ຂປລ
ກອງທັບ ຂອງ ສະມາຊິກ ສະມາຄົມ ປະຊາຊາດ ແຫ່ງອາຊີ ຕາເວັນອອກສຽງໃຕ້ (ອາຊຽນ) ທັງ 10 ປະເທດ ລວມເຖິງ ມຽນມາ ແລະ ຕີມໍແລັດສະເຕ ຊຶ່ງເປັນ ຜູ້ສັງເກດການ ໄດ້ເປີດສາກ ການຊ້ອມຮົບຮ່ວມກັນ ເປັນຄັ້ງທຳອິດ.
ຂປລ. ສຳນັກຂ່າວ ຕ່າງປະເທດ ລາຍງານຈາກ ນະຄອນຫລວງ ຈາກາຕາ ປະເທດ ອິນໂດເນເຊຍ ເມື່ອວັນທີ 20 ກັນຍາວ່າ: ກອງທັບ ຂອງ ສະມາຊິກ ສະມາຄົມ ປະຊາຊາດ ແຫ່ງອາຊີ ຕາເວັນອອກສຽງໃຕ້ (ອາຊຽນ) ທັງ 10 ປະເທດ ລວມເຖິງ ມຽນມາ ແລະ ຕີມໍແລັດສະເຕ ຊຶ່ງເປັນ ຜູ້ສັງເກດການ ໄດ້ເປີດສາກ ການຊ້ອມຮົບຮ່ວມກັນ ເປັນຄັ້ງທຳອິດ.
ການຝຶກຊ້ອມ ດັ່ງກ່າວ ມີຊື່ວ່າ “ການຝຶກຊ້ອມ ເພື່ອຄວາມສາມັກຄີ ອາຊຽນ” ຈະໃຊ້ເວລາປະມານ 5 ວັນ , ໂດຍພື້ນທີ່ ຂອງ ການຊ້ອມຮົບ ຈະຢູ່ໃນບໍລິເວນ ທະເລ ນາທູນາໃຕ້ ຈາກ ແຜນການເດີມຄື ທະເລນາທູນາເໜືອ, ໂດຍການປ່ຽນແປງ ດັ່ງກ່າວ ໄດ້ເກີດຂຶ້ນຈາກ ຄວາມວິຕົກ ກັງວົນ ຂອງ ສະມາຊິກອາຊຽນ ບາງປະເທດ ທີ່ມີຕໍ່ສະຖານະການ ໃນທະເລຈີນໃຕ້ .
ຢ່າງໃດກໍ່ຕາມ ຜູ້ບັນຊາການ ທະຫານ ສູງສຸດ ຂອງ ອິນໂດເນເຊຍ ກ່າວວ່າ: ເປົ້າໝາຍ ຂອງ ການຊ້ອມຮົບໃນຄັ້ງນີ້ ຄື: ການເນັ້ນໜັກເຖິງງ ຄວາມເປັນກາງ ຂອງ ອາຊຽນ ໂດຍ ແຜນການ ຝຶກຊ້ອມ ຈະແນໃສ່ ຄວາມປອດໄພ ແລະ ການກູ້ໄພ ທາງທະເລ. ທະເລ ນາທູນາເໜືອ ເປັນຊື່ທີ່ເອີ້ນ ສະເພາະ ໃນອິນໂດເນເຊຍ ນ່ານນໍ້າດັ່ງກ່າວ ຕັ້ງຢູ່ທາງເໜືອ ຂອງ ໝູ່ເກາະ ນາທູນາ ຊຶ່ງກໍ່ຄື ທະເລຈີນໃຕ້. /
KPL