ເອຢິບ ຈະຍ້າຍທຸກກະຊວງໄປສູ່ເມືອງຫລວງຕັ້ງໃໝ່

08/06/2023 22:38
Email Print 429
ຂປລ ທ່ານ ມໍ​ສຕາຟາ ​ແມດ​ບູລີ,ນາຍົກ ລັດຖະມົນຕີ ​ເອຢິບ ຖະ​ແຫລ​ງວ່າ:ກະຊວງ ​ທຸກ​ແຫ່ງ ​ຈົນ​ຮອດ ສະ​ຖາ​ບັນ ​ແລະ ໜ່ວຍ​ງານ​ ທີ່​ກຳນົດ ພ້ອມ​ດ້ວຍ ​ເຈົ້າໜ້າ​ທີ່ ຈະ​ເລີ່​ມ ຈັດຕັ້ງ ປະຕິບັດ ສຳນັກງານ​ໃຫຍ່ ​ແຫ່ງ​ໃໝ່ ທີ່​ຕັ້ງຢູ່ ​ພາຍ​ໃນ​ ເຂດ​ເມືອງ​ຫລວງ ບໍລິຫານ​ໃໝ່ ນັບ​ຕັ້ງ​ແຕ່​ ເດືອນ​ກໍລະກົດ​ ຈະ​ມາ​ເຖິງ​ນີ້

ຂປລ.ສຳນັກ​ຂ່າວ ​ຊິນ​ຮວາ​ ຂອງ ສປ ຈີນ,ເມື່ອບໍ່ດົນມານີ້, ທ່ານ ມໍ​ສຕາຟາ ​ແມດ​ບູລີ,ນາຍົກ ລັດຖະມົນຕີ ​ເອຢິບ ຖະ​ແຫລ​ງວ່າ:ກະຊວງ ​ທຸກ​ແຫ່ງ ​ຈົນ​ຮອດ ສະ​ຖາ​ບັນ ​ແລະ ໜ່ວຍ​ງານ​ ທີ່​ກຳນົດ ພ້ອມ​ດ້ວຍ ​ເຈົ້າໜ້າ​ທີ່ ຈະ​ເລີ່​ມ ຈັດຕັ້ງ ປະຕິບັດ ສຳນັກງານ​ໃຫຍ່ ​ແຫ່ງ​ໃໝ່ ທີ່​ຕັ້ງຢູ່ ​ພາຍ​ໃນ​ ເຂດ​ເມືອງ​ຫລວງ ບໍລິຫານ​ໃໝ່ ນັບ​ຕັ້ງ​ແຕ່​ ເດືອນ​ກໍລະກົດ​ ຈະ​ມາ​ເຖິງ​ນີ້ ​ເນື່ອງ​ຈາກ​ ເມືອງ​ຫລວງ ບໍລິຫານ ​ແຫ່ງ​ໃໝ່ ສາມາດ​ ຮັບຮອງ ​ເຈົ້າໜ້າ​ທີ່ ​ຂອງ​ລັດ ​ໄດ້​ຫລາຍ​ກວ່າ 50.000ຄົນ ​ແລະ ຈະ​ຊ່ວຍ ​ສ້າງ​ວຽກ​ເຮັດ ​ງານ​ທຳ​ເພີ່ມ​ອີກ 2 ລ້ານ​ຕຳ​ແໜ່​ງ ຫລັງ​ຈາກ ​ໄດ້ຕົກລົງ​ຍົກຍ້າຍ ​ອອກ​ຈາກ ນະຄອນຫລວງ ​ໄຄ​ໂຣ ທີ່​ມີ​ຄວາມ​ແອ​ອັດ ​ແລະ ມີ​ປະຊາຊົນ ​ໜາ​ແໜ້ນ ກວມ​ເອົາ ​ອັດຕາ​ສ່ວນ 1 ​ໃນ 5 ຂອງ​ຈຳນວນ​ ປະຊາກອນ ປະມານ100 ລ້ານ​ຄົນ ​ທົ່ວ​ປະ​ເທດ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top