ໃຫ້ການສຶກສາ ແລະ ຮູ້ຮັກສາວັດທະນະທໍາອັນດີງາມ

08/06/2023 08:58
Email Print 498
ຂປລ ສືບຕໍ່ເວົ້າເຖິງການພັດທະນາເດັກ ກໍ່ຄືຄົນຮຸ່ນສືບທອດສູ່ອະນາຄົດ ເພາະຍັງຢູ່ໃນບັນຍາກາດ ສະເຫລີມສະຫລອງວັນເດັກສາກົນ ແລະ ປູກຕົ້ນໄມ້ແຫ່ງຊາດ 1 ມິຖຸນາ ເຊິ່ງ ບົດຜ່ານມາໄດ້ ຍົກໃຫ້ເຫັນບາງປະເດັນທີ່ເປັນຄວາມຄິິດ ແລະ ຄໍາເຫັນຜູ້ອ່ານຈໍານວນ ໜຶ່ງທີ່ລ້ວນແຕ່ເປັນ ຜູ້ປົກຄອງເດັກມາແລ້ວ, ເຫັນວ່າການເບິ່ງແຍງ ລ້ຽງດູລູກຫລານນັ້ນບໍ່ງ່າຍ ອີງໃສ່ແຕ່ລະໄລ ຍະຂອງການພັດທະນາ, ແຕ່ສິ່ງສໍາຄັນ ຕ້ອງມີເປົ້າໝາຍຈະແຈ້ງໃນການ ອົບຮົມບົ່ມສອນ ເຂົາເຈົ້າ (ເດັກ ກໍ່ຄືລູກຫລານ) ແລະ ເຮົາ(ຜູ້ປົກຄອງ) ກໍ່ຄວນຍຶດ ໝັ້ນໃນ ການເປັນຕົວແບບ ທີ່ດີ ເພື່ອໃຫ້ເດັກໄດ້ສຶຶກສາຮໍ່າຮຽນເອົານໍາ.

          ສືບຕໍ່ເວົ້າເຖິງການພັດທະນາເດັກ ກໍ່ຄືຄົນຮຸ່ນສືບທອດສູ່ອະນາຄົດ ເພາະຍັງຢູ່ໃນບັນຍາກາດ ສະເຫລີມສະຫລອງວັນເດັກສາກົນ  ແລະ ປູກຕົ້ນໄມ້ແຫ່ງຊາດ 1 ມິຖຸນາ ເຊິ່ງບົດຜ່ານ ມາໄດ້ຍົກໃຫ້ເຫັນບາງປະເດັນ ທີ່ເປັນຄວາມຄິິດ ແລະ ຄໍາເຫັນຜູ້ອ່ານຈໍານວນໜຶ່ງ ທີ່ລ້ວນແຕ່ເປັນຜູ້ປົກຄອງເດັກມາແລ້ວ, ເຫັນວ່າການເບິ່ງແຍງລ້ຽງດູ ລູກຫລານນັ້ນບໍ່ງ່າຍ ອີງໃສ່ ແຕ່ລະ ໄລຍະຂອງການພັດທະນາ, ແຕ່ສິ່ງສໍາຄັນຕ້ອງມີເປົ້າໝາຍຈະແຈ້ງ ໃນການອົບຮົມບົ່ມສອນເຂົາເຈົ້າ (ເດັກກໍ່ຄືລູກຫລານ) ແລະ ເຮົາ (ຜູ້ປົກຄອງ) ກໍ່ຄວນຍຶດ ໝັ້ນໃນການເປັນຕົວ ແບບທີ່ດີ ເພື່ອໃຫ້ເດັກໄດ້ສຶຶກສາຮໍ່າຮຽນເອົານໍາ. ສໍາຄັນໃນບັນດາຄໍາເຫັນ ຍັງເຫັນວ່າຄວນໃຫ້ເດັກ ໄດ້ຮັບການສຶກສາໃນລະດັບພື້ນຖານ ຈໍາເປັນໃດໜຶ່ງ ຕາມ ເງື່ອນໄຂທັງສ່ວນຕົວຂອງເດັກ ແລະ ເງື່ອນໄຂສະພາບແວດລ້ອມ, ພ້ອມດຽວກັນກໍ່ຍັງຕ້ອງສຶກສາອົບຮົມ ໃຫ້ຮູ້-ຮັກວັດທະນະທໍາອັນດີງາມ ຂອງຊາດລາວ ນັ້ນແມ່ນຈໍາເປັນ.

          ມີຄໍາຄິດຄໍາເຫັນຈໍານວນບໍ່ໜ້ອຍຂອງຜູ້ປົກຄອງຮຸ່ນກ່ອນ ເປັນຫ່ວງເລື່ອງການອະນຸລັກຮັກສາ ແລະ ສົ່ງເສີມວັດທະນະທໍາອັນດີງາມຂອງລາວ, ທ່າມກາງກະແສຟອງ ຂອງການພັດ ທະນາ ເຊິ່ງມີການຕິດຕໍ່ພົວພັນ ພາຍນອກທີ່ຍາກຈະຈໍາກັດ, ຍ້ອນມີສ່ວນສໍາຄັນ ມາຈາກປັດໄຈຄວາມກ້າວໜ້າ ທາງເຕັກໂນໂລຊີ ໂທລະຄົມມະນາຄົມ ແລະ ການສື່ສານ ດັ່ງພວກເຮົາເຄີຍ ໄດ້ຍິນ ໃນນິທານບູຮານ “ຫູທິບຕາທິບ”, ດຽວນີ້ເບິ່ງກວ້າງເຫັນໄກໄປທົ່ວໂລກ (ຜ່ານສື່ໃໝ່ ໃນເຄືອຂ່າຍອິນເຕີເນັດ) ຈຶ່ງເກີດມີການລອກແບບ, ສົມທຽບ, ນໍາເຂົ້າ (ມີການເລືອກເຟັ້ນແດ່ ແລະ ບໍ່ເລືອກເຟັ້ນແດ່)...

ໄວເດັກ, ໄວໜຸ່ມ ມີຄົນປຽບທຽບຄືດັ່ງ “ເຈ້ຍຂາວ”, ມັກຊອກຮູ້-ສໍ້ຖາມ ແລະ ກ່າຍແບບ ຫລື ລອກແບບ ເຊິ່ງເປັນເລື່ອງປົກກະຕິ ຂອງຈິດຕະສາດຄົນ ໄປຕາມໄວອາຍຸ. ໄວຊອກຮູ້ ແລະ ກ່າຍແບບ ຫລື ເຮັດຕາມ ຢ່າງບໍ່ເລືອກເຟັ້ນ ມັກຈະນອນໃນໄວເດັກ-ເຍົາວະຊົນ-ຊາວໜຸ່ມ ເພາະໄວອາຍຸນີ້ ມີຄວາມກະຕືລືລົ້ນເປັນພິເສດ. ສະນັ້ນ ການອົບຮົມບົ່ມສອນໃນໄວເດັກ  ແລະ ບໍ່ຍາກ ເມື່ອທຽບໃສ່ການອົບຮົມບົ່ມສອນຜູ້ໃຫຍ່, ສະນັ້ນ ສຸພາສິດບູຮານລາວ ຈຶ່ງກ່າວເອົາໄວ້ວ່າ “ໄມ້ແກ່ກາຍຍາມເບັດ ເຫັດແກ່ກາຍຍາມກິນ”, ບໍ່ອະທິບາຍ ພວກເຮົາກໍ່ຮູ້ໃນຄວາມໝາຍ ອັນເລິກເຊິ່ງ ທີ່ແຝງໄວ້ໃນຄໍາສອນດັ່ງກ່າວ.

          ການອົບຮົມບົ່ມສອນແຕ່ໄວເດັກ ດີກວ່າມາສອນຍາມໜຸ່ມ ແລະ ອັນສໍາຄັນກໍ່ແມ່ນການເປັນຕົວແບບທີ່ດີ ເຊິ່ງ ສຸພາສິດລາວກໍ່ມີມາວ່າ “ແມ່ມານບອກຢາປ້າງ ແມ່ຮ້າງບອກຢາ ສະເໜຄົນໂລເລສັ່ງສອນຄວາມຮູ້ ອັນນີ້ກໍ່ບໍ່ນັບ”. ຄູ-ອາຈານຫລາຍທ່ານ ເວົ້າວ່າການອົບຮົມບົ່ມສອນ ດ້ວຍການປະພຶດເປັນແບບຢ່າງ ຈະເຫັນຜົນທັນຕາ ກວ່າການເວົ້າ ແຕ່ທິດສະດີ. ຫລາຍ ຄົນກໍ່ສະແດງຄວາມເປັນຫ່ວງວ່າ ວັດທະນະທໍາອັນດີງາມ ເຮົາສືບທອດກັນມາ ບາງອັນອາດຈະຖືກຫລົງລືມ, ໂດຍສະເພາະການເຄົາລົບ ນັບຖືຜູ້ອາວຸໂສ, ບຸບພະກາລີ, ຄວາມຮັກແພງຍາດຕິພີ່ ນ້ອງ...ດ້ວຍຮູບແບບ ແລະ ວິທີສະແດງອອກຕ່າງໆ, ທັງການປົກປັກຮັກສາຂະໜົບທໍານຽມ, ສິລະປະ-ວັດທະນະທໍາມູນເຊື້ອດີງາມ. ອັນທີ່ເພິ່ນມີຄວາມເປັນຫ່ວງ ແມ່ນຄວາມສົນໃຈຂອງ ເດັກ ທີ່ປ່ຽນແປງໄປທາງຕາເວັນຕົກ,  ວັດທະນະທໍາຊອດກະຈາ... ຢ້ານວ່າບັນດາຄຸນຄ່າ ແຫ່ງວັດທະນະທໍາອາດຖືກກືນກິນ.

          ມີຫລາຍຄໍາຄິດເຫັນວ່າ ຜ່ານມາກໍ່ໄດ້ປະຕິບັດເຫັນຜົນດີຫລາຍແລ້ວ ແລະ ຕ້ອງການໃຫ້ສືບຕໍ່ ນັ້ນກໍ່ຄືການເປີດໃຫ້ມີເວທີການສະແດງອອກ ຂອງເດັກຢ່າງມີການຄວບຄຸມ, ທັງເພື່ອ ເປັນການສົ່ງເສີມ ໃຫ້ເດັກໄດ້ມີບ່ອນສະແດງອອກ ຊຶ່ງຄວາມຄິດ ແລະ ສະຕິປັນຍາ, ທັງເພື່ອໃຫ້ຮູ້ວ່າທິດສະດີ ທີ່ພວກເຮົາອົບຮົມບົ່ມສອນ ໄປນັ້ນມັນໄດ້ຜົນສໍ່າໃດ, ເພື່ອໃຫ້ເຫັນຮ່ອມທາງ ເພື່ອ ການປັບປຸງໃຫ້ສອດຄ່ອງ(ກວ່າເກົ່າ).

          ສະຫລຸບວ່າ ການພັດທະນາເດັກ ສົມຄວນສືບຕໍ່ໃຫ້ການສຶກສາແກ່ເຂົາເຈົ້າ ໃນລະດັບພື້ນຖານອັນແນ່ນອນໃດໜຶ່ງ ໂດຍຄຽງຄູ່ກັບການອົບຮົມບົ່ມສອນ ໃຫ້ຮູ້ຮັກວັດທະນະທໍາອັນດີ ງາມຂອງລາວ. ຜ້າຂາວໃນວັນນີ້ ຈະມີສີສັນສວຍງາມ ກໍ່ຕໍ່ເມື່ອພວກເຮົາເຮັດດີທີ່ສຸດ ໃນການພັດທະນາເດັກ, ທັງໝົດກໍ່ເພື່ອ ໃຫ້ອະນາຄົດ ມີຊັບພະຍາກອນມະນຸດ ທີ່ພຽງພ້ອມດ້ວຍຄຸນສົມ ບັດສິນທໍາປະຕິບັດ, ຄວາມຮູ້-ຄວາມສາມາດ ທີ່ຖືກຕ້ອງກັບຄວາມຮຽກຮ້ອງຕ້ອງການ ຂອງການພັດທະນາ ຕາມທິດກ້າວສູ່ສັງຄົມນິຍົມ.


* ຄ້ອງໃໝ່

KPL

ຂ່າວອື່ນໆ

ads
ads

Top