງກົນຈັກ, ຜະລິດຕະພັນ ເຄື່ອງໃຊ້ໄຟຟ້າ, ເຄື່ອງນຸ່ງຫົ່ມ, ເຫລັກ ແລະ ໂທລະສັບມືຖື. ສ່ວນສິນຄ້າທີ່ນຳເຂົ້າເຊັ່ນ: ນ້ຳມັນ, ແຮ່ເຊື້ອໄຟ, ຢາງ, ແຜງວົງຈອນໄຟຟ້າ ແລະ ອື່ນໆ. ສ່ວນປະເທດຄູ່ການຄ້າ ທີ່ສຳຄັນມີ ເຂດຮົງກົງ, ສ.ອາເມລິກາ, ຍີ່ປຸ່ນ, ສ.ເກົາຫລີ, ເຢຍລະມັນ, ອົດສະຕຣາລີ ຕາມລຳດັບ. ນອກນີ້ ຍັງມີສະຖານທີ່ທ່ອງທ່ຽວ ສວຍງາມເປັນຕົ້ນ: ນະຄອນຫລວງ ປັກກິ່ງ ເປັນຈຸດສູນລວມຂອງປະຫວັດສາດ ອັນເກົ່າແກ່ຂອງ ຈີນ 3.000 ກວ່າປີ ເຊັ່ນ ພະລາຊາວັງຍຸກເກົ່າ, ພິພິດຕະພັນ ແຫ່ງຊາດ; ເກາະຮົງກົງ; ກຳແພງເມືອງຈີນ ມີຄວາມຍາວ ປະມານ 8.800 ກິໂລຕາແມັດ ກາຍເປັນກຳແພງທີ່ມີ ຂະໜາດຍາວທີ່ສຸດໃນໂລກ ແລະ ອື່ນໆ.

ປະເທດ ສປຈີນ ແລະ ປະເທດ ສປປ ລາວ ໄດ້ສ້າງຕັ້ງສາຍພົວພັນ ທາງການທູດຮ່ວມກັນ ເມື່ອວັນທີ 25.04.1961 ເປັນຕົ້ນມາ. ຕະຫລອດ ໄລຍະຜ່ານມາ ຄວາມໄວ້ເນື້ອເຊື່ອໃຈ ເຊິ່ງກັນ ແລະ ກັນ ລະຫວ່າງສອງພັກ-ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຈີນ ໄດ້ຮັບການເພີ່ມທະວີ ນັບມື້ສູງຂຶ້ນ, ການຂະຫຍາຍຕົວ ຂອງການຮ່ວມມື ສອງຝ່າຍ ໃນດ້ານຕ່າງໆ ໄດ້ນຳເອົາຜົນປະໂຫຍດ ອັນໃຫຍ່ຫລວງ ມາສູ່ປະຊາຊົນ ສອງຊາດພວກເຮົາ. ອັນເປັນການສ່ອງແສງໃຫ້ເຫັນ ເຖິງສາຍພົວພັນ ມິດຕະພາບ ທີ່ເປັນມູນເຊື້ອ , ຊຶ່ງໄດ້ຮັບການຖະນຸ ຖະໜອມ ເພີ່ມພູນຄູນສ້າງ ທີ່ມີປະສິດທິຜົນຢ່າງຕໍ່ເນື່ອງ ທັງຂອງສອງຝ່າຍ ແລະ ຫລາຍຝ່າຍ, ອັນພົ້ນເດັ່ນກວ່າໝູ່ ແມ່ນການຍົກລະດັບ ສາຍພົວພັນຮ່ວມມື ມາເປັນຄູ່ຮ່ວມມື ແບບຍຸດທະສາດຮອບດ້ານ, ໝັ້ນຄົງຍາວນານ.
ການແລກປ່ຽນ ລະຫວ່າງປະຊາຊົນ ມີການພັດທະນາຢ່າງບໍ່ຢຸດຢັ້ງ, ນັກທ່ອງທ່ຽວຈີນ ເຂົ້າມາທ່ຽວລາວ ເພີ່ມຂຶ້ນເລື້ອຍໆ, ນັກສຶກສາລາວ ທີ່ໄປຮຽນຢູ່ຈີນ ມີຈຳນວນຫລວງຫລາຍ. ຊຶ່ງຈີນ ແລະ ລາວ ໄດ້ຮ່ວມສຸກ ຮ່ວມທຸກ ຮັກແພງ ແລະ ເຂົ້າໃຈ ເຊິ່ງກັນ ແລະ ກັນ, ການສະໜັບສະໜູນ ຢ່າງຈິງໃຈ ເປັນເສົາຄໍ້າ ອັນໜັກແໜ້ນໃຫ້ແກ່ ສາຍພົວພັນ ຈີນ-ລາວ ທີ່ສືບຕໍ່ພັດທະນາ ໄປຢ່າງແໜ້ນແຟ້ນ, ຄວາມສາມັກຄີ ສູ້ຊົນຮ່ວມກັນ ເປັນກຳລັງແຮງຊຸກຍູ້ ຢ່າງບໍ່ເຫືອດແຫ້ງ, ສອງຝ່າຍໄດ້ຖອດຖອນ ບົດຮຽນ ຊ່ວຍເຫລືອ ເຊິ່ງກັນ ແລະ ກັນ ໃຫ້ກ້າວຂຶ້ນສູ່ລະດັບໃໝ່ ມີການກ້າວກະໂດດ ອັນຍິ່ງໃຫຍ່. ປັດຈຸບັນ ຈີນ ໄດ້ຊ່ວຍເຫລືອລາວ ຢ່າງຫລວງຫລາຍ ບໍ່ວ່າຈະເປັນດ້ານການສຶກສາ, ການເງິນ ,ການລົງທຶນ ແລະ ອື່ນໆ.
ໂດຍ: ດາວັນ
KPL