ປະກອບອາຊີບຕັດຫຍິບ ກໍມີລາຍຮັບຫລາຍລ້ານກີບຕໍ່ປີ

06/06/2023 10:17
Email Print 598
ຂປລ *ໃນປັດຈຸບັນພັກ - ລັດຖະບານ ໄດ້ສ້າງທຸກເງື່ອນໄຂໃຫ້ປະຊາຊົນລາວບັນດາເຜົ່າ ໄດ້ປະກອບອາຊີບຫາລ້ຽງຕົນເອງດ້ວຍຫລາຍຮູບແບບ ໂດຍອີງໃສ່ເງື່ອນໄຂຄວາມສະດວກ ແລະ ທ່າແຮງທີ່ມີຂອງ​ປະຊາຊົນ ​ເພື່ອສ້າງລາຍຮັບດ້ວຍຮູບການ ເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງເທື່ອລະກ້າວ. ດັ່ງຄອບ ຄົວຂອງ ນາງ ເກສອນ ຢາງມະ ຫາຊັບ ອາຍຸ 33 ປີ ປັດຈຸ ບັນຢູ່ບ້ານ ພູຂຽວ, ເມືອງໄຊ, ແຂວງອຸດົມໄຊ ເຊິ່ງເປັນຄອບ ຄົວໜຶ່ງທີ່ ເປັນຕົວແບບໃນການສ້າງເສດຖະກິດຄອບຄົວ ໂດຍຖືເອົາການບໍລິການ ຕັດຫຍິບ ຄົບວົງ ຈອນເປັນອາຊີບຈົນ​ສາມາດ​ສ້າງ​ລາຍ​ຮັບ​ເຂົ້າ​ຄອບຄົວປະມານ 180-240 ລ້ານກີບຕໍ່ປີ.



       *ໃນປັດຈຸບັນພັກ-ລັດຖະບານ ໄດ້ສ້າງທຸກເງື່ອນໄຂໃຫ້ປະຊາຊົນລາວບັນດາເຜົ່າ ໄດ້ປະກອບອາຊີບຫາລ້ຽງຕົນເອງ ດ້ວຍຫລາຍຮູບແບບ ໂດຍອີງໃສ່ເງື່ອນໄຂຄວາມສະດວກ ແລະ ທ່າແຮງທີ່ມີຂອງ​ປະຊາຊົນ ​ເພື່ອສ້າງລາຍຮັບດ້ວຍຮູບການ ເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງ ດ້ວຍຕົນເອງເທື່ອລະກ້າວ. ດັ່ງຄອບ ຄົວຂອງ ນາງ ເກສອນ ຢາງມະຫາຊັບ ອາຍຸ 33 ປີ ປັດຈຸ ບັນຢູ່ບ້ານ ພູຂຽວ, ເມືອງໄຊ, ແຂວງ ອຸດົມໄຊ ເຊິ່ງເປັນຄອບຄົວໜຶ່ງທີ່ເປັນຕົວແບບ ໃນການສ້າງເສດຖະກິດຄອບຄົວ ໂດຍຖືເອົາການບໍລິການຕັດຫຍິບຄົບວົງຈອນ ເປັນອາຊີບຈົນ​ສາມາດ​ສ້າງ​ລາຍ​ຮັບ ​ເຂົ້າ​ຄອບຄົວປະມານ 180-240 ລ້ານກີບຕໍ່ປີ.





        ນາງ ເກສອນ ຢາງມະຫາຊັບ ໄດ້ໃຫ້ຮູ້ວ່າ: ຈຸດເລີ່ມຕົ້ນໃນການເປີດບໍລິການຮ້ານຕັດຫຍິບຄົບວົງຈອນ ຍ້ອນຕົນເອງບໍ່ມີອາຊີບຫຍັງ ອາ​ໃສ​ແຕ່​ຜົວຫາ​ເງິນເຂົ້າສູ່ຄອບຄົວ ຈຶ່ງມີແນວຄິດຢາກຊອກອາຊີບໃດໜຶ່ງ ເປັນຫລັກ ໃຫ້ແກ່ຕົນເອງຈຶ່ງໄດ້ປຶກສາກັບຄອບຄົວ ແລະ ໄດ້ຕັດສິນໃຈ ໄປຮຽນຕັດຫຍິບຢູ່ຮ້ານ ທີ່​ໄດ້​ຮັບຄວາມນິຍົມຈາກສັງຄົມ ເພື່ອເປັນການແລກປ່ຽນຄວາມຮູ້, ປະສົບການ ແລະ ພັດທະນາສີມືຂອງຕົນ ໄປພ້ອມ ຈົນມາຮອດປີ 2018 ຈຶ່ງໄດ້ຕັດສິນໃຈ ເປີດຮ້ານບໍລິການຕັດຫຍິບຄົບວົງຈອນ ເປັນຂອງຕົນເອງ ເຊິ່ງພາຍໃນຮ້ານຈະປະກອບມີ ການບໍລິການຕັດຫຍິບເຄື່ອງນຸ່ງທົ່ວໄປ, ຈໍາໜ່າຍແຜ່ນແພ, ເສື້ອໄໝ, ສີ້ນໄໝ ແລະ ອຸປະ ກອນ ການຕັດຫຍິບຄົບວົງຈອນໄປພ້ອມ. ໃນເບື້ອງຕົ້ນໄດ້ນໍາໃຊ້ທຶນຂອງຕົນເອງ 50 ລ້ານ​ກີບ ເພື່ອຊື້ອຸປະກອນ ທີ່ອໍານວຍຄວາມສະດວກ ໃນການບໍລິການຕັດຫຍິບຄົບຊຸດຄື: ຊື້້ແຜ່ນແພ, ເສື້ອໄໝ ແລະ ສີ້ນໄໝຈໍາ ນວນໜຶ່ງ ເຂົ້າມາຈໍາໝ່າຍພາຍໃນຮ້ານ ມາຮອດປີ 2022 ໄດ້ຕັດສິນໃຈກູ້ຍືມເງິນ ນໍາທະນາຄານການຄ້າຕ່າງປະເທດ ແຫລ່ງທຶນ SME ຈໍານວນ 500 ລ້ານກີບ ເພື່ອນໍາມາປັບປຸງ ແລະ ຂະຫຍາຍຮ້ານ ໃຫ້ກວ້າງອອກ ຕື່ມ ພ້ອມທັງນໍາເອົາເຄື່ອງອຸປະກອນ ທີ່ອໍານວຍຄວາມສະດວກ ໃນການຕັດຫຍິບທຸກປະເພດ, ບັນດາແຜ່ນແພ, ເສື້ອໄໝ, ສີ້ນໄໝປະເພດຕ່າງໆ ເຂົ້າມາຈໍາໜ່າຍພາຍໃນຮ້ານ ຫລາຍຂຶ້ນກວ່າເກົ່າ ແລະ ໄດ້ຈ້າງພະນັກ ງານຊ່ວຍ ຈໍານວນ 10 ຄົນ ມາປະຈໍາຢູ່ຮ້ານ ເພື່ອເອື້ອອໍານວຍຄວາມສະດວກ ໃນການບໍລິການໃຫ້ວ່ອງໄວ້ ທັນກັບຄວາມຕ້ອງການຂອງລູກຄ້າ. ນອກຈາກນັ້ນ, ທາງຮ້ານຍັງໄດ້ເປີດສອນຕັດຫຍິບ ໃຫ້ນັກຮຽນຜູ້ທີ່ມີ ຄວາມສົນໃຈ ແລະ ມັກຮັກໃນອາຊີບຕັດຫຍິບຕື່ມອີກ.  



         ນາງ ເກສອນ ໃຫ້ຮູ້ຕື່ມອີກວ່າ:  ຈາກຄວາມຕັດສິນໃຈສູງບວກກັບຄວາມດຸໝັ່ນຂະໜັນພຽນ, ອົດທົນບຸກບືນ, ຫ້າວຫັນ ຈຶ່ງເຮັດໃຫ້ກິດຈະການ ມີການຂະຫຍາຍຕົວຂຶ້ນເລື້ອຍໆ ເຊິ່ງສາມາດສ້າງລາຍຮັບ ເຂົ້າສູ່ ຄອບຄົວສະເລ່ຍ ປະມານ 180-240 ລ້ານກີບຕໍ່ປີ ຈຶ່ງເຮັດໃຫ້ຊີວິດການເປັນຢູ່ ຂອງຄອບຄົວນັບມື້ນັບດີຂຶ້ນເລື້ອຍໆ, ສາມາດປຸກເຮືອນຢູ່ແໜ້ນໜາ ຖາວອນ 1 ຫລັງ, ມີຫ້ອງແຖວສໍາລັບໃຫ້ພະນັກງານ, ນັກຮຽນພັກ ເຊົາ 2 ຫລັງ, ມີລົດໃຫ່ຍ 2 ຄັນ, ມີອຸປະກອນຮັບໃຊ້ໃນການຕັດຫຍິບ ລວມ 40 ເຄື່ອງ (ຈັກຫຍິບ 30 ເຄື່ອງ, ຈັກແສ່ວ 10 ເຄືອງ), ມີທຶນການສຶກສາໃຫ້ລູກ, ມີທຶນໝູນວຽນພາຍໃນຮ້ານ ແລະ ມີເງິນທ້ອນແຮ່ໄວ້ໃຊ້ ຈ່າຍໃນຍາມຈໍາເປັນອີກຈໍານວນໜຶ່ງ.


ໂດຍ: ສະຫະ ພັນແມ່ຍິງແຂວງອຸດົມໄຊ

KPL

ຂ່າວອື່ນໆ

    • ໄຊຊະນະດຽນບຽນຟູ ຊຸກຍູ້ຂະບວນການປົດປອຍຊາດທົ່ວໂລກບົດ-ສາລະຄະດີ

      ໄຊຊະນະດຽນບຽນຟູ ຊຸກຍູ້ຂະບວນການປົດປອຍຊາດທົ່ວໂລກ

      5/7/2025 9:55:02 AM

      ໄຊຊະນະດຽນບຽນຟູ ບໍ່ພຽງແຕ່ຢັ້ງຢືນກຳລັງແຮງແຫ່ງຄວາມສາມັກຄີຂອງຊາດຫວຽດນາມເທົ່ານັ້ນ, ຫາກຍັງແມ່ນຈຸດເດັ່ນໃນປະຫວັດສາດປົດປ່ອຍຊາດໃນໂລກ, ແມ່ນແຫລ່ງລະດົມກຳລັງໃຈຢ່າງໃຫຍ່ຫລວງໃຫ້ແກ່ປະຊາຊາດທີ່ຮັກຫອມສັນຕິພາບ.

    • 9 ເດືອນທ້າຍປີ 2025 ແຂວງສາລະວັນສູ້ຊົນໃຫ້ເສດຖະກິດຂະຫຍາຍຕົວໃນລະດັບ 6,5% ຂຶ້ນໄປບົດ-ສາລະຄະດີ

      9 ເດືອນທ້າຍປີ 2025 ແຂວງສາລະວັນສູ້ຊົນໃຫ້ເສດຖະກິດຂະຫຍາຍຕົວໃນລະດັບ 6,5% ຂຶ້ນໄປ

      5/7/2025 9:50:15 AM

      ເພື່ອສືບຕໍ່ຈັດຕັ້ງປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານຂອງພັກ; ຍົກສູງຄຸນນະພາບຂອງກຳລັງປະກອບອາວຸດ, ທັບມ້າງກົນອຸບາຍຍຸດທະສາດການຫັນປ່ຽນໂດຍສັນຕິຂອງສັດຕູ; ເອົາໃຈໃສ່ໃນການຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍໃນທົ່ວແຂວງ, ຕ້ານ ແລະ ແກ້ໄຂປາກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນສັງຄົມເປັນຕົ້ນ: ຂີ້ລັກງັດແງະ, ຢາເສບຕິດ, ອຸບັດເຫດ ແລະ ອື່ນໆ ໃຫ້ຫລຸດລົງ.

    • ວິທີປ້ອງກັນພະຍາດໄຂ້ເລືອດດຳບົດ-ສາລະຄະດີ

      ວິທີປ້ອງກັນພະຍາດໄຂ້ເລືອດດຳ

      5/7/2025 9:43:13 AM

      ພະຍາດໄຂ້ເລືອດດຳ ເປັນພະຍາດທີ່ຕິດຕໍ່ຈາກສັດສູ່ຄົນ ໂດຍການສຳຜັດ ແລະ ການບໍລິໂພກຊີ້ນສັດທີ່ຕິດພະຍາດ ແລະ ເຮັດໃຫ້ເສຍຊີວິດໄດ້.

    • ບົດສຳພາດທ່ານທູດ ແຫ່ງ ສປ ຈີນ ປະຈຳ ສປປ ລາວບົດ-ສາລະຄະດີ

      ບົດສຳພາດທ່ານທູດ ແຫ່ງ ສປ ຈີນ ປະຈຳ ສປປ ລາວ

      5/6/2025 9:45:37 AM

      ເນື່ອງໃນໂອກາດວັນສ້າງຕັ້ງທາງການທູດລາວ-ຈີນ ຄົບຮອບ 64 ປີ, ທ່ານ ນາງ ຟ່າງຫົງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປ ຈີນ ປະຈຳລາວ ກໍ່ໄດ້ຖືໂອກາດວັນດັ່ງກ່າວ ໃຫ້ສຳພາດຕໍ່ສື່ມວນຊົນເມື່ອບໍ່ດົນມານີ້.

    • ພະຍາດໄຂ້ງົວດຳອັນຕະລາຍ ທີ່ມາກັບອາຫານດິບບົດ-ສາລະຄະດີ

      ພະຍາດໄຂ້ງົວດຳອັນຕະລາຍ ທີ່ມາກັບອາຫານດິບ

      5/6/2025 9:39:45 AM

      ອາທິດຜ່ານມາ ຫລາຍຄົນອາດຈະໄດ້ເຫັນຂ່າວຈາກປະເພດ ເພື່ອນບ້ານແລ້ວວ່າມີການລະບາດຂອງພະຍາດໄຂ້ງົວດໍາ ຈົນເຮັດໃຫມີຄົນເສຍຊີວິດແລ້ວສອງຄົນ ເຊ່ິງພະຍາດດັ່ງກ່າວ ເປັນພະຍາດຕິດແປດຮ້າຍແຮງຊະນິດໜຶ່ງ ທີ່ເກີດກັບສັດລ້ຽງລູກດ້ວຍນໍ້ານົມເຊັ່ນ: ງົວ, ຄວາຍ, ແກະ, ແບ້, ໝູ, ມ້າ ແລະ ອື່ນໆ.

ads
ads

Top