ສປ ຈີນ ຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ໃນລາວ

12/09/2023 10:32
Email Print 793
ຂປລ ພາຍຫລັງທີ່ ສປປລາວ ໄດ້ດໍາເນີນນະໂຍບາຍປະຕູເປີດກວ້າງ ການປ່ຽນແປງໃໝ່ ໄດ້ເຮັດນັກລົງທຶນຕ່າງປະເທດ ເຂົ້າມາລົງທຶນຢູ່ລາວເພີ່ມຂຶ້ນຢ່າງຫລວງຫລາຍ ເຊັ່ນ: ສປ ຈີນ, ສສ ຫວຽດນາມ, ໄທ, ສ ເກົາຫລີ, ຍີ່ປຸ່ນ ແລະ ປະເທດ ເພື່ອນມິດສາກົນ.

   

*ພາຍຫລັງທີ່ ສປປລາວ ໄດ້ດໍາເນີນນະໂຍບາຍປະຕູເປີດກວ້າງ ການປ່ຽນແປງໃໝ່ ໄດ້ເຮັດນັກລົງ ທຶນຕ່າງປະເທດເຂົ້າມາລົງທຶນຢູ່ ລາວເພີ່ມຂຶ້ນຢ່າງຫລວງຫລາຍ ເຊັ່ນ: ສປ ຈີນ, ສສ ຫວຽດນາມ, ໄທ, ສ ເກົາຫລີ, ຍີ່ປຸ່ນ ແລະ ປະເທດ ເພື່ອນມິດສາກົນ. ໃນນັ້ນສິ່ງທ ພົ້ນເດັ່ນຄື: ກຸ່ມນັກລົງທຶນຈາກ ສປ ຈີນ ໄດ້ເລີ່ມເຂົ້າມາລົງທຶນຢູ່ ສປປ ລາວ ນັບຕັ້ງແຕ່ຊຸມປີ 90 ເປັນຕົ້ນມາ.ໃນໄລຍະ 30 ກວ່າປີຜ່ານມາ, ການລົງທຶນຂອງ ສປ ຈີນ ຢູ່ ສປປ ລາວ ມີການເຕີບໃຫຍ່ຂະຫຍາຍ ຕົວຢ່າງຕໍ່ເນື່ອງ, ຕາມຂໍ້ມູນຈາກ ກະຊວງແຜນການ ແລະ ການລົງ ທຶນ ໄດ້ລາຍງານວ່າ: ສປ ຈີນ ຢູ່ລາວ ຖືກຈັດຢູ່ອັນດັບທີ 1 ຈາກ 53 ປະເທດ ທີ່ເຂົ້າມາລົງທຶນໃນ ສປປ ລາວ ມາຮອປັດຈຸບັນການລົງທຶນ ຂອງ ສປ ຈີນ ຢູ່ ສປປ ລາວ ມີຈໍານວນ 800 ກວ່າໂຄງການ ລວມ ມູນຄ່າປະມານ 16 ຕື້ໂດລາສະ ຫະລັດ ເຊິ່ງກວມເອົາຫລາຍຂົງ ເຂດວຽກງານ ເປັນຕ້ົນແມ່ນການພັດທະນາພື້ນຖານໂຄງລ່າງ, ພະ ລັງງານ-ບໍ່ແຮ່, ວິທະຍາສາດ-ເຕັກ ໂນໂລຊີ, ອຸດສາຫະກໍາ-ການຄ້າ, ກະສິກໍາ, ການສຶກສາ, ທ່ອງທ່ຽວ ແລະ ຂະແໜງການອື່ນໆ ແລະ ໄດ້ ປະກອບສ່ວນສໍາຄັນເຂົ້າໃນການ ພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ກໍຄື ການສ້າງວຽກ ເຮັດງານທໍາໃຫ້ປະຊາຊົນລາວ ເຮັດໃຫ້ຊີວິດການເປັນຢູ່ຂອງປະ ຊາຊົນລາວ ຈຳນວນບໍ່ໜ້ອຍໄດ້ຮັບ ການປັບປຸງຍົກລະດັບໃຫ້ດີຂຶ້ນ ເປັນກ້າວໆມາ. ແຕ່ອັນທີ່ພົ້ນເດັ່ນ ທີ່ສຸດກໍແມ່ນການກໍ່ສ້າງເສ້ັນທາງ ລົດໄຟ ລາວ - ຈີນ ທີ່ໄດ້ລົງມືກໍ່ສ້າງ ໃນຕົ້ນປີ 2016 ແລະ ເປີດໃຫ້ບໍລິ ການນັບແຕ່ວັນທີ 3 ທັນວາ 2021 ເປັນຕົ້ນມາ. ເສັ້ນທາງລົດໄຟ ລາວ-ຈີນ ໄດ້ປະກອບສ່ວນອັນສໍາຄັນ ໃນການປະຕິບັດຍຸດທະສາດ ຂອງ ສປປ ລາວ ໃນການຫັນປະເທດທີ່ ບໍ່ມີຊາຍແດນຕິດກັບທະເລ ເປັນ ປະເທດເຊື່ອມໂຍງເຊື່ອມຈອດກັບ ພາກພື້ນ ແລະ ສາກົນ. ພ້ອມນັ້ນ, ເສັ້ນທາງລົດໄຟ ລາວ - ຈີນ ໄດ້ເຮັດ ໃຫ້ສະພາບແວດລ້ອມການລົງທຶນ ຢູ່ ສປປ ລາວ ໄດ້ຮັບການປັບ ປຸງ, ກາຍເປັນປັດໄຈສຳຄັນໃນການດຶງ ດູດການລົງທຶນຈາກຕ່າງປະເທດ ເນື່ອງຈາກມີຄວາມສະດວກໃນ ການຂົນສົ່ງສິນຄ້າ, ການລົງທຶນ, ການທ່ອງທ່ຽວ. ນອກຈາກນັ້ນຍັງ ຊ່ວຍປະຢັດເວລາ ແລະ ງົບປະມານ ໃນການຂົນສົ່ງ. ເສັ້ນທາງລົດໄຟ ລາວ - ຈີນ ຍັງໄດ້ນໍາເອົາຜົນປະ ໂຫຍດຫລາຍດ້ານໃນຍົກລະດັບ ຊີວິດການເປັນຢູ່ຂອງປະຊາຊົນ ສອງຊາດ ລາວ - ຈີນ ລວມທັງບັນ ດາປະເທດອະນຸພາກພື້ນ ແລະ ສາ ກົນ ເຊິ່ງໄດ້ກາຍເປັນທ່າແຮງອັນ ສໍາຄັນທີ່ໄດ້ກະຕຸ້ນອຸດສາຫະກໍາ ທ່ອງທ່ຽວຂອງ ສປປ ລາວ. ຍ້ອນ ຄວາມສະດວກສະບາຍໃນການ ເດີນທາງຈໍານວນຜູ້ຊົມໃຊ້ເສັ້ນ ທາງລົດໄຟ ລາວ - ຈີນ ຈຶ່ງນັບມື້ ນັບເພີ່ມຂຶ້ນຢ່າງຕໍ່ເນື່ອງ. ສະນັ້ນ, ຈຶ່ງມີຄວາມຈຳເປັນຕ້ອງໄດ້ເພີ່ມ ຖ້ຽວລົດ ໄຟຂົນສົ່ງຜູ້ໂດຍສານ ເພື່ອຕອບສະໜອງຄວາມຕ້ອງ ການຂອງຜູ້ຊົມໃຊ້ທີ່ນັບມື້ເພີ່ມ ຂຶ້ນ. ນັບແຕ່ເລີ່ມເປີດເສັ້ນທາງລົດໄຟ ລາວ - ຈີນ ມາຮອດເດືອນມິຖຸນາ 2023, ບໍລິສັດທາງລົດໄຟ ລາວ -ຈີນ ສາມາດດຳເນີນການຂົນສົ່ງສິນ ຄ້າໄດ້ທັງໝົດ 4.097.300 ໂຕນ. ໃນນັ້ນ, ສາມາດຂົນສົ່ງສິນຄ້າຈາກ ສປປ ລາວ ໄປ ສປ ຈີນ ໄດ້ປະມານ 3.450.000 ກວ່າໂຕນ, ຂົນສົ່ງ ສິນຄ້າຈາກຈີນມາລາວ 650.900 ກວ່າໂຕນ.ສ່ວນສິນຄ້າທີ່ ສປປ ລາວ ສົ່ງ ອອກໄປຈີນ ກໍມີຫລາຍປະເພດ ເປັນຕົ້ນແມ່ນ ຢາງພາລາ, ແຮ່ ເຫລັກ, ເຂົ້າສານ, ຖ່ານ, ແປ້ງມັນ ຕົ້ນ, ແຮ່ສັງກະສີ, ແຮ່ເຫລັກ,  ໝາກ ໄມ້ ແລະ ອື່ນໆ. ອັນນີ້ສະແດງໃຫ້ ເຫັນວ່າສິນຄ້າຂອງ ສປປ ລາວ ໄດ້ເຂົ້າເຖິງຕະຫລາດໃຫຍ່ ແລະ ມີກໍາລັງຊື້ຫລາຍ. ພ້ອມດຽວກັນ ນັ້ນ, ລົດໄຟລາວ-ຈີນ ຍັງໄດ້ປະ ກອບສ່ວນອັນສໍາຄັນ ໃນການສ້າງ ວຽກເຮັດງານທໍາໃຫ້ແກ່ປະຊາຊົນ ລາວເປັນຈຳນວນຫລວງຫລາຍ, ຊ່ວຍ ສປປ ລາວ ພັດທະນາບຸກຄະ ລາກອນໃນຂົງເຂດເຕັກນິກທາງລົດໄຟ. ໃນນັ້ນ, ວິທະຍາໄລເຕັກນິກ- ວິຊາຊີບການລົດໄຟ ທີ່ໄດ້ຮັບການ ສ້າງຕັ້ງຂຶ້ນຢູ່ ສປປ ລາວ ພາຍ ຫລັງທີ່ມີເສັ້ນທາງລົດໄຟ ລາວ- ຈີນ ຈະເລີ່ມເປີດການຮຽນ-ການ ສອນໃນໄວໆນ້ີ ເຊ່ິງຈະກາຍເປັນ ເວທີສຳຄັນໃນການເສີມສ້າງຂີດ ຄວາມສາມາດ ໃຫ້ແກ່ຄົນລາວ ກ່ຽວກັບເຕັກນິກການຂັບຂ່ີ, ການ ສ້ອມແປງ, ບໍາລຸງຮັກສາລະບົບ ໂຄງລ່າງພື້ນຖານການຂົນສົ່ງທາງ ລົດໄຟການບໍລິການຜູ້ໂດຍສານ ທາງລົດໄຟ, ການຄຸ້ມຄອງຂົນ ສົ່ງທາງລົດໄຟ ແລະ ອື່ນໆ.   ແນວໃດ ກໍດີ ໃນອະນາຄົດ ເສັ້ນທາງລົດໄຟ ລາວ-ຈີນຈະສືບພັດທະນາ ແລະ ຂະຫຍາຍເຄືອຂ່າຍເຊີື່ອມໂຍງ- ເຊື່ອມກັບໄທ, ມາເລເຊຍ, ສິງກະໂປ ນອກຈາກນັ້ນຫລາຍຊາດອາຊຽນ ຍັງສຶກສາຈະພັດທະນາເຊື່ອມຈອດ ລາວ ໂດຍສະເພາະກໍາປູເຈຍ, ຫວຽດນາມ ແລະ ອື່ນໆ.

ໂດຍ: ເກີດຂວັນໃຈ ມາລີຈັນສີ
KPL

ຂ່າວອື່ນໆ

    • ປະເທດ ເປຣູອາຊຽນ ASEAN

      ປະເທດ ເປຣູ

      4/28/2025 2:01:56 PM

      ປະເທດເປຣູ (Peru) ທີ່ມີຊື່ທາງການຄື ສາທາລະນະລັດ ເປຣູ(Republic Of Peru), ມີນະຄອນຫລວງຊື່ວ່າ ລີມາ(Lima), ຕັ້ງຢູ່ທາງຕາເວັນຕົກຂອງທະວີບ ອາເມລິກາໃຕ້ ມີຊາຍແດນທິດເໜືອຕິດກັບ ເອກວາດໍ ແລະ ໂກໂລມບີ , ທິດຕາເວັນອອກຕິດກັບ ບຣາຊິນ ແລະ ໂບລີວີ, ທິດໃຕ້ຕິດກັບ ຊີເລ ແລະ ທິດຕາເວັນຕົກຕິດກັບ ມະຫາສະໝຸດປາຊີຟິກ. ມີເນື້ອທີ່ທັງໝົດ1.285.000 ກິໂລຕາແມັດ, ກວມເອົາປະຊາກອນ 33,85 ລ້ານຄົນ(ໃນປີ 2023)

    • ຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມສະພາ ປະຊາຄົມວັດທະນະທຳ-ສັງຄົມອາຊຽນ ຄັ້ງທີ 33ອາຊຽນ ASEAN

      ຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມສະພາ ປະຊາຄົມວັດທະນະທຳ-ສັງຄົມອາຊຽນ ຄັ້ງທີ 33

      4/28/2025 9:27:05 AM

      ຂປລ. ໃນລະຫວ່າງວັນທີ 22-26 ເມສາ 2025 ທີ່ເມືອງກຸຈິງ ແຂວງສາລະວັກ ປະເທດມາເລເຊຍ, ທ່ານ ວັນສີ ກົວມົວ ຮອງລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນ ເຂົ້າຮ່ວມກອງປະຊຸມສະພາປະຊາຄົມ ວັດທະນະທຳ-ສັງຄົມອາຊຽນ ຄັ້ງທີ 33

    • ປະເທດ ສປຈີນອາຊຽນ ASEAN

      ປະເທດ ສປຈີນ

      4/25/2025 11:59:37 AM

      ປະເທດຈີນ(China) ມີຊື່ຢ່າງເປັນທາງການວ່າ: ສາທາລະນະລັດ ປະຊາຊົນຈີນ(People’s Republic of China), ມີນະຄອນ ຫລວງ ຊື່ວ່າ: ປັກກິ່ງ, ຈີນ ເປັນລັດເອກະລາດ ໃນອາຊີຕາເວັນອອກ, ຕັ້ງຢູ່ລະຫວ່າງ ສປປ ເກົາຫລີ ກັບ ຫວຽດນາມ ຕິດກັບທະເລຈີນໃຕ້, ອ່າວເກົາຫລີ, ທະເລເຫລືອງ ແລະ ທະເລຈີນຕາເວັນອອກ; ເປັນປະເທດທີ່ມີ ປະຊາກອນ ຫລາຍທີ່ ສຸດໃນໂລກ 1,411 ຕື້ກວ່າຄົນ(ໃນປີ 2023)

    • ນະໂຍບາຍພາສີຂອງສ.ອາເມລິກາ ສ້າງຜົນກະທົບຕໍ່ການຄ້າໃນພາກພື້ນ-ສາກົນອາຊຽນ ASEAN

      ນະໂຍບາຍພາສີຂອງສ.ອາເມລິກາ ສ້າງຜົນກະທົບຕໍ່ການຄ້າໃນພາກພື້ນ-ສາກົນ

      4/10/2025 4:34:33 PM

      ອາ​ຊຽນ​ ໄດ້​ຈັດ​ກອງ​ປະ​ຊຸມ ​ລັດ​ຖະ​ມົນ​ຕີ ​ເສດ​ຖະ​ກິດ ​ອາ​ຊຽນ ​ຜ່ານ​ທາງວິ​ດີ​ໂອ, ເພື່ອ​ປຶ​ກ​ສາ ​ຫາ​ລື​​ວ່າ​ ຈະເຮັດ​ແນວ​ໃດ ​ເພື່ອ​ຮັບ​ມື​ກັບ ​ນະ​ໂຍ​ບາຍ ​ພາ​ສີ ຫລ້າ​ສຸດ​ ຂອງ ສ.​ອາ​ເມ​ລິ​ກາ ແລະ​ ໄດ້​ອອກ​ຖະ​ແຫລງ​ການ​ຮ່ວມ ຫລັງ​ກອງ​ປະ​ຊຸມ.

    • ສປປ ລາວ ຮ່ວມສະເຫລີມສະຫລອງ ວັນສັງຄົມສົງເຄາະອາຊຽນ ອາຊຽນ ASEAN

      ສປປ ລາວ ຮ່ວມສະເຫລີມສະຫລອງ ວັນສັງຄົມສົງເຄາະອາຊຽນ

      3/27/2025 5:01:34 PM

      ຂປລ. ສປປ ລາວ ໄດ້ຮ່ວມກັບບັນດາປະເທດສະມາຊິກອາຊຽນ ສະເຫລີມສະຫລອງວັນສັງຄົມສົງເຄາະອາຊຽນ (15 ມີນາ) ເພື່ອຍົກສູງບົດບາດອັນສໍາຄັນ ຂອງນັກສັງຄົມສົງເຄາະ ແລະ ບຸກຄະລາກອນສັງຄົມສົງເຄາະ ໃນການຫລຸດຜ່ອນຄວາມສ່ຽງ ຈາກໄພພິບັດ ແລະ ການສ້າງຄວາມທົນທານຕໍ່ ການປ່ຽນແປງສະພາບ ດິນຟ້າອາກາດ ໃນວັນທີ 25 ມີນາ 2025 ທີ່ນະຄອນຫລວງວຽງຈັນ ໂດຍມີພະນັກງານຈາກພາກລັດ, ສະຖາບັນການສຶກສາ, ຄູ່ຮ່ວມພັດທະນາ ແລະ ນັກສຶກສາທີ່ໜຸ່ມນ້ອຍ ຈາກພາກວິຊາສັງຄົມສົງເຄາະ ແລະ ການພັດທະນາ ຄະນະວິທະຍາສາດສັງຄົມ ເຂົ້າຮ່ວມ.

ads
ads

Top