ປະເພດ ແລະ ຊະນິດປ້າຍ

25/09/2023 13:55
Email Print 2172
ຂປລ *ປ້າຍທີ່ນຳໃຊ້ໃນ ສປປ ລາວ ມີຫລາຍປະເພດ 3 ເປັນຕົ້ນ: ປ້າຍບົ່ງບອກ ແມ່ນ ປ້າຍທີ່ມີເນື້ອໃນ ຊີ້ບອກ ແນະນໍາ ຊື່ ສໍານັກງານ, ອົງການລັດ ແລະ ເອກະຊົນ, ສະຖານທີ່ຕ່າງໆ, ໜ່ວຍ, ຄຸ້ມ, ບ້ານ, ເມືອງ, ເທສະບານ, ນະຄອນ, ແຂວງ, ນະຄອນຫລວງ, ຖະໜົນ, ທິດທາງການ ສັນຈອນ, ດ່ານເຂົ້າ-ອອກລະຫວ່າງປະເທດ, ເຕືອນ, ບັງຄັບ, ເກືອດຫ້າມ ອື່ນໆ;

*ປ້າຍທີ່ນຳໃຊ້ໃນ ສປປ ລາວ ມີຫລາຍປະເພດ 3 ເປັນຕົ້ນ: ປ້າຍບົ່ງບອກ ແມ່ນ ປ້າຍທີ່ມີເນື້ອໃນ ຊີ້ບອກ ແນະນໍາ ຊື່ ສໍານັກງານ, ອົງການລັດ ແລະ ເອກະຊົນ, ສະຖານທີ່ຕ່າງໆ, ໜ່ວຍ, ຄຸ້ມ, ບ້ານ, ເມືອງ, ເທສະບານ, ນະຄອນ, ແຂວງ, ນະຄອນຫລວງ, ຖະໜົນ, ທິດທາງການ ສັນຈອນ, ດ່ານເຂົ້າ-ອອກລະຫວ່າງປະເທດ, ເຕືອນ, ບັງຄັບ, ເກືອດຫ້າມ ອື່ນໆ; ປ້າຍສຶກສາອົບຮົມ ແມ່ນ ປ້າຍທີ່ມີເນື້ອໃນ ເຜີຍແຜ່ ແນວທາງ, ນະໂຍບາຍ, ກົດໝາຍ, ລະບຽບການ, ຮູບພາບຕ່າງໆ ເພື່ອປຸກລະດົມນໍ້າໃຈຮັກຊາດ, ຮັກມູນເຊື້ອ ວັດທະນະທໍາຮີດຄອງປະເພນີອັນດີງາມຂອງ ຊາດ ແລະ ປ້າຍໂຄສະນາ ແມ່ນປ້າຍທີ່ມີເນື້ອໃນ ນໍາສະເໜີ ສະຖານທີ່ການຜະລິດ, ຜະລິດຕະພັນສິນຄ້າ, ອຸປະໂພກ, ບໍລິໂພກ, ສະຖານທີ່ທ່ອງທ່ຽວ ແລະ ການບໍລິການຕ່າງໆ.

ນອກຈາກນີ້ ຍັງແບ່ງອອກເປັນ 3 ຊະນິດ ຕົ້ນຕໍ ຄື: ປ້າຍ ພິມ; ປ້າຍ ຂຽນ,ແຕ້ມ, ປັ້ນ, ຫລໍ່, ຄວັດ ຫລື ແກະສະຫລັກ ແລະ ປ້າຍ ເອເລັກໂຕຣນິກ. ໃນນັນ, ປ້າຍພິມ ແມ່ນ ປ້າຍທີ່ໄດ້ນໍາເອົາຕົ້ນສະບັບ ທີ່ເປັນຕົວໜັສື, ຮູບພາບ, ຮູບແຕ້ມ, ເຄື່ອງໝາຍການຄ້າ ຫລື ເຄື່ອງໝາຍ ອື່ນໆ ມາພິມໃສ່ວັດສະດຸຕ່າງໆ. ສ່ວນປ້າຍຂຽນ, ແຕ້ມ, ປັ້ນ, ຫລໍ່, ຄວັດ ຫລື ແກະສະຫລັກ. ສຳລັບ, ປ້າຍຂຽນ, ແຕ້ມ, ປັ້ນ, ຫລໍ່, ຄວັດ ຫລື ແກະສະຫລັກ ແມ່ນ ປ້າຍທີ່ໄດ້ຜ່ານຂະບວນການໃຊ້ວັດຖຸປະກອນ ເຕັກນິກສະເພາະດ້ານວິຈິດສິນ ມາຂຽນ, ແຕ້ມ, ປັ້ນ, ຫລໍ່, ຄວັດ ຫລື ແກະ ສະຫລັກ ໃສ່ໄມ້, ຫີນອ່ອນ ແລະ ວັດຖຸ ອື່ນ ເປັນຕົວໜັງສື, ຮູບພາບ, ຮູບແຕ້ມ, ເຄື່ອງໝາຍການຄ້າ ຫລື ເຄື່ອງໝາຍອື່ນໆ. ປ້າຍເອເລັກໂຕຣນິກ ແມ່ນ ປ້າຍທີ່ນໍາໃຊ້ໄຟຟ້າເຂົ້າໃນການຕິດຕັ້ງ ໃນຮູບແບບຈໍພາບ, ຕູ້ໄຟຟ້າ, ລະບົບ ຄອມພິວເຕີທີ່ມີແສງສີ ໂດຍມີພາບເຄື່ອນໄຫວ ຫລື ບໍ່ເຄື່ອນ ໄຫວ ຊຶ່ງບັນຈຸຂໍ້ມູນ ຂ່າວສານ ທີ່ເປັນຕົວໜັງສື ຫລື ຮູບ ພາບ, ຮູບແຕ້ມ ຫລື ເຄື່ອງໝາຍການຄ້າ ຫລື ເຄື່ອງໝາຍອື່ນໆ.

KPL

ຂ່າວອື່ນໆ

    • ໄຊຊະນະດຽນບຽນຟູ ຊຸກຍູ້ຂະບວນການປົດປອຍຊາດທົ່ວໂລກບົດ-ສາລະຄະດີ

      ໄຊຊະນະດຽນບຽນຟູ ຊຸກຍູ້ຂະບວນການປົດປອຍຊາດທົ່ວໂລກ

      5/7/2025 9:55:02 AM

      ໄຊຊະນະດຽນບຽນຟູ ບໍ່ພຽງແຕ່ຢັ້ງຢືນກຳລັງແຮງແຫ່ງຄວາມສາມັກຄີຂອງຊາດຫວຽດນາມເທົ່ານັ້ນ, ຫາກຍັງແມ່ນຈຸດເດັ່ນໃນປະຫວັດສາດປົດປ່ອຍຊາດໃນໂລກ, ແມ່ນແຫລ່ງລະດົມກຳລັງໃຈຢ່າງໃຫຍ່ຫລວງໃຫ້ແກ່ປະຊາຊາດທີ່ຮັກຫອມສັນຕິພາບ.

    • 9 ເດືອນທ້າຍປີ 2025 ແຂວງສາລະວັນສູ້ຊົນໃຫ້ເສດຖະກິດຂະຫຍາຍຕົວໃນລະດັບ 6,5% ຂຶ້ນໄປບົດ-ສາລະຄະດີ

      9 ເດືອນທ້າຍປີ 2025 ແຂວງສາລະວັນສູ້ຊົນໃຫ້ເສດຖະກິດຂະຫຍາຍຕົວໃນລະດັບ 6,5% ຂຶ້ນໄປ

      5/7/2025 9:50:15 AM

      ເພື່ອສືບຕໍ່ຈັດຕັ້ງປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານຂອງພັກ; ຍົກສູງຄຸນນະພາບຂອງກຳລັງປະກອບອາວຸດ, ທັບມ້າງກົນອຸບາຍຍຸດທະສາດການຫັນປ່ຽນໂດຍສັນຕິຂອງສັດຕູ; ເອົາໃຈໃສ່ໃນການຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍໃນທົ່ວແຂວງ, ຕ້ານ ແລະ ແກ້ໄຂປາກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນສັງຄົມເປັນຕົ້ນ: ຂີ້ລັກງັດແງະ, ຢາເສບຕິດ, ອຸບັດເຫດ ແລະ ອື່ນໆ ໃຫ້ຫລຸດລົງ.

    • ວິທີປ້ອງກັນພະຍາດໄຂ້ເລືອດດຳບົດ-ສາລະຄະດີ

      ວິທີປ້ອງກັນພະຍາດໄຂ້ເລືອດດຳ

      5/7/2025 9:43:13 AM

      ພະຍາດໄຂ້ເລືອດດຳ ເປັນພະຍາດທີ່ຕິດຕໍ່ຈາກສັດສູ່ຄົນ ໂດຍການສຳຜັດ ແລະ ການບໍລິໂພກຊີ້ນສັດທີ່ຕິດພະຍາດ ແລະ ເຮັດໃຫ້ເສຍຊີວິດໄດ້.

    • ບົດສຳພາດທ່ານທູດ ແຫ່ງ ສປ ຈີນ ປະຈຳ ສປປ ລາວບົດ-ສາລະຄະດີ

      ບົດສຳພາດທ່ານທູດ ແຫ່ງ ສປ ຈີນ ປະຈຳ ສປປ ລາວ

      5/6/2025 9:45:37 AM

      ເນື່ອງໃນໂອກາດວັນສ້າງຕັ້ງທາງການທູດລາວ-ຈີນ ຄົບຮອບ 64 ປີ, ທ່ານ ນາງ ຟ່າງຫົງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປ ຈີນ ປະຈຳລາວ ກໍ່ໄດ້ຖືໂອກາດວັນດັ່ງກ່າວ ໃຫ້ສຳພາດຕໍ່ສື່ມວນຊົນເມື່ອບໍ່ດົນມານີ້.

    • ພະຍາດໄຂ້ງົວດຳອັນຕະລາຍ ທີ່ມາກັບອາຫານດິບບົດ-ສາລະຄະດີ

      ພະຍາດໄຂ້ງົວດຳອັນຕະລາຍ ທີ່ມາກັບອາຫານດິບ

      5/6/2025 9:39:45 AM

      ອາທິດຜ່ານມາ ຫລາຍຄົນອາດຈະໄດ້ເຫັນຂ່າວຈາກປະເພດ ເພື່ອນບ້ານແລ້ວວ່າມີການລະບາດຂອງພະຍາດໄຂ້ງົວດໍາ ຈົນເຮັດໃຫມີຄົນເສຍຊີວິດແລ້ວສອງຄົນ ເຊ່ິງພະຍາດດັ່ງກ່າວ ເປັນພະຍາດຕິດແປດຮ້າຍແຮງຊະນິດໜຶ່ງ ທີ່ເກີດກັບສັດລ້ຽງລູກດ້ວຍນໍ້ານົມເຊັ່ນ: ງົວ, ຄວາຍ, ແກະ, ແບ້, ໝູ, ມ້າ ແລະ ອື່ນໆ.

ads
ads

Top