ໄທຍົກເວັ້ນ ບໍ່ເກັບຄ່າວີຊານັກທ່ອງທ໋ຽວຈີນ

20/09/2023 11:40
Email Print 849
ຂປລ ລັດຖະບານໄທ ຫັນປ່ຽນກົນລະຍຸດໃໝ່ ເພື່ອດຶງດູດນັກທ່ອງທ່ຽວ ເຂົ້າມາປະເທດຂອງຕົນຫລາຍຂຶ້ນ ລວມດຶງເອົາເງິນ ຕາຕ່າງປະເທດ ເພື່ອສ້າງຄວາມເຂັ້ມແຂງໃຫ້ເສດຖະ ກິດພາຍໃນ ທ່າມກາງເສດຖະກິດ, ສະພາບການເມືອງໂລກ ແລະ ເງິນ ເຟີ້ໃນໂລກຍັງສັ່ນຄອນຕໍ່ເນື່ອງ.

      *ລັດຖະບານໄທ ຫັນປ່ຽນກົນລະຍຸດໃໝ່ ເພື່ອດຶງດູດນັກທ່ອງທ່ຽວ ເຂົ້າມາປະເທດຂອງຕົນຫລາຍຂຶ້ນ ລວມດຶງເອົາເງິນຕາຕ່າງປະເທດ ເພື່ອສ້າງຄວາມເຂັ້ມແຂງໃຫ້ເສດຖະ ກິດພາຍໃນ ທ່າມກາງເສດຖະກິດ, ສະພາບການເມືອງໂລກ ແລະ ເງິນ ເຟີ້ໃນໂລກຍັງສັ່ນຄອນຕໍ່ເນື່ອງ. ວັນທີ 4 ກັນຍາ 2023, ຂ່າວສົດ ຂອງໄທ ໄດ້ລາຍງານວ່າ: ທ່ານ ສິດ ທິວັດ ຊີວະຣັດນະພອນ, ປະທານສະມາຄົມທຸລະກິດທ່ອງທ່ຽວໄທ ໄດ້ເປີດເຜີຍວ່າ: ລັດຖະບານໄທ ໄດ້ປະກາດແນວທາງການສ່ົງເສີມ ການທ່ອງທ່ຽວຢ່າງຈະແຈ້ງ ໂດຍຍົກເວັ້ນວີຊາ ຫລື ບໍ່ເກັບຄ່າວີຊາ ສໍາລັບນັກທ່ອງທ່ຽວຈີນນັ້ນ ໝາຍວ່ານັກທ່ອງທ່ຽວຈີນ ພຽງຖືປັດສະປອດເດີນທາງເຂົ້າປະເທດໄທດ້ເລີຍ ແລະ ຄາດວ່າການຍົກເວັ້ນ ບໍ່ເກັບຄ່າວີຊານີ້ຈະຈັດຕັ້ງປະຕິບັດຊົ່ວຄາວໃນໄລຍະລະດູການທ່ອງທ່ຽວຈະມາເຖິງນີ້ ຫລື ໄຮຊີຊັນ ນັບແຕ່ເດືອນຕຸລາ 2023 ເປັນຕົ້ນໄປ.

      ນະໂຍບາຍການຍົກເວັ້ນບໍ່ເກັບຄ່າວີຊ່າ ເຊິ່ງໄດ້ຮັບການຊີ້ນໍາຈາກ ທ່ານນາຍົກຄົນໃໝ່ ເພື່ອດຶງດູດການທ່ອງທ່ຽວໃຫ້ຟົດຟື້ນກວ່າເກົ່າ ປັດຈຸບັນບັນດາບໍລິສັດທ່ອງທ່ຽວຈີນ ໄດ້ຮັບຊາບກ່ຽວກັບເລື່ອງນີ້ຄາດວ່ານັກທ່ອງທ່ຽວຈີນ ກຽມຄວາມພ້ອມຈະ ເດີນທາງ ເຂົ້າມາຢ້ຽມຢາມປະເທດໄທຫລາຍຂ້ຶນ ໂດຍຜ່ານຊ່ອງທາງສາຍການບິນ, ເສັ້ນທາງລົດໄຟລາວ-ຈີນ ແລະ ຜ່ານສາຍທາງຊາຍແດນອື່ນໆ. ປັດຈຸບັນນີ້ໜ່ວຍງານກ່ຽວຂ້ອງພາຍໃນປະເທດໄທ ກະກຽມກາບບໍລິການຮອບດ້ານໃຫ້ນັກທ່ອງທ່ຽວ ໂດຍສະ ເພາະການຄວບ ຄຸມລາຄາສິນຄ້າ, ຄວາມປອດໄພ, ບໍລິການລົດແທັກຊີ, ໂຮງແຮມ, ເຮືອນພັກ, ຮ້ານອາຫານ ທີ່ສະອາດ-ປອດໄພ, ການຮ່ວມມືກັບອາຊຽນ ແລະ ອື່ນໆ ເພື່ອຮັບມືກັບໄລຍະລະດູການທ່ອງທ່ຽວ ຈະເປີດສາກຂຶ້ນພາຍໃນເດືອນຕຸລາເປັນຕົ້ນໄປ, ແຕ່ສິ່ງທີ່ໜ້າສົນໃຈ ທີ່ສຸດໄລຍະບຸນປີໃໝ່ຈີນ ຄາດວ່າ ນັກທ່ອງທ່ຽວຈະເຂ້ົາມາທ່ຽວໄທ ປະມານ 1-2 ລ້ານຄົນ.

KPL

ຂ່າວອື່ນໆ

    • ປະເທດ ເປຣູອາຊຽນ ASEAN

      ປະເທດ ເປຣູ

      4/28/2025 2:01:56 PM

      ປະເທດເປຣູ (Peru) ທີ່ມີຊື່ທາງການຄື ສາທາລະນະລັດ ເປຣູ(Republic Of Peru), ມີນະຄອນຫລວງຊື່ວ່າ ລີມາ(Lima), ຕັ້ງຢູ່ທາງຕາເວັນຕົກຂອງທະວີບ ອາເມລິກາໃຕ້ ມີຊາຍແດນທິດເໜືອຕິດກັບ ເອກວາດໍ ແລະ ໂກໂລມບີ , ທິດຕາເວັນອອກຕິດກັບ ບຣາຊິນ ແລະ ໂບລີວີ, ທິດໃຕ້ຕິດກັບ ຊີເລ ແລະ ທິດຕາເວັນຕົກຕິດກັບ ມະຫາສະໝຸດປາຊີຟິກ. ມີເນື້ອທີ່ທັງໝົດ1.285.000 ກິໂລຕາແມັດ, ກວມເອົາປະຊາກອນ 33,85 ລ້ານຄົນ(ໃນປີ 2023)

    • ຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມສະພາ ປະຊາຄົມວັດທະນະທຳ-ສັງຄົມອາຊຽນ ຄັ້ງທີ 33ອາຊຽນ ASEAN

      ຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມສະພາ ປະຊາຄົມວັດທະນະທຳ-ສັງຄົມອາຊຽນ ຄັ້ງທີ 33

      4/28/2025 9:27:05 AM

      ຂປລ. ໃນລະຫວ່າງວັນທີ 22-26 ເມສາ 2025 ທີ່ເມືອງກຸຈິງ ແຂວງສາລະວັກ ປະເທດມາເລເຊຍ, ທ່ານ ວັນສີ ກົວມົວ ຮອງລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນ ເຂົ້າຮ່ວມກອງປະຊຸມສະພາປະຊາຄົມ ວັດທະນະທຳ-ສັງຄົມອາຊຽນ ຄັ້ງທີ 33

    • ປະເທດ ສປຈີນອາຊຽນ ASEAN

      ປະເທດ ສປຈີນ

      4/25/2025 11:59:37 AM

      ປະເທດຈີນ(China) ມີຊື່ຢ່າງເປັນທາງການວ່າ: ສາທາລະນະລັດ ປະຊາຊົນຈີນ(People’s Republic of China), ມີນະຄອນ ຫລວງ ຊື່ວ່າ: ປັກກິ່ງ, ຈີນ ເປັນລັດເອກະລາດ ໃນອາຊີຕາເວັນອອກ, ຕັ້ງຢູ່ລະຫວ່າງ ສປປ ເກົາຫລີ ກັບ ຫວຽດນາມ ຕິດກັບທະເລຈີນໃຕ້, ອ່າວເກົາຫລີ, ທະເລເຫລືອງ ແລະ ທະເລຈີນຕາເວັນອອກ; ເປັນປະເທດທີ່ມີ ປະຊາກອນ ຫລາຍທີ່ ສຸດໃນໂລກ 1,411 ຕື້ກວ່າຄົນ(ໃນປີ 2023)

    • ນະໂຍບາຍພາສີຂອງສ.ອາເມລິກາ ສ້າງຜົນກະທົບຕໍ່ການຄ້າໃນພາກພື້ນ-ສາກົນອາຊຽນ ASEAN

      ນະໂຍບາຍພາສີຂອງສ.ອາເມລິກາ ສ້າງຜົນກະທົບຕໍ່ການຄ້າໃນພາກພື້ນ-ສາກົນ

      4/10/2025 4:34:33 PM

      ອາ​ຊຽນ​ ໄດ້​ຈັດ​ກອງ​ປະ​ຊຸມ ​ລັດ​ຖະ​ມົນ​ຕີ ​ເສດ​ຖະ​ກິດ ​ອາ​ຊຽນ ​ຜ່ານ​ທາງວິ​ດີ​ໂອ, ເພື່ອ​ປຶ​ກ​ສາ ​ຫາ​ລື​​ວ່າ​ ຈະເຮັດ​ແນວ​ໃດ ​ເພື່ອ​ຮັບ​ມື​ກັບ ​ນະ​ໂຍ​ບາຍ ​ພາ​ສີ ຫລ້າ​ສຸດ​ ຂອງ ສ.​ອາ​ເມ​ລິ​ກາ ແລະ​ ໄດ້​ອອກ​ຖະ​ແຫລງ​ການ​ຮ່ວມ ຫລັງ​ກອງ​ປະ​ຊຸມ.

    • ສປປ ລາວ ຮ່ວມສະເຫລີມສະຫລອງ ວັນສັງຄົມສົງເຄາະອາຊຽນ ອາຊຽນ ASEAN

      ສປປ ລາວ ຮ່ວມສະເຫລີມສະຫລອງ ວັນສັງຄົມສົງເຄາະອາຊຽນ

      3/27/2025 5:01:34 PM

      ຂປລ. ສປປ ລາວ ໄດ້ຮ່ວມກັບບັນດາປະເທດສະມາຊິກອາຊຽນ ສະເຫລີມສະຫລອງວັນສັງຄົມສົງເຄາະອາຊຽນ (15 ມີນາ) ເພື່ອຍົກສູງບົດບາດອັນສໍາຄັນ ຂອງນັກສັງຄົມສົງເຄາະ ແລະ ບຸກຄະລາກອນສັງຄົມສົງເຄາະ ໃນການຫລຸດຜ່ອນຄວາມສ່ຽງ ຈາກໄພພິບັດ ແລະ ການສ້າງຄວາມທົນທານຕໍ່ ການປ່ຽນແປງສະພາບ ດິນຟ້າອາກາດ ໃນວັນທີ 25 ມີນາ 2025 ທີ່ນະຄອນຫລວງວຽງຈັນ ໂດຍມີພະນັກງານຈາກພາກລັດ, ສະຖາບັນການສຶກສາ, ຄູ່ຮ່ວມພັດທະນາ ແລະ ນັກສຶກສາທີ່ໜຸ່ມນ້ອຍ ຈາກພາກວິຊາສັງຄົມສົງເຄາະ ແລະ ການພັດທະນາ ຄະນະວິທະຍາສາດສັງຄົມ ເຂົ້າຮ່ວມ.

ads
ads

Top