ອາຊຽນ ປຶກສາຫາລື ມາດຕະການ ສະກັດກັ້ນ ວິກິດການ ດ້ານສະບຽງອາຫານ

08/06/2023 22:38
Email Print 723
ຂປລ ກອງປະຊຸມ ຄະນະ ກຳມະການ ສຳຮອງ ສະບຽງ ອາຫານ ອາຊຽນ (AFSRB) ຈັດ​ຂຶ້ນ​ ລະຫວ່າງ​ ວັນ​ທີ7​ ຫາ8​ ມິຖຸນາ​ນີ້ ຢູ່ອິນໂດເນເຊຍ ​ເພື່ອປຶກສາ ຫາລື ກ່ຽວກັບ ຫລາຍບັນຫາ ທີ່ກ່ຽວຂ້ອງເຖິງ ສະບຽງ ອາຫານ, ລວມມີ ວິກິດການ ດ້ານສະບຽງ ອາຫານ, ​ເອລນີ​ໂນ (El Nino) ແລະ ວິທີການ ກະກຽມສຳຮອງ ສະບຽງ ອາຫານ ທີ່ເໝາະສົມ ຢູ່ບັນດາ ປະເທດ ອາຊຽນ.

ຂປລ.ຕາມ​ຂ່າວ​ຈາກ ວິທະຍຸ​ສາກົນ​ ສສ ຫວຽດນາມ,ກອງປະຊຸມ ຄະນະ ກຳມະການ ສຳຮອງ ະບຽງ ອາຫານ ອາຊຽນ (AFSRB) ຈັດ​ຂຶ້ນ​ ລະຫວ່າງ​ ວັນ​ທີ7​ ຫາ8​ ມິຖຸນາ​ນີ້ ຢູ່ອິນໂດເນເຊຍ ​ເພື່ອປຶກສາ ຫາລື ກ່ຽວກັບ ຫລາຍບັນຫາ ທີ່ກ່ຽວຂ້ອງເຖິງ ສະບຽງ ອາຫານ, ລວມມີ ວິກິດການ ດ້ານສະບຽງ ອາຫານ, ​ເອລນີ​ໂນ (El Nino) ແລະ ວິທີການ ກະກຽມສຳຮອງ ສະບຽງ ອາຫານ ທີ່ເໝາະສົມ ຢູ່ບັນດາ ປະເທດ ອາຊຽນ. ຈາກ​ນັ້ນ ທ່ານ Arief Prasetyo Adi, ຜູ້ນຳ ອົງການ ສະບຽງ ອາຫານ ແຫ່ງຊາດ ອິນໂດເນເຊຍ (NFA) ​ເປີດ​ເຜີຍວ່າ: ອິນໂດເນເຊຍ ແລະ ບັນດາ ປະເທດ ອາຊຽນ ຕ້ອງມີການກະທຳ ຢ່າງລະອຽດ ເພື່ອແກ້ໄຂ ຄວາມສ່ຽງ ດ້ານວິກິດການ ດ້ານສະບຽງ ອາຫານ ທົ່ວໂລກ, ລວມມີ ບັນດາຄວາມສ່ຽງ ທີ່ບໍ່ເຄີຍມີມາກ່ອນ ຕໍ່ລະບົບ ສະບຽງ ອາຫານ. ແລະ ຕ້ອງຮັບປະກັນ ຄວາມໝັ້ນຄົງ ຂອງແຫລ່ງ ສະບຽງອາຫານ ທີ່ມີຢູ່ແລ້ວ, ຄວາມສາມາດ ໃນການເຂົ້າເຖິງ ແລະ ນຳໃຊ້ ສະບຽງ ອາຫານ ໃນພາກພື້ນນີ້./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top