ຍີ່ປຸ່ນ ເປີດງານວາງສະແດງເຄື່ອງຫລີ້ນນານາຊາດ ແຫ່ງໂຕກຽວ ປີ 2023

09/06/2023 16:10
Email Print 807
ຂປລ ຍີ່ປຸ່ນ ໄດ້ເປີດງານ ວາງສະແດງ ເຄື່ອງຫລີ້ນ ນານາຊາດ ແຫ່ງໂຕກຽວ ປີ 2023 ຊຶ່ງເປັນໜຶ່ງ ໃນມະຫາກຳ ການຄ້າ ຂອງຫລີ້ນ ຄັ້ງຍິ່ງໃຫຍ່ທີ່ສຸດ ໃນໂລກ ເພື່ອຕ້ອນຮັບ ນັກທ່ອງທ່ຽວ.

ຂປລ. ສຳນັກຂ່າວ ຊິນຮວາຂອງ ສປຈີນ, ວັນທີ 8 ມິຖຸນາ, ຍີ່ປຸ່ນ ໄດ້ເປີດງານ ວາງສະແດງ ເຄື່ອງຫລີ້ນ ນານາຊາດ ແຫ່ງໂຕກຽວ ປີ 2023 ຊຶ່ງເປັນໜຶ່ງ ໃນມະຫາກຳ ການຄ້າ ຂອງຫລີ້ນ ຄັ້ງຍິ່ງໃຫຍ່ທີ່ສຸດ ໃນໂລກ ເພື່ອຕ້ອນຮັບ ນັກທ່ອງທ່ຽວ. ງານສະແດງ ເຄື່ອງຫລີ້ນ ໃນຄັ້ງນີ້ ຈັດຂຶ້ນ ໃນລະຫວ່າງ ວັນທີ 8-11 ມິຖຸນານີ້. ຄາດວ່າ ຈະສາມາດດຶງດູດເອົາ 156 ບໍລິສັດ ຈາກ ທົ່ວໂລກ ມາຈັດວາງສະແດງເຄື່ອງຫລິ້ນ ປະມານ 35.000 ລາຍການ ແລະ ມີຜູ້ເຂົ້າຮ່ວມ ປະມານ 90.000 ຄົນ.

ໂດຍ ກຸ່ມຜູ້ຜະລິດ ເຄື່ອງຫລີ້ນຂອງຈີນ ໂດຍ ສ່ວນໃຫຍ່ ມາຈາກ ເມືອງຊ່ານໂຖວ ແຂວງກວາງຕຸ້ງ ທາງພາກໃຕ້ ຂອງ ຈີນ ໄດ້ເຂົ້າຮ່ວມ ງານສະແດງ ເຄື່ອງຫລີ້ນ ໃນຄັ້ງນີ້. ນອກນັ້ນຂໍ້ມູນສະມາຄົມ ເຄື່ອງຫລີ້ນ ແຫ່ງປະເທດ ຍີ່ປຸ່ນ ຍັງລະບຸວ່າ: ຂະໜາດ ຕະຫລາດ ເຄື່ອງ-ຫລີ້ນ ຂອງຍີ່ປຸ່ນ ໄດ້ເພີ່ມຂຶ້ນ 106,7% ເມື່ອທຽບໃສ່ ປີຕໍ່ປີ ລວມມີ 9,52 ແສນລ້ານເຢນ ໃນລະຫວ່າງ ວັນທີ 1 ເມສາ 2022 ຫາວັນທີ 31 ມີນາຄົມ 2023./

 

KPL

ຂ່າວອື່ນໆ

ads
ads

Top