ຂປລ
*ຫາງສຽງສັງຄົມ ລ້ວນຊົມເຊີຍພາກສ່ວນກ່ຽວຂ້ອງຂອງລັດ ທີ່ໄດ້ມີຄວາມພະຍາຍາມ ໃນການແກ້ໄຂບັນ ຫາ ຫຍຸ້ງຍາກທາງດ້ານເສດຖະກິດ...ທີ່ມີການຈັດກິດຈະກໍາ ຂາຍອຸປະໂພກ-ບໍລິໂພກ ຫລຸດລາຄາຕາມນະ ໂຍບາຍຂອງຄະນະ 19/ກມສພ, ຢູ່ນະຄອນຫລວງວຽງ ຈັນ ໃນໄລຍະວັນທີ 26-30 ກັນຍາ 2023.
*ຫາງສຽງສັງຄົມ ລ້ວນຊົມເຊີຍພາກສ່ວນກ່ຽວຂ້ອງຂອງລັດ ທີ່ໄດ້ມີຄວາມພະຍາຍາມ ໃນການແກ້ໄຂບັນຫາຫຍຸ້ງຍາກທາງດ້ານເສດຖະກິດ...ທີ່ມີການຈັດກິດຈະກໍາ ຂາຍອຸປະໂພກ-ບໍລິໂພກ ຫລຸດລາຄາຕາມນະໂຍບາຍຂອງຄະນະ 19/ກມສພ, ຢູ່ ນະຄອນຫລວງວຽງ ຈັນ ໃນໄລຍະວັນທີ 26-30 ກັນຍາ 2023.
ແຈ້ງການດັ່ງກ່າວໄດ້ລະບຸລາຍລະອຽດໃນພາກປະຕິບັດ ໂດຍມອບໃຫ້ພະແນກອຸດສາຫະກໍາ ແລະ ການຄ້າ ນະຄອນຫລວງວຽງຈັນ ຊີ້ນໍາຫ້ອງການອຸດສາຫະກໍາ ແລະ ການຄ້າບັນດາເມືອງ ເປັນເຈົ້າການເຜີຍແຜ່,ປະກາດໃຫ້ສັງຄົມຮັບຮູ້ ກ່ຽວກັບ ການຈັດກິດຈະກໍາຂາຍສິນຄ້າ ອຸປະໂພກ-ບໍລິໂພກຫລຸດລາຄາ ຕາມນະໂຍບາຍຂອງຄະນະ19/ກມສພ. ພ້ອມທັງອໍານວຍຄວາມສະດວກ ດ້ານສະຖານທີ່ຂາຍ, ການລົງທະບຽນຜູ້ຊື້ ແລະ ຕິດຕາມການຈັດກິດຈະກໍາດັ່ງກ່າວ ໃນຂອບເຂດຄວາມ ຮັບຜິດ ຊອບຂອງຕົນ. ເງື່ອນໄຂຂອງຜູ້ຊື້ແມ່ນ ຕ້ອງໄດ້ລົງທະບຽນລາຍຊື່ກ່ອນຊື້ສິນຄ້າ ແລະ ສາມາດຊື້ສິນຄ້າ ແຕ່ລະລາຍການໄດ້ຕາມປະລິມານທີ່ກໍານົດໄວ້. ແຈ້ງການຍັງໄດ້ລະບຸ ໃຫ້ຫົວໜ່ວຍທຸລະກິດ ທີ່ເຂົ້າຮ່ວມກິດຈະກໍາ ນໍາສິນຄ້າຂອງທຸລະກິດ ຕົນມາຈໍາ ໜ່າຍໃນກິດຈະກໍາດັ່ງກ່າວຕາມເວລາ-ສະຖານທີ່ ທີ່ໄດ້ກໍານົດ. ໃຫ້ພະແນກອຸດສາຫະກໍາ-ການຄ້າ ນະຄອນຫລວງວຽງຈັນ, ຫ້ອງການອຸດສາຫະກໍາ-ການຄ້າຕິດຕາມ ແລະ ຊຸກຍູ້ກິດຈະກໍາດັ່ງກ່າວ ໃຫ້ມີປະສິດທິຜົນ ແລະ ພາຍຫລັງສໍາເລັດຕ້ອງລາຍງານ ໃຫ້ອໍານາດການປົກຄອງທ້ອງຖິ່ນ ແລະ ກົມການຄ້າພາຍໃນ ໃນເວລາອັນຄວນ.
ສິນຄ້າຕາມລາຍການເຂົ້າຮ່ວມກິດຈະກໍາເບື້ອງຕົ້ນນີ້ ມີປະເພດໝີ່ສໍາເລັດຮູບຍີ່ຫໍ້ໄວໄວ ຂະໜາດ 57 ກຣາມ (10ຫໍ່ 33.000 ກີບ), ນໍ້າປາກາປາມຶກ ຂະໜາດບັນຈຸ 700 ຊີຊີ(ຕຸກລະ16.000 ກີບ), ນໍ້າມັນພືດ ກາຄົວທິບ ຂະໜາດບັນຈຸ 900 ຊີຊີ (ຕຸກລະ 24.000ກີບ), ສະອິ້ວຂະໜາດບັນຈຸ 600 ຊີຊີ (ແກ້ວລະ 16.000 ກີບ), ນໍ້າມັນຫອຍຂະໜາດບັນຈຸ 1.000 ກຣາມ (ຕຸກລະ 18.000 ກີບ), ແປ້ງນົວຂະໜາດບັນຈຸ 250 ກຣາມ (ຫໍ່ລະ 14.000 ກີບ ), ນໍ້າຢາລ້າງຈານຂະໜາດບັນຈຸ 780 ມີລີລີດ (ຕຸກລະ 11.500 ກີບ). ລວມເປັນເງິນຕໍ່ຊຸດ 133.000 ກີບ. ກິດຈະກໍາດັ່ງກ່າວ ກໍານົດແບ່ງ ຫລື ສະຫລັບຈັດຢູ່ບັນດາຈຸດກໍານົດ ເລີ່ມແຕ່ເວລາ 9:00 ໂມງ-16:00 ໂມງ ເຊິ່ງທ່ານຜູ້ອ່ານສາມາດ ເບິ່ງລາຍລະອຽດສະຖານທີ່ ຈັດກິດຈະກໍາໄດ້ໃນ ເຟ ສບຸກເພຈ ປະເທດລາວ pathedlao, ວິທະຍຸກະຈາຍສຽງແຫ່ງຊາດ, ໂທລະພາບແຫ່ງຊາດ, ປະຊາຊົນ, ໜັງສືພິມວຽງຈັນທາມ, ໜັງສືພິມລາວພັດທະນາ, Media laos ແລະ ອື່ນໆ.
ມີຫລາຍຄໍາເຫັນ ນອກຈາກຄໍາຊົມເຊີຍແລ້ວ, ຍັງເຫັນສົມຄວນໃຫ້ມີການສືບຕໍ່ຈັດ ແລະ ຂະຫຍາຍໄປຫລາຍບ່ອນຫລາຍແຂວງ ຕາມເງື່ອນໄຂ ແລະ ທ່າແຮງແຕ່ລະບ່ອນ, ຈັດສໍາເລັດ ຄວນຖອດຖອນບົດຮຽນ ໃຫ້ເຫັນດ້ານດີທີ່ຄວນສືບຕໍ່ເສີມຂະ ຫຍາຍ ແລະ ບັນດາຂໍ້ຈໍາກັດ ທີ່ຄວນເອົາໃຈໃສ່ແກ້ໄຂ; ລະດົມທຸກກໍາລັງແຮງສັງຄົມ ເຂົ້າມາຮ່ວມ; ການຈັດກິດຈະກໍາ ຂາຍ-ຊື້ ນີ້ ໃຫ້ເປັນໄປຕາມຈຸດປະສົງ ແລະ ເປົ້າໝາຍທີ່ໄດ້ກໍານົດ, ຫລີກເວັ້ນທຸກປະກົດການຫຍໍ້ທໍ້; ຖືສໍາຄັນການໂຄສະນາປະຊາສໍາ ພັນໃຫ້ຜູ້ຊື້ຮັບຮູ້-ເຂົ້າໃຈແຈ້ງເງື່ອນໄຂການຊື້ ເພື່ອບໍ່ໃຫ້ເກີດມີແນວຄິດສວຍໂອກາດ ຫລື ການປະພຶດອັນບໍ່ຄືບໍ່ຄວນ ກາຍເປັນຄວາມຫຍໍ້ທໍ້ ແລະ ອື່ນໆ. ຂະນະດຽວກັນ ກໍ່ສືບຕໍ່ປຸກລະດົມຢ່າງແຂງແຮງ, ທັງສ້າງເງື່ອນໄຂເອື້ອອໍານວຍ ໃຫ້ມີຂະບວນການ ຜະລິດພາຍໃນໃຫ້ນັບມື້ຫລາຍ, ມີສິນຄ້າພາຍໃນ ອັນຈໍາເປັນພື້ນຖານ ສໍາລັບການອຸປະໂພກ-ບໍລິໂພກ ໃຫ້ພຽງພໍໃນອະນາຄົດ, ພະຍາຍາມເຮັດຢ່າງຕໍ່ເນື່ອງ, ຫັນເອົາວິກິດໃຫ້ເປັນໂອກາດ ເພື່ອສ້າງຄວາມເຂັ້ມແຂງດ້ວຍຕົນເອງ. ບົດຮຽນອັນສໍາຄັນໜຶ່ງທີ່ ຕ້ອງຄໍານຶງ ແລະ ຮີບຮ້ອນພ້ອມກັນແກ້ໄຂ ແມ່ນການເພິ່ງພາອາໄສແຕ່ການນໍາເຂົ້າ, ຖ້າຄົນລາວພວກເຮົາບໍ່ຊ່ວຍກັນຢ່າງແຂງ ແຮງອີຫລີ ສະພາບຈະວົນໄປວຽນມາ. ເວລາເຮົາລໍາບາກ ຄົນປະເທດໃກ້ຄຽງເຮົາ ຈໍານວນບໍ່ໜ້ອຍ ອອກມາຊໍ້າເຕີມສະພາບ, ຫຍໍ້ຫຍັນ, ໃສ່ຮ້າຍປ້າຍສີ, ຍຸແຍ່ໃຫ້ແຕກສາມັກຄີ...ຕ່າງໆນາໆ. ພວກເຮົາມີໃຈບໍ່?
ໂດຍ: ຄ້ອງໃໝ່
KPL