ກຳປູເຈຍ ເລີ່ມລົງມືກໍ່ສ້າງທາງດ່ວນ ສາຍທີ 2

08/06/2023 22:38
Email Print 1338
ຂປລ ໂຄງການ ກໍ່ສ້າງ ທາງດ່ວນ ຈາກນະຄອນຫລວງ ພະນົມເປັນ ຫາເມືອງ ບາເວັດ ແຂວງສະວາຍລຽງ ຂອງກຳປູເຈຍ ເລີ່ມລົງມື ກໍ່ສ້າງ ຢູ່ແຂວງ ການດານ ​ໂດຍ​ມີ ທ່ານ ຮຸນເຊັນ, ນາຍົກ ລັດຖະມົນຕີ ກຳປູເຈຍ ​ແລະ ພາກສ່ວນ​ ທີ່​ກ່ຽວຂ້ອງ ​ເຂົ້າຮ່ວມ ພິທີ​ເປີດ​ໂຄງການ ​ໃນ​ຄັ້ງນີ້

ຂປລ.ຕາມ​ຂ່າວ​ຈາກ ວິທະຍຸ​ສາກົນ ​ແຫ່ງ ສປ ຈີນ,​ເມື່ອ​ບໍ່​ດົນ​ມາ​ນີ້, ໂຄງການ ກໍ່ສ້າງ ທາງດ່ວນ ຈາກນະຄອນຫລວງ ພະນົມເປັນ ຫາເມືອງ ບາເວັດ ແຂວງສະວາຍລຽງ ຂອງກຳປູເຈຍ ເລີ່ມລົງມື ກໍ່ສ້າງ ຢູ່ແຂວງ ການດານ ​ໂດຍ​ມີ ທ່ານ ຮຸນເຊັນ, ນາຍົກ ລັດຖະມົນຕີ ກຳປູເຈຍ ​ແລະ ພາກສ່ວນ​ ທີ່​ກ່ຽວຂ້ອງ ​ເຂົ້າຮ່ວມ ພິທີ​ເປີດ​ໂຄງການ ​ໃນ​ຄັ້ງນີ້ ​ໂດຍ​ການລົງທຶນ ກໍ່ສ້າງ ຂອງບໍລິສັດ ຈຳກັດ ໂຄງການທາງ ແລະ ຂົວຈີນ ຈຳກັດ, ຊຶ່ງແມ່ນທາງດ່ວນ ສາຍທີ 2 ຂອງກຳປູເຈຍ, ທີ່ມີຄວາມຍາວ ປະມານ 135 ກິໂລແມັດ, ຕົ້ນທາງ ແມ່ນເລີ່ມຈາກ ເສັ້ນທາງວົງແຫວນ ທີ 3 ຂອງນະຄອນຫລວງ ພະນົມເປັນ, ຜ່ານແຂວງ ການດານ ແລະ ແຂວງເປຣວຽງ, ສ່ວນປາຍທາງ ແມ່ນເມືອງ ບາເວັດ ແຂວງ ສະວາຍລຽງ ຕາມຊາຍແດນ ລະຫວ່າງ ກຳປູເຈຍ-ສສ ຫວຽດນາມ. ການອອກແບບ ຂອງທາງດ່ວນ ແມ່ນສອງຟາກມີ 4 ເລນ, ຍອດມູນຄ່າ ການລົງທຶນ ປະມານ  1.376 ຕື້ໂດລາ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top