ສປປ ລາວ ຈະສົ່ງນັກກິລາເຂົ້າຮ່ວມແຂ່ງຂັນກິລາ ເອຊຽນເກມ ແລະ ເອຊຽນພາລາເກມ ທີ່ ສປ ຈີນ

21/09/2023 11:29
Email Print 2232
ຂປລ ໃນວັນທີ 19 ກັນຍາ 2023 ນີ້,ທ່ີຫ້ອງການຄະນະກໍາມະການໂອ ລິມປິກແຫ່ງຊາດລາວ, ນະຄອນຫລວງວຽງຈັນ, ໄດ້ມີພິທີຖະແຫລງຂ່າວການເຂົ້າຮ່ວມແຂ່ງຂັນງານ ກິລາ ເອຊຽນເກມຄັ້ງທີ 19 ແລະ ເອ ຊຽນ ພາລາເກມ ຄັ້ງທີ 4 ຂອງນັກ ກິລາລາວ ທີ່ຈະຈັດຂຶ້ນທີ່ນະຄອນ ຫາງໂຈ ສປ ຈີນ,


    *ໃນວັນທີ 19 ກັນຍາ 2023 ນີ້,ທ່ີຫ້ອງການຄະນະກໍາມະການໂອ ລິມປິກແຫ່ງຊາດລາວ, ນະຄອນຫລວງວຽງຈັນ, ໄດ້ມີພິທີຖະແຫລງຂ່າວການເຂົ້າຮ່ວມແຂ່ງຂັນງານ ກິລາ ເອຊຽນເກມຄັ້ງທີ 19 ແລະ ເອ ຊຽນ  ພາລາເກມ ຄັ້ງທີ 4 ຂອງນັກ ກິລາລາວ ທີ່ຈະຈັດຂຶ້ນທີ່ນະຄອນ ຫາງໂຈ ສປ ຈີນ, ໂດຍພິທີຖະແຫລງ ຂ່າວຄັ້ງນີ້ ໄດ້ຮັບກຽດເຂົ້າຮ່ວມຂອງທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ, ທ່ານ ພຸດ ສິມ ມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາທັງເປັນຄະນະກໍາມະການໂອລິມປິກ ແຫ່ງຊາດລາວ, ມີຮອງລັດຖະມົນຕີ, ຄະນະ ກໍາມະການ ໂອລິມປິກ ແລະ ພາລາລິມປິກແຫ່ງຊາດ, ພ້ອມດ້ວຍປະທານສະຫະພັນກິລາ, ຄູຝຶກ ແລະ ນັກກິລາເຂົ້າຮ່ວມ.   

     ທ່ານ ແສງພອນ ພົມອາມາດ ຫົວໜ້າກົມກິລາລະດັບສູງ, ຮອງປະທານ ແລະ ເລຂາທິການຄະນະ ກຳມະການໂອແລມປິກແຫ່ງຊາດລາວ, ທັງເປັນຫົວໜ້າຄະນະນັກກິລາລາວ ໄດ້ລາຍງານໃຫ້ຮູ້ວ່າ:  ມະຫະກໍາກິລາເອຊຽນເກມຈະມີບັນດາປະເທດອາຊີ 45 ປະເທດເຂົ້າຮ່ວມ ແລະ ຈັດຂຶ້ນທຸກໆ 4 ປີໂດຍ ປ່ຽນແຕ່ລະປະເທດເປັນເຈົ້າພາບ,  ການເຂົ້າຮ່ວມງານກິລາດັ່ງກ່າວ ເພ່ືອເຮັດໜ້າທ່ີການເມືອງໃນການພົວພັນຮ່ວມມືກັບຕ່າງປະເທດ, ທັງເປັນການສະໜັບສະໜູນປະເທດເຈົ້າພາບ, ສືບຕໍ່ປະຕິບັດພັນທະ ຕໍ່ການ ຈັດຕັ້ງກິລາສາກົນໃນນາມ ສປປ ລາວ ເປັນສະມາຊິກ, ສ້າງໂອກາດ ແລະ ເງື່ອນໄຂໃຫ້ຄູຝຶກ ແລະ ນັກກິລາ ໄດ້ທົດສອບປະສົບການຍົກສູງ ລະດັບຄວາມສາມາດໃຫ້ມີຄຸນນະພາບສູງເທົ່າທຽມກັບລະດັບອະນຸພາກພື້ນ ແລະ ສາກົນ. ນອກນີ້ຍັງ ສະແດງ ເຖິງຄວາມສາມາດບົ່ມຊ້ອນຂອງນັກກິລາລາວ ໃນການສູ້ຊົນເປັນເຈົ້າການຍາດຊິງເອົາຫລຽນຕ່າງໆ ເພື່ອສ້າງກຽດຊື່ສຽງມາສູ່ປະເທດຊາດ. ໃນໄລຍະຜ່ານມາຄະນະກິລາລາວໄດ້ເຂົ້າຮ່ວມມະຫະກຳກິລາເອຊຽນເກມ ຄັ້ງທີ 18 ປີ 2018 ຊຶ່ງໄດ້ຈັດຂຶ້ນທີ່ປະເທດ ອິນໂດເນເຊຍເປັນເຈົ້າພາບ ແຕ່ວັນ ທີ 18 ສິງຫາ ຫາ 2 ກັນຍາ 2018, ສປປ ລາວ ໄດ້ສົ່ງນັກກິລາເຂົ້າຮ່ວມທັງໝົດ 19 ປະເພດກິລາ ສາມາດຍາດໄດ້ຫລຽນທັງໝົດ 5 ຫລຽນ ຄື :  ຫລຽນເງິນ 2 ຫລຽນ ຈາກກິລາກະ ຕໍ້ 1 ຫລຽນ ແລະ ກິລາປັນຈັກສີລັດ  1 ຫລຽນ ແລະ ຫລຽນທອງ 3 ຫລຽນ  ຈາກກິລາປັນຈັກສີລັດ 2 ຫລຽນ ແລະ ກິລາກະຕໍ້ 1 ຫລຽນ, ຈັດຢູ່ອັນດັບ ທີ 31 ຈາກ 45 ປະເທດເຂົ້າຮ່ວມການ ແຂ່ງຂັນ.    

    ສໍາລັບການເຂົ້າຮ່ວມແຂ່ງຂັນກິລາເອຊຽນເກມ ຄັ້ງທີ 19 ທີ່ນະ ຄອນຫາງໂຈ, ສປ ຈີນ ລະຫວ່າງ ວັນທີ 23 ກັນຍາ – 8 ຕຸລາ 2023 ຄະນະກຳມະການໂອແລມປິກແຫ່ງຊາດລາວ ແລະ ສະຫະພັນກິລາແຫ່ງຊາດ ໄດ້ຕົກລົງເປັນເອກະພາບສົ່ງ 16 ປະເພດກິລາ ເຂົ້າຮ່ວມ, ມີຈໍາ ນວນພົນທັງໝົດ 152 ຄົນ ດັ່ງນີ້: ວູ ຊູ, ກະຕ້ໍ, ລົດຖີບ, ເທຄວັນໂດ, ມວຍ ສາກົນ, ຢູໂດ, ແລ່ນ-ລານ, ລອຍນໍ້າ,  ກາຣາເຕ, ມວຍປໍ້າ ແລະ ຈຸຈິດຊູ.   

    ນອກນີ້ ຍັງມີປະເພດກິລາທີ່ມອບໃຫ້ກຸ້ມຕົນເອງ ດ້ານງົບປະມານຮັບໃຊ້ມີ 5 ປະເພດຄື: ກ໊ອບ, ອີສະປອດ,  ຢິມນາສະຕິກ, ເບສະບອນ ແລະ ຍິງປືນ. ຈາກນັ້ນ, ທ່ານ ວິລະວັນ ບຸນສຸກ ໄທ ຫົວໜ້າກົມກິລາມວນຊົນ, ພະລະ ແລະ ສິລະປະສຶກສາ, ຮອງ ປະທານ,  ເລຂາທິການຄະນະກຳມະການພາລາແລມປິກແຫ່ງຊາດລາວ ໄດ້ລາຍງານວ່າ : ມະຫະກຳກິລາຄົນພິການ ເອຊຽນພາລາເກມ ແມ່ນການແຂ່ງຂັນກິລາຄົນພິການຂອງບັນດາປະ ເທດສະມາຊິກໃນທະວີບອາຊີ ຊຶ່ງມີທັງໝົດ 45 ປະເທດເຂົ້າຮ່ວມແຂ່ງ ຂັນ ແລະ ຈັດຂຶ້ນທຸກໆ 4 ປີ ພາຍຫລັງ ສຳເລັດການແຂ່ງຂັນກິລາເອຊຽນ ເກມ. ສຳລັບ ສປປ ລາວ ແມ່ນໜຶ່ງ ໃນບັນດາປະເທດ ທີ່ໄດ້ເຂົ້າເປັນສະ ມາຊິກກິລາຄົນພິການໃນທະວີບ ອາຊີ  (APC) ໃນປີ 2010 ແລະ ໄດ້ ເຂົ້າຮ່ວມເຄື່ອນໄຫວ ໃນການແຂ່ງ ຂັນກິລາ, ໂດຍການແຂ່ງຂັນກິລາຄົນພິການເອຊຽນພາລາເກມຄັ້ງຜ່ານມາ ໃນປິ 2018 ທີ່ປະເທດອິນ ໂດເນເຊຍ ນັກກິລາຍົກນໍ້າໜັກຄົນພິການລາວ ລຸ້ນ 49 ກິໂລ ສາມາດຍາດໄດ້ຫລຽນຄຳ 1 ຫລຽນ ຊ່ຶງເປັນຫລຽນຄຳປະຫວັດສາດ ໃຫ້ແກ່ ວົງການກິລາຄົນພິການລາວ ແລະ ສໍາລັບການເຂົ້າຮ່ວມແຂ່ງຂັນກິລາ ເອຊຽນພາລາເກມ ຄັ້ງທີ4ທີ່ນະຄອນ ຫາງໂຈ     ສປ ຈີນ ໃນລະຫວ່າງວັນ ທີ 22-28 ຕຸລາ 2023 ນີ້ ສປປ ລາວ ໄດ້ຄັດເລືອກເອົາປະເພດກິລາ ທີ່ໄດ້ຜ່ານການເຂົ້າຮ່ວມແຂ່ງຂັນ ສະສົມ ຄະແນນໃນລາຍການແຂ່ງຂັນຊິງແຊມໂລກ ແລະ ຊີງແຊັມທະວີບ, ຊຶ່ງມີ 5 ປະເພດກິລາ ຄື: ແລ່ນ-ລານ, ລອຍນ້ຳ, ຍົກນ້ຳໜັກ,  ລົດຖີບ ແລະ ບານບ້ວງລໍ້ເລື່ອນ ທີມຍິງ.    

     ໃນໂອກາດນີ້, ທ່ານ ຮອງນາຍົກ ລັດຖະມົນຕີ ກິແກ້ວ ໄຂຄໍາພິທູນ ກໍໄດ້ໃຫ້ກຽດໂອ້ລົມຕໍ່ພິທີ ຊຶ່ງທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຄະນະກະກຽມເຂົ້າຮ່ວມກິລາໃນຄັ້ງນີ້, ພ້ອມທັງສະແດງຄວາມຂອບໃຈ ຕໍ່ບຸກຄົນ, ນິຕິບຸກ ແລະ ສັງຄົມ ທີ່ໄດ້ ໃຫ້ການສະໜັບສະໜູນດ້ານວັດຖຸປັດໄຈ ແລະ ກຳລັງໃຈໃຫ້ແກ່ການກະກຽມ ແລະ ການເຂົ້າຮ່ວມການ ແຂ່ງຂັນຂອງຄະນະນັກກິລາລາວ  ອັນເປັນປັດໄຈສຳຄັນປຸກລະດົມ ນັກກິລາລາວເຮົາໃຫ້ຍາດໄດ້ຜົນສຳເລັດໃນການແຂ່ງຂັນຄ້ັ່ງນີ້, ພ້ອມທັງຍົກໃຫ້ເຫັນວ່າ ພັກ-ລັດ ຍາມໃດກໍໃຫ້ຄວາມສໍາຄັນແກ່ກິລາກາຍຍະກໍາ ເຊິ່ງເປັນການສ້າງຄົນໃຫ້ມີຄວາມແຂງແຮງທາງດ້ານຮ່າງກາຍ, ແຂງແກ່ນດ້ານຈິດໃຈ,  ທັງຍັງສາມາດເຕົ້າໂຮມຄວາມສາມັກຄີຮັກແພງ, ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມື ທັງພາຍໃນ ແລະ ຕ່າງປະເທດ ທັງສ້າງເງື່ອນເພື່ອພັດທະນາເສດຖະກິດ-ສັງຄົມແຫ່ງຊາດ. ສ່ິງສຳຄັນ ກິລາກາຍຍະກຳແມ່ນການຝຶກໃຫ້ຄົນມີລະບຽບວິໄນທີ່ເຂ້ັມງວດ ຊຶ່ງເປັນຄຸນລັກສະນະສຳຄັນຂອງຊັບພະຍາກອນມະນຸດຂອງສ່ວນລວມເຮົາ, ໂດຍສະເພາະຄົນ ຮຸ່ນໜຸ່ມ ທີ່ເປັນອະນາຄົດຂອງປະເທດຊາດ. ສະນັ້ນ ໃນໄລຍະຜ່ານມາ ພັກ-ລັດ ຈິ່ງໄດ້ພະຍາຍາມສ້າງໂອກາດ ແລະ ເງື່ອນໄຂໃຫ້ຊາວໜຸ່ມເຍົາວະຊົນ ໄດ້ເຂົ້າຮ່ວມໃນວຽກງານກິລາກາຍຍະກໍາ ກໍຄືເຂົ້າຮ່ວມການແຂ່ງຂັນລະດັບນາໆຊາດເພ່ືອ ພັດທະນາ ກິລາຂອງ ລາວໃຫ້ສູງຂຶ້ນເທື່ອລະກ້າວ. ແນວໃດກໍຕາມ ທ່ານ ຮອງນາຍົກລັດຖະມົນຕີໄດ້ມີບາງຄໍາເຫັນຢໍ້າໃຫ້ບັນດາຄູເຝິກ, ນັກກິລາ ແລະ ທຸກພາກສ່ວນກ່ຽວຂ້ອງ ເອົາໃຈໃສ່ໃນບັນຫາສໍາຄັນຄື: ຄະນະນັກກິລາພວກເຮົາທຸກຄົນຈົ່ງເປັນຕົວແທນທີ່ສົມກຽດໃຫ້ແກ່ ສປປ ລາວ ໃນການເຄົາລົບລະບຽບກົດ ໝາຍຂອງປະເທດເຈ້ົາພາບກໍຄືກົດກະຕິກາການແຂ່ງຂັນຢ່າງເຂ້ັມງວດ, ຕ້ອງໄດ້ຍົກສູງຈິດໃຈຊາດພິລະອາດຫານ ແລະ ສູ້ຊົນສູງສຸດ ຍາດເອົາຫລຽນຄຳປະຫວັດສາດ ເພື່ອສ້າງກຽດສັກສີໃຫ້ປະເທດຊາດ ຂອງພວກເຮົາ, ຂຸ້ນຂ້ຽວກະກຽມຄວາມພ້ອມຢ່າງຮອບດ້ານ ເພື່ອໃຫ້ບັນດາໜ້າວຽກໄດ້ຖືກຈັດຕັ້ງປະຕິບັດຢ່າງວ່ອງໄວໂລ່ງລ່ຽນ, ສະດວກດີ, ຄະນະນໍາຕ້ອງເອົາໃຈໃສ່ລົງໃກ້ຊິດຕິດແທດ, ຊຸກຍູ້, ຊ່ວຍເຫລືອ,  ໃຫ້ກຳລັງໃຈ ແລະ ເບິ່ງແຍງດູແລ ຊີວິດການເປັນຢູ່ຂອງຄູຝຶກ ແລະ ນັກກິລາ ທັງເວລາຢູ່ພາຍໃນປະເທດ ແລະ ຢູ່ຕ່າງປະເທດ ແລະ ຮຽກຮ້ອງ ມາຍັງບັນດາອົງການຈັດຕັ້ງພາກ ລັດ, ອົງການຈັດຕັ້ງກິລາທາງສັງ ຄົມ, ເອກະຊົນ, ບຸກຄົນ, ນິຕິບຸກຄົນ ໄດ້ອຳນວຍຄວາມສະດວກໃຫ້ຜູ້ທ່ ຖືກແຕ່ງຕັ້ງ ສາມາດປະຕິບັດໜ້າທ່ີ ຢ່າງເຕັມສ່ວນ ພ້ອມປະກອບສ່ວນເຫື່ອແຮງ ແລະ ກຳລັງຊັບໃຫ້ການເຂ້ົາຮ່ວມການແຂ່ງຂັນຄ້ັງນ້ີ ໂດຍສະເພາະແມ່ນເງິນລາງວັນ ແລະ ການສະໜັບສະໜູນຊັບ, ໃຫ້ກຳລັງ ໃຈເພື່ອຍາດເອົາຫລຽນ ແລະ ຖືເອົາໂອກາດນີ້ເພີ່ມທະວີການຮ່ວມມືກັບ ປະເທດ ເພື່ອນມິດ, ອົງການຈັດຕ້ັງ ກິລາສາກົນ ແລະ ອົງການຈັດຕ້ັງອື່ນໆ ຂອງອະນຸພາກພື້ນ, ແລະ ສາກົນ ໃນການພັດທະນານັກກິລາ ລາວເຮົາໃຫ້ມີຄຸນນະພາບສູງຂຶ້ນ.

KPL

ຂ່າວອື່ນໆ

    • ສະຫລອງ 1  ປີ ການນໍາໃຊ້ລະບົບລົງທະບຽນ ການໃຫ້ວັກຊີນກັນພະຍາດແບບເອເລັກໂຕຣນິກສຶກສາ-ກິລາ

      ສະຫລອງ 1 ປີ ການນໍາໃຊ້ລະບົບລົງທະບຽນ ການໃຫ້ວັກຊີນກັນພະຍາດແບບເອເລັກໂຕຣນິກ

      5/6/2025 8:04:35 PM

      ຂປລ. ພິທີສະເຫລີມສະຫລອງ ຄົບຮອບ 1 ປີ ການນໍາໃຊ້ລະບົບລົງທະບຽນ ການໃຫ້ວັກຊີນກັນພະຍາດ ແບບເອເລັກໂຕຣນິກ ຫລື EIR ໃນ ສປປ ລາວ ຈັດຂຶ້ນໃນວັນທີ 5 ພຶດສະພາ 2025 ຢູ່ນະຄອນຫລວງວຽງຈັນ

    • ສຳເລັດການແຂ່ງຂັນສີມືແຮງງານແຫ່ງຊາດ ຄັ້ງທີ IVສຶກສາ-ກິລາ

      ສຳເລັດການແຂ່ງຂັນສີມືແຮງງານແຫ່ງຊາດ ຄັ້ງທີ IV

      5/5/2025 8:04:19 PM

      ຂປລ. ງານແຂ່ງຂັນສີມືແຮງງານ ແຫ່ງຊາດ ຄັ້ງທີ 4 ພາຍໃຕ້ຄໍາຂວັນ ‘‘ສີມືແຮງງານລາວ ກ້າວສູ່ພາກພື້ນ ແລະ ສາກົນ’’ ໄດ້ສຳເລັດລົງເມື່ອບໍ່ດົນມານີ້, ທີ່ນະຄອນຫລວງວຽງຈັນ ໂດຍເຂົ້າຮ່ວມ ແລະ ມອບລາງວັນໃຫ້ຜູ້ຊະນະການແຂ່ງຂັນ ຂອງ ທ່ານ ພົງໄຊສັກ ອິນຖາລາດ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ), ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ແລະ ນັກແຂ່ງຂັນເຂົ້າຮ່ວມ.

    • ນັກສຶກສາລາວ ໄດ້ຮັບທຶນເຂົ້າຮ່ວມໂຄງການແລກປ່ຽນດ້ານກະສິກໍາ ແລະ ພະລັງງານ ຢູ່ຍີ່ປຸ່ນ ສຶກສາ-ກິລາ

      ນັກສຶກສາລາວ ໄດ້ຮັບທຶນເຂົ້າຮ່ວມໂຄງການແລກປ່ຽນດ້ານກະສິກໍາ ແລະ ພະລັງງານ ຢູ່ຍີ່ປຸ່ນ

      3/5/2025 5:46:43 PM

      ຂປລ. ໃນວັນທີ 3 ມີນາ 2025 ຜ່ານມາ, ຄະນະນັກສຶກສາລາວ 32 ຄົນ ໄດ້ຮັບທຶນ ເຂົ້າຮ່ວມໂຄງການການແລກປ່ຽນດ້ານກະສິກໍາ ແລະ ການແລກປ່ຽນດ້ານພະລັງງານ ພາຍໃຕ້ໂຄງການເຈເນັດຊີ (JENESYS) ຢູ່ປະເທດຍີ່ປຸ່ນ ເພື່ອສົ່ງເສີມຄວາມເຂົ້າໃຈ ແລະ ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ ລະຫວ່າງປະຊາຊົນ ຈາກຍີ່ປຸ່ນ ແລະ ພາກພື້ນອາຊີ-ປາຊີຟິກ ທັງນີ້ກໍເພື່ອສ້າງພື້ນຖານແກ່ມິດຕະພາບ ແລະ ການຮ່ວມມືໃນອະນາຄົດ.

    • ຮວຜທ ຖອດຖອນບົດຮຽນ ບັ້ນທວນຄືນ ແລະ ສອບເສັງພາກຮຽນທີ Iສຶກສາ-ກິລາ

      ຮວຜທ ຖອດຖອນບົດຮຽນ ບັ້ນທວນຄືນ ແລະ ສອບເສັງພາກຮຽນທີ I

      2/19/2025 9:48:55 PM

      ຂປລ. ຫ້ອງສຶກສາ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ (ຮວຜທ) ຈັດກອງປະຊຸມ ສະຫລຸບຖອດຖອນບົດຮຽນ ບັ້ນທວນຄືນ ແລະ ສອບເສັງພາກຮຽນທີ I ສົກຮຽນ 2024-2025 ໂດຍການເປັນປະທານຂອງ ສະຫາຍ ພັນເອກ ສັງທອງ ສຸກສີສະຫວາດ ຮອງຫົວໜ້າການທະຫານ, ຫົວໜ້າຫ້ອງສຶກສາ ໂຮງຮຽນວັດທະນະທຳ ຊົນເຜົ່າກອງທັບ, ມີ ສະຫາຍ ພັນໂທ ນາງ ດາວັນ ສິມໃບມະນີ ຮອງຫົວໜ້າຫ້ອງສຶກສາ, ຫົວໜ້າພະແນກ-ຮອງພະແນກ, ພ້ອມດ້ວຍພະນັກງານ-ຄຸອາຈານ ທົ່ວຫ້ອງສຶກສາ ເຂົ້າຮ່ວມ.

    • ເລືອດຈ້າງ ເກີດຈາກສາເຫດຫຍັງສຶກສາ-ກິລາ

      ເລືອດຈ້າງ ເກີດຈາກສາເຫດຫຍັງ

      2/17/2025 10:43:56 AM

      ເລືອດຈາງ ຄືພາວະທີ່ຮ່າງກາຍເຮົາມີເມັດເລືອດແດງຕ່ຳກວ່າປົກກະຕິ ຈຶ່ງສົ່ງຜົນໃຫ້ທຸກຈຸລັງເນື້ອເຍື່ອ ແລະ ອະໄວຍະວະໃນຮ່າງກາຍຂາດເລືອດ.

ads
ads

Top