ມົນສະເໜ່ 3 ນໍ້າຕົກຕາດ ຢູ່ເຂດພູເຂົາຄວາຍ

08/06/2023 09:14
Email Print 2786
ຂປລ ອ່າງນໍ້າງື່ມ ແລະ ສັນພູເຂົາຄວາຍຍາວຢຽດສຸດສາຍຕາໄດ້ປົກຫຸ້ມ ແລະ ເຊື່ອງຊ້ອນ 3 ນໍ້າຕົກ ຕາດທີ່ສວຍງາມ ເຊິ່ງເຮັດໃຫ້ຫລາຍຄົນຕ້ອງອົດໃຈບໍ່ໄດ້ ຢາກໄປສໍາຜັດຕົວຈິງກັບການ ໃຊ້ຊີວິດ ໃກ້ກັບທໍາມະຊາດ ເພື່ອພັກຜ່ອນຢ່ອນອາລົມ.






ອ່າງນໍ້າງື່ມ ແລະ ສັນພູເຂົາຄວາຍຍາວຢຽດສຸດສາຍຕາໄດ້ປົກຫຸ້ມ ແລະ ເຊື່ອງຊ້ອນ 3 ນໍ້າຕົກຕາດທີ່ສວຍງາມ ເຊິ່ງເຮັດໃຫ້ຫລາຍຄົນຕ້ອງອົດໃຈບໍ່ໄດ້ ຢາກໄປສໍາຜັດຕົວຈິງກັບ ການໃຊ້ຊີວິດ ໃກ້ກັບທໍາມະຊາດ ເພື່ອພັກຜ່ອນຢ່ອນອາລົມ.

ເມືອງທຸລະຄົມແມ່ນໜຶ່ງໃນຫລາຍເມືອງຂຶ້ນກັບແຂວງວຽງຈັນ ທີ່ມີເຂດທົ່ງພຽງ, ແມ່ນໍ້ານ້ອຍ-ໃຫຍ່ ແລະ ພູຜາປ່າດົງອອ້ມຮອບ ເຊິ່ງດັ່ງອູ່ເຂົ້າອູ່ປາ ແລະ ສາຍເລືອດຊຸບລ້ຽງຊີວິດ ຂອງຊາວ ເມືອງຈົນເຖິງທຸກວັນນີ້. ແຕ່ນັ້ນບໍ່ໄດ້ໝາຍວ່າຊາວເມືອງທຸລະຄົມ ຈະເພີ່ງອາໃສພຽງແຕ່ການຜະລິດກະສິກໍາ ແລະ ເຮັດການປະມົງເທົ່ານັ້ນ ຫາກປະຊາຊົນພາຍໃນເມືອງ ຈໍານວນບໍ່ໜ້ອຍ ຍັງຕ້ອງສະແຫວງຫາລາຍໄດ້ ຈາກການຂາຍສິນຄ້າ ແລະ ບໍລິການ ໃຫ້ນັກທ່ອງທ່ຽວຄວບຄູ່ກັນ. ຄວາມຈິງເມືອງທຸລະຄົມ ກໍມີແຫລ່ງທ່ອງທຽວທໍາມະຊາດ ຫລາຍແຫ່ງ ແຕ່ຜູ້ຂຽນຈະຍົກເອົາ ແຫລ່ງທ່ອງທ່ຽວກ່ຽວກັບ ນໍ້າຕົກຕາດມາແນະນໍາໃຫ້ທ່ານຜູ້ອ່ານ ໄດ້ຮູ້ຂໍ້ມູນເບື້ອງຕົ້ນ ເພື່ອວ່າມື້ໜ້າ ຫລື ໂອກາດໜ້າຖ້າມີເວລາ ຈະໄດ້ພາ ຄອບຄົວ, ພໍ່ແມ່, ຍາດພີ່ນ້ອງ, ໝູ່ເພື່ອນ ແລະ ນັກທ່ອງທ່ຽວມາແວ່ວຽນ ແລະ ໄປຢ້ຽມຢາມເຂດນັ້ນ ເພື່ອພັກຜ່ອນຢ່ອນອາລົມ ຫລັງໃຊ້ຊີວິດໃນເມືອງກັບຄວາມວຸ້ນ ວາຍ, ມີມົນລະພິດ, ລົດຕິດ, ສຽງລົບກວນ ແລະ ອື່ນໆ.





ດັ່ງທີ່ຮູ້ 3 ນໍ້າຕົກຕາດຄື: ຕາດປາຍ, ຕາດກາງ ແລະ ຕາດຊາວວາ (Tad Paiy, Tad Kang and Tad Saova) ຕັ້ງຢູ່ເມືອງທຸລະຄົມ ແຂວງວຽງຈັນ ໃນເຂດພື້ນທີ່ປ່າໄມ້ ອັນອຸດົມ ສົມບູນ ຂອງປ່າສະຫງວນແຫ່ງຊາດພູເຂົາຄວາຍ ທັງສາມຕາດນອນ ຢູ່ໃນສາຍຫ້ວຍນໍ້າດຽວກັນ ແລະ ແຕ່ລະຕາດ ຢູ່ຫ່າງກັນປະມານ 500–1.000 ແມັດ ເຊິ່ງແຕ່ລະຕາດ ມີ ຄວາມສູງ ແລະ ສວຍງາມ ທີ່ແຕກຕ່າງກັນ ເໝາະກັບການຍ່າງປ່າ ແລະ ຕັ້ງແຄ້ມນອນຄ້າງຄືນ.

ຖ້າທ່ານໃດສົນໃຈສາມາດເດີນທາງຈາກນະຄອນຫລວງວຽງຈັນ ເຖິງສະຖານທີ່ຕາດຊາວວາ ນັ້ນປະມານ 60 ກວ່າກິໂລແມັດ, ທໍາອິດຂັບລົດຈາກນະຄອນຫລວງວຽງຈັນ ມາຮອດ 3 ແຍກ ດອນໜູນແລ້ວລ້ຽວຂວາ, ຂັບຕໍ່ໄປຊື່ໆ ແລະ ຂ້າມຂົວນໍ້າງື່ມທີ່ ບ້ານທ່າງ່ອນ ແລ້ວຂັບລົດໄປເລື້ອຍໆ ຈົນເຫັນທາງເບື້ອງກໍ້າຂວາມື ຂຽນວ່າໂຮງແຮມ ແລະ ຄາຊີໂນແດນສະຫວັນແລ້ວລ້ຽວ ຂວາຂີ່ໄປຊື່ໆປະມານ 8 ກິໂລແມັດ ຈົນເຫັນຄາຊີໂນ ແລ້ວສືບຕໍ່ຂັບລົດລຽບຕາມຕີນພູເຂົາຄວາຍ ແຄມນໍ້າງື່ມ ແລະ ຈະເຫັນບ້ານພູເກົ້ານາງ ແລ້ວຈອດລົດໄວ້ ຍ່າງຕໍ່ປະມານ 2 ຊົ່ວໂມງ ຈິ່ງ ຮອດຈຸດໝາຍ. ເຖິງວ່າການເດີນທາງ ຈະຂ້ອນຂ້າງໃຊ້ເວລາແດ່, ທັງໄດ້ຍ່າງຕື່ມອີກ ແຕ່ຮັບປະກັນວ່າຄວາມສວຍງາມ ຂອງທຳມະຊາດ ແລະ ນໍ້ຕົກ ຕາດ ຈະ ເຮັດໃຫ້ທ່ານລືມ ຄວາມອິດ ເມື່ອຍ ປານປິດຖິ້ມຢ່າງແນນອນ. ແນວໃດກໍຂໍໃຫ້ຍາດເວລາໄປສໍາຜັດ ເບິ່ງດ້ວຍຕົນເອງ ເພາະສິບປາກເວົ້າ ກໍບໍ່ເທົ່າໄດ້ເຫັນກັບຕາ./.


ໂດຍ: ເກີດຂວັນໃຈ ມາລີຈັນສີ


KPL

ຂ່າວອື່ນໆ

ads
ads

Top