ລອງໄປສໍາຜັດອ່າງນໍ້າລີກລີສອດ ແຫລ່ງທ່ອງທ່ຽວ “ ສະຫວັນເທິງດິນ”

06/06/2023 11:58
Email Print 2312
ຂປລ *ແຫລ່ງທ່ອງທ່ຽວອ່າງນໍ້າລີກລີສອດ ຫາກໍເປີດໃໝ່ໆບໍ່ເຖິງ 2 ອາທິດ ມີຄົນສັ່ງຈອງຫ້ອງແໜ້ນ ເພື່ອສໍາຜັດທໍາມະຊາດຄວາມເປັນສ່ວນຕົວກັບຄວາມເຊື່ອງຊ້ອນຄວາມສະຫງົບທີ່ໜ້າຄົ້ນຫາ, ມັນຕັ້ງຢູ່ກາງນໍ້າໜ້າເຂື່ອນນໍ້າລີກເປັນໝູ່ເກາະດອນນ້ອຍໃຫຍ່ສະຫລັບສັບຊ້ອນທີ່ມີປ່າໄມ້ສີຂຽວ, ນໍ້າສີມໍລະກົດ, ສາມາດຊົມຕາເວັນຂຶ້ນ-ຕາເວັນຕົກດິນໄດ້ສອງເບື້ອງ.


*ແຫລ່ງທ່ອງທ່ຽວອ່າງນໍ້າລີກລີສອດ ຫາກໍເປີດໃໝ່ໆບໍ່ເຖິງ 2 ອາທິດ ມີຄົນສັ່ງຈອງຫ້ອງແໜ້ນ ເພື່ອສໍາຜັດທໍາມະຊາດຄວາມເປັນສ່ວນຕົວ ກັບຄວາມເຊື່ອງຊ້ອນຄວາມສະຫງົບທີ່ໜ້າຄົ້ນຫາ ເຊິ່ງຕັ້ງຢູ່ກາງນໍ້າໜ້າເຂື່ອນ ນໍ້າລີກ ເປັນໝູ່ເກາະດອນນ້ອຍໃຫຍ່ ສະຫລັບສັບຊ້ອນທີ່ມີປ່າໄມ້ສີຂຽວ, ນໍ້າສີມໍລະກົດ, ສາມາດຊົມຕາເວັນຂຶ້ນ-ຕາເວັນຕົກດິນໄດ້ສອງເບື້ອງ.

ທ່ານ ນາງ ວອນມານີວົງ ສະເຕີນ (ນາງ ຕ່າຍ ) ນັກທຸລະກິດລາວ ຜູ້ກໍ່ຕັ້ງ ແລະ ບຸກເບີກທຸລະກິດເຮືອແພ-ເຮືອນແພ ຕາມສາຍນໍ້າລີກຄົນທໍາອິດ ໃນເມືອງເຟືອງເລົ່າສູ່ຟັງວ່າ: ຈຸດເລີ່ມຕົ້ນຢາກເຮັດທຸລະກິດທ່ອງທ່ຽວ ກ່ຽວກັບເຮືອ ແພ-ເຮືອນແພນັ້ນ ແມ່ນເກີດຈາກຄວາມມັກຮັກທໍາມະຊາດ, ມັກຄວາມສະຫງົບ, ຢາກພັດທະນາທ້ອງຖິ່ນ ຕິດພັນກັບການສ້າງວຽກເຮັດໃຫ້ງານທໍາ ໃຫ້ພໍ່ແມ່ປະຊາຊົນລາວບັນດາເຜົ່າ ໂດຍສະເພາະເມືອງເຟືອງ. ນອກຈາກນັ້ນ ເພື່ອ ຢາກສ້າງແຫລ່ງທ່ອງທ່ຽວ ໃຫ້ກາຍເປັນຕົ້ນແບບໃນການຈັດຕັ້ງ ຜັນຂະຫຍາຍແນວທາງນະໂຍບາຍຂອງພັກ-ລັດ ຄື ຖືເອົາການພັດທະນາທີ່ຍືນຍົງສີຂຽວເຊິ່ງຈຸດນີ້ເອງຈະເຮັດໃຫ້ປະເທດ ຂອງເຮົາກິນບໍ່ບົກແຫ້ງເປັນຈັກເທື່ອ. ກ່ອນໜ້ານັ້ນ 3 ປີຜ່ານມາ, ນໍ້າລີກເປັນພຽງແຕ່ເປັນສາຍນໍ້າທໍາມະຊາດ ທີ່ໄຫລຈາກເຂດໂນນສູງຍອດພູ ລົງມາທີ່ຕໍ່າຜ່ານບ້ານຕ່າງໆ ເຊິ່ງປະຊາຊົນກໍອາໃສພຽງແຕ່ກິນດື່ມ ແລະ ນຳ ໃຊ້ເຂົ້າໃນລະບົບຊົນລະປະທານເທົ່ານັ້ນ ເມື່ອ ຂ້າພະເຈົ້າໄດ້ມາເຫັນ ຈິ່ງເກີດມີຄວາມຮັກມັກເປັນພິເສດ ໃນບໍລິເວນເຂດນໍ້າລີກ ຈິ່ງມີແນວຄິດຢາກພັດທະນາເຂດນີ້ ໃຫ້ກາຍເປັນແຫລ່ງສ້າງລາຍຮັບ ເຂົ້າເມືອງ ແລະ ປະ ກອບສ່ວນໃຫ້ປະຊາຊົນທ້ອງຖິ່ນ ມີສ່ວນຮ່ວມໃນການປະ ກອບອາຊີບ, ຂາຍສິນຄ້າໃຫ້ຜູ້ຄົນມາທ່ອງທ່ຽວຢູ່ທີ່ນີ້ ຈິ່ງໄດ້ປຶກສາກັບຄອບຄົວຕັດສິນໃຈຊອກຊື້ດິນ ແລະ ສໍາປະທານໄປຄວບຄູ່ກັນເບື້ອງຕົ້ນທົດລອງເຮັດ ໃຫ້ເຮັດເປັນບ່ອນພັກຜ່ອນ ແລະ ເປີດໃຫ້ຄົນມາເຊົ່າຫລິ້ນ ແຮມຄືນ ກ່ອນ ແຕ່ເວລາຕໍ່ມາມີນັກທ່ອງທ່ຽວ ແຫ່ມາຈອງຫ້ອງເຕັມເກືອບທຸກໆມື້ ເລີຍຄິດໃນໃຈຂຶ້ນວ່າເຮົາຕ້ອງຂະຫຍາຍ ຈໍານວນເຮືອນແພ ຂຶ້ນຕື່ມອີກ ແຕ່ຍັງເຫັນວ່າບໍ່ພຽງພໍກັບຄວາມຕ້ອງການ ແລະ ກໍໄດ້ສືບຕໍ່ຂະຫຍາຍເພີ່ມຂຶ້ນເຖິງ 80 ຫ້ອງນອນ ເຊິ່ງປັດຈຸບັນນີ້ເຮືອນແພຈໍານວນໜຶ່ງ ໄດ້ມອບໃຫ້ນ້ອງສາວບໍລິຫານຊ່ວຍກັນ ທໍາມາຫາກິນໄປພ້ອມໆກັນ.

ທ່ານ ນາງ ຕ່າຍ ບອກວ່າປະເທດລາວເຮົາຈະຮັ່ງມີຂຶ້ນ, ຊີວິດການເປັນຢູ່ຂອງປະຊາຊົນຈະມີລາຍຮັບເພີ່ມຂຶ້ນ ແລະ ມີວຽກເຮັດງານທໍາເພີ່ມຂຶ້ນນໍາ ຄືເງົາທຽມຄີງ ຖ້າພວກເຮົານໍາເອົາທິດທາງ ແຜນນະໂຍບາຍການພັດທະ ນາຍືນຍົງສີ ຂຽວຂອງ ພັກ-ລັດຖະບານ ມາປະຕິບັດຢ່າງຈິງຈັງ ແລະ ເບິ່ງວິໄສທັດໃຫ້ອອກ ໂດຍສະເພາະປະເທດລາວ ມີແຫລ່ງທໍາມະຊາດທີ່ອຸດົມສົມບູນຢູ່ແລ້ວນັ້ນ ພຽງແຕ່ເຮົາປຸງແຕ່ງມັນ ກໍ່ຍິງງາມຂຶ້ນ ແລະ ໜ້າສົນໃຈ ຂຶ້ນເຊິ່ງຈຸດນີ້ໝາຍວ່າ ທໍາມະຊາດປ່າໄມ້, ຫ້ວຍຮ່ອງ ແລະ ແມ່ນໍ້າເຊ ຄືຂຸມຊັບໃຫຍ່ທີ່ຫລາຍທ່ານບໍ່ຮູ້ໝູນໃຊ້ແນ່ນອນການພັດທະນາ ກໍມີອັນໄດ້ອັນເສຍ ແຕ່ຖ້າຜົນເສຍຫລາຍກວ່າຜົນໄດ້ ເຮົາກໍບໍ່ຄວນເຮັດເດັດຂາດ. ເຖິງແນວໃດກໍດີ ຫລ້າສຸດທ່ານ ນາງ ຕ່າຍ ນັກທຸລະກິດລາວ ຜູ້ກໍ່ຕັ້ງ ແລະ ບຸກເບີກທຸລະກິດເຮືອແພ-ເຮືອນແພຕາມສາຍນໍ້າລີກ ຍັງລາຍງານຕື່ມອີກວ່າ ທຸລະກິດທ່ອງທ່ຽວພາຍໃນເມືອງເຟືອງ ເຕີບໃຫຍ່ຂະຫຍາຍຕົວຢ່າງວ່ອງໄວ ແບບກ້າວກະໂດດ ສະນັ້ນ ເພື່ອ ສ້າງເງື່ອນໄຂ ແລະ ເປັນທາງເລືອກໃຫ້ນັກທ່ອງທ່ຽວ ຕ້ອງການໄປຫາບ່ອນສະຫງົບທີ່ສຸດອີກ ໜຶ່ງແຫ່ງໃນລາວ ຈິ່ງໄດ້ຕັດສິນໃຈພັດທະນາ ແຫລ່ງທ່ອງທ່ຽວໃໝ່ເອີ້ນວ່າ ອ່າງນໍ້າລີກລີດສອດຕັ້ງຢູ່ຕາມໝູ່ເກາະດອນນ້ອຍ ກາງນໍ້າ ລີກ ໃນໜ້າເຂື່ອນເພື່ອເປີດໂອກາ ດໃຫ້ນັກທ່ອງທ່ຽວມາພັກຜ່ອນແບບຄອບຄົວ, ເປັນໝູ່ຄະນະ, ຄູ່ບ່າວສາວ ເຊິ່ງຫ່າງຈາກຕົວເມືອງເຟືອງ ປະມານ 10 ກິໂລ ແມັດ ແລະ ເປັນບ່ອນສະຫງົບທີ່ສຸດ. ເຂດທ່ອງທ່ຽວໃໝ່ນີ້, ພວກເຮົາ ໄດ້ເນັ້ນ ແລະ ຖືເອົາເປັນເອກະລັກຄື: ສະຫງົບ, ຄວາມສະອາດບບໍ່ກະທົບຕໍສິ່ງແວດລ້ອມ, ຮັບເອົາແຂກພໍດີກັບຫ້ອງນອນ ແລະ ບໍ່ຮັບແຂກເກີນ ເຊິ່ງປັດຈຸບັນ ພວກເຮົາມີ 9 ເຮືອນແພໄວ້ຄ່ອຍບໍລິການແຂກ. ຖ້າທ່ານໃດຕ້ອງການ ມານອນ ຫລື ມາທ່ອງທ່ຽວຕ້ອງຈ່ອງໄວ້ລ່ອງໜ້າກ່ອນ. ສະຖານທີ່ຕັ້ງຢູ່ເມືອງເຟືອງ ແຂວງວຽງຈັນ ທ່ານໃດສົນໃຈສາມາດຕິດຕໍ່ພົວ ພັນ ສອບຖາມໄດ້ທີ່ເບີ 020 22088883 ຫລື 54273888. ສ່ວນກິດຈະກໍາ ແລະ ສິ່ງອໍານວຍ ຄວາມສະດວກ ໃນເຮືອນແພມີຄົບ ເຊັ່ນ: ເຄື່ອງໃຊ້ຄົວເຮືອນ, ຕູ້ເຢັນ, ແອເຢັນ, ອາຫານການກິນ ແລະ ອື່ນໆ ໃນກໍລະນີ້ ນັກທ່ອງທ່ຽວຕ້ອງການຢາກຂີ່ເຮືອ ຫລື ລອຍນໍ້າຫລິ້ນ ພວກເຮົາກໍມີເຮືອນ້ອຍ-ໃຫຍ່ ໄວ້ຄ່ອຍບໍລິການ, ກາງຄືນສາມາດຕັ້ງແຄມປີ້ງນອນໄດ້ສະບາຍແລ້ວແຕ່ມັກ.

ດັ່ງທີ່ເຫັນ ແລະ ຄວນສົມທຽບລະຫວ່າງອະດີດຜ່ານມາ ແລະ ປັດຈຸບັນໃນເມືອງເຟືອງ ເຫັນວ່າຕ່າງກັນປານຟ້າກັບດິນ, ແຕ່ກ່ອນປະຊາຊົນອາໃສ ແຕ່ເຮັດໄຮ່ເຮັດນາ, ລ້ຽງສັດ ແລະ ປູກເຂົ້າ ເມື່ອສິ້ນລະດູການປູກເຂົ້າກໍ ຢູ່ເຮືອນລ້າໆ ແຕ່ມາປັດຈຸບັນນີ້ປະຊາຊົນ ພາກັນເອົາໝາກໄມ້, ພືດຜັກ, ປາ ແລະ ເຄື່ອງປ່າຂອງດົງມາຂາຍ ຕາມແຄມທາງໃຫ້ນັກທ່ອງທ່ຽວ, ລູກຫລານ ແລະ ໄວໜຸ່ມຈໍານວນຫລາຍ ໄດ້ເຂົ້າມາເຮັດວຽກໃນເຂດທຸລະກິດ ທ່ອງທ່ຽວເຮືອນ ແພ- ເຮືອແພ ເປັນຈໍານວນຫລາຍຮ້ອຍຄົນ.  ນອກຈາກນັ້ນ ກໍມີນັກທ່ອງທ່ຽວເຂົ້າມາ ເມືອງເຟືອງເພີ່ມຂຶ້ນ ຈາກພຽງ 2.000 ຄົນ ໃນອະດີດມາເປັນ 250.000 ຄົນ ແລະ ຄາດວ່າໝົດປີ 2023 ຈະ ມີນັກທ່ອງທ່ຽວ ເຂົ້າມາເມືອງເຟືອງ ບໍ່ຕໍ່າກວ່າ 400.000 ຄົນ; ໃນນັ້ນມີນັກທ່ອງທ່ຽວໄທ, ເອີຣົບ, ອາເມລິກາ, ເກົາຫລີ, ຍີ່ປຸ່ນ ເຊິ່ງໂດຍສ່ວນໃຫຍ່ ຂອງນັກທ່ອງທ່ຽວ ຈະມັກມານອນແຮມຄືນ ໃນເມືອງເຟືອງນີ້ ເພາະມັນສະຫງົບດີ, ແຫລ່ງນໍ້າສະອາດ ແລະ ພວກເຮົາ ໃນກຸ່ມນັກທຸລະກິດທ່ອງທ່ຽວ ຮ່ວມກັນເມືອງກໍໄດ້ເປັນຈິດໜຶ່ງໃຈດຽວກັນ ຄື: ຖືເອົາການພັດທະນາຍືນຍົງ ແລະ ສ້າງມິດກັບສິ່ງແວດລ້ອມ.


ໂດຍ: ເກີດຂວັນໃຈ ມາລີຈັນສີ

KPL

ຂ່າວອື່ນໆ

ads
ads

Top