ຍົກລະດັບ ມາດຕະຖານບໍລິການ ທ່ອງທ່ຽວ ຢູ່ 4 ແຂວງພາກໃຕ້

18/09/2023 14:18
Email Print 672
ຂປລ ຂປລ.ວັນທີ 18 ກັນຍາ 2023 ນີ້, ທີ່ແຂວງສາລະວັນ, ກົມໂຄສະນາການທ່ອງທ່ຽວ ກະຊວງຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ຈັດຊຸດຝຶກອົບຮົມ ສ້າງຄວາມເຂັ້ມແຂງ ດ້ານມາດຕະຖານ ການໃຫ້ບໍລິການທ່ອງທ່ຽວ ໃຫ້ແກ່ພະນັກງານ ປະຈຳສູນຂໍ້ມູນຂ່າວສານ ການທ່ອງທ່ຽວ 4 ແຂວງພາກໃຕ້ ຄື: ແຂວງຈຳປາສັກ, ແຂວງເຊກອງ, ແຂວງອັດຕະປື ແລະ ແຂວງສາລະວັນ.

ຂປລ.ວັນທີ 18 ກັນຍາ 2023 ນີ້, ທີ່ແຂວງສາລະວັນ, ກົມໂຄສະນາການທ່ອງທ່ຽວ ກະຊວງຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ຈັດຊຸດຝຶກອົບຮົມ ສ້າງຄວາມເຂັ້ມແຂງ ດ້ານມາດຕະຖານ ການໃຫ້ບໍລິການທ່ອງທ່ຽວ ໃຫ້ແກ່ພະນັກງານ ປະຈຳສູນຂໍ້ມູນຂ່າວສານ ການທ່ອງທ່ຽວ 4 ແຂວງພາກໃຕ້ ຄື: ແຂວງຈຳປາສັກ, ແຂວງເຊກອງ, ແຂວງອັດຕະປື ແລະ ແຂວງສາລະວັນ.

ໂອກາດນີ້, ທ່ານ ນາງ ມະນີສາຄອນ ທຳມະວົງໄຊ ຮອງຫົວໜ້າກົມໂຄສະນາ ການທ່ອງທ່ຽວ ກະຊວງ ຖວທ ໄດ້ຊີ້ໃຫ້ເຫັນເຖິງຈຸດປະສົງ ຂອງການຝຶກອົບຮົມຄັ້ງນີ້ວ່າ: ການສ້າງຄວາມເຂັ້ມແຂງ ດ້ານມາດຕະຖານ ໃຫ້ບໍລິການແກ່ພະນັກງານ ປະຈຳສູນອງຂໍ້ມູນຂ່າວສານ ການທ່ອງທ່ຽວ ແມ່ນມີຄວາມສຳຄັນ ແລະ ຈຳເປັນທີ່ສຸດ ສຳລັບວຽກງານ ການໂຄສະນາການທ່ອງທ່ຽວ ເຊິ່ງເປັນສະຖານທີ່ ຕອບສະໜອງ ຄວາມຕ້ອງການ ຂອງນັກທ່ອງທ່ຽວ ເພື່ອຈະເດີນທາງໄປທ່ອງທ່ຽວ ແຕ່ລະສະຖານທີ່ຢູ່ໃນ ສປປ ລາວ, ສະຖານ ທີ່ແຫລ່ງທ່ອງທ່ຽວ, ການເດີນທາງໄປມາ, ສະຖານທີ່ພັກແຮມ, ຮ້ານອາຫານ, ຮ້ານຄ້າ ແລະ ການບໍລິ ການອື່ນໆ ທີ່ຕິດພັນກັບການທ່ອງທ່ຽວ. ສະນັ້ນ ການບໍລິການຕ່າງໆ ຢູ່ສູນຂໍ້ມູນຂ່າວສານການທ່ອງທ່ຽວຈຶ່ງສຳຄັນ ໂດຍສະເພາະ ແມ່ນບຸກຄະລາກອນຕ້ອງມີຄວາມຮູ້, ຄວາມສາມາດ ແລະ ມີທັກສະ ໃນການບໍລິການສະຫນອງຂໍ້ມູນ, ການແນະນຳຂໍ້ມູນບັນດາ ແຫລ່ງທ່ອງທ່ຽວ ທີ່ນັກທ່ອງທ່ຽວຕ້ອງການ.

ການອົບຮົມຄັ້ງນີ້, ຜູ້ເຂົ້າຮ່ວມໄດ້ຮຽນຮູ້ຄວາມສຳຄັນ ຂອງວຽກງານບໍລິການ, ທັກສະພື້ນຖານການບໍລິການຕ້ອນຮັບແຂກ, ຄວາມໝາຍ ແລະ ຄວາມສຳຄັນ ຂອງວຽກງານບໍລິການສ່ວນໜ້າ, ຂະບວນການ ໜ້າວຽກ ຂອງພະນັກງານການຕ້ອນຮັບ, ທັງຮຽນຮູ້ກ່ຽວກັບ ການການສ້າງຕູ້ສະໜອງ ຂໍ້ມູນຂ່າວສານໂຄສະນາ ການທ່ອງທ່ຽວ, ຂັ້ນຕອນ, ເຕັກນິກ, ວິທີອອກແບບ ສິ່ງພິມໂຄສະນາ ການທ່ອງທ່ຽວ ດ້ວຍໂປຣແກມ Micrsolt PorwerPoint, ການປັບແຕ່ງຮູບດ້ວຍ Adobe Photoshop.

ຂໍ້ມູນ: ກົມໂຄສະນາການທ່ອງທ່ຽວ
KPL

ຂ່າວອື່ນໆ

    • ພົບປະສົ່ງເສີມວັດທະນະທຳ-ການທ່ອງທ່ຽວ ກວາງຊີ ສປ ຈີນວັດທະນະທຳ-ສັງຄົມ

      ພົບປະສົ່ງເສີມວັດທະນະທຳ-ການທ່ອງທ່ຽວ ກວາງຊີ ສປ ຈີນ

      9/28/2026 10:18:54 AM

      ໃນໂອກາດ ຄົບຮອບ 65 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ຈີນ-ລາວ, ທັງເປັນປີມິດຕະພາບ ຈີນ-ລາວ ພະແນກວັດທະນະທໍາ ແລະ ການທ່ອງທ່ຽວ ເຂດປົກຄອງຕົນເອງຊົນເຜົ່າຈ້ວງກວາງຊີ ຈັດງານພົບປະສົ່ງເສີມວັດທະນະທຳ ແລະ ການທ່ອງທ່ຽວ ໃນຫົວຂໍ້: “ພົບພໍ້ກວາງຊີ” ຢູ່ນະຄອນຫລວງວຽງຈັນ ເພື່ອຊຸກຍູ້ການຮ່ວມມືຕົວຈິງ ລະຫວ່າງ ຂະແໜງການທ່ອງທ່ຽວຂອງກວາງຊີ ແລະ ສປປ ລາວ ໃນວັນທີ 24 ກັນຍາ 2026 .

    • ອ່ານບົດກະວີ ສະຫລອງບຸນໄຫວ້ພະຈັນ ປະຈຳປີ 2026ວັດທະນະທຳ-ສັງຄົມ

      ອ່ານບົດກະວີ ສະຫລອງບຸນໄຫວ້ພະຈັນ ປະຈຳປີ 2026

      9/24/2026 5:51:15 PM

      ໃນວັນທີ 23 ກັນຍາ 2026 ນີ້, ສູນວັດທະນະທຳຈີນ ປະຈຳລາວ ຮ່ວມກັບພາກວິຊາພາສາຈີນ ຄະນະອັກສອນສາດ ມະຫາວິທະຍາໄລແຫ່ງຊາດ ຈັດງານສະເຫຼີມສະຫຼອງບຸນໄຫວ້ພະຈັນ ປະຈຳປີ 2026 ພາຍໃຕ້ຫົວຂໍ້: “ຮ່ວມກັນຊົມພະຈັນດວງດຽວກັນ-ອ່ານບົດກະວີໃນບຸນໄຫວ້ພະຈັນ” ໂດຍມີ ທ່ານ ຫຼົວ ເວີ້ຍຈ້ຽນ ຫົວໜ້າສູນວັດທະນະທຳຈີນ ປະຈຳລາວ, ມີຮອງຜູ້ອຳນວຍການໃຫຍ່ມະຫາວິທະຍາໄລແຫ່ງຊາດລາວ, ມີຮອງຫົວໜ້າກົມຮ່ວມມືກັບຕ່າງປະເທດ ກະຊວງສຶກສາທິການ ແລະ ກິລາ, ພ້ອມດ້ວຍບັນດາຄູ-ອາຈານ, ນັກຮຽນ-ນັກສຶກສາ ເຂົ້າຮ່ວມ.

    • ເຊກອງ ເມືອງແຫ່ງສະເໜ່ ໄດ້ຮັບລາງວັນຫ້ອງວາງສະແດງແຫ່ງຊາດ ດີເດັ່ນ-ສວຍງາມວັດທະນະທຳ-ສັງຄົມ

      ເຊກອງ ເມືອງແຫ່ງສະເໜ່ ໄດ້ຮັບລາງວັນຫ້ອງວາງສະແດງແຫ່ງຊາດ ດີເດັ່ນ-ສວຍງາມ

      9/23/2026 11:55:28 AM

      ໃນໂອກາດແຂວງເຊກອງ ຕົວແທນເມືອງແຫ່ງສະເໜ່ ຂອງ ສປປ ລາວ ເຂົ້າຮ່ວມງານວາງສະແດງສິນຄ້າ ຈີນ-ອາຊຽນ ຄັ້ງທີ 23 ປະຈຳປີ 2026 ທີ່ນະຄອນໜານໜິງ ແຂວງກວາງຊີ ສປ ຈີນ, ຫ້ອງວາງສະແດງ “ເຊກອງ ເມືອງແຫ່ງສະເໜ່” ໄດ້ຮັບລາງວັນຫ້ອງວາງສະແດງດີເດັ່ນ-ສວຍງາມ (Best National Pavilion) ຈາກການຈັດຕົບແຕ່ງ ແລະ ນຳສະເໜີເນື້ອໃນພາຍໃນຫ້ອງວາງສະແດງ.

    • ຍົກລະດັບຄວາມຮູ້ການນຳໃຊ້ປັນຍາປະດິດວັດທະນະທຳ-ສັງຄົມ

      ຍົກລະດັບຄວາມຮູ້ການນຳໃຊ້ປັນຍາປະດິດ

      9/23/2026 11:51:41 AM

      ສູນກາງສະຫະພັນແມ່ຍິງລາວ (ສສຍລ) ຮ່ວມກັບມູນນິທິເອເຊຍ ຈັດຊຸດຝຶກອົບຮົມໃນຫົວຂໍ້ “ການນຳໃຊ້ປັນຍາປະດິດໃນພາກປະຕິບັດ ແລະ ມີຄວາມຮັບຜິດຊອບ ເພື່ອເພີ່ມປະສິດທິພາບການປະຕິບັດໜ້າທີ່ໃນອົງກອນ ສຳລັບສູນກາງສະຫະພັນແມ່ຍິງ” ເພື່ອສ້າງຄວາມເຂັ້ມແຂງ ແລະ ຍົກລະດັບທັກສະການນຳໃຊ້ເຕັກໂນໂລຊີປັນຍາປະດິດ (AI) ໃນວັນທີ 21-22 ກັນຍາ 2026

    • 4 ພາກສ່ວນຮ່ວມຕີລາຄາ ແລະ ປະເມີນຜົນກ່ຽວກັບການດຳເນີນຄະດີຕາມຂະບວນຍຸຕິທຳວັດທະນະທຳ-ສັງຄົມ

      4 ພາກສ່ວນຮ່ວມຕີລາຄາ ແລະ ປະເມີນຜົນກ່ຽວກັບການດຳເນີນຄະດີຕາມຂະບວນຍຸຕິທຳ

      9/23/2026 11:44:18 AM

      ກະຊວງປ້ອງກັນຄວາມສະຫງົບ, ອົງການໄອຍະການປະຊາຊົນສູງສຸດ, ສານປະຊາຊົນສູງສຸດ ແລະ ກະຊວງຍຸຕິທຳ ຈັດກອງປະຊຸມຮ່ວມ 4 ພາກສ່ວນ ກ່ຽວກັບການດຳເນີນຄະດີຕາມຂະບວນຍຸຕິທຳ ຄັ້ງທີ VIII ໃນວັນທີ 21 ກັນຍາ 2026 ໂດຍການເປັນປະທານຮ່ວມຂອງ ທ່ານ ພົທ ວັນທອງ ກອງມະນີ ຄະນະເລຂາທິການສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ທ່ານ ໄພວີ ສີບົວລິພາ ກຳມະການສູນກາງພັກ, ປະທານສານປະຊາຊົນສູງສຸດ, ທ່ານ ນາງ ລີວົງ ລາວລີ ກຳມະການສູນກາງພັກ, ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແລະ ທ່ານ ນາງ ສີສຸດາ ໂສພາວັນດີ ຮອງລັດຖະມົນຕີກະຊວງຍຸຕິທຳ, ມີບັນດາການນຳຂອງ 4 ພາກສ່ວນ ແລະ ແຂກຖືກເຊີນ ເຂົ້າຮ່ວມ.

ads
ads

Top