ມອບ-ຮັບ ການປັບປຸງອາຄານໂຮງຮຽນ ປະຖົມບ້ານນາຂາມ ເມືອງປະທຸມພອນ

27/09/2023 16:54
Email Print 2093
ຂປລ ຂປລ. ສະມາຄົມມິດຕະພາບ ລາວ-ຢຍລະມັນ ແລະ ສະຖານທູດເຢຍລະມັນ ຮ່ວມກັບ ອົງການການປົກຄອງແຂວງຈຳປາສັກ ຈັດພິທີມອບ-ຮັບ ການປັບປຸງອາຄານ ໂຮງຮຽນປະຖົມບ້ານນາຂາມ ເມືອງປະທຸມພອນ ໃນວັນທີ 25 ກັນຍາ 2023 ຜ່ານມາ

ຂປລ. ສະມາຄົມມິດຕະພາບ ລາວ-ຢຍລະມັນ ແລະ ສະຖານທູດເຢຍລະມັນ ຮ່ວມກັບ ອົງການການປົກຄອງແຂວງຈຳປາສັກ ຈັດພິທີມອບ-ຮັບ ການປັບປຸງອາຄານ ໂຮງຮຽນປະຖົມບ້ານນາຂາມ ເມືອງປະທຸມພອນ ໃນວັນທີ 25 ກັນຍາ 2023 ຜ່ານມາ, ຕ່າງໜ້າມອບໂດຍ ທ່ານ ນາງ ອາເນັດ ຄະໂນບັອກ (Annette Knobloch), ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສສ ເຢຍລະມັນ ປະຈຳ ສປປ ລາວ ແລະ ຮັບໂດຍ ທ່ານ ບຸນຖອງ ສຸພາວົງ ຮອງເຈົ້າເມືອງປະທຸມພອນ ໂດຍມີ ທ່ານ ໂສມ ບຸດຕະວົງ ຮອງເຈົ້າແຂວງຈຳປາສັກ, ທ່ານ ຄໍາລຽນ ພົນເສນາປະທານສະມາຄົມມິດຕະພາບ ລາວ-ເຢຍລະມັນ, ພ້ອມດ້ວຍຄູ-ອາຈານ ແລະ ນັກຮຽນເຂົ້າຮ່ວມ.

ໂຮງຮຽນປະຖົມສົມບ້ານນາຂາມ ເມືອງປະທຸມພອນ ແຂວງຈຳປາສັກ ໄດ້ຮັບການສ້າງຕັ້ງແຕ່ປີ 1980 ໂດຍແມ່ນທຶນຂອງລັດຖະບານລາວ (ແບບເຄິ່ງຖາວອນໃນເມື່ອກ່ອນ), ມີ 3 ຫ້ອງຮຽນ, 3 ຫ້ອງນໍ້າ, ມາຮອດ ປີ 2023 ເກີດມີໄພທຳມະຊາດ ລົມພາຍຸ ເຮັດໃຫ້ໂຮງຮຽນດັ່ງກ່າວ ເກີດມີຜົນເສຍຫາຍພໍສົມຄວນ ແລະ ບໍ່ສາມາດນໍາໃຊ້ເຂົ້າໃນການຮຽນ-ການສອນໄດ້. ເມື່ອເຫັນໄດ້ຄວາມຈຳເປັນດັ່ງກ່າວ, ສະຖານເອກອັກຄະລັດຖະທູດເຢຍລະມັນ ປະຈໍາລາວ ຈຶ່ງໄດ້ໃຫ້ການຊ່ວຍເຫລືອງົບປະມານ 116 ລ້ານກີບ ແລະ ພໍ່ແມ່ປະຊາຊົນບ້ານນາຂາມ ປະກອບສ່ວນ 65 ລ້ານ​ກວ່າກີບ, ລວມມູນຄ່າການສ້ອມແປງທັງໝົດ 181 ລ້ານ​ກວ່າກີບ ໂດຍມອບໃຫ້ສະມາຄົມມິດຕະ ພາບ ລາວ-ເຢຍລະມັນ ເປັນຜູ້ຈັດຕັ້ງປະຕິບັດ ແລະ ປັບປຸງສ້ອມແປງ ສຳເລັດໃນທ້າຍເດືອນສິງຫາ 2023.

ໃນພິທີ, ທ່ານຮອງເຈົ້າເມືອງປະທຸມພອນ ໄດ້ຕາງໜ້າໃຫ້ຄູ-ອາຈານ, ພໍ່ແມ່ປະຊາຊົນ ແລະ ນັກຮຽນ ສະແດງຄວາມຂອບໃຈ ມາຍັງສະຖານເອກອັກຄະລັດຖະທູດ ເຢຍລະມັນ ປະຈຳ ລາວ ກໍຄື ລັດຖະບານເຢຍລະມັນ ແລະ ປະຊາຊົນເຢຍລະມັນ ທີ່ເຫັນຄວາມສໍາຄັນ ແລະ ສະໜັບສະໜູນຊ່ວຍເຫລືອ ດ້ານການສຶກສາ ຢູ່ ສປປ ລາວ ຢ່າງຈິງໃຈຕະຫລອດມາ ເຮັດໃຫ້ນັກຮຽນໄດ້ຮັບ ການສຶກສາໃນເງື່ອນໄຂທີ່ດີ, ຖືເປັນການປະກອບສ່ວນສໍາຄັນ ເຂົ້າໃນການພັດທະນາພື້ນຖານ ໂຄງລ່າງດ້ານການສຶກສາ ຢູ່ ສປປ ລາວ ໂດຍສະເພາະແມ່ນ ແຂວງຈຳປາສັກ, ທັງເປັນການປະກອບ ສ່ວນເຂົ້າໃນການເສີມຂະຫຍາຍ ສາຍພົວພັນອັນດີງາມຂອງ ສອງປະເທດ ແລະ ປະຊາຊົນສອງຊາດ ລາວ-ເຢຍລະມັນ ໃຫ້ນັບມື້ໄດ້ຮັບການພັດທະນາ ແລະ ເສີມຂະຫຍາຍສູ່ບາດກ້າວໃໝ່. ພ້ອມນີ້, ຍັງໃຫ້ຄຳໝັ້ນສັນຍາວ່າ ຈະປົກປັກຮັກສາ ແລະ ຈະນຳໃຊ້ອາຄານໂຮງຮຽນດັ່ງກ່າວ ໃຫ້ໝັ້ນຄົງຍາວນານ ແລະ ເກີດຜົນປະໂຫຍດສູງສຸດ.

ຂ່າວ-ພາບ: ຄຕພ

KPL

ຂ່າວອື່ນໆ

    • ສະຫລອງ 1  ປີ ການນໍາໃຊ້ລະບົບລົງທະບຽນ ການໃຫ້ວັກຊີນກັນພະຍາດແບບເອເລັກໂຕຣນິກສຶກສາ-ກິລາ

      ສະຫລອງ 1 ປີ ການນໍາໃຊ້ລະບົບລົງທະບຽນ ການໃຫ້ວັກຊີນກັນພະຍາດແບບເອເລັກໂຕຣນິກ

      5/6/2025 8:04:35 PM

      ຂປລ. ພິທີສະເຫລີມສະຫລອງ ຄົບຮອບ 1 ປີ ການນໍາໃຊ້ລະບົບລົງທະບຽນ ການໃຫ້ວັກຊີນກັນພະຍາດ ແບບເອເລັກໂຕຣນິກ ຫລື EIR ໃນ ສປປ ລາວ ຈັດຂຶ້ນໃນວັນທີ 5 ພຶດສະພາ 2025 ຢູ່ນະຄອນຫລວງວຽງຈັນ

    • ສຳເລັດການແຂ່ງຂັນສີມືແຮງງານແຫ່ງຊາດ ຄັ້ງທີ IVສຶກສາ-ກິລາ

      ສຳເລັດການແຂ່ງຂັນສີມືແຮງງານແຫ່ງຊາດ ຄັ້ງທີ IV

      5/5/2025 8:04:19 PM

      ຂປລ. ງານແຂ່ງຂັນສີມືແຮງງານ ແຫ່ງຊາດ ຄັ້ງທີ 4 ພາຍໃຕ້ຄໍາຂວັນ ‘‘ສີມືແຮງງານລາວ ກ້າວສູ່ພາກພື້ນ ແລະ ສາກົນ’’ ໄດ້ສຳເລັດລົງເມື່ອບໍ່ດົນມານີ້, ທີ່ນະຄອນຫລວງວຽງຈັນ ໂດຍເຂົ້າຮ່ວມ ແລະ ມອບລາງວັນໃຫ້ຜູ້ຊະນະການແຂ່ງຂັນ ຂອງ ທ່ານ ພົງໄຊສັກ ອິນຖາລາດ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ), ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ແລະ ນັກແຂ່ງຂັນເຂົ້າຮ່ວມ.

    • ນັກສຶກສາລາວ ໄດ້ຮັບທຶນເຂົ້າຮ່ວມໂຄງການແລກປ່ຽນດ້ານກະສິກໍາ ແລະ ພະລັງງານ ຢູ່ຍີ່ປຸ່ນ ສຶກສາ-ກິລາ

      ນັກສຶກສາລາວ ໄດ້ຮັບທຶນເຂົ້າຮ່ວມໂຄງການແລກປ່ຽນດ້ານກະສິກໍາ ແລະ ພະລັງງານ ຢູ່ຍີ່ປຸ່ນ

      3/5/2025 5:46:43 PM

      ຂປລ. ໃນວັນທີ 3 ມີນາ 2025 ຜ່ານມາ, ຄະນະນັກສຶກສາລາວ 32 ຄົນ ໄດ້ຮັບທຶນ ເຂົ້າຮ່ວມໂຄງການການແລກປ່ຽນດ້ານກະສິກໍາ ແລະ ການແລກປ່ຽນດ້ານພະລັງງານ ພາຍໃຕ້ໂຄງການເຈເນັດຊີ (JENESYS) ຢູ່ປະເທດຍີ່ປຸ່ນ ເພື່ອສົ່ງເສີມຄວາມເຂົ້າໃຈ ແລະ ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ ລະຫວ່າງປະຊາຊົນ ຈາກຍີ່ປຸ່ນ ແລະ ພາກພື້ນອາຊີ-ປາຊີຟິກ ທັງນີ້ກໍເພື່ອສ້າງພື້ນຖານແກ່ມິດຕະພາບ ແລະ ການຮ່ວມມືໃນອະນາຄົດ.

    • ຮວຜທ ຖອດຖອນບົດຮຽນ ບັ້ນທວນຄືນ ແລະ ສອບເສັງພາກຮຽນທີ Iສຶກສາ-ກິລາ

      ຮວຜທ ຖອດຖອນບົດຮຽນ ບັ້ນທວນຄືນ ແລະ ສອບເສັງພາກຮຽນທີ I

      2/19/2025 9:48:55 PM

      ຂປລ. ຫ້ອງສຶກສາ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ (ຮວຜທ) ຈັດກອງປະຊຸມ ສະຫລຸບຖອດຖອນບົດຮຽນ ບັ້ນທວນຄືນ ແລະ ສອບເສັງພາກຮຽນທີ I ສົກຮຽນ 2024-2025 ໂດຍການເປັນປະທານຂອງ ສະຫາຍ ພັນເອກ ສັງທອງ ສຸກສີສະຫວາດ ຮອງຫົວໜ້າການທະຫານ, ຫົວໜ້າຫ້ອງສຶກສາ ໂຮງຮຽນວັດທະນະທຳ ຊົນເຜົ່າກອງທັບ, ມີ ສະຫາຍ ພັນໂທ ນາງ ດາວັນ ສິມໃບມະນີ ຮອງຫົວໜ້າຫ້ອງສຶກສາ, ຫົວໜ້າພະແນກ-ຮອງພະແນກ, ພ້ອມດ້ວຍພະນັກງານ-ຄຸອາຈານ ທົ່ວຫ້ອງສຶກສາ ເຂົ້າຮ່ວມ.

    • ເລືອດຈ້າງ ເກີດຈາກສາເຫດຫຍັງສຶກສາ-ກິລາ

      ເລືອດຈ້າງ ເກີດຈາກສາເຫດຫຍັງ

      2/17/2025 10:43:56 AM

      ເລືອດຈາງ ຄືພາວະທີ່ຮ່າງກາຍເຮົາມີເມັດເລືອດແດງຕ່ຳກວ່າປົກກະຕິ ຈຶ່ງສົ່ງຜົນໃຫ້ທຸກຈຸລັງເນື້ອເຍື່ອ ແລະ ອະໄວຍະວະໃນຮ່າງກາຍຂາດເລືອດ.

ads
ads

Top