ມົນສະເໜ່ ເມືອງຮອຍອັນ

14/09/2023 11:38
Email Print 1310
ຂປລ ຮອຍອັນ ປະເທດຫວຽດນາມ(Hoi An, Vietnam) ເປັນເມືອງນ້ອຍໆ ທີ່ເຕັມໄປດ້ວຍສະເໜ່ຂອງຫວຽດນາມ ຖ້າຍ່າງຫລິ້ນໃນເມືອງ ຈະພົບກັບວັດເກົ່າແກ່ ບ້ານແບບບູຮານ ແລະ ບັນຍາກາດຄ້າຍຄືກັບ ໄປໃນອະດິດຮອຍອັນຈຶ່ງຖືກເລືອກ ໃຫ້ເປັນໜຶ່ງໃນເມືອງມໍລະດົກໂລກ ໂດຍ UNESCO ແລະ ເມື່ອທ່ານ ມາຮອຍອັນສິ່ງທີ່ຂາດບໍ່ໄດ້ຄືອາຫານພື້ນເມືອງຂອງຫວຽດນາມ ທີ່ມີໃຫ້ເລືອກຫລາຍຢ່າງ.

*ຮອຍອັນ ປະເທດຫວຽດນາມ(Hoi An, Vietnam) ເປັນເມືອງ ນ້ອຍໆ ທີ່ເຕັມໄປດ້ວຍສະເໜ່ຂອງຫວຽດນາມ ຖ້າຍ່າງຫລິ້ນໃນເມືອງ ຈະພົບກັບວັດເກົ່າແກ່ ບ້ານແບບບູຮານ ແລະ ບັນຍາກາດຄ້າຍຄືກັບ ໄປໃນອະດິດຮອຍອັນຈຶ່ງຖືກເລືອກ ໃຫ້ເປັນໜຶ່ງໃນເມືອງມໍລະດົກໂລກ ໂດຍ UNESCO ແລະ ເມື່ອທ່ານ ມາຮອຍອັນສິ່ງທີ່ຂາດບໍ່ໄດ້ຄືອາຫານພື້ນເມືອງຂອງຫວຽດນາມ ທີ່ມີໃຫ້ເລືອກຫລາຍຢ່າງ. ສະຖານທີ່ແນະນຳທີ່ທ່ານຄວນໄປປະກອບມີ: ສະມາຄົມຟຸກກຽນ (Phouc Kien Assembly Hall) ແມ່ນ ສູນກາງຂອງການທ່ອງທ່ຽວຊົມເມືອງບູຮານຮອຍອັນ ເປັນສະມາຄົມຂອງຊາວຈີນທີ່ໃຫຍ່ ແລະ ເກົ່າ ແກ່ທີ່ສຸດໃນຮອຍອັນ; ສະພານຍ່ີ ປຸ່ນ (Japanese Covered Bridge) ໜຶ່ງໃນສັນຍະລັກຂອງ ຮອຍອັນ ກໍ່ສ້າງໂດຍຊາວຊຸມຊົນ ຊາວຢີ່ປຸ່ນເມື່ອ 400 ກວ່າປີກ່ອນ; ແມ່ນໍ້າໂບນ (Thu Bon River) ເປັນແມ່ນໍ້າສາຍສຳຄັນຂອງເມືອງ ຮອຍອັນ ປັດຈຸບັນສອງຝັ່ງຂອງ ແມ່ນໍ້າ ເປັນທີ່ຕັ້ງຂອງຮ້ານອາ ຫານບາກາເຟ ແລະ ຮ້ານຄ້າຕ່າງໆ

ເປັນຈຸດທີ່ນັກທ່ອງທ່ຽວນິຍົມກັນຫລາຍ; ຫາດເກົາໄດ໋ (Cao Dai Beach) ອອກຈາກເຂດເມືອງເກົ່າໄປບໍ່ໄກຈະພົບເຫັນຊາຍຫາດງາມໆ ບັນຍາກາດສະຫງົບບໍລິເວນ ຊາຍຫາດຍັງມີຮ້ານອາຫານທີ່ແຊບຫລາຍຮ້ານຄອຍຕ້ອນຮັບນັກທ່ອງທ່ຽວ. ການໄປທ່ຽວເມືອງຮອຍອັນຕ້ອງໄປປະມານ ເດືອນພະຈິກ- ເດືອນມີຖຸນາ ແຕ່ອາກາດຂ້ອນຂ້າງ ຮ້ອນໜ້ອຍໜຶ່ງ.

KPL

ຂ່າວອື່ນໆ

    • ປະເທດ ເປຣູອາຊຽນ ASEAN

      ປະເທດ ເປຣູ

      4/28/2025 2:01:56 PM

      ປະເທດເປຣູ (Peru) ທີ່ມີຊື່ທາງການຄື ສາທາລະນະລັດ ເປຣູ(Republic Of Peru), ມີນະຄອນຫລວງຊື່ວ່າ ລີມາ(Lima), ຕັ້ງຢູ່ທາງຕາເວັນຕົກຂອງທະວີບ ອາເມລິກາໃຕ້ ມີຊາຍແດນທິດເໜືອຕິດກັບ ເອກວາດໍ ແລະ ໂກໂລມບີ , ທິດຕາເວັນອອກຕິດກັບ ບຣາຊິນ ແລະ ໂບລີວີ, ທິດໃຕ້ຕິດກັບ ຊີເລ ແລະ ທິດຕາເວັນຕົກຕິດກັບ ມະຫາສະໝຸດປາຊີຟິກ. ມີເນື້ອທີ່ທັງໝົດ1.285.000 ກິໂລຕາແມັດ, ກວມເອົາປະຊາກອນ 33,85 ລ້ານຄົນ(ໃນປີ 2023)

    • ຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມສະພາ ປະຊາຄົມວັດທະນະທຳ-ສັງຄົມອາຊຽນ ຄັ້ງທີ 33ອາຊຽນ ASEAN

      ຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມສະພາ ປະຊາຄົມວັດທະນະທຳ-ສັງຄົມອາຊຽນ ຄັ້ງທີ 33

      4/28/2025 9:27:05 AM

      ຂປລ. ໃນລະຫວ່າງວັນທີ 22-26 ເມສາ 2025 ທີ່ເມືອງກຸຈິງ ແຂວງສາລະວັກ ປະເທດມາເລເຊຍ, ທ່ານ ວັນສີ ກົວມົວ ຮອງລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນ ເຂົ້າຮ່ວມກອງປະຊຸມສະພາປະຊາຄົມ ວັດທະນະທຳ-ສັງຄົມອາຊຽນ ຄັ້ງທີ 33

    • ປະເທດ ສປຈີນອາຊຽນ ASEAN

      ປະເທດ ສປຈີນ

      4/25/2025 11:59:37 AM

      ປະເທດຈີນ(China) ມີຊື່ຢ່າງເປັນທາງການວ່າ: ສາທາລະນະລັດ ປະຊາຊົນຈີນ(People’s Republic of China), ມີນະຄອນ ຫລວງ ຊື່ວ່າ: ປັກກິ່ງ, ຈີນ ເປັນລັດເອກະລາດ ໃນອາຊີຕາເວັນອອກ, ຕັ້ງຢູ່ລະຫວ່າງ ສປປ ເກົາຫລີ ກັບ ຫວຽດນາມ ຕິດກັບທະເລຈີນໃຕ້, ອ່າວເກົາຫລີ, ທະເລເຫລືອງ ແລະ ທະເລຈີນຕາເວັນອອກ; ເປັນປະເທດທີ່ມີ ປະຊາກອນ ຫລາຍທີ່ ສຸດໃນໂລກ 1,411 ຕື້ກວ່າຄົນ(ໃນປີ 2023)

    • ນະໂຍບາຍພາສີຂອງສ.ອາເມລິກາ ສ້າງຜົນກະທົບຕໍ່ການຄ້າໃນພາກພື້ນ-ສາກົນອາຊຽນ ASEAN

      ນະໂຍບາຍພາສີຂອງສ.ອາເມລິກາ ສ້າງຜົນກະທົບຕໍ່ການຄ້າໃນພາກພື້ນ-ສາກົນ

      4/10/2025 4:34:33 PM

      ອາ​ຊຽນ​ ໄດ້​ຈັດ​ກອງ​ປະ​ຊຸມ ​ລັດ​ຖະ​ມົນ​ຕີ ​ເສດ​ຖະ​ກິດ ​ອາ​ຊຽນ ​ຜ່ານ​ທາງວິ​ດີ​ໂອ, ເພື່ອ​ປຶ​ກ​ສາ ​ຫາ​ລື​​ວ່າ​ ຈະເຮັດ​ແນວ​ໃດ ​ເພື່ອ​ຮັບ​ມື​ກັບ ​ນະ​ໂຍ​ບາຍ ​ພາ​ສີ ຫລ້າ​ສຸດ​ ຂອງ ສ.​ອາ​ເມ​ລິ​ກາ ແລະ​ ໄດ້​ອອກ​ຖະ​ແຫລງ​ການ​ຮ່ວມ ຫລັງ​ກອງ​ປະ​ຊຸມ.

    • ສປປ ລາວ ຮ່ວມສະເຫລີມສະຫລອງ ວັນສັງຄົມສົງເຄາະອາຊຽນ ອາຊຽນ ASEAN

      ສປປ ລາວ ຮ່ວມສະເຫລີມສະຫລອງ ວັນສັງຄົມສົງເຄາະອາຊຽນ

      3/27/2025 5:01:34 PM

      ຂປລ. ສປປ ລາວ ໄດ້ຮ່ວມກັບບັນດາປະເທດສະມາຊິກອາຊຽນ ສະເຫລີມສະຫລອງວັນສັງຄົມສົງເຄາະອາຊຽນ (15 ມີນາ) ເພື່ອຍົກສູງບົດບາດອັນສໍາຄັນ ຂອງນັກສັງຄົມສົງເຄາະ ແລະ ບຸກຄະລາກອນສັງຄົມສົງເຄາະ ໃນການຫລຸດຜ່ອນຄວາມສ່ຽງ ຈາກໄພພິບັດ ແລະ ການສ້າງຄວາມທົນທານຕໍ່ ການປ່ຽນແປງສະພາບ ດິນຟ້າອາກາດ ໃນວັນທີ 25 ມີນາ 2025 ທີ່ນະຄອນຫລວງວຽງຈັນ ໂດຍມີພະນັກງານຈາກພາກລັດ, ສະຖາບັນການສຶກສາ, ຄູ່ຮ່ວມພັດທະນາ ແລະ ນັກສຶກສາທີ່ໜຸ່ມນ້ອຍ ຈາກພາກວິຊາສັງຄົມສົງເຄາະ ແລະ ການພັດທະນາ ຄະນະວິທະຍາສາດສັງຄົມ ເຂົ້າຮ່ວມ.

ads
ads

Top