ຂປລ
ຂປລ. ລັດຖະບານຍີ່ປຸ່ນ ຕົກລົງໃຫ້ທຶນຊ່ວຍເຫລືອລ້າຈໍານວນ 62.000 ໂດລາສະຫະລັດ ແກ່ໂຄງການກໍ່ສ້າງອາຄານໃໝ່, ຫ້ອງນໍ້າ ແລະ ປະກອບອຸປະກອນ ທີ່ຈໍາເປັນ ໃຫ້ແກ່ໂຮງຮຽນບ້ານກາງ ເມືອງພຽງຢູ່ ແຂວງໄຊຍະບູລີ

ຂປລ. ລັດຖະບານຍີ່ປຸ່ນ ຕົກລົງໃຫ້ທຶນຊ່ວຍເຫລືອລ້າຈໍານວນ 62.000 ໂດລາສະຫະລັດ ແກ່ໂຄງການກໍ່ສ້າງອາຄານໃໝ່, ຫ້ອງນໍ້າ ແລະ ປະກອບ ອຸປະກອນ ທີ່ຈໍາເປັນ ໃຫ້ແກ່ໂຮງຮຽນບ້ານກາງ ເມືອງພຽງຢູ່ ແຂວງໄຊຍະບູລີ ໂດຍຜ່ານໂຄງການຊ່ວຍເຫລືອ ດ້ານຄວາມໝັ້ນຄົງ ດ້ານມະນຸດສະທຳ (GGP). ພິທີເຊັນສັນຍາ ໃຫ້ທຶນຊ່ວຍເຫລືອດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 19 ສິງຫາ 2023 ຢູ່ ສະຖານ ທູດຢີ່ປຸ່ນປະຈຳລາວ ນະຄອນຫລວງວຽງຈັນ ລະຫວ່າງ ທ່ານ ເຄນອິຈິ ໂຄບາຢາຊິ ເອກອັກຄະຣາຊະທູດ ວິສາມັນຜູ້ມີອໍານາດເຕັມແຫ່ງ ປະເທດຍີ່ປຸ່ນ ປະຈໍາລາວ ແລະ ທ່ານ ບຸນທະວີ ສົງເຮີ ຫົວໜ້າຫ້ອງການສຶກສາ ແລະ ກິລາ ເມືອງພຽງ ແຂວງ ໄຊຍະບູລີ, ເຂົ້າຮ່ວມເປັນສັກຂີພິຍານໂດຍທ່ານ ພົງສະຫວັນ ສິດທະວົງ ເຈົ້າ ແຂວງ ແຂວງໄຊຍະບູລີ, ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງທັງສອງຝ່າຍ.
ທ່ານ ພົງສະຫວັນ ສິດທະວົງ ໄດ້ສະແດງຄວາມຂອບໃຈມາຍັງ ສະຖານທູດຢີ່ປຸ່ນ ກໍຄືລັດຖະ ບານຢີ່ປຸ່ນ ທີ່ໃຫ້ການຊ່ວຍເຫລືອແກ່ປະເທດລາວ ໂດຍສະເພາະແມ່ນ ແຂວງໄຊຍະບູລີ ເຊິ່ງຜ່ານມາ ລັດຖະບານຍີ່ປຸ່ນ ໄດ້ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງແຂວງໄຊຍະບູລີ ໃນຂົງເຂດຕ່າງໆ ເຊັ່ນ ການສຶກສາ, ສາທາລະນະສຸກ ແລະ ນໍ້າສະອາດ ໂດຍການຊ່ວຍເຫລືອລ້າຜ່ານໂຄງການຄວາມໝັ້ນຄົງ ດ້ານມະນຸດສະທໍາ.
ທ່ານ ເຄນອິຈິ ໂຄບາຢາຊິ ໄດ້ກ່າວວ່າ: ການຊ່ວຍເຫລືອໃນຄັ້ງນີ້ ຈະຊ່ວຍເຮັດໃຫ້ສະພາບແວດລ້ອມການສຶກສາ ຂອງນ້ອງນັກຮຽນ ທີ່ແມ່ນອະນາຄົດ ຂອງຊາດ ຈະໄດ້ຮັບການປັບປຸງໃຫ້ດີຂຶ້ນ, ເຮັດໃຫ້ສະພາບແວດລ້ອມ ການເຮັດວຽກຂອງຄູດີຂຶ້ນ ແລະ ປັບປຸງສຸຂະອານາໄມຂອງໂຮງຮຽນ ໃຫ້ດີຍິ່ງຂຶ້ນ. ໃນໄລຍະ 5 ປີຜ່ານມາ ລັດຖະບານຍີ່ປຸ່ນ ໄດ້ໃຫ້ການສະໜັບສະໜູນ ແຂວງໄຊຍະບູລີ ໃນຂັ້ນຮາກຖານ ເປັນມູນຄ່າ ຫລາຍກວ່າ 570.000 ໂດລາສະຫະລັດ ໃນຂະແໜງ ສາທາລະນະສຸກ, ສຶກສາ, ນໍ້າລິນ ແລະ ອື່ນໆ. ປະເທດຍີ່ປຸ່ນໃນນາມເປັນຄູ່ຮ່ວມຍຸດທະສາດ ຂອງປະເທດລາວ ຈະສືບຕໍ່ໃຫ້ການສະໜັບສະໜຸນທີ່ຫລາກຫລາຍ ໂດຍສະເພາະຂະແໜງສຶກສາ ແລະ ສາທາລະນະສຸກ ຢູ່ແຂວງໄຊຍະບູລີ.
KPL