ນັກກິລາຍິມນາສຕິກລາວ ຄອງອັນດັບ 77 ໃນການແຂ່ງຂັນລະດັບໂລກ

31/08/2023 13:33
Email Print 2237
ຂປລ *ນາງ ແພວາ ມິຊາໂຕະ ພິລາພັນເດຊ ນັກກິລາຍິມນາສຕິກ ປະຫວັດສາດຄົນທຳອິດຂອງ ສປປ ລາວ ໄດ້ເປີດປະສົບການໃໝ່ ໃນການເຂົ້າຮ່ວມ ຍິມນາສ ຕິກ ປະເພດລີລາລະດັບໂລກ ຄັ້ງທຳອິດ ລາຍການ Rhythmic Gymnastics World Championships ຄັ້ງທີ 40 ທີ່ຈັດຂຶ້ນໃນລະຫວ່າງວັນທີ 23-28 ສິງຫາ ຜ່ານມາ ທີ່ເມືອງ ບາເລນເຊຍ ປະເທດແອັດສະປາຍ, ໂດຍລາຍການດັ່ງກ່າວ ມີນັກກິລາ ຈຳນວນ 232 ຄົນ ຈາກ 62 ປະເທດ ເຂົ້າຮ່ວມຊີງໄຊ.





*ນາງ ແພວາ ມິຊາໂຕະ ພິລາພັນເດຊ ນັກກິລາຍິມນາສຕິກ ປະຫວັດສາດຄົນທຳອິດຂອງ ສປປ ລາວ ໄດ້ເປີດປະສົບການໃໝ່ ໃນການເຂົ້າຮ່ວມ ຍິມນາສຕິກ ປະເພດລີລາລະດັບໂລກ ຄັ້ງທຳອິດ ລາຍການ Rhythmic Gymnastics World Championships ຄັ້ງທີ 40 ທີ່ຈັດຂຶ້ນໃນລະຫວ່າງວັນທີ 23-28 ສິງຫາ ຜ່ານມາ ທີ່ເມືອງ ບາເລນເຊຍ ປະເທດແອັດສະປາຍ, ໂດຍລາຍການດັ່ງກ່າວ ມີນັກກິລາ ຈຳນວນ 232 ຄົນ ຈາກ 62 ປະເທດ ເຂົ້າຮ່ວມຊີງໄຊ.

ພາຍຫລັງສະຫະພັນຍິມນາສຕິກແຫ່ງຊາດລາວ (LGF) ໄດ້ຮັບການຢືນຢັນຈາກສະຫະພັນຍິມນາສຕິກໂລກ (FIG) ຢ່າງເປັນທາງການ ສາມາດສົ່ງນັກກິລາຍິມນາສຕິກທີມຊາດລາວ ກໍຄື ນາງ ແພຣວາ ມິຊາໂຕະ ພິລາພັນເດດ ນັກກິລາຍິມນາສະຕິກ ປະເພດຍິມນາສຕິກລີລາ (Rhythmic Gymnastics) ໄດ້ຮັບສິດເຂົ້າຮ່ວມການແຂ່ງ ຂັນ ລາຍການຍິມນາສຕິກ ຊີງແຊັມໂລກ ລາຍການ 40TH FIG RHYTHMIC GYMNASTICS WORLD CHAMPIONSHIPS 2023 ທີ່ເມືອງບາເລນເຊຍ ປະເທດແອັດສະປາຍ ລະຫວ່າງວັນທີ 23-28 ສິງຫາ 2023 ເພື່ອຄັດເລືອກນັກກິລາຮ່ວມງານ ກິລາໂອແລມປິກສາກົນ (Olympic Paris 2024) ທີ່ປະເທດຝຣັ່ງ. ສຳລັບຜົນ ງານຂອງ ນາງ ແພວາ ມິຊາໂຕະ ພິລາພັນເດຊ ລວມທຸກອຸປະກອນ All round result ໄດ້ 71 ຄະແນນ ໄດ້ອັນດັບທີ 77 ຈາກທັງໝົດ 82 ຄົນເຂົ້າຮ່ວມ, ຄະແນນສະແດງລີລາກັບໝາກບານ (Ball) ໄດ້ 24.050 ຄະແນນ ອັນດັບ 74, ສະແດງປະກອບບ້ວງ (Hoops) ໄດ້ 22.300 ຄະແນນ ອັນດັບ 80, ສະແດງປະກອບໄມ້ຫລິ້ນມາຍາກົນ (Clubs) ໄດ້ 23.950 ຄະແນນ ອັນດັບ 75 ແລະ ສະແດງປະກອບຣິບບິນ (Ribbon) ໄດ້ຄະແນນ 23.000 ອັນດັບ 72.





ການເຂົ້າຮ່ວມແຂ່ງຂັນໃນລະດັບໂລກຄັ້ງທຳອິດຂອງ ນາງ ແພວາ ໄດ້ເພີ່ມປະສົບການໃໝ່ ສ້າງແຮງບັນດານໃຈທີ່ດີໃຫ້ແກ່ນັກກິລາລາວ ເພື່ອມຸ້ງໝັ້ນພັດທະນາຕົນເອງຕໍ່ໄປ, ດ້ວຍເງື່ອນໄຂ ແລະ ທ່າແຮງຂອງສະຫະພັນ ຍິມນາສຕິກແຫ່ງຊາດລາວ ຍາມໃດກໍໃຫ້ການສະໜັບສະໜູນ ນັກກິລາໄດ້ເຄື່ອນໄຫວຝຶກແອບແຂ່ງຂັນ ຢ່າງຕໍ່ເນື່ອງ ບວກກັບຄວາມເອົາໃຈໃສ່ ຝຶກຝົນຕົນເອງຂອງນັກກິລາ ເຊື່ອວ່າ: ນາງ ແພວາ ຈະກາຍເປັນນັກກິລາລະດັບແຖວໜ້າ ຂອງພາກພື້ນ ແລະ ສາກົນ ໃນອະນາຄົດ.



KPL

ຂ່າວອື່ນໆ

    • ຫາລື ຮ່າງຄຳແນະນຳການພັດທະນາ ວິຊາຊີບຄູແບບຕໍ່ເນື່ອງສຳລັບຄູສອນປະຖົມສຶກສາ-ກິລາ

      ຫາລື ຮ່າງຄຳແນະນຳການພັດທະນາ ວິຊາຊີບຄູແບບຕໍ່ເນື່ອງສຳລັບຄູສອນປະຖົມ

      6/6/2025 7:32:37 AM

      ຂປລ. ກະຊວງສຶກສາທິການ ແລະ ກິລາ (ສສກ) ຮ່ວມກັບລັດຖະບານອົດສະຕຣາລີ ໂດຍຜ່ານແຜນງານບີຄວາ ຈັດກອງປະຊຸມປຶກສາຫາລືກ່ຽວກັບຮ່າງຄຳແນະນຳ ການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ສຳລັບຄູສອນຊັ້ນປະຖົມສຶກສາ ແບບເຊິ່ງໜ້າ ແລະ ແບບອອນລາຍ ເພື່ອທົບທວນຄືນ ແລະ ປັບປຸງຄຳແນະນຳດັ່ງກ່າວ ແລະ ເພື່ອຮັບປະກັນໃຫ້ການພັດທະນາ ວິຊາຊີບມີຄວາມເຂັ້ມແຂງ ເພື່ອຄູທຸກຄົນໃນທົ່ວປະເທດ

    • ສະຫລອງ 10 ປີ ແຜນງານປັບປຸງ ຄຸນນະພາບການສຶກສາຂັ້ນພື້ນຖານ ໃນລາວສຶກສາ-ກິລາ

      ສະຫລອງ 10 ປີ ແຜນງານປັບປຸງ ຄຸນນະພາບການສຶກສາຂັ້ນພື້ນຖານ ໃນລາວ

      5/27/2025 3:29:10 PM

      ຂປລ. ກະຊວງສຶກສາທິການ ແລະ ກິລາ (ສສກ) ຮ່ວມກັບ ສະຖານເອກອັກຄະລັດຖະທູດອົດສະຕຣາລີ ປະ​ຈໍາ​ລາວ ຈັດ​ພິທີສະເຫລີມສະຫລອງ ການຈັດຕັ້ງປະຕິບັດແຜນງານ ປັບປຸງຄຸນນະພາບການສຶກສາຂັ້ນພື້ນຖານ (ບີຄວາ) ຄົບຮອບ 10 ປີ ໄດ້ຈັດຂຶ້ນໃນວັນທີ 26 ພຶດສະພາ 2025 ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ ລະບົບການສຶກສາ ແລະ ປັບປຸງການເຂົ້າເຖິງ ການສຶກສາຊັ້ນປະຖົມສຶກສາ ທີ່ມີຄຸນນະພາບໃຫ້ແກ່ເດັກນ້ອຍໃນ ສປປ ລາວ ໂດຍສະເພາະ ຜູ້ທີ່ຢູ່ເຂດຫ່າງໄກສອກຫລີກ ແລະ ມີຄວາມຫຍຸ້ງຍາກ.

    • ແຂ່ງຂັນບານເຕະມິດຕະພາບ ຮັດແໜ້ນຄວາມສາມັກຄີພາຍໃນສຶກສາ-ກິລາ

      ແຂ່ງຂັນບານເຕະມິດຕະພາບ ຮັດແໜ້ນຄວາມສາມັກຄີພາຍໃນ

      5/13/2025 9:50:19 AM

      ຂປລ. ໃນທ້າຍອາທິດຜ່ານມານີ້, ສະມາຄົມນັກທຸລະກິດຮ້ານອາຫານລາວ ຮ່ວມກັບ ຝ່າຍຂາຍ ແລະ ການຕະຫລາດ ບໍລິສັດ ເບຍລາວ ຈໍາກັດ ຈັດ ການແຂ່ງຂັນບານເຕະມິດຕະພາບ ໃນຮູບແບບ 4 ສາມັກຄີ ຊີງຂັນຜູ້ອຳນວຍການຝ່າຍຂາຍ ບໍລິສັດ ເບຍລາວ ຈຳກັດ ປະຈຳປີ 2025 ເພື່ອສ້າງຂະບວນການຮັດແໜ້ນຄວາມສາມັກຄີ, ທັງເປັນການສ້າງສາຍພົວພັນມິດຕະພາບລະຫວ່າງ 4 ພາກສ່ວນ ທັງພາກລັດ ແລະ ເອກະຊົນ ໃຫ້ແໜ້ນແຟ້ນ, ທັງໄດ້ແລກປ່ຽນບົດຮຽນ, ປະສົບການຕ່າງໆ

    • ສະຫລອງ 1  ປີ ການນໍາໃຊ້ລະບົບລົງທະບຽນ ການໃຫ້ວັກຊີນກັນພະຍາດແບບເອເລັກໂຕຣນິກສຶກສາ-ກິລາ

      ສະຫລອງ 1 ປີ ການນໍາໃຊ້ລະບົບລົງທະບຽນ ການໃຫ້ວັກຊີນກັນພະຍາດແບບເອເລັກໂຕຣນິກ

      5/6/2025 8:04:35 PM

      ຂປລ. ພິທີສະເຫລີມສະຫລອງ ຄົບຮອບ 1 ປີ ການນໍາໃຊ້ລະບົບລົງທະບຽນ ການໃຫ້ວັກຊີນກັນພະຍາດ ແບບເອເລັກໂຕຣນິກ ຫລື EIR ໃນ ສປປ ລາວ ຈັດຂຶ້ນໃນວັນທີ 5 ພຶດສະພາ 2025 ຢູ່ນະຄອນຫລວງວຽງຈັນ

    • ສຳເລັດການແຂ່ງຂັນສີມືແຮງງານແຫ່ງຊາດ ຄັ້ງທີ IVສຶກສາ-ກິລາ

      ສຳເລັດການແຂ່ງຂັນສີມືແຮງງານແຫ່ງຊາດ ຄັ້ງທີ IV

      5/5/2025 8:04:19 PM

      ຂປລ. ງານແຂ່ງຂັນສີມືແຮງງານ ແຫ່ງຊາດ ຄັ້ງທີ 4 ພາຍໃຕ້ຄໍາຂວັນ ‘‘ສີມືແຮງງານລາວ ກ້າວສູ່ພາກພື້ນ ແລະ ສາກົນ’’ ໄດ້ສຳເລັດລົງເມື່ອບໍ່ດົນມານີ້, ທີ່ນະຄອນຫລວງວຽງຈັນ ໂດຍເຂົ້າຮ່ວມ ແລະ ມອບລາງວັນໃຫ້ຜູ້ຊະນະການແຂ່ງຂັນ ຂອງ ທ່ານ ພົງໄຊສັກ ອິນຖາລາດ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ), ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ແລະ ນັກແຂ່ງຂັນເຂົ້າຮ່ວມ.

ads
ads

Top