ຂປລ
ຂປລ. ບໍລິສັດໂມກ ຈຳກັດ, ບໍລິສັດ ລາວທານີ ແລະ ບໍລິສັດ ອໍໂຕ ເອເຊຍ ຮ່ວມລົງນາມໃນບົດບັນທຶກຄວາມເຂົ້າໃຈ (MOU) ກ່ຽວກັບການເປັນຕົວແທນຈຳໜ່າຍ ລົດ BYD ໃນລາວ ເພື່ອເພິ່ມຊ່ອງທາງໃນການຂະຫຍາຍທຸລະກິດ ໂດຍສະເພາະ ແມ່ນຍານພາຫະນະທີ່ນຳໃຊ້ໄຟຟ້າ ຈັດຂຶ້ນໃນວັນທີ 6 ມິຖຸນາ 2023 ຜ່ານມາ

ຂປລ. ບໍລິສັດໂມກ ຈຳກັດ, ບໍລິສັດ ລາວທານີ ແລະ ບໍລິສັດ ອໍໂຕ ເອເຊຍ ຮ່ວມລົງນາມໃນບົດບັນທຶກຄວາມເຂົ້າໃຈ (MOU) ກ່ຽວກັບການເປັນຕົວແທນຈຳໜ່າຍ ລົດ BYD ໃນລາວ ເພື່ອເພິ່ມຊ່ອງທາງໃນການຂະຫຍາຍທຸລະກິດ ໂດຍສະເພາະ ແມ່ນຍານພາຫະນະທີ່ນຳໃຊ້ໄຟຟ້າ ຈັດຂຶ້ນໃນວັນທີ 6 ມິຖຸນາ 2023 ຜ່ານມາ.
ປັດຈຸບັນ, ລົດທີ່ນຳໃຊ້ພະລັງງານໄຟຟ້າ ພວມໄດ້ຮັບຄວາມນິຍົມຈາກຜູ້ຊົມໃຊ້ໃນທົ່ວສັງຄົມ ເພາະເປັນອີກທາງເລືອກໜຶ່ງທີ່ຈະຊ່ວຍປະຢັດຄ່າໃຊ້ຈ່າຍ ເນື່ອງຈາກລາຄານ້ຳມັນເຊື້ອໄຟ ມີລາຄາສູງ, ພ້ອມກັນນັ້ນ, ລົດທີ່ນຳໃຊ້ພະລັງງານໄຟຟ້າ ແມ່ນມີຄວາມສະດວກສະບາຍ ແລະ ໄດ້ຮັບຄວາມນິຍົມຈາກຜູ້ຊົມໃຊ້ຫລາຍຂຶ້ນ. ເພື່ອເປັນການຕອບສະໜອງຄວາມຕ້ອງການດັ່ງກ່າວ, ບໍລິສັດໂມກຈຳກັດ, ບໍລິສັດ ລາວທານີ ແລະ ບໍລິສັດ ອໍໂຕເອເຊຍ ຈຶ່ງໄດ້ຮ່ວມລົງນາມໃນສັນຍາ ເພື່ອເປັນຕົວແທນຈຳໜ່າຍລົດ ບີວາຍດີ(BYD)ຢູ່ ສປປ ລາວ.
ໃນໄລຍະ 3 ປີ BYD ມີຍອດຂາຍຫລາຍພັນຄັນໃນລາວ ແລະ ຕະຫລາດລົດໄຟຟ້າໃນລາວ ກໍນັບມື້ນັບເຕີບໂຕຂຶ້ນ BYD Laos ມີຄວາມພ້ອມທີ່ຈະຕອບສະໜອງລົດໄຟຟ້າ ແລະ ບໍລິການຫລັງການຂາຍຄົບວົງຈອນ ເພື່ອບໍລິການລູກຄ້າ ເຊິ່ງມີສູນຈຳໜ່າຍທັງນະຄອນຫລວງ (ສຳນັກງານໃຫຍ່ບ້ານໂພນພະເນົາ ແລະ ສູນການຄ້າວຽງຈັນເຊັນເຕີ). ພ້ອມນີ້, ຍັງມີແຜນຈະຂະຫຍາຍໄປທົ່ວປະເທດໃນໄວໆນີ້. ນອກຈາກການຂະຫຍາຍໂຕຂອງລົດໄຟຟ້າ ໄປຄຽງຄູ່ກັນນີ້, ຍັງມີການຂະຫຍາຍໂຕຂອງສະຖາ ນີສາກສາທາລະນະ ຈຳນວນ 3 ຈຸດທົ່ວນະຄອນຫລວງວຽງຈັນ ແລະ ຕ່າງແຂວງ (ທ່າແຂກ, ປາກຊັນ, ສະຫວັນນະເຂດ, ປາກເຊ, ວັງວຽງ ແລະ ກຳລັງຕິດຕັ້ງແຂວງອື່ນໆອີກ).
ຂ່າວ: ກິດຕາ
KPL