ຮ່ວມໃຈປົກປັກຮັກສາສິ່ງແວດລ້ອມ ເພື່ອຄວາມຍືນຍົງ

06/06/2023 10:29
Email Print 1373
ຂປລ * ວັນສິ່ງແວດລ້ອມສາກົນ, ວັນທີ 5 ມິຖຸນາ ທີ່ຫາກໍ່ຜ່ານມານັ້ນ, ລັດຖະບານ ສປປ ລາວ ຮ່ວມ ກັບປະຊາຊາດ ໃນທົ່ວໂລກສະເຫລີມສະຫລອງວັນສິ່ງແວດລ້ອມໂລກ 5​ ມິຖຸນາ ຄົບຮອບ 50 ​ປີ, ທັງເປັນ ວັນສິ່ງແວດລ້ອມ ແຫ່ງຊາດ ຄົບຮອບ 24 ​ປີ ພາຍໃຕ້ຄໍາຂວັນທີ່ວ່າ: “ສິ່ງແວດລ້ອມ ພວກເຮົາຈະດີ ຖ້າຫລຸດຜ່ອນການນຳໃຊ້ປລາສຕິກ”.



* ວັນສິ່ງແວດລ້ອມສາກົນ, ວັນທີ 5 ມິຖຸນາ ທີ່ຫາກໍ່ຜ່ານມານັ້ນ, ລັດຖະບານ  ສປປ ລາວ ຮ່ວມກັບປະຊາຊາດ ໃນທົ່ວໂລກ ສະເຫລີມສະຫລອງວັນສິ່ງແວດລ້ອມໂລກ 5​ ມິຖຸນາ ຄົບຮອບ 50 ​ປີ, ທັງເປັນວັນສິ່ງ ແວດລ້ອມແຫ່ງຊາດ ຄົບຮອບ 24 ​ປີ ພາຍໃຕ້ຄໍາຂວັນທີ່ວ່າ: ສິ່ງແວດລ້ອມພວກເຮົາຈະດີ ຖ້າຫລຸດຜ່ອນການນຳໃຊ້ປລາສຕິກ. ການສະເຫລີມສະຫລອງວັນດັ່ງກ່າວ ໄດ້ດໍາເນີນພ້ອມກັນກັບ ຂະບວນປຸກຕົ້ນໄມ້ ແຫ່ງຊາດ ວັນທີ 1 ມິຖຸນາ ​ເຊິ່ງໄດ້ຖືໂອກາດເອົາວັນສໍາຄັນດັ່ງກ່າວ ເພື່ອປຸກລະດົມສ້າງຈິດສໍານຶກ ແລະ ໃຫ້ສັນຍານເຕືອນແກ່ປະຊາຊົນໃນທົ່ວໂລກ ຮ່ວມແຮງຮ່ວມໃຈກັນດຳເນີນການ ຢ່າງຈິງຈັງໃນການແກ້ໄຂບັນຫາ ສິ່ງແວດລ້ອມ.

ໃນສະພາບແຫ່ງການແຂ່ງຂັນກັນພັດທະນາ, ມາພ້ອມກັບຜົນສໍາເລັດໃນບັນດາເປົ້າໝາຂອງານພັດທະນານັ້ນ; ໂລກເຮົາຊໍ້າພັດເຊີນກັບສິ່ງທ້າທາຍຢ່າງໜັກໜ່ວງ ຕໍ່ຄວາມສາມາດໃນການຄຸ້ມຄ້ອງ ຊັບພະຍາ ກອນທໍາມະຊາດ ແລະ ປົກປັກຮັກສາ ສິ່ງແວດລ້ອມ ຕາມທິດສີຂຽວ ແລະ ຍືນຍົງ, ລວມທັງການປົກປັກຮັກສາ ແຫລ່ງນໍ້າທໍາມະຊາດ ຈາກປັດ​ໄຈການເພີ່ມຂຶ້ນຂອງປະຊາກອນໂລກ ຢ່າງໄວວາ, ສິ່ງແວດລ້ອມທໍາ ມະຊາດຖືກທຳລາຍ, ການເຊື່ອມໂຊມຂອງລະບົບນິເວດ ພື້ນຖານທໍາມະຊາດໂລກ ແລະ ຈາກສະພາບການປ່ຽນແປງ ຂອງດິນຟ້າອາກາດ ອັນໄດ້ສົ່ງຜົນກະທົບອັນສໍາຄັນ ຕໍ່ປະຊາກອນໂລກ, ໂດຍສະເພາະໃນບັນດາ ປະ ເທດດ້ອຍພັດທະນາ ເກີດມີບັນຫາ​​ຂາດແຄນນ້ຳ. ນອກນັ້ນ, ຍັງປະເຊີນໜ້າ ກັບບັນຫາມົນລະ​​ພິດທາງນ້ຳ ແລະ ບັນຫາໄພນໍ້າຖ້ວມ ຢ່າງກະທັນຫັນ ແລະ ໄພແຫ້ງແລ້ງຢ່າງຮຸນແຮງ ໄດ້ເພີ່ມຂຶ້ນໃນແຕ່ລະປີ​​ ​ເຊິ່ງໄດ້ສົ່ງຜົນກະທົບ ຢ່າງແຜ່ລາມ​​​ເປັນ ວົງກວ້າງ, ກະທົນຮຸນແຮງຕໍ່ການດຳລົງຊີວິດຂອງຄົນແລະ ສັດ ໃນທົ່ວທຸກມູມໂລກ.

ປັດຈຸບັນ, ສິ່ງແວດລ້ອມທໍາມະຊາດກໍາລັງຖືກທໍາລາຍ, ລະບົບນິເວດ ກໍາລັງຊຸດໂຊມລົງ ຊຶ່ງມີສາເຫດມາຈາກ ສະພາບການປ່ຽນແປງຂອງດິນຟ້າອາກາດ ອັນໄດ້ສົ່ງຜົນກະທົບທາງກົງ ແລະ ທາງອ້ອມ ຕໍ່ປະຊາກອນ ໂລກໃນປັດຈຸບັນ ແລະ ອາດຈະສົ່ງຜົນກະທົບ ແກ່ຍາວໄປສູ່ຄົນຮຸ່ນຫລັງໃນອະນາຄົດ. ສຳລັບ ປະເທດພວກເຮົາກໍເຊັ່ນດຽວກັນ ແມ່ນກຳລັງຜະເຊີນໜ້າ ກັບຜົນກະທົບຕໍ່ສິ່ງແວດລ້ອມທີ່ເກີດຈາກ ໄຟໄໝ້ປ່າ, ນໍ້າເປື້ອນ ແລະ ບັນຫາຂີ້ເຫຍື້ອ ໂດຍສະເພາະແມ່ນຂີ້ເຫຍື້ອພລາສຕິກ ທີ່ນັບມື້ນັບເພີ່ມຂຶ້ນຈາກການຊົມໃຊ້ ແລະ ການຖິ້ມຊະຊາຍຕາມຊຸມຊົນ, ຖະໜົນຫົນທາງ, ຕາມຕົວເມືອງໃຫຍ່, ຕົວເມືອງນ້ອຍ ຍ້ອນການກໍາຈັດ ແລະ ຫລຸດຜ່ອນ ຍັງ ເຮັດໄດ້ໜ້ອຍ. ຕໍ່ສະພາບການ ແລະ ບັນຫາດັ່ງກ່າວ ພັກ ແລະ ລັດຖະບານ ກໍໄດ້ເອົາໃຈໃສ່ຊີ້ນໍາ-ນໍາພາ ເພື່ອສ້າງໃຫ້ປະເທດລາວ ເປັນປະເທດ ຂຽວສະອາດງາມຕາ ໂດຍໃຫ້ມີນິຕິກໍາ, ຄູ່ມື, ຄໍາແນະ ນໍາຕ່າງໆ ແລະ ໃຫ້ໂຄສະ ນາເຜີຍແຜ່ ແລະ ສ້າງຈິດສໍານຶກ ໃຫ້ທົ່ວສັງຄົມ ພ້ອມກັນປະກອບສ່ວນ ແລະ ເຂົ້າຮ່ວມຈັດຕັ້ງປະຕິບັດ ໂດຍສະເພາະການແກ້ໄຂ ບັນຫາຂີ້ເຫຍື້ອ ທີ່ນອນໃນແຜນພັດທະນາ ເສດຖະກິດ-ສັງຄົ ມ ແຫ່ງຊາດ 5 ປີ ກໍຄື ການຫລຸດ ຜ່ອນຂີ້ເຫຍື້ອ ແລະ ການສ້າງສະໜາມຂີ້ເຫຍື້ອ ເພື່ອຮອງຮັບສິ່ງເສດເຫລືອ ຈາກການຊົມໃຊ້ທີ່ເພີ່ມຂຶ້ນ, ພ້ອມທັງສ້າງຕົວເມືອງ ໃຫ້ສະອາດງາມຕາ ປາສະຈາກມົນລະພິດ. ​ສະເພາະ ສປປ ລາວ, ພັກ-ລັດ ກໍໄດ້ມີແນວທາງ ແລະ ນະໂຍບາຍ ໃນການແກ້ໄຂບັນຫາດັ່ງກ່າວ ຢ່າງສະເໝີຕົ້ນສະເໝີປາຍ ເປັນຕົ້ນແມ່ນໄດ້ຮັບຮອງ ແລະ ປະກາດໃຊ້ກົດໝາຍວ່າດ້ວຍການປົກປັກຮັກສາສິ່ງແວດລ້ອມ ແລະ ກົດໝາຍ ອື່ນໆທີ່ກ່ຽວຂ້ອງ. ພ້ອມທັງໄດ້ ກຳນົດຢູ່ໃນ ມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ ກໍຄື ຢູ່ໃນແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຂອງ ສປປ ລາວ, ຄຽງຄູ່ກັບການສົ່ງເສີມຄຸນນະພາບ ສິ່ງແວດລ້ອມຕົວເມືອງທົ່ວ ສປປ ລາວ ໃຫ້ກາຍເປັນ ສີຂຽວ ສະອາດ ງາມຕາ ເພື່ອປະກອບສ່ວນເຂົ້າໃນການຂັບເຄື່ອນໃຫ້ ສປປ ລາວ ບັນລຸເປົ້າໝາຍການພັດທະນາແບບຍືນຍົງ.

ເພື່ອເປັນການສະເຫລີມສະຫລອງວັນສິ່ງແວດລ້ອມໂລກ, ວັນສິ່ງແວດລ້ອມແຫ່ງຊາດ, ວັນນໍ້າໂລກ, ວັນປຸກຕົ້ນໄມ້ແຫ່ງຊາດປີນີ້ ໃຫ້ເຕັມໄປດ້ວຍບັນຍາກາດຟົດຟື້ນ ແລະ ບັນລຸເປົ້າໝາຍທີ່ວາງເອົາໄວ້, ສປປ ລາວ ກໍໄດ້ຖືເອົາໂອກາດ ທີ່ມີຄວາມໝາຍຄວາມສຳຄັນນີ້ ດຳເນີນການໂຄສະນາ, ປຸກຈິດສຳນຶກ ແລະ ສ້າງຂະບວນການສອດ ຄ່ອງຕາມຄໍາຂວັນສະເພາະປີນີ້ ແລະ ພ້ອມກັັນຫັນປ່ຽນຈິນຕະນາການ ໄປພ້ອມໆກັບການ ເພີ່ມທະວີການ ຄຸ້ມຄອງຊັບພະຍາກອນທຳມະຊາດ ແລະ ປົກປັກຮັກສາສິ່ງແວດລ້ອມ ຕາມທິດສີຂຽວ ແລະ ຍືນຍົງ ຕາມລະບຽບການ ແລະ ກົດໝາຍຢ່າງເຂັ້ມງວດ ໃຫ້ບັນລຸຕາມວິໄສທັດ, ຕາມຍຸດທະສາດ ແລະ ແຜນການ 5 ປີ ຂອງຂະ ແໜງການ, ປະກອບສ່ວນ ໃຫ້ແກ່ແຜນພັດທະນາເສດຖະກິດ-ສັງຄົມ ໃຫ້ມີຄວາມຍືນຍົງ.

ໂດຍ: ໄໝຄຳຍ້ອມສິນ

KPL

ຂ່າວອື່ນໆ

    • ໄຊຊະນະດຽນບຽນຟູ ຊຸກຍູ້ຂະບວນການປົດປອຍຊາດທົ່ວໂລກບົດ-ສາລະຄະດີ

      ໄຊຊະນະດຽນບຽນຟູ ຊຸກຍູ້ຂະບວນການປົດປອຍຊາດທົ່ວໂລກ

      5/7/2025 9:55:02 AM

      ໄຊຊະນະດຽນບຽນຟູ ບໍ່ພຽງແຕ່ຢັ້ງຢືນກຳລັງແຮງແຫ່ງຄວາມສາມັກຄີຂອງຊາດຫວຽດນາມເທົ່ານັ້ນ, ຫາກຍັງແມ່ນຈຸດເດັ່ນໃນປະຫວັດສາດປົດປ່ອຍຊາດໃນໂລກ, ແມ່ນແຫລ່ງລະດົມກຳລັງໃຈຢ່າງໃຫຍ່ຫລວງໃຫ້ແກ່ປະຊາຊາດທີ່ຮັກຫອມສັນຕິພາບ.

    • 9 ເດືອນທ້າຍປີ 2025 ແຂວງສາລະວັນສູ້ຊົນໃຫ້ເສດຖະກິດຂະຫຍາຍຕົວໃນລະດັບ 6,5% ຂຶ້ນໄປບົດ-ສາລະຄະດີ

      9 ເດືອນທ້າຍປີ 2025 ແຂວງສາລະວັນສູ້ຊົນໃຫ້ເສດຖະກິດຂະຫຍາຍຕົວໃນລະດັບ 6,5% ຂຶ້ນໄປ

      5/7/2025 9:50:15 AM

      ເພື່ອສືບຕໍ່ຈັດຕັ້ງປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານຂອງພັກ; ຍົກສູງຄຸນນະພາບຂອງກຳລັງປະກອບອາວຸດ, ທັບມ້າງກົນອຸບາຍຍຸດທະສາດການຫັນປ່ຽນໂດຍສັນຕິຂອງສັດຕູ; ເອົາໃຈໃສ່ໃນການຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍໃນທົ່ວແຂວງ, ຕ້ານ ແລະ ແກ້ໄຂປາກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນສັງຄົມເປັນຕົ້ນ: ຂີ້ລັກງັດແງະ, ຢາເສບຕິດ, ອຸບັດເຫດ ແລະ ອື່ນໆ ໃຫ້ຫລຸດລົງ.

    • ວິທີປ້ອງກັນພະຍາດໄຂ້ເລືອດດຳບົດ-ສາລະຄະດີ

      ວິທີປ້ອງກັນພະຍາດໄຂ້ເລືອດດຳ

      5/7/2025 9:43:13 AM

      ພະຍາດໄຂ້ເລືອດດຳ ເປັນພະຍາດທີ່ຕິດຕໍ່ຈາກສັດສູ່ຄົນ ໂດຍການສຳຜັດ ແລະ ການບໍລິໂພກຊີ້ນສັດທີ່ຕິດພະຍາດ ແລະ ເຮັດໃຫ້ເສຍຊີວິດໄດ້.

    • ບົດສຳພາດທ່ານທູດ ແຫ່ງ ສປ ຈີນ ປະຈຳ ສປປ ລາວບົດ-ສາລະຄະດີ

      ບົດສຳພາດທ່ານທູດ ແຫ່ງ ສປ ຈີນ ປະຈຳ ສປປ ລາວ

      5/6/2025 9:45:37 AM

      ເນື່ອງໃນໂອກາດວັນສ້າງຕັ້ງທາງການທູດລາວ-ຈີນ ຄົບຮອບ 64 ປີ, ທ່ານ ນາງ ຟ່າງຫົງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປ ຈີນ ປະຈຳລາວ ກໍ່ໄດ້ຖືໂອກາດວັນດັ່ງກ່າວ ໃຫ້ສຳພາດຕໍ່ສື່ມວນຊົນເມື່ອບໍ່ດົນມານີ້.

    • ພະຍາດໄຂ້ງົວດຳອັນຕະລາຍ ທີ່ມາກັບອາຫານດິບບົດ-ສາລະຄະດີ

      ພະຍາດໄຂ້ງົວດຳອັນຕະລາຍ ທີ່ມາກັບອາຫານດິບ

      5/6/2025 9:39:45 AM

      ອາທິດຜ່ານມາ ຫລາຍຄົນອາດຈະໄດ້ເຫັນຂ່າວຈາກປະເພດ ເພື່ອນບ້ານແລ້ວວ່າມີການລະບາດຂອງພະຍາດໄຂ້ງົວດໍາ ຈົນເຮັດໃຫມີຄົນເສຍຊີວິດແລ້ວສອງຄົນ ເຊ່ິງພະຍາດດັ່ງກ່າວ ເປັນພະຍາດຕິດແປດຮ້າຍແຮງຊະນິດໜຶ່ງ ທີ່ເກີດກັບສັດລ້ຽງລູກດ້ວຍນໍ້ານົມເຊັ່ນ: ງົວ, ຄວາຍ, ແກະ, ແບ້, ໝູ, ມ້າ ແລະ ອື່ນໆ.

ads
ads

Top