ມີ​ສັດນ້ຳ-ສັດປ່າ​ ຫລາຍ​ກວ່າ 150 ຊະນິດ​ໃນ​ລາວ​ທີ່​ໃກ້​ຈະ​ສູນພັນ

09/06/2023 10:17
Email Print 1004
ຂປລ *ວັນທີ 5 ມິຖຸນາ ທີ່ຫາກໍຜ່ານມານີ້ ແມ່ນວັນທີ່ມີຄວາມໝາຍສຳຄັນທາງດ້ານສິ່ງແວດລ້ອມ ເພາະເປັນວັນ ສິ່ງແວດລ້ອມໂລກ ຄົບຮອບ 50 ​ປີ, ທັງເປັນວັນສິ່ງແວດລ້ອມແຫ່ງຊາດ ຄົບຮອບ 24 ​ປີ ການກຳນົດໃຫ້ ມີ ວັນສິ່ງແວດລ້ອມ ກໍເພື່ອເປັນການປູກຈິດສຳນຶກໃຫ້ຄົນທົ່ວໂລກ ເຫັນໄດ້ຄວາມສຳຄັນ ຂອງການປົກປັກ ສາສິ່ງແວດລ້ອມ.

*ວັນທີ 5 ມິຖຸນາ ທີ່ຫາກໍຜ່ານມານີ້ ແມ່ນວັນທີ່ມີຄວາມໝາຍສຳຄັນທາງດ້ານສິ່ງແວດລ້ອມ ເພາະເປັນວັນສິ່ງແວດລ້ອມໂລກ ຄົບຮອບ 50 ​ປີ, ທັງເປັນວັນສິ່ງແວດລ້ອມແຫ່ງຊາດ ຄົບຮອບ 24 ​ປີ ການກຳນົດໃຫ້ມີວັນສິ່ງແວດ ລ້ອມ ກໍເພື່ອເປັນການປູກຈິດສຳນຶກໃຫ້ຄົນທົ່ວໂລກ ເຫັນໄດ້ຄວາມສຳຄັນ ຂອງການປົກປັກສາສິ່ງແວດລ້ອມ. ປະເທດລາວ ກໍເປັນອີກປະເທດໜຶ່ງທີ່ເຫັນຄວາມສຳຄັນ ຂອງບັນຫາສິ່ງແວດລ້ອມ. ດັ່ງນັ້ນ, ພັກ-ລັດ ຈຶ່ງໄດ້ສ້າງນິຕິກຳ, ຂໍ້ກຳນົດ ກົດໝາຍຕ່າງໆຂຶ້ນມາ ເພື່ອເປັນເຄື່ອງມື ໃນການປົກປັກຮັກສາສິ່ງແວດລ້ອມ ແຕ່ເຖິງປານນັ້ນ ຢູ່​ປະ​ເທດ​ເຮົາກໍຍັງ​ມີ​ສັດນ້ຳ-ສັດປ່າ​ ປະມານ 157 ຊະນິດ​ ກຳລັງ​ມີ​ຄວາມ​ສ່ຽງ​ທີ່​ໃກ້​ຈະ​ສູນພັນ ​ແລະ 115 ຊະນິດ ​ກຳລັງ​ຖືກ​ຂົ່ມຂູ່ (ຂໍ້​ມູນ​ຂອງ​ກະ ຊວງ​ຊັບພະຍາກອນ​ທຳ​ມະ​ຊາດ ​ແລະ ສິ່ງ​ແວດ​ລ້ອມ​) ສາ​ເຫດ​ເນື່ອງ​ຈາກ​ການນຳ​ໃຊ້​ ຊັບພະຍາກອນ​ທຳ​ມະ​ຊາດ​ແບບ​ຟຸມ​ເຟືອຍ, ການ​ຕັດ​ໄມ້​ທຳລາຍ​ປ່າ ລວມ​ເຖິງ​ການ​ຄຸ້ມ​ຄອງ​ໂຄງການ​ລົງທຶນ​ ຍັງ​ເຮັດ​ບໍ່​ໄດ້​ດີ​ເທົ່າ​ທີ່​ຄວ​ນ ​ເຮັດ​ໃຫ້​ເກີດ​ຜົນ​ກະທົບ​ຕໍ່​ສະພາບ​ແວດ​ລ້ອມ ​ແລະ ສັງຄົມ, ປ່າ​ໄມ້​, ​ແຫ​ລ່ງນ້ຳ, ຍັງ​ມີ​ປາກົດ​ການ​ຄ້າຂາຍ​ສັດ​ນ້ຳ-ສັດປ່າ​ ແບບ​ຊະຊາຍ ​ແລະ ຜິດ​ກົດໝາຍ.

          ອິກບັນຫາ​ໜຶ່ງ​ທີ່​ສົ່ງ​ຜົນ​ກະທົບ​ຕໍ່​ສະພາບ​ແວດ​ລ້ອມ ​ແລະ ສັດ​ນ້ຳ-ສັດປ່າ​ ຍ້ອນ​ການ​ປ່ອຍ​ສິ່ງ​ເສດ​ເຫລືອ ​ຈາກ​ໂຮງງານ​ອຸດສາຫະກຳ, ຈາກ​ຄົວ​ເຮືອນ​ນັບ​ມື້​ເພີ່ມ​ຂຶ້ນ, ມີ​ການ​ນຳ​ໃຊ້​ສານ​ເຄມີ​ເຂົ້າ​ ໃນ​ການ​ພະ​ລິດ​ກະສິກຳ ​ແລະ ອື່ນໆ. ນອກ ຈາກ​ຈະ​ສົ່ງ​ຜົນ​ກະທົບ​ຕໍ່​ສັດ​ນ້ຳ ​ແລະ ສັດປ່າ​ແລ້ວ​ ຍັງ​ເປັນສາ​ເຫດ​ຂອງ​ພາວະ​ໂລ​ກຮ້ອນ, ການ​ຂາດ​ແຄນ​ສະບຽງ​ອາຫານ, ສະພາບ​ແວດ​ລ້ອມ​ເປັນ​ພິດ ​ແລະ ສົ່ງ​ຜົນ​ກະທົບ​ຕໍ່​ສຸຂະພາບ​ຂອງ​ມະນຸດ. ຕໍ່​ກົບ​ບັນຫາ​ດັ່ງກ່າວ ພັກ-ລັດ​ເຮົາ ຈຶ່ງ​ເອົາ​ໃຈ​ໃສ່ ​ແລະ ຊຸ​ກຍູ້​ສົ່ງ​ເສີມ​ການ​ປະຕິບັດ​ນະ​ໂຍບາຍ​ ການ​ພັດທະນາ​ເສດຖະກິດ-ສັງຄົມ​ແບບ​ສີຂຽວ ​ແລະ ​ໄດ້​ວາງ​ເປົ້າໝາຍ​ຍູດ​ທະ​ສາດ​ດ້ານ​ປ່າ​ໄມ້ ​ເພື່ອ​ບັນລຸ​ການ​ປົກ​ຫຸ້ມ​ປ່າ​ໄມ້​ ໃຫ້​ໄດ້ 70%​ໃນ​ປີ 2025.

ອີງຕາມຂໍ້ມູນຂອງ ກອງ​ທຶນ​ອະນຸລັກ​ສັດ​ປາ​ໂລກ (WWF) ໃຫ້ຮູ້ວ່າ: ຢູ່ປະເທດເຮົາຍັງເປັນເປັນທີ່ຢູ່ອາໄສຂອງສັດທີ່ໃກ້ຈະສູນພັນ ຂອງໂລກຫລາຍຊະນິດ ໜຶ່ງໃ​ນນັ້ນກໍແມ່ນ ເສົາຫລາ ເຊິ່ງປັດຈຸບັນ​ຄາດ​ວ່າ​ໃນ​ໂລກ​ນີ້ ມີ​ພຽງ 100 ​ໂຕ​ເທົ່າ​ນັ້ນ ​ແລະ ໃນຈຳນວນດັ່ງກ່າວ ແມ່ນມີ​ຢູ່​ແຕ່ປະ​ເທດ​ລາວ ​ແລະ ຫວຽດນາມ ​ເທົ່າ​ນັ້ນ. ດັ່ງນັ້ນໃນປີ 2006 ອົງການສາກົນ ​ເພື່ອ​ການ​ອະນຸລັກ​ທຳ​ມະ​ຊາດ (IUCN )ຈຶ່ງໄດ້ກໍານົດເອົາເສົາຫລາເປັນສັດປ່າທີ່ "ໃກ້ຈະສູນພັນທີ່ສຸດ" ຈາກທໍາ ມະຊາດ. ເສົາຫລາຖືກຄົ້ນພົບໃນປ່າເລິກໃນສາຍພູຫລວງ ລະຫວ່າງຊາຍແດນ ປະເທດລາວ ແລະ ຫວຽດນາມໃນປີ 1992. ໃນ​ໄລຍະ​ຜ່ານ​ມາ, ເສົາຫລາ ຖືກຄຸກຄາມຢ່າງ​ໜັກ ຈາກການລ່າສັດປ່າ, ບ້ວງ-ແຮ້ວ ແລະ ການທໍາລາຍທີ່ຢູ່ອາ ໃສ ຂອງມັນ, ຈາກການຕັດໄມ້ ແລະ ບຸກລຸກ​ເນື້ອ​ທີ່ປ່າ​ໄມ້​ແບບຜິດກົດໝາຍ ລວມເຖິງການພັດທະນາ. ເສົາຫລາ ເຄີຍມີຫລາຍກ່ວາ 1.000 ໂຕ ໃນ​ໄລຍະທ້າຍສົງຄາມຫວຽດນາມ. ແຕ່ໃນປັດຈຸບັນ ຈາກການສໍາຫລວດຄາດຄະ​ເນ ມີພຽງບໍ່ເທົ່າ ໃດຮ້ອຍໂຕ ຫລື ອາດມີບໍ່ຮອດຮ້ອຍໂຕໃນທໍາມະຊາດ.

          ນອກຈາກເສົາຫລາແລ້ວ, ຂະ​ຍຸ ຫລື ​ໜູ​ຊະນິດ​ໜຶ່ງ ມີ​ຊື່​ເປັນ​ພາສາ​ອັງກິດ​ວ່າ: Laotian rock ratທີ່​ມີ​ຄຳ​ວ່າ ລາວນຳ​ໜ້າ​ຊື່ນັ້ນ​ເນື່ອງ​ຈາກ​ວ່າ ​ໃນ​ໂລກ​ນີ້ ມີ​ພຽງ​ປະ​ເທດ​ລາວ​ເທົ່າ​ນັ້ນທີ່​ມີ​ໂຕ​ຂະ​ຍຸ. ຂະຍຸ ມີລັກສະນະ​​ຄ້າຍຄື​ໂຕ​ໜູ ​ແລະ ກະ ຮອກ​ປະສົມ​ກັນ, ມີ​ຫາງ​ເປັນ​ພວງ​ໜາ ​ແລະ ມີ​ຂົນ​ສີ​ເທົາ ມັກ​ອາ​ໄສ​ຢູ່​ຕາມ​ພູ​ຫິນ​ປູນ. ນັກວິທະຍາສາດໄດ້ຄາດຄະ ເນວ່າ ສັດປະເພດນີ້ໄດ້ສູນພັນຈາກໂລກ​ໄປ​ແລ້ວ ​ເມື່ອ 11 ລ້ານ​ປີ​ກ່ອນ. ​ແຕ່​ເມື່ອ​ປີ 2005, ​ນັກວິທະຍາ​ສາດໄດ້​ຄົ້ນ​ພົບຂະຍຸ ໂດຍ​ບັງ​ເອີນ ຢູ່​ພູ​ຫີນ​ປູນ ​​ແຂວງ​ຄຳ​ມ່ວນ. ​ ​ໃນ​ປັດຈຸ​ບັນ ​ໂຕ​ຂະ​ຍຸ ​ແມ່ນ​ນັບ​ມື້​ມີ​ຈຳນວນ​ຫລຸດ​ໜ້ອຍ​ລົງ ​ເນື່ອງ​ຈາກ​ວ່າ ມັນໄດ້ຖືກລ່າມາ​ເປັນ​ອາຫານ​ຂອງຄົນ ​​ແລະ ຍັງ​ພົບ​ວ່າ​ມີ​ການ​ລັກລອບ​ຊື້​ຂາຍ ຢູ່​ຕາມ​ທ້ອງ​ຕະຫລາດ, ສະນັ້ນ ​ເພື່ອ​ເປັນ​ການ​ອະນຸລັກ ​ສັດ​ປ່າ​ຊະນິດ​ນີ້ ລວມ​ເຖິງ​ສັດ​ປ່າ​ທີ່​ໃກ້​ຈະ​ສູນພັນ ຢູ່​ປະ​ເທດ​ເຮົາ ​ແລະ ​ໃນ​ໂລກ ພວກ​ເຮົາ​​ຕ້ອງ​ຮ່ວມ​ປະຕິບັດ​ຕາມ​ລະບຽບ​ການ ກໍ​ຄື ກົດໝາຍ​ວ່າ​ດ້ວຍ ການ​ອະນຸລັກ​ສັດ​ນ້ຳ-ສັດ​ປາ ໂດຍ​ການ​ບໍ່​ຊື້, ບໍ່​ຂາຍ ​ແລະ ບໍ່​ລ່າ ສັດ​ປາ​ທີ່​​ໃກ້​ຈະ​ສູນ ພັນ ຈົ່ງ​ຮ່ວມ​ໃຈ​ກັນ​ປົກ​ປັກ​ຮັກສາ​ມໍລະດົກ​ໂລກ​ທາງ​ທຳ​ມະ​ຊາດ ໃຫ້​ຄົງ​ຢູ່​ຕະຫລອດ​ໄປ.

ໂດຍ: ໄໝຄຳຍ້ອມສິນ

KPL

ຂ່າວອື່ນໆ

ads
ads

Top