ສປປ ລາວ ວາງຄາດໝາຍຈະດຶງດູດ ນັກທ່ອງທ່ຽວ 2,7 ລ້ານຄົນປີ 2024

14/09/2023 12:31
Email Print 2114
ຂປລ *ນັບຖອຍຫລັງເຫລືອພຽງ 4ເດືອນ ສປປ ລາວ ຈະເປັນເຈົ້າພາບ ຈັດກອງປະຊຸມສຸດຍອດທ່ອງທ່ຽວອາຊຽນ ຂະນະທີ່ ສປປ ລາວ ຕັ້ງເປົ້າໝາຍສູ້ຊົນໄວ້ວ່າພາຍໃນປ 2023 ຈະດຶງດູດ ແລະ ຕ້ອນຮັບນັກທ່ອງທ່ຽວໃຫ້ບັນລຸ 2,5 ລ້ານກວ່າຄົນ ແລະ ຄາດວ່າປີ 2024 ຈະດຶງ ດູດນັກທ່ອງທ່ຽວໃຫ້ໄດ້ 2,7 ຄົນ. ຫວ່າງບໍ່ດົນມານີ້, ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫລງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ

*ນັບຖອຍຫລັງເຫລືອພຽງ 4ເດືອນ ສປປ ລາວ ຈະເປັນເຈົ້າພາບ ຈັດກອງປະຊຸມສຸດຍອດທ່ອງທ່ຽວອາຊຽນ ຂະນະທີ່ ສປປ ລາວ ຕັ້ງເປົ້າໝາຍສູ້ຊົນໄວ້ວ່າພາຍໃນປ 2023 ຈະດຶງດູດ ແລະ ຕ້ອນຮັບນັກທ່ອງທ່ຽວໃຫ້ບັນລຸ 2,5 ລ້ານກວ່າຄົນ ແລະ ຄາດວ່າປີ 2024 ຈະດຶງ ດູດນັກທ່ອງທ່ຽວໃຫ້ໄດ້ 2,7 ຄົນ. ຫວ່າງບໍ່ດົນມານີ້, ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫລງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ໄດ້ລາຍງານວ່າ: ປັດຈຸບັນນີ້ພວກເຮົາ ໄດ້ ມີການກະກຽມຄວາມພ້ອມຢ່າງຮອບດ້ານແລ້ວ ໂດຍສະເພາະໄດ້ມີຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງບັນດາອະນຸກຳມະການຮັບຜິດຊອບບັນດາໜ້າວຽກຕ່າງໆ ລວມມີ 13 ອະນຸກຳມະການເຊິ່ງປະກອບມີຜູ້ຕາງໜ້າຈາກບັນດາກະຊວງ ແລະ ພາກສ່ວນທີ່ກ່ຽວຂ້ອງ, ໄດ້ລົງນາມກັບອາຊຽນຕ້າ ເພື່ອຮ່ວມກັນຈັດງານວາງສະແດງການທ່ອງທ່ຽວອາຊຽນ, ນັບຕັ້ງແຕ່ລາວ ເຂົ້າເປັນສະ ມາຊິກອາຊຽນ 23 ກໍລະກົດ 1997 ຂະແໜງການທ່ອງທ່ຽວລາວ ໄດ້ຮັບກຽດເປັນເຈົ້າພາບຈັດງານມະຫາກຳທ່ອງທ່ຽວອາຊຽນ ຫລື ເອີ້ນວ່າ: ASEAN Tourism Forum (ATF) ສອງຄັ້ງແລ້ວຄື: ໃນປີ 2004, ປີ 2013 ແລະ ໃນປີ 2024 ແມ່ນຄັ້ງທີ 3 ພາຍໃຕ້ຄໍາຂວັນ “ອາ ຊຽນ ເປັນຈຸດໝາຍປາຍທາງການທ່ອງທ່ຽວທີ່ມີຄຸນນະພາບ ແລະ ມີຄວາມຮັບຜິດຊອບເພື່ອເຮັດໃຫ້ອາຊຽນມີຄວາມຍືນຍົງ ໃນອະນາຄົດ” ຫລື “Quality and Respon-sible Tourism – Sustaining ASEAN Future” ສຳລັບການເປັນເຈົ້າພາບຈັດງານມະຫາກຳ ການທ່ອງທ່ຽວອາຊຽນ ATF 2024 ຂອງລາວ ຖືເປັນເຫດການໜຶ່ງທີ່ສຳຄັນຢ່າງຍິ່ງ, ເປັນການຍົກສູງບົດບາດຂອງລາວ ໃນເວທີສາກົນເວົ້າລວມ, ເວົ້າສະເພາະວຽກ ງານການທ່ອງທ່ຽວ ຂອງລາວ ໃຫ້ເປັນທີ່ີຮູ້ຈັກຢູ່ໃນພາກພື້ນ ແລະ ສາກົນ ເຊິ່ງປະເທດລາວເອງເເມ່ນມ ແຫລ່ງທຳມະຊາດທີ່ອຸດົມສົມບູນ ແລະ ສວຍງາມເໝາະແກ່ການພັດທະນາໃຫ້ເປັນແຫລ່ງທ່ອງທ່ຽວອະນຸລັກທຳມະຊາດ, ເປັນອຸດສາຫະກຳສີຂຽວປາສະຈາກໝອກຄວັນ, ອາຍພິດ ແລະ ເປັນບ່ອນພັກຜ່ອນແຫ່ງໃໝ່ ທີ່ມີຄວາມປະທັບໃຈຂອງນັກທ່ອງທ່ຽວຢູ່ໃນພາກພື້ນ ແລະ ໃນໂລກ, ລາວພວກເຮົາຍັງມີຮີດຄອງປະເພນີ, ວັດທະນະທຳ ແລະ ຂະນົບທຳນຽມຂອງປະຊາຊົນລາວບັນດາເຜົ່າທີ່ຫລາກຫລາຍ, ມີວັດວາອາຮາມ, ບູຮານສະຖານ ແລະ ສະຖານທີ່ປະຫວັດສາດທີ່ໜ້າສົນໃຈເຊັ່ນ:

ຫລວງພະບາງເມືອງປະຫວັດສາດເມືອງມໍລະດົກທີ່ມີຊີວິດຊີວາ, ວັດພູຈຳປາສັກ ແລະ ທົ່ງໄຫ ຫີນ ແຂວງຊຽງຂວາງ ສະຖານບູ ຮານເກົ່າແກ່ທີ່ເປັນມໍລະດົກໂລກ. ນອກຈາກນີ້ ສຽງແຄນລາວ ກໍຖືກຮັບຮອງເປັນມໍລະດົກໂລກທາງດ້ານນາມມະທຳຂອງມວນມະນຸດຊາດ ເຊ່ິງເປັນສັນຍາລັກໜຶ່ງທີ່ມີຄຸນຄ່າທາງດ້ານຈິດໃຈ ຄຽງຄູ່ກັບປະຊາຊົນ ລາວບັນດາເຜົ່າມາແຕ່ດົນນານແລ້ວ.ດັ່ງທີ່ຮູ້ນໍາກັນ, ລັດຖະບານລາວ ເຮົາກໍໄດ້ວາງຄາດສູ້ຊົນດຶງດູນັກ ທ່ອງທ່ຽວໃຫ້ໄດ້ 2 ລ້ານ 5 ແສນ ຄົນ ພາຍໃນປີ 2023 ນີ້ ແລະ ສືບ ຕໍ່ປະບັດຄາດໝາຍປີ 2024 ໃຫ້ໄດ້ 2 ລ້ານ 7 ແສນຄົນ. ໃນນັ້ນ, ມີໄທ, ສປ ຈີນ, ຫວຽດນາມ, ສ.ເກົາຫລີ, ເອີລົບ, ອາເມລິກາ ແລະ ຊາດອື່ນໆ.ພ້ອມດຽວກັນນີ້  ແຂວງຫລວງພະບາງ ກໍໄດ້ຕັ້ງເປົ້າ ດຶງດູດນັກທ່ອງທ່ຽວໃຫ້ໄດ້ 1  ລ້ານຄົນ ໃນປ 2023, ແລະ ຈະໃຫ້ໄດ້ 2 ລ້ານ 8 ແສນຄົນ ໃນປີ 2025. ເພື່ອໃຫ້ໄດ້ຕາມແຜນທີ່ຕັ້ງໄວ້ທາງແຂວງ ໄດ້ມີການປັບປຸງພື້ຖານໂຄງລ່າງ ແລະ ສຸມໃສ່ການລົງທຶນທາງດ້ານທີ່ພັກ, ຮ້ານອາຫານ ແລະ ການທ່ອງທ່ຽວຕິດພັນກະສິ ກໍາ. ນອກຈາກນີ້ຍັງຈະມີການປັບປຸງການຄຸ້ມຄອງການທ່ອງທ່ຽວ ແລະ ພະນັກງານນໍາທ່ຽວຕື່ມອີກ. ສະເພາະປີ 2024 ເຊິ່ງຈະເປັນປີທ່ອງທ່ຽວລາວ ຫລື Visit Laos Year, ກໍ່ຈະມີການໂຄສະນາໃນ ຫລາຍຮູບແບບຜ່ານຫລາຍຊ່ອງທາງຕ່າງໆ.ສະເພາະ 6 ເດືອນຕົ້ນປີ 2023 ມີນັກທ່ອງທ່ຽວເຂົ້າມາທ່ຽວຫລວງພະບາງແລ້ວ 546.000 ຄົນ, ໂດຍປະມານ 43,9% ແມ່ນມາ  ຈາກ  ໄທ, ຝຣັ່ງ, ອັງກິດ, ເຢຍລະ ມັນ, ຈີນ ແລະ ສະຫະລັດ ອາເມລິ ກາ, ສ້າງລາຍຮັບຫລາຍກວ່າ 313 ລ້ານໂດລາສະຫະລັດ.ການເປັນເຈົ້າພາບກອງປະຊຸມ ສຸດຍອດທ່ອງທ່ຽວອາຊຽນ ປີ 2024 ຍິ່ງມີຄວາມໝາຍຄວາມສໍາຄັນທີ່ສຸດ ຕ່າງຈາກຄັ້ງຜ່ານມາອັນເນື່ອງວ່າ ສປປ ລາວ ໄດ້ປ່ຽນສະຖານະຈາກປະເທດບໍ່ຕິດຈອດ ກັບທະເລກາຍເປັນປະເທດເຊື່ອມ ໂຍງ-ເຊື່ອມຈອດກັບພາກພື້ນ ແລະ ສາກົນຜ່ານເສັ້ນທາງລົດໄຟລາວ- ຈີນ, ຂົວຂ້າມແມ່ນໍ້າຂອງຫລາຍແຫ່ງ ແລະ ອື່ນໆ ເຊິ່ງນັ້ນຈະຍົກຖານະບົດບາດຂອງ ສປປ ລາວ ຂຶ້ນ ສູງກວ່າເກົ່າ ແລະ ຈະກາຍເປັນປະຕູອາຊຽນແບບອັດຕະໂນມັດ. ລາວຖືເອົາວຽກງານທ່ອງທ່ຽວ ເປັນໜຶ່ງໃນບຸລິມະສິດສໍາຄັນຂອງ ລັດຖະບານໃນຂັບເຄີື່ອນເສດຖະກິດ ແລະ ແກ້ໄຂຄວາມທຸກຍາກຂອງປະເທດ, ຖ້າສັງເກດຄືນຫລັງປີ 2018-2019 ມີນັກທ່ອງທ່ຽວເຂົ້າ ມາ ສປປ ລາວເກືອບ 5 ລ້ານຄົນ, ສາມາດສ້າງຮັບໄດ້ເກືອບ 700 ລ້ານໂດລາ ເຊິ່ງຖືກຈັດເປັນລາຍຮັບ ເຂົ້າປະເທດອັນດັບຕົ້ນໆ.

ໂດຍ: ເກີດຂວັນໃຈ ມາລີຈັນສີ


KPL

ຂ່າວອື່ນໆ

    • ນ້ຳລ້ຽງມ້າ ຈາກຫ້ວຍ ກາຍເປັນສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຂອງ ປັກກິ່ງທ່ອງທ່ຽວ

      ນ້ຳລ້ຽງມ້າ ຈາກຫ້ວຍ ກາຍເປັນສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຂອງ ປັກກິ່ງ

      10/14/2025 8:43:35 AM

      ນະຄອນຫລວງ ປັກກິ່ງ ສປ ຈີນ ນອກຈາກເປັນເມືອງໜຶ່ງທີ່ຂຶ້ນຊື່ດ້ານຄວາມທັນສະໄໝ ແລະ ຄວາມຈະເລີນຮຸ່ງເຮືອງສີວິໄລແລ້ວ, ຍັງເປັນເມືອງທີ່ມີຊື່ສຽງໂດ່ງດັງດ້ານການທ່ອງທ່ຽວ

    • ໄປສໍາພັດເກາະໄຫຫລໍາແຫລ່ງທ່ອງທ່ຽວລະດັບໂລກທ່ອງທ່ຽວ

      ໄປສໍາພັດເກາະໄຫຫລໍາແຫລ່ງທ່ອງທ່ຽວລະດັບໂລກ

      10/9/2025 11:42:40 AM

      ຂປລ. ເກາະໄຫຫລຳ ຫລື ເອີ້ນຊື່ເຕັມວ່າ ແຂວງໄຫໜານ ສປ ຈີນ ຕັ້ງຢູ່ກາງທະເລຕອນໃຕ້ຂອງຈີນແຜ່ນດິນໃຫຍ່ທີ່ອ້ອມຮອບດ້ວຍນໍ້າທະເລ ແລະ ບໍ່ມີຊາຍແດນທາງທິດໃດຕິດກັບແຜນດິນໃຫຍ່.

    • ທ່ຽວຊົມໝູ່ບ້ານຢາພື້ນເມືອງ “ໄປ໋ເສົາຊານ”ທ່ອງທ່ຽວ

      ທ່ຽວຊົມໝູ່ບ້ານຢາພື້ນເມືອງ “ໄປ໋ເສົາຊານ”

      10/2/2025 12:26:06 PM

      ຂປລ. ນັບວ່າ ເປັນອີກໜຶ່ງໂອກາດທີ່ດີສຳລັບຜູ້ຂຽນເອງ ທີ່ໄດ້ມີໂອກາດເດີນທາງໄປ ສປ ຈີນ ຊຶ່ງຈຸດປະສົງກໍ່ເພື່ອເຂົ້າຮ່ວມເຂົ້າຮ່ວມ ເວທີປາໄສສື່ມວນຊົນ ແລະ ຄັງປັນຍາ “ທົ່ວໂລກໃຕ້” ປີ 2025 ໂດຍພາຍຫລັງສຳເລັດ ກອງປະຊຸມດັ່ງກ່າວ ຄະນະສື່ມວນຊົນລາວພວກເຮົາກໍ່ ໄດ້ມີໂອກາດໄປທ່ຽວຊົມສະຖານທີ່ຕ່າງໆ

    • ແຂວງຈຳປາສັກເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ ທາດສາມປາງ ແລະ ວັດພູຈຳປາສັກທ່ອງທ່ຽວ

      ແຂວງຈຳປາສັກເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ ທາດສາມປາງ ແລະ ວັດພູຈຳປາສັກ

      8/20/2025 11:58:15 AM

      *ເພື່ອເຮັດໃຫ້ບັນຍາກາດການທ່ອງທ່ຽວ ໃນໄລຍະລະດູຝົນໃຫ້ຟົດຟື້ນຕິດພັນກັບ ຟັງຄຳຄິດຄຳເຫັນ ແລະ ຂໍ້ສະເໜີຈາກປະຊາຊົນ, ຜູ້ປະກອບການນໍາໄປຄົ້ນຄວ້າ ຫາຊ່ອງທາງແກ້ໄຂໃນຕໍ່ໜ້ານັ້ນ, ເມື່ອມໍ່ໆມານີ້, ທ່ານ ສຸລິນ ເພັດທານີ ຮອງຫົວໜ້າພະແນກ ວັດທະນະທໍາ ແລະ ທ່ອງທ່ຽວ (ວທ) ແຂວງຈໍາປາສັກພ້ອມຄະນະ ໄດ້ເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ, ການທ່ອງທ່ຽວສີຂຽວຢູ່ ເມືອງ ສຸຂຸມາ ແລະ ເມືອງຈຳປາສັກ

    • ທ່ຽວທຳມະຊາດຕາດຫີນຄັນນາທ່ອງທ່ຽວ

      ທ່ຽວທຳມະຊາດຕາດຫີນຄັນນາ

      7/14/2025 11:32:39 AM

      ຕາດຫີນຄັນນາ ເປັນຕາດທ່ີມີຂະໜາດບ່ໍໃຫຍ່ຫລາຍ ແຕ່ກໍເປັນແຫລ່ງທ່ອງທ່ຽວທີ່ນິຍົມມາແຕ່ດົນນານ, ເນື່ອງຈາກວ່າເປັນຕາດທ່ີມີຄວາມສວຍງາມ, ມີນ້ຳໃສໄຫລເຢັນ ແລະ ປົກຄຸມດ້ວຍທຳມະຊາດທີ່ຂຽວສົດງົດງາມໄປດ້ວຍຕົ້ນໄມ້ນາໆຊະນິດ, ສາມາດດຶງດູດນັກທ່ອງທ່ຽວໃຫ້ມາທ່ຽວຊົມຢ່າງຫລວງຫລາຍ.

ads
ads

Top