ທາງລົດໄຟລາວ-ຈີນ ຂົນ​ສົ່ງຜູ້ໂດຍສານຫລາຍ​ກວ່າ 2.000 ລ້ານເທື່ອ/ຄົນ

29/08/2023 18:19
Email Print 2273
ຂປລ ຂປລ. ນັບຕັ້ງແຕ່ເປີດ​ໃຫ້ບໍລິການຂົນສົ່ງຜູ້ໂດຍສານ ​ໃນວັນທີ 3 ທັນວາ 2021 ເປັນຕົ້ນມາ,ທາງລົດໄຟລາວ-ຈີນ ​ໄດ້ດຳເນີນການຂົນສົ່ງຜູ້ໂດຍສານ ຢ່າງ​ປອດ​ໄພ ​ແລະ ຕໍ່ເນື່ອງ, ພ້ອມ​ທັງຍົກສູງຄຸນນະພາບການຂົນສົ່ງຜູ້ໂດຍສານ ແລະ ສິນຄ້າ ໃຫ້ດີຂຶ້ນ​ເລື້ອຍໆ, ມາຮອດວັນທີ 16 ສິງຫາ 2023 ນີ້

 

          ຂປລ. ນັບຕັ້ງແຕ່ເປີດ​ໃຫ້ບໍລິການຂົນສົ່ງຜູ້ໂດຍສານ ​ໃນວັນທີ 3 ທັນວາ 2021 ເປັນຕົ້ນມາ,ທາງລົດໄຟລາວ-ຈີນ ​ໄດ້ດຳເນີນການຂົນສົ່ງຜູ້ໂດຍສານ ຢ່າງ​ປອດ​ໄພ ​ແລະ ຕໍ່ເນື່ອງ, ພ້ອມ​ທັງຍົກສູງຄຸນນະພາບການຂົນສົ່ງຜູ້ໂດຍສານ ແລະ ສິນຄ້າ ໃຫ້ດີຂຶ້ນ​ເລື້ອຍໆ, ມາຮອດວັນທີ 16 ສິງຫາ 2023 ນີ້, ທາງລົດໄຟລາວ-ຈີນ ໄດ້ສະສົມການຂົນສົ່ງຜູ້ໂດຍສານຫລາຍ​ກວ່າ 2.000 ລ້ານເທື່ອຄົນ. ໃນນັ້ນປະເທດຈີນຂົນສົ່ງຜູ້ໂດຍສານ 1.709 ລ້ານເທື່ອຄົນ ​ແລະ ປະເທດລາວຂົນສົ່ງຜູ້ໂດຍສານ 300 ລ້ານເທື່ອຄົນ.
   ທ່ານ ຊົງຕາວຈຽງ ພະແນກຈັດການໂຄງການກໍ່ສ້າງ ກຸ່ມບໍລີສັດທາງລົດໄຟຈີນ ບໍ່ເຕັນ-ນະຄອນຫລວງວຽງຈັນ ຊ່ວງສັນຍາທີ
FJSG ​ໄດ້​ໃຫ້​ຮູ້​ວ່າ: ທາງລົດໄຟລາວ-ຈີນ ໄດ້ເຊື່ອມຕໍ່ບັນດາສະຖານທີ່ທ່ອງທ່ຽວ ແລະ ສົ່ງເສີມການຫລັງໄຫລຂອງນັກທ່ອງທ່ຽວຢູ່ລຽບຕາມເສັ້ນທາງ, ການຂົນສົ່ງ ແລະ ການແລກປ່ຽນຂໍ້ມູນຂ່າວສານ ໃຫ້ມີປະສິດທິຜົນ ໂດຍສະເພາະແມ່ນບຸນປີໃໝ່ລາວ ແລະ ບຸນປະເພນີອື່ນໆ ໄດ້ມີນັກທ່ອງທ່ຽວຕ່າງປະເທດ ເຊັ່ນ:ເອີຣົບ, ອາເມລິກາ, ນັກທ່ອງທ່ຽວຈີນ, ປະຊາຊົນຊາວລາວທ້ອງຖິ່ນ ແລະ ນັກທ່ອງທ່ຽວຈາກປະເທດອາຊີ, ການທ່ອງທ່ຽວຂ້າມຊາຍແດນ ສືບຕໍ່ທີ່ນິຍົມ. ພວກ​ເຮົາ ​ໄດ້​ເອົາ​ໃຈ​ໃສ່ບຳລຸງຮັກສາແຕ່ລະສະຖານີ ເພື່ອໃຫ້ຜູ້ໂດຍສານມີ​ຄວາມ​ສະດວກ​ໃນ​ການ​ເດີນທາງ, ບໍລິສັດມີພະນັກງານບຳລຸງຮັກສາທັງໝົດ 10 ຄົນ, ແຕ່ຄົນໄດ້ຢູ່ໃນແຕ່ລະອາຄານສະຖານີ ເພື່ອປະຕິບັດການບໍາລຸງຮັກສາສະຖານີ, ກວດກາສ້ອມແປງອຸປະກອນສະໝອງນໍ້າ, ບໍາລຸງຮັກສາລະບົບໄຟຟ້າ ແລະ ອື່ນໆ ເພື່ອປ້ອງກັນການດໍາເນີນທາງລົດໄຟ ຢ່າງປອດໄພ.
    ປີຜ່ານມານີ້
, ກົມທາງລົດໄຟ ໄດ້ປັບປຸງການສະໜອງການຂົນສົ່ງຜູ້ໂດຍສານ ໃຫ້ດີທີ່ສຸດຕາມສະພາບການປ່ຽນແປງຜູ້ໂດຍສານຂອງທາງລົດໄຟລາວ-ຈີນ, ນັບແຕ່ເດືອນ ມັງກອນຫາ​ເດືອນ​ສິງຫາ  ໄດ້ຂົນສົ່ງຜູ້ໂດຍສານ 1.120 ລ້ານເທື່ອຄົນ, ທຽບໃສ່ປີຜ່ານມາເພີ່ມຂຶ້ນ 101% ໂດຍສະເພາະນັບແຕ່ເປີດລົດໄຟໂດຍສານສາກົນ ໃນວັນທີ 13 ​ເມສາ ເປັນຕົ້ນມາ, ສະສົມຜູ້ໂດຍສານທີ່ມາຈາກ 49 ປະເທດ ແລະ ແຕ່ລະຂົງເຂດ 50.000 ຄົນ, ນັກທ່ອງທ່ຽວໄດ້ເລືອກຂີ່ລົດໄຟລາວ-ຈີນ ເພື່ອເດີນທາງຂ້າມຊາຍແດນທ່ອງທ່ຽວ.

ພາບ: Laos-China Railway Company Limited

KPL

ຂ່າວອື່ນໆ

    • ອາຊີ-ໂປຕາສ ສາກົນ ເປີດໂຄງການພັດທະນາ  ກະສິກຳທັນສະໄໝ ​ແຫ່ງ​ທຳ​ອິດ ຢູ່ຈຳປາສັກເສດຖະກິດ

      ອາຊີ-ໂປຕາສ ສາກົນ ເປີດໂຄງການພັດທະນາ ກະສິກຳທັນສະໄໝ ​ແຫ່ງ​ທຳ​ອິດ ຢູ່ຈຳປາສັກ

      8/15/2023 1:49:36 PM

      ຂປລ. ໃນຕອນເຊົ້າວັນທີ 10 ສິງຫາ 2023 ຜ່ານ​ມາ, ບໍລິສັດ ອາຊີ-ໂປຕາສ ສາກົນ ໄດ້ຈັດພິທີເປີດປ້າຍໂຄງການກະສິກຳທັນສະໄໝ ທີ່ເມືອງໂຂງ ແຂວງຈໍາປາສັກ ສປປ ລາວ, ເປັນໂຄງການຮ່ວມມືພັດທະນາກະສິກຳ ເພື່ອປູກເຂົ້າຫລາຍລະດູ ແຫ່ງທຳອິດ ທີ່ຈັດຂຶ້ນຢູ່ ສປປ ລາວ ໂດຍ ບໍລິສັດອາຊີ-ໂປຕາສ ສາກົນ ໂດຍມີ ທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈໍາປາສັກ, ທ່ານ ນາງ ຄຳພູ ລິດທິສັກເຈົ້າເມືອງໂຂງ, ມີ ທ່ານ Tong Yongheng ຮອງອຳນວຍການໃຫຍ່ ບໍລິສັດອາຊີ-ໂປຕາສ ສາກົນ,ອຳນວຍການໃຫຍ່ ບໍລິສັດຊີໂນ-ອາກຣີໂປຕາສ, ພ້ອມດ້ວຍຮອງອຳນວຍການໃຫຍ່ ທ່ານ Zong Guofu, ທ່ານ Ai Yongjun, ມີ ທ່ານ Han Xiaohui ຫົວໜ້າຝ່າຍການເງິນ, ທ່ານ Liu Feilong ຫົວໜ້າຝ່າຍບໍລິຫານ, ມີຜູ້ຕາງໜ້າບໍລິສັດຄູ່ຮ່ວມໂຄງການ, ຕາງໜ້າຄະນະປົກຄອງບ້ານ ແລະ ປະຊາຊົນໃນທ້ອງຖິ່ນ, ສື່ມວນຊົນລາວ ​​ແລະ ພາກສ່ວນ​ກ່ຽວຂ້ອງ ເຂົ້ຮ່ວມທັງໝົດ 200 ກວ່າຄົນ.

    • 6 ເດືອນຕົ້ນປີ ນວ ສົ່ງອອກ  ສິນຄ້າກະສິກໍາ ​ໄດ້ 26 ລ້ານກວ່າໂດລາເສດຖະກິດ

      6 ເດືອນຕົ້ນປີ ນວ ສົ່ງອອກ ສິນຄ້າກະສິກໍາ ​ໄດ້ 26 ລ້ານກວ່າໂດລາ

      8/2/2023 3:35:21 PM

      ຂປລ. ໃນໄລຍະ 6 ເດືອນຕົ້ນ​ປີ 2023 ຜ່ານມານີ້, ນະຄອນຫລວງ​ວຽງ​ຈັນ(ນວ) ສາມາດສົ່ງອອກສິນຄ້າກະສິກໍາ ​ໄດ້ທັງໝົດ 26,36 ລ້ານໂດລາສະຫະລັດ, ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ເພີ່ມຂຶ້ນ 4,41 ລ້ານໂດລາ, ເທົ່າກັບ 20,14%.

    • ສປປ ລາວ ສຳເລັດການປະຊາສໍາພັນ ດຶງດູດການລົງທຶນຢູ່ນິຄົມ  ອຸດສາຫະກໍາອັດສະລິຍະອາຊີ-ໂປຕາສສາກົນ ແຂວງຄໍາມ່ວນ ທີ່ ສປ ຈີນເສດຖະກິດ

      ສປປ ລາວ ສຳເລັດການປະຊາສໍາພັນ ດຶງດູດການລົງທຶນຢູ່ນິຄົມ ອຸດສາຫະກໍາອັດສະລິຍະອາຊີ-ໂປຕາສສາກົນ ແຂວງຄໍາມ່ວນ ທີ່ ສປ ຈີນ

      7/13/2023 11:06:51 AM

      ຂປລ. ໃນ​ວັນ​ທີ 3-6 ກໍ­ລະ­ກົດ 2023, ກອງ​ປະ­ຊຸມ​ປະ​ຊາ​ສໍາ​ພັນ​ການ​ລົງ­ທຶນ ແລະ ພິ­ທີ​ເຊັນ​ບົດ​ບັນ­ທຶກ​​ການ​ຮ່ວມ​ມື​ລົງ­ທຶນ ຢູ່​ນິ­ຄົມ​ອຸດ​ສາ​ຫະ​ກໍາ​ອັດ​ສະ​ລິ​ຍະອາ​ຊີ​-​ໂປ​ຕາສສາ­ກົນ ແຂວງ​ຄໍາ​ມ່ວນ ສປປ ລາວ ໄດ້​ຈັດ​ຂຶ້ນ​ຢ່າງ​ຍິ່ງ​ໃຫຍ່​ທີ່​ນະ ຄອນ​ກວາງ​ໂຈວ ສປ ຈີນ, ເຊິ່ງ​​ເປັນ​ເຈົ້າ­ພາບ​​ໂດຍ ກະ­ຊວງອຸດ​ສາ​ຫະ​ກໍາ ແລະ ການ​ຄ້າ ແລະ ອໍາ​ນາດ​ການ​ປົກຄອງ​ແຂວງ​ຄໍາ​ມ່ວນ ສປປ ລາວ. ກອງ​ປະ­ຊຸມ​ປະ​ຊາ​ສໍາ​ພັນ​ການ​ລົງ­ທຶນ​ຄັ້ງ​ນີ້, ແມ່ນ​ກອງ​ປະ­ຊຸມ​ປະ​ຊາ​ສໍາ​ພັນ​ດຶງ​ດູດ​ການ​ລົງ­ທຶນໃນຂະແໜງ​ອຸດ­ສາ­ຫະ­ກຳ​ຂະ­ໜາດ​ໃຫຍ່​ຄັ້ງ​ທໍາ​ອິດ ​ທີ່​​ລັດ­ຖະ­ບານ​ລາວ​ ຈັດ​ຂຶ້ນ​ຢູ່​ຕ່າງ­ປະ­ເທດ ເຊິ່ງ​ແຕກ​ຕ່າງ​ຈາກ​ກອງ​ປະ­ຊຸມ​ປະ​ຊາ​ສໍາ​ພັນ​ ການ​ລົງ­ທຶນ​ກໍ່­ສ້າງ​ພື້ນ­ຖານ​ໂຄງ​ລ່າງ​ທີ່​​ລັດ­ຖະ­ບານ​ລາວ​ ຈັດ​ຂຶ້ນ​ໃນ​ຄັ້ງ​ກ່ອນ.

    • 5 ເດືອນຕົ້ນປີ ບໍລິສັດ​ທາງ​ລົດ​ໄຟ​ລາວ-ຈີນ  ຂົນສົ່ງສິນຄ້າໄດ້ 1,7 ລ້ານ​ກວ່າໂຕນເສດຖະກິດ

      5 ເດືອນຕົ້ນປີ ບໍລິສັດ​ທາງ​ລົດ​ໄຟ​ລາວ-ຈີນ ຂົນສົ່ງສິນຄ້າໄດ້ 1,7 ລ້ານ​ກວ່າໂຕນ

      6/7/2023 5:25:58 PM

      ຂປລ. ໃນໄລຍະ 5 ເດືອນຕົ້ນປີ 2023 ນີ້, ບໍລິສັດ​ທາງ​ລົດ​ໄຟ​ລາວ-ຈີນ ສາມາດດຳເນີນການຂົນສົ່ງສິນຄ້າຜ່ານທາງລົດໄຟ ໄດ້ທັງໝົດ 1.741.590 ໂຕນ. ໃນນີ້, ຂົນສົ່ງສິນຄ້າໄປ ສປ ຈີນ ໄດ້ 1.580.680 ໂຕນ,

    • ຮອງນາຍົກລັດຖະມົນຕີ ຕ້ອນຮັບ  ສະພາທຸລະກິດອາຊຽນ-ອາເມລິກາ ເຂົ້າຢ້ຽມຂ່ຳນັບເສດຖະກິດ

      ຮອງນາຍົກລັດຖະມົນຕີ ຕ້ອນຮັບ ສະພາທຸລະກິດອາຊຽນ-ອາເມລິກາ ເຂົ້າຢ້ຽມຂ່ຳນັບ

      6/1/2023 5:11:18 PM

      ຂປລ. ຕອນເຊົ້າວັນ​ທີ 1 ມິຖຸນາ 2023 ທີ່ກະ​ຊວງ​ການ​ຕ່າງ​ປະ​ເທດ, ທ່ານ ສະ​ເຫລີມ​ໄຊ ກົມ​ມະ​ສິດ ຮອງນາຍົກ​ລັດ​ຖະ​ມົນຕີ​, ລັດຖະມົນຕີກະ​ຊວງ​ການ​ຕ່າງ​ປະ​ເທດ ແຫ່ງ ສປປ ລາວ ໄດ້​ໃຫ້​ກຽດ​ຕ້ອນ​ຮັບ​ການ​ເຂົ້າ​ຢ້ຽມຂ່ຳ​ນັບຂອງ ທ່ານ Michael W. Michalak ຮອງປະທານອາວຸ​ໂສສະພາທຸລະກິດອາຊຽນ-ອາເມລິກາ

ads
ads

Top