ຂປລ
*ປັດຈຸບັນຕ້ອງຍອມຮັບວ່າການນຳໃຊ້ສື່ສັງຄົມອອນລາຍຢູ່ລາວນັບມື້ເພີ່ມຂຶ້ນຢ່າງຕໍ່ເນື່ອງ ເພາະເປັນສື່ທີ່ສາມາດແລກປ່ຽນ ຂໍ້ມູນຄວາມຮູ້ໃນສິ່ງທີ່ສົນໃຈຮ່ວມກັນ, ເປັນຄັງຄວາມຮູ້ ທີ່ສຳຄັນເພາະສາມາດສະເໜີ ແລະ ສະແດງຄວາມຄິດເຫັນແລກ ປ່ຽນຄວາມຮູ້, ຕັ້ງຄໍາຖາມໃນເລື່ອງຕ່າງໆ ໃຫ້ບຸກຄົນອື່ນທີ່ສົນໃຈ ແລະ ມີຄໍາຕອບຊ່ວຍກັນໄດ້ຢ່າງສະດວກສະບາຍ ແລະ ປະຢັດຄ່າໃຊ້ຈ່າຍໃນການຕິດຕໍ່ສື່ສານ, ພ້ອມນີ້ ຍັງສາມາດນໍາໃຊ້ເປັນສື່ໂຄສະນາປະຊາສຳພັນສິນຄ້າ ແລະ ອື່ນໆ.

*ປັດຈຸບັນຕ້ອງຍອມຮັບວ່າການນຳໃຊ້ສື່ສັງຄົມອອນລາຍຢູ່ລາວນັບມື້ເພີ່ມຂຶ້ນຢ່າງຕໍ່ເນື່ອງ ເພາະເປັນສື່ທີ່ສາມາດແລກປ່ຽນຂໍ້ມູນຄວາມຮູ້ໃນສິ່ງທີ່ສົນໃຈຮ່ວມກັນ, ເປັນຄັງຄວາມຮູ້ ທີ່ສຳຄັນເພາະສາມາດສະເໜີ ແລະ ສະແດງຄວາມຄິດເຫັນແລກປ່ຽນຄວາມຮູ້, ຕັ້ງຄໍາຖາມໃນເລື່ອງ ຕ່າງໆ ໃຫ້ບຸກຄົນອື່ນທີ່ສົນໃຈ ແລະ ມີຄໍາຕອບຊ່ວຍກັນໄດ້ຢ່າງສະດວກສະບາຍ ແລະ ປະຢັດຄ່າໃຊ້ຈ່າຍໃນການຕິດຕໍ່ສື່ສານ, ພ້ອມນີ້ ຍັງສາມາດນໍາໃຊ້ເປັນສື່ໂຄສະນາປະຊາສຳພັນສິນຄ້າ ແລະ ອື່ນໆ.
ຢ່າງໃດກໍຕາມ, ເຖິງວ່າສື່ສັງຄົມອອນລາຍ ມີຄຸນປະໂຫຍດຢ່າງຫລວງຫລາຍ ແລະ ຕິດພັນກັບຊີວິດປະຈໍາວັນຂອງຄົນເຮົາຢ່າງຂາດບໍ່ໄດ້ໃນແຕ່ລະວັນ, ອີກດ້ານໜຶ່ງທີ່ບໍ່ສາມາດປະຕິເສດໄດ້ນັ້ນຄື ອັນຕະລາຍທີ່ແຝງມານຳສື່ດັ່ງກ່າວ ເພາະຂໍ້ມູນຂ່າວສານຢ່າງມະຫາສານ ຈາກທົ່ວທຸກ ມູມໂລກ ທີ່ເຜີຍແຜ່ຜ່ານສື່ສັງຄົມອອນລາຍໃນແຕ່ລະວິນາທີ ມີທັງຂໍ້ມູນທີ່ເປັນປະໂຫຍດ ແລະ ບໍ່ເປັນປະໂຫຍດ ເນື່ອງຈາກໄລຍະຜ່ານມາມີກຸ່ມຄົນບໍ່ຫວັງດີຈຳນວນບໍ່ໜ້ອຍທັງຢູ່ພາຍໃນ ແລະ ຕ່າງປະເທດຫວັງມ້າງເພທຳລາຍລະບອບໃໝ່ຂອງພວກເຮົາ ໄດ້ພະຍາຍາມຖ່າຍຄລິບວິດີໂອ ປ້ອຍດ່າ ຫລື ຕັດຕໍ່ຮູບພາບການນຳເຮົາພ້ອມກັບບັນຍາຍຄວາມບໍ່ດີໃສ່, ເຜີຍແຜ່ຂ່າວທີ່ບໍ່ມີມູນຄວາມຈິງ ຫລື ຂ່າວປອມ, ໂຄສະນາຍຸຍົງສົ່ງເສີມການເຄື່ອນໄຫວທີ່ບໍ່ດີ, ປັ່ນປ່ວນສັງຄົມ, ເຜີຍແຜ່ຮູບພາບລາມົກອານາຈານ, ລວມເຖິງນໍາໃຊ້ສື່ສັງຄົມອອນລາຍ ຕົວະຍົວະຫລອກລວງເອົາຊັບ ສິນຂອງຄົນອື່ນ, ໃສ່ຮ້າຍປ້າຍ ຫລື ປະຈານຜູ້ອື່ນ ແລະ ອື່ນໆ. ທຸກຄົນຕ້ອງຄິດໃນໃຈສະເໝີວ່າ: “ສື່ສັງຄົມອອນລາຍ ປຽບຄືມີດສອງຄົມ ຖ້ານຳໃຊ້ບໍ່ຖືກຕ້ອງກໍຈະຢ້ອນກັບມາໃສ່ຕົວເຮົາເອງ”.
ໃນທ່າມກາງສະພາບເສດຖະກິດ-ສັງຄົມຂອງປະເທດ ທີ່ພວມພົບຄວາມຫຍຸ້ງຍາກລໍາບາກ ຫລື ຢູ່ໃນຂັ້ນວິດກິດໃນປັດຈຸບັນ ຈຶ່ງຮຽກຮ້ອງມາຍັງຜູ້ທີ່ນຳໃຊ້ ສື່ສັງຄົມອອນລາຍທຸກຄົນ ຕ້ອງຄິດພິຈາລະນາໃຫ້ດີວ່າ ຂໍ້ມູນຂ່າວສານທີ່ຕົນ ເອງຈະເຜີຍແຜ່ຕ້ອງມີລັກສະນະສ້າງສັນ, ໃຫ້ ຄວາມຮູ້, ເປັນປະໂຫຍດຕໍ່ສັງຄົມ, ບໍ່ເປັນຄວາມລັບຂອງຊາດ, ບໍ່ຄວນເປີດເຜີຍຂໍ້ມູນສ່ວນຕົວຕໍ່ສາທາລະນະ, ບໍ່ຄວນໂພສ-ແຊຂໍ້ມູນສ່ວນຕົວຂອງຄົນອື່ນ ກ່ອນໄດ້ຮັບອະນຸຍາດ, ບໍ່ເຜີຍແຜ່ຮູບພາບລາມົກ, ຮູບພາບຕັດຕໍ່ ຫລື ແຊຂໍ້ຄວາມ, ຮູບພາບ ແລະ ວິດີໂອຕ່າງໆ ທີ່ເປັນຜົນກະທົບ ທາງລົບ ຕໍ່ບຸກຄົນ, ນິຕິບຸກຄົນ, ອົງການຈັດຕັ້ງ ພັກ -ລັດ ກໍຄື ປະເທດຊາດ.
ພັກ ແລະ ລັດ ຍາມໃດກໍສົ່ງເສີມ ແລະ ຊຸກຍູ້ບຸກຄົນ, ນິຕິບຸກຄົນທີ່ດຳລົງຊີວິດ ແລະ ເຄື່ອນໄຫວຢູ່ລາວ ໄດ້ນຳໃຊ້ຂໍ້ມູນຂ່າວສານຜ່ານອິນເຕີເນັດ ເຂົ້າໃນການພັດທະນາເສດ ຖະກິດ-ສັງຄົມຂອງປະເທດ ກໍຄື ນໍາໃຊ້ເຂົ້າໃນການເຄື່ອນ ໄຫວໃນຊີວິດປະ ຈຳວັນ. ພ້ອມນີ້ ໄດ້ອອກກົດ ໝາຍ ແລະ ນິຕິກໍາຫລາຍສະບັບ ເພື່ອຄຸ້ມຄອງການນໍາໃຊ້ສື່ປະເພດນີ້ ເພື່ອເຮັດໃຫ້ເກີດຜົນປະໂຫຍດສູງສຸດ ແລະ ບໍ່ສົ່ງຜົນກະທົບຕໍ່ຄົນອື່ນ ກໍຄື ສັງ ຄົມ ແລະ ປະເທດຊາດ ເປັນຕົ້ນ: ກົດໝາຍວ່າດ້ວຍສື່ມວນຊົນ, ກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາ ທາງລະບົບຄອມ ພີວເຕີ, ກົດໝາຍ ວ່າດ້ວຍເຕັກໂນໂລຊີການສື່ສານ ຂໍ້ມູນຂ່າວສານ, ກົດໝາຍວ່າດ້ວຍການປົກປ້ອງຂໍ້ມູນທາງເອເລັກໂຕຣນິກ, ດຳລັດວ່າດ້ວຍການຄຸ້ມຄອງຂໍ້ມູນຂ່າວສານຜ່ານອິນເຕີເນັດສະບັບເລກທີ 327 ລົງວັນທີ 19 ກັນຍາ 2014 ແລະ ນິຕິກໍາທີ່ກ່ຽວຂ້ອງອື່ນໆ. ຖ້າຫາກມີການນໍາໃຊ້ສື່ ສັງຄົມອອນລາຍໃນທາງທີ່ບໍ່ດີຕໍ່ບຸກຄົນ, ນິຕິບຸກຄົນ, ສັງຄົມ ແລະປະເທດຊາດ ຈະຖືກລົງ ໂທດຕາມກົດໝາຍ ແລະ ນິຕິກໍາທີ່ລັດຖະບານວາງອອກຢ່າງເຂັ້ມງວດ ໂດຍບໍ່ຈໍາແນກເພດ, ເຜົ່າ ແລະ ຊັ້ນວັນນະແຕ່ຢ່າງໃດ.
ລັບຜູ້ທີ່ບໍລິໂພກຂໍ້ມູນຂ່າວສານຜ່ານສື່ສັງຄົມອອນລາຍທຸກຄົນ ຕ້ອງມີສະຕິຈໍາແນກ ແລະ ວິເຄາະຂໍ້ມູນຂ່າວ ສານທີ່ໄດ້ຮັບຢ່າງລະອຽດວ່າເປັນຂໍ້ມູນຄວາມຈິງ ແລະ ເຊື່ອຖືໄດ້ ຫລື ບໍ່. ຖ້າຫາກບໍ່ມີການພິຈາລະນາທີ່ດີຈະໄດ້ຮັບຂໍ້ມູນຂ່າວສານທີ່ຜິດພາດ ແລະ ຫລົງກົນອຸບາຍ ຂອງກຸ່ມຄົນບໍ່ຫວັງດີທີ່ນຳໃຊ້ສື່ປະເພດນີ້ເຜີຍແຜ່ຂໍ້ມູນຂ່າວ ສານທີ່ບໍ່ດີເພື່ອໃສ່ຮ້າຍປ້າຍສີ, ປຸກລະດົມສ້າງຄວາມຂັດແຍ່ງລະຫວ່າງບຸກຄົນ, ກຸ່ມຄົນ ແລະ ສ້າງຄວາມບໍ່ສະ ຫງົບໃນສັງຄົມລາວ.
ໂດຍ: ສາວບ້ານໂນນ
KPL