ຂປລ
ທ່ານ ໂຈໂກ ວີໂດໂດ(Joko Widodo), ປະທານາທິບໍດີ ອິນໂດເນເຊຍ ໄດ້ມອບຄ້ອນ ປະທານ ໝູນວຽນ ອາຊຽນ ຄັ້ງທີ 44 ໃຫ້ແກ່ ທ່ານ ສອນໄຊ ສີພັນດອນ,ນາຍົກ ລັດຖະມົນຕີ ແຫ່ງ ສປປ ລາວ ເພື່ອເປັນ ປະທານ ອາຊຽນ ໃນປີ 2024

ຂປລ.ຕາມຂ່າວຈາກ ວິທະຍຸ ສາກົນ ຫວຽດນາມ, ທ່ານ ໂຈໂກ ວີໂດໂດ(Joko Widodo), ປະທານາທິບໍດີ ອິນໂດເນເຊຍ ໄດ້ມອບຄ້ອນ ປະທານ ໝູນວຽນ ອາຊຽນ ຄັ້ງທີ 44 ໃຫ້ແກ່ ທ່ານ ສອນໄຊ ສີພັນດອນ,ນາຍົກ ລັດຖະມົນຕີ ແຫ່ງ ສປປ ລາວ ເພື່ອເປັນ ປະທານ ອາຊຽນ ໃນປີ 2024 ພາຍຫລັງ ກອງປະຊຸມ ສຸດຍອດ ອາຊຽນ ຄັ້ງທີ 43 ແລະ ບັນດາ ກອງປະຊຸມ ທີ່ກ່ຽວຂ້ອງ ໄດ້ອັດລົງ ຢ່າງເປັນທາງການຢູ່ ນະຄອນຫລວງ ຈາກາຕາຂອງ ອິນໂດເນເຊຍ ໃນວັນທີ 7ກັນຍານີ້ ໄດ້ຮັບຜົນສຳເລັດ ຢ່າງຫລວງ ຫລາຍ ໂດຍສະເພາະ ມີການເອກະສານ ປະມານ 90 ສະບັບ ໄດ້ຮັບຮອງເອົາ ເປັນຕົ້ນ: ການຄ້າ ເອເລັກໂຕຣນິກ, ຄວາມໝັ້ນຄົງ ດ້ານສະບຽງ ອາຫານ, ການປ່ຽນແປງ ຂອງດິນຟ້າອາກາດ, ເສດຖະກິດສີຟ້າ ແລະ ຂົງເຂດອື່ນໆ. ກອງປະຊຸມ ສຸດຍອດ ອາຊຽນ ຄັ້ງທີ 43 ແລະ ບັນດາ ແລະ ບັນດາ ກອງ ປະຊຸມ ທີ່ກ່ຽວ ຂ້ອງ ຊຶ່ງໝາຍເຖິງ ຄວາມສຳເລັດ ຫລາຍດ້ານ. ຂະນະທີ່ ການນຳ ບັນດາ ປະເທດ ອາຊຽນ ແລະ ບັນດາ ຄູ່ຮ່ວມມື ໄດ້ເຫັນດີ ເປັນເອກະພາບ ບັນດາ ການກຳນົດທິດ ໃນການ ປັບປຸງ ແລະ ຍົກລະດັບ ການຮ່ວມມື, ກະກຽມ ໃຫ້ແກ່ ບັນດາ ບາດກ້າວ ພັດທະນາ ຢ່າງແຂງແຮງ ແລະ ມີບາດກ້າວ ບຸກທະລຸ ໃນອະນາຄົດ./.
(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL