ຂປລ
* ສະພາບພາກພື້ນ-ສາກົນຜັນແປຢ່າງສັບສົນ, ເສດຖະກິດພາຍໃນມີຄວາມຫຍຸ້ງຍາກ, ແນ່ນອນວ່າບໍ່ອາດ ປະຕິເສດ ຜົນກະທົບຕໍ່ແນວຄິດ, ຊີວິດການເປັນຢູ່ບໍ່ສະດວກສະບາຍ. ຕໍ່ບັນຫາດັ່ງກ່າວ, ພັກ-ລັດຖະບານ ເຮົາ ບໍ່ໄດ້ນິ່ງ ນອນໃຈ ໃນ ການຮີບຮ້ອນເອົາໃຈໃສ່ແກ້ໄຂ ແລະ ເຫັນບັນຫາ, ຄາດຄະເນໄດ້ຖືກ ໂດຍໄດ້ວາງຫລາຍນະໂຍບາຍປ້ອງກັນ ແລະ ແກ້ໄຂ ບັນ ຫາມາແຕ່ຫົວທີ ນັບຕັ້ງແຕ່ເລື່ອງປະຢັດ ແລະ ຕ້ານການຟຸມເຟືອຍ; 2 ວາລະແຫ່ງຊາດ (ວ່າດ້ວຍ ການແກ້ບັນຫາຫຍຸ້ງຍາກ ທາງດ້ານເສດຖະກິດ-ການເງິນ, ການແກ້ໄຂບັນຫາຢາເສບຕິດ) ກໍ່ນັບແຕ່ປີ 2021 ເປັນຕົ້ນມາ.
* ສະພາບພາກພື້ນ-ສາກົນຜັນແປຢ່າງສັບສົນ, ເສດຖະກິດພາຍໃນມີຄວາມຫຍຸ້ງຍາກ, ແນ່ນອນວ່າບໍ່ອາດປະຕິເສດຜົນກະທົບຕໍ່ແນວຄິດ, ຊີວິດການເປັນຢູ່ບໍ່ສະດວກສະບາຍ. ຕໍ່ບັນຫາດັ່ງກ່າວ, ພັກ-ລັດຖະບານເຮົາ ບໍ່ໄດ້ນິ່ງ ນອນໃຈ ໃນການຮີບຮ້ອນເອົາໃຈໃສ່ແກ້ໄຂ ແລະ ເຫັນບັນຫາ, ຄາດຄະເນໄດ້ຖືກ ໂດຍໄດ້ວາງຫລາຍນະໂຍບາຍປ້ອງກັນ ແລະ ແກ້ໄຂບັນຫາມາແຕ່ຫົວທີ ນັບຕັ້ງແຕ່ເລື່ອງປະຢັດ ແລະ ຕ້ານການຟຸມເຟືອຍ; 2 ວາລະແຫ່ງຊາດ (ວ່າດ້ວຍ ການແກ້ບັນຫາຫຍຸ້ງຍາກ ທາງດ້ານເສດຖະກິດ-ການເງິນ, ການແກ້ໄຂບັນຫາຢາເສບຕິດ) ກໍ່ນັບແຕ່ປີ 2021 ເປັນຕົ້ນມາ. ໄລຍະມໍ່ໆມານີ້ກໍ່ມີຄໍາສັ່ງເລກທີ 13/ນຍ, ລົງວັນທີ 29 ສິງຫາ 2023 ວ່າດ້ວຍການເພີ່ມທະວີແກ້ໄຂບັນ ຫາເຄັ່ງ ຮ້ອນຂອງເສດຖະກິດ-ການເງິນ, ບັນຫາເງິນເຟີ້, ອັດຕາແລກປ່ຽນ, ລາຄາສິນຄ້າ ແລະ ໜີ້ສິນຕ່າງປະເທດ.
ກ່ຽວກັບບັນດາຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ທີ່ພວມເກີດຂຶ້ນນີ້, ລັດເຮົາຮັບຮູ້ ແລະ ເຫັນໄດ້ບັນຫາ ເຊິ່ງໄດ້ມີການຕີລາຄາຄາດຄະເນມາແຕ່ຫົວທີໃນຫລາຍປີກ່ອນນີ້. ພວກເຮົາໜ້າຈະຈື່ວ່າຫລາຍ ປີມາແລ້ວ ພັກ-ລັດຖະບານ ໄດ້ກໍານົດເປົ້າໝາຍໃຫຍ່ໃນການສູ້ຊົນນໍາພາປະເທດໃຫ້ຫລຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາ, ພື້ນຖານສໍາຄັນໜຶ່ງທີ່ໄດ້ປະຕິບັດມາຫລາຍປີແມ່ນຄວາມພະຍາຍາມໃນການລຶບລ້າງຄວາມທຸກຍາກ ຂອງປະຊາ ຊົນ ເຊິ່ງໄດ້ເລີ່ມຕົ້ນມາຕັ້ງແຕ່ຊຸມປີ 1980 ຕິດພັນກັບວຽກງານກໍ່ສ້າງຮາກຖານການເມືອງພັດທະນາຊົນນະບົດຮອບດ້ານ.
ຫລັງຈາກມາປະເທດເຮົາກໍ່ໄດ້ມີຜົນສໍາເລັດຫລາຍດ້ານໃນການພັດທະນາ, ເສດຖະກິດມີການຂະຫຍາຍຂະຫຍາຍຕົວດ້ວຍທ່າໝັ້ນຄົງ, ສັງຄົມມີຄວາມສະຫງົບປອດໄພ, ຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈ ຂອງປະຊາຊົນ ບັນດາເຜົ່ານັບມື້ດີຂຶ້ນ, ສະພາບຄວາມທຸກຍາກ ຂອງປະຊາຊົນນັບມື້ໜ້ອຍລົງ. ຢ່າງໃດກໍ່ດີ ໃນອີກຄາດໝາຍໃຫຍ່ແມ່ນການສູ້ຊົນໃຫ້ປະເທດຫລຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາ ແມ່ນຍັງມີສິ່ງທ້າທາຍພໍສົມຄວນ ເຊິ່ງ ມາ ຮອດປີ 2018-19 ການປະເມີນເຫັນວ່າປະເທດເຮົາ ຍັງບໍ່ທັນສາມາດຫລຸດພົ້ນໄດ້ ເນື່ອງຈາກປັດໄຈຄວາມບອບບາງ ທາງດ້ານເສດຖະກິດ, ສະນັ້ນ ຈຶ່ງໄດ້ສືບຕໍ່ສູ້ຊົນ ແລະ ພໍດີມາຈວບພໍ້ບັນຫາຜົນກະທົບ ຈາກສະພາບເສດ ຖະກິດໂລກ ເກີດຄວາມຫຍຸ້ງຍາກ ແລະ ມີການລະບາດຂອງພະຍາດໂຄວິດ19, ໄພທໍາມະຊາດ ແລະ ອື່ນໆ. ປະເທດເຮົາ ເປັນປະເທດເສດຖະກິດ ຂະໜາດນ້ອຍຢູ່ແລ້ວ ແລະ ພວມກໍ່ຮ່າງສ້າງຕົວ ບໍ່ພໍເທົ່າໃດປີ ກໍ່ໄດ້ຮັບຜົນກະທົບຢ່າງໜັກ ທັງຄວາມ ຫຍຸ້ງຍາກທາງເສດຖະກິດແລ້ວຍັງເກີດໄພທໍາມະຊາດ ນໍ້າຖ້ວມໜັກສອງສາມປີຕໍ່ກັນ ມາຕໍ່ໃສ່ພະຍາດໂຄວິດ19ລະບາດ, ບັນຫາລາຄານໍ້າມັນໂລກແພງຂຶ້ນ ແລະ ອື່ນໆ. ປະເທດເຮົາ ໂດຍພື້ນຖານແມ່ນ ຍັງນໍາເຂົ້າສິນຄ້າເປັນອັດຕາສ່ວນ ຫລາຍ, ຍ້ອນວ່າການຜະລິດພາຍໃນ ບໍ່ທັນແຂງແຮງເທົ່າທີ່ຄວນ ດ້ວຍຫລາຍປັດໄຈ ແລະ ອີງຕາມເງື່ອນໄຂຈຸດພິເສດພວກເຮົາທີ່ຍັງມີຄວາມຈໍາກັດບາງອັນ.
ຕໍ່ບັນຫາຫຍຸ້ງຍາກທີ່ກ່າວມາ, ທົ່ວລັດ-ທົ່ວກໍາລັງປະກອບອາວຸດ ແລະ ທົ່ວປວງຊົນເຮົາກໍ່ໄດ້ຮັບຮູ້ຢ່າງພາວະວິໄສ ແລະ ໄດ້ເປັນເຈົ້າການປະຕິບັດພັນທະໜ້າທີ່, ພັດທະນາວຽກງານ, ພັດທະນາອາຊີບ ຢ່າງເອົາການເອົາງານ, ທັງມີ ຄວາມສາມັກຄີເປັນປຶກແຜ່ນ ອ້ອມຂ້າງພັກ-ລັດ, ສູ້ຊົນຜ່ານຜ່າບັນດາອຸປະສັກ ລຸລ່ວງດ້ວຍດີມາເປັນໄລຍະໆ. ເຖິງຢ່າງໃດກໍ່ດີ ດ້ວຍສະພາບຜົນກະທົບຈາກພາຍນອກ ແລະ ຄວາມບອບບາງ ທາງດ້ານເສດຖະກິດພາຍໃນ, ມາປີ 2023ນີ້ ສະພາບຖືວ່າອ່າວໜັກໜ່ວງແທ້, ແຕ່ດ້ວຍມູນເຊື້ອ ແຫ່ງຄວາມສາມັກຄີພາຍໃນອັນເປັນປຶກແຜ່ນແໜ້ນໜາ, ຄວາມສູ້ຊົນອົດທົນຜ່ານຜ່າຂອງພວກເຮົາ ກໍ່ເຊື່ອໝັ້ນວ່າຄວາມຫຍຸ້ງຍາກຊົ່ວຄາວນີ້ ຈະຄ່ອຍໄດ້ຮັບການແກ້ໄຂ, ສະພາບ ຈະຄ່ອຍດີຂຶ້ນ ເຊິ່ງລັດຖະບານພວມສຸມໃສ່ ແກ້ໄຂຫລາຍບັນຫາຢ່າງເອົາການເອົາງານ ເປັນຕົ້ນ ມາດຕະການແກ້ໄຂເງິນເຟີ້, ຄວບຄຸມການນໍາເຂົ້າ-ສົ່ງອອກສິນຄ້າ, ອັດຕາແລກປ່ຽນເງິນຕາ, ເອົາໃຈໃສ່ເກັບລາຍຮັບ-ຄຸ້ມຄອງ ລາຍຈ່າຍ, ຂົນຂວາຍ ດຶງດູດການລົງທຶນຈາກຕ່າງປະເທດ, ສົ່ງເສີມການໃຊ້ເງິນກີບ, ການຜະລິດເປັນສິນຄ້າຢູ່ພາຍໃນປະເທດ, ສ້າງສິ່ງແວດລ້ອມທີ່ອໍານວຍ ແລະ ຄວາມສະດວກໃຫ້ແກ່ການຜະລິດພາຍໃນໃຫ້ເຂັ້ມແຂງ ແລະ ອື່ນໆ.
ມໍ່ໆມານີ້ ບັນດາສື່ໃນໂລກອອນລາຍ ໄດ້ມີການຕັ້ງບັນຫາຂຶ້ນຕ່າງໆນາໆວ່າພວກເຮົາລົ້ມລະລາຍ ແລະ ອື່ນໆ. ອັນນີ້ຢາກໃຫ້ຄົນລາວຜູ້ຮັກຊາດມີສະຕິ, ບໍ່ຫລົງເຊື່ອຄໍາຍຸແຍ່ ສ້າງຄວາມແຕກແຍກພາຍໃນພວກເຮົາ. ພຶດຕິກໍາຕົວຈິງ ພວກເຮົາກໍ່ຮູ້ວ່າບັນຫາມັນບໍ່ໄດ້ເຮັ່ງຮ້າຍເຖິງຂະໜາດນັ້ນ, ຖ້າສັງເກດກໍາລັງຊື້ຂອງຄົນໃນເມືອງ ກໍ່ຄືຊົນນະບົດ ກໍ່ຍັງເຫັນມີລັກສະນະເດີມ, ພຽງແຕ່ວ່າອັດຕາສ່ວນອາດຫລຸດລົງ ເພາະເຮົາຕ້ອງຊອກຫາມາບໍລິໂພກຢູ່ແລ້ວ ແລະ ສະພາບ ແວດລ້ອມທາງດ້ານຕ່າງໆ ລວມທັງດ້ານວັດທະນະທໍາຂອງເຮົາແມ່ນຍັງຮັກສາໄດ້ຊຶ່ງຄວາມດີງາມ. ຄົນລາວລ້ວນມີພື້ນຖານເສດຖະກິດໝັ້ນຄົງ ເປັນຕົ້ນທີ່ພັກອາໄສ, ທີ່ດິນທໍາມາຫາກິນ ແລະ ມູນມັ່ງຈໍານວນໜຶ່ງ ເປັນປັດໄຈໃນການ ພັດ ທະນາ.
ກຸ່ມຄົນທີ່ບໍ່ຫວັງດີ, ນັກລ່າຄະແນນທາງອອນລາຍ ທັງຄົນລາວ ແລະ ຄົນຕ່າງປະເທດ ຈໍານວນໜຶ່ງໃຊ້ສັບສໍານວນສຽດສີ ເວົ້າໂຍກ ຂໍ້ບົກພ່ອງ ກະຕຸກເສັ້ນປະສາດ... ຄົນລາວຜູ້ທີ່ຖືກກົດດັນອຸກອັ່ງລໍາບາກຢູ່ແລ້ວ ຖ້າບໍ່ມີສະຕິຈໍາ ແນກໃຫ້ດີ ກໍ່ໃຊ້ອາລົມເປັນໃຫຍ່ໄຮ້ເຫດຜົນ ກົດໄລກົດແຊ ສ້າງລາຍຮັບຈາກຄະແນນ ໃຫ້ເຈົ້າຂອງເຟສບຸກ ແລະ ຕິກຕັອກ...ເປັນການຕົກຫລຸມພາງ ເລ່ກົນຂອງຄົນບໍ່ດີຕໍ່ຊາດເຮົາ ແລະ ພວກນັກລ່າຄະແນນທາງອອນລາຍ ເພື່ອຫາ ເງິນເຂົ້າຖົງເຂົາພຸ້ນ.
ສໍາຄັນທີ່ສຸດ, ຕ້ອງຍົກສູງສະຕິລະວັງຕົວ ຕໍ່ການສ້າງກະແສດັ່ງກ່າວ ເພາະມັນຍັງເປັນອຸບາຍຫ້າງແຮ້ວ ຢາກໃຫ້ ມີການຈັບກຸມ ຄົນລາວເຮົາເອງ ເກີດຂຶ້ນ, ແລ້ວຈູດປະກາຍໄຟໃຫ້ກາຍເປັນຂະບວນບໍ່ພໍໃຈ ຄັດຄ້ານ ຂັດຂືນ ແກ່ດຶງ ປະເທດໃຫ້ຕົກ ຢູ່ໃນຄວາມວຸ້ນວາຍ. ຄຽງຄູ່ກັນນັ້ນ ພວກເຮົາກໍ່ຕ້ອງອອກແຮງຕິຊົມຕໍ່ສູ້ພາຍໃນ ເພື່ອແກ້ໄຂບັນຫາຢ່າງຈິງຈັງ, ບໍ່ຄວນເສີຍເມີຍຕໍ່ຈຸດອ່ອນ ຂໍ້ບົກພ່ອງແມ່ນແຕ່ເລັກໆນ້ອຍໆ, ບໍ່ອຸກອັ່ງນັ່ງບ່ອນເກົ່າ ໂດຍບໍ່ເອົາໃຈໃສ່ແກ້ ໄຂ, ບໍ່ຫລົງໄຫລເພີດເພີນນໍາຄໍາເວົ້າຍ້ອງເກີນຈິງ ສ້າງແນວຄິດມັກສະຫງົບເພິ່ງພໍໃຈ ໃນຄວາມສຸກຊົ່ວຄາວ ໂດຍບໍ່ຄິດເຫັນອະນາຄົດຂອງປະເທດຊາດ.
* ຄ້ອງໃໝ່
KPL