ພ້ອມກັນປະກອບສ່ວນຊື້ທະນາບັດ ຊ່ວຍແກ້ໄຂວິກິດເສດຖະກິດ

29/09/2023 12:27
Email Print 774
ຂປລ ໃນສະພາບທີ່ເສດຖະກິດມີຄວາຫຍຸ້ງຍາກ, ລັດຖະບານໄດ້ວາງຫລາຍມາດຕະການໃນການແກ້ໄຂ ຊຶ່ງມີທັງມາດຕະການເລັ່ງດ່ວນ ແລະ ມາດຕະການໄລຍະຍາວ.

*ໃນສະພາບທີ່ເສດຖະກິດມີຄວາຫຍຸ້ງຍາກ, ລັດຖະບານໄດ້ວາງຫລາຍມາດຕະການໃນການແກ້ໄຂ ຊຶ່ງມີທັງມາດຕະການເລັ່ງດ່ວນ ແລະ ມາດຕະການໄລຍະຍາວ. ໃນນັ້ນ , ການເປີດຈຳໜ່າຍບັດພັນທະບັດ ກໍເປັນອີກໜຶ່ງມາດຕະການ ທີ່ລັດຖະບານວາງອອກ ເພື່ອແກ້ໄຂບັນຫາເສດຖະກິດ ຊຶ່ງກໍໄດ້ມີການຈັດຕັ້ງປະຕິບັດເປັນງວດທີ 3 ແລ້ວ. ແຕ່ກໍຍັງມີກຸ່ມຄົນຈຳນວນໜຶ່ງບໍ່ເຂົ້າໃຈ ແລະ ເອົາບັນຫາດັ່ງກ່າວມາປັ່ນປ່ວນສັງຄົມ ໃຫ້ເກີດຄວາມເຂົ້າໃຈຜິດ ຕໍ່ແນວທາງຂອງລັດຖະບານ ຊຶ່ງຜ່ານມາກໍມີຫລາຍຄວາມຄິດເຫັນທີ່ແຕກຕ່າງ ຫລາຍສົມຄວນໃນສື່ສັງຄົມອອນລາຍ.

ແຕ່ແນວໃດກໍດີ ທາງທະນາຄານ ແຫ່ງ ສປປ ລາວ ກໍໄດ້ມີການຢັ້ງຢືນວ່າ: ການຈຳໜ່າຍພັນທະບັດເປັນອີກໜຶ່ງມາດຕະການ ກະຕຸ້ນເສດຖະກິດຂອງລັດຖະບານ ໃນໄລຍະທີ່ເກີດວິກິດການຫຍຸ້ງຍາກ ຊຶ່ງມາດຕະການນີ້ ຈະຊ່ວຍໃຫ້ເສດ ຖະກິດຟື້ນຕົວ ແລະ ກັບຄືນສູ່ສະພາບປົກກະຕິ. ແຕ່ຮູບການນີ້ຈະຊ່ວຍແກ້ໄຂ ໄດ້ຫລາຍໜ້ອຍແນວໃດ ແມ່ນຂຶ້ນກັບທຸກພາກສ່ວນ ຕ້ອງຊ່ວຍກັນປະກອບສ່ວນ ດ້ວຍການສັ່ງຈອງພັນທະບັດ ຊຶ່ງຈະໜ້ອຍ ຫລື ຫລາຍ ກໍແລ້ວແຕ່ຄວາມສາມາດ ທີ່ມີ. ການປະກອບສ່ວນຊື້ພັນທະບັດນີ້ ຍັງດີກວ່າ ເຮົາຈະໄປຕົກເຂົ້າວັງວົນສັງຄົມອອນລາຍ ທີ່ຕົວະຍົວະຫລອກລວງ ໃຫ້ມີການລົງທຶນແບບບໍ່ມີຕົວຕົນ ສຸດທ້າຍກໍເສຍຜົນປະໂຫຍດຂອງຕົນເອງ ໄປແບບບໍ່ໄດ້ຫຍັງ ດັ່ງບົດຮຽນທີ່ເຮົາພົບ ເຫັນ ໃນໄລຍະຜ່ານມາ.

ການລົງທຶນຜ່ານການສັ່ງຈອງພັນທະບັດຊ່ວຍລັດຖະບານ ທີ່ມີທະນາຄານ ແຫ່ງ ສປປ ລາວ ທີ່ເປັນອົງການຈັດຕັ້ງຂອງລັດຖະບານ ເປັນຜູ້ກຳກັບ ຖືວ່າເປັນເລື່ອງທີ່ດີ ນອກຈາກເພິ່ນກຳນົດດອກເບ້ຍ 15% ຕໍ່ປີແລ້ວ ທັງຮັບປະກັນ ຄວາມປອດໄພ ອີກດ້ານໜຶ່ງຍັງເປັນການປະກອບສ່ວນພັດທະນາ ແລະ ກອບກູ້ເສດຖະກິດຂອງຊາດ ໃຫ້ກັບຄືນວ່າເຂັ້ມແຂງຕື່ມອີກທາງໜຶ່ງ.

ໂດຍ: ສາວບ້ານໂນນ

KPL

ຂ່າວອື່ນໆ

    • ໄຊຊະນະດຽນບຽນຟູ ຊຸກຍູ້ຂະບວນການປົດປອຍຊາດທົ່ວໂລກບົດ-ສາລະຄະດີ

      ໄຊຊະນະດຽນບຽນຟູ ຊຸກຍູ້ຂະບວນການປົດປອຍຊາດທົ່ວໂລກ

      5/7/2025 9:55:02 AM

      ໄຊຊະນະດຽນບຽນຟູ ບໍ່ພຽງແຕ່ຢັ້ງຢືນກຳລັງແຮງແຫ່ງຄວາມສາມັກຄີຂອງຊາດຫວຽດນາມເທົ່ານັ້ນ, ຫາກຍັງແມ່ນຈຸດເດັ່ນໃນປະຫວັດສາດປົດປ່ອຍຊາດໃນໂລກ, ແມ່ນແຫລ່ງລະດົມກຳລັງໃຈຢ່າງໃຫຍ່ຫລວງໃຫ້ແກ່ປະຊາຊາດທີ່ຮັກຫອມສັນຕິພາບ.

    • 9 ເດືອນທ້າຍປີ 2025 ແຂວງສາລະວັນສູ້ຊົນໃຫ້ເສດຖະກິດຂະຫຍາຍຕົວໃນລະດັບ 6,5% ຂຶ້ນໄປບົດ-ສາລະຄະດີ

      9 ເດືອນທ້າຍປີ 2025 ແຂວງສາລະວັນສູ້ຊົນໃຫ້ເສດຖະກິດຂະຫຍາຍຕົວໃນລະດັບ 6,5% ຂຶ້ນໄປ

      5/7/2025 9:50:15 AM

      ເພື່ອສືບຕໍ່ຈັດຕັ້ງປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານຂອງພັກ; ຍົກສູງຄຸນນະພາບຂອງກຳລັງປະກອບອາວຸດ, ທັບມ້າງກົນອຸບາຍຍຸດທະສາດການຫັນປ່ຽນໂດຍສັນຕິຂອງສັດຕູ; ເອົາໃຈໃສ່ໃນການຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍໃນທົ່ວແຂວງ, ຕ້ານ ແລະ ແກ້ໄຂປາກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນສັງຄົມເປັນຕົ້ນ: ຂີ້ລັກງັດແງະ, ຢາເສບຕິດ, ອຸບັດເຫດ ແລະ ອື່ນໆ ໃຫ້ຫລຸດລົງ.

    • ວິທີປ້ອງກັນພະຍາດໄຂ້ເລືອດດຳບົດ-ສາລະຄະດີ

      ວິທີປ້ອງກັນພະຍາດໄຂ້ເລືອດດຳ

      5/7/2025 9:43:13 AM

      ພະຍາດໄຂ້ເລືອດດຳ ເປັນພະຍາດທີ່ຕິດຕໍ່ຈາກສັດສູ່ຄົນ ໂດຍການສຳຜັດ ແລະ ການບໍລິໂພກຊີ້ນສັດທີ່ຕິດພະຍາດ ແລະ ເຮັດໃຫ້ເສຍຊີວິດໄດ້.

    • ບົດສຳພາດທ່ານທູດ ແຫ່ງ ສປ ຈີນ ປະຈຳ ສປປ ລາວບົດ-ສາລະຄະດີ

      ບົດສຳພາດທ່ານທູດ ແຫ່ງ ສປ ຈີນ ປະຈຳ ສປປ ລາວ

      5/6/2025 9:45:37 AM

      ເນື່ອງໃນໂອກາດວັນສ້າງຕັ້ງທາງການທູດລາວ-ຈີນ ຄົບຮອບ 64 ປີ, ທ່ານ ນາງ ຟ່າງຫົງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປ ຈີນ ປະຈຳລາວ ກໍ່ໄດ້ຖືໂອກາດວັນດັ່ງກ່າວ ໃຫ້ສຳພາດຕໍ່ສື່ມວນຊົນເມື່ອບໍ່ດົນມານີ້.

    • ພະຍາດໄຂ້ງົວດຳອັນຕະລາຍ ທີ່ມາກັບອາຫານດິບບົດ-ສາລະຄະດີ

      ພະຍາດໄຂ້ງົວດຳອັນຕະລາຍ ທີ່ມາກັບອາຫານດິບ

      5/6/2025 9:39:45 AM

      ອາທິດຜ່ານມາ ຫລາຍຄົນອາດຈະໄດ້ເຫັນຂ່າວຈາກປະເພດ ເພື່ອນບ້ານແລ້ວວ່າມີການລະບາດຂອງພະຍາດໄຂ້ງົວດໍາ ຈົນເຮັດໃຫມີຄົນເສຍຊີວິດແລ້ວສອງຄົນ ເຊ່ິງພະຍາດດັ່ງກ່າວ ເປັນພະຍາດຕິດແປດຮ້າຍແຮງຊະນິດໜຶ່ງ ທີ່ເກີດກັບສັດລ້ຽງລູກດ້ວຍນໍ້ານົມເຊັ່ນ: ງົວ, ຄວາຍ, ແກະ, ແບ້, ໝູ, ມ້າ ແລະ ອື່ນໆ.

ads
ads

Top