ຂປລ
*ໃນການສະຫລອງວັນເດັກສາກົນວັນທີ 1 ມິຖຸນາ 2023 ພາຍໃຕ້ຄໍາຂວັນທີ່ວ່າ "ການລົງທຶນໃນອານາຄົດ ຄືການລົງທຶນໃສ່ເດັກ (Investing in Our Future means Investing in Our Children)" ນັ້ນເປັນສະແດງໃຫ້ພວກເຮົາ ເຫັນວ່າເດັກນ້ອຍ ມີບົດບາດ ສຳຄັນໃນການປະກອບສ່ວນ ສ້າງສາພັດທະນາປະເທດຊາດ.

*ໃນການສະຫລອງວັນເດັກສາກົນວັນທີ 1 ມິຖຸນາ 2023 ພາຍໃຕ້ຄໍາຂວັນທີ່ວ່າ "ການລົງທຶນໃນອານາຄົດ ຄືການລົງທຶນໃສ່ເດັກ (Investing in Our Future means Investing in Our Children)" ນັ້ນເປັນສະແດງໃຫ້ພວກເຮົາ ເຫັນວ່າເດັກນ້ອຍ ມີບົດບາດສຳຄັນໃນການປະກອບສ່ວນ ສ້າງສາພັດທະນາປະເທດຊາດ.ດັ່ງນັ້ນ,ພວກເຮົາຕ້ອງໄດ້ເອົາໃສ່, ປົກປ້ອງ,ພັດທະນາ ແລະ ສ້າງໂອກາດໃຫ້ເດັກນ້ອຍ ໄດ້ມີສ່ວນຮ່ວມປະກອບຄຳຄິດເຫັນ ໃນການສ້າງສາພັດທະ ນາປະເທດຊາດ.

ວັນເດັກສາກົນ 1 ມິຖຸນາ ໃນທຸກໆປີ ແມ່ນປຽບດັ່ງບຸນໃຫຍ່ຂອງເດັກໃນ ສປປ ລາວ ກໍຄື ປະຊາຊາດໂລກ ທີ່ພ້ອມກັນສະເຫລີມສະຫລອງ ດ້ວຍຄວາມເບີກບານມ່ວນຊື່ນ ໂດຍການຈັດກິດຈະກຳທີ່ຫລາກຫລາຍ ແລະ ແຕກຕ່າງກັນ ຕາມ ສະພາບເງື່ອນໄຂ ແລະ ຈຸດພິເສດ ຂອງແຕ່ລະປະເທດ. ສໍາລັບ ສປປ ລາວ ເຮົາ, ການສະເຫລີມສະຫລອງ ວັນເດັກສາກົນໃນທຸກໆປີ ແມ່ນຕິດພັນກັບການປູກຕົ້ນໄມ້ແຫ່ງຊາດ ໝາຍເຖິງການປູກຝັງບົ່ມ ເພາະເຮັດໃຫ້ເດັກໃນວັນນີ້ ກາຍ ເປັນຊັບພະຍາກອນທີ່ສຳຄັນ ແລະ ເປັນໃຈກາງຂອງການພັດທະນາປະເທດຊາດ ໃຫ້ມີຄວາມກ້າວໜ້າ. ໃນໄລຍະຜ່ານມາ, ພັກ-ລັດ ໄດ້ເອົາໃຈໃສ່ໃນການປູກຈິດສຳນຶກ, ປຸກລະດົມການເຂົ້າຮ່ວມ ແລະ ລົງທຶນໃສ່ເດັກ ໂດຍອອກມາ ດຕະ ການຕ່າງໆ ເພື່ອເປັນບ່ອນອີງໃນການສົ່ງເສີມ ແລະ ປົກປ້ອງເດັກບັນດາເຜົ່າ ເປັນຕົ້ນ ໄດ້ດຳເນີນການປັບປຸງກົດໝາຍ ວ່າດ້ວຍການປົກປ້ອງສິດ ແລະ ຜົນປະໂຫຍດຂອງເດັກ, ປັບປຸງນິຕິກຳວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ວຽກງານປົກປ້ອງສິດ ແລະ ຜົນປະໂຫຍດຂອງເດັກ ໃນຂັ້ນສູນກາງ ແລະ ທ້ອງຖິ່ນ; ສ້າງແຜນດໍາເນີນງານແຫ່ງຊາດ ເພື່ອສ້າງຄວາມເຂັ້ມແຂງ ໃນລະບົບປົກປ້ອງເດັກ; ສຳເລັດໂດຍພື້ນຖານ ໃນການຮ່າງບົດລາຍງານ ແຫ່ງຊາດ ປະຈໍາໄລ ຍະ;ການຈັດຕັ້ງປະຕິບັດສົນທິສັນຍາ ວ່າດ້ວຍສິດທິເດັກໃນ ສປປ ລາວ, ບົດລາຍງານການຈັດຕັ້ງປະຕິບັດ 2 ອະນຸສັນຍາສັນຍາເພີ່ມເຕີມ ກ່ຽວກັບການຄ້າຂາຍເດັກ, ການຄ້າປະເວນີເດັກ ແລະ ສິ່ງລາມົກອະນາຈານກ່ຽວກັບເດັກ ແລະ ການເຂົ້າຮ່ວມຂອງເດັກ ໃນການປະທະກັນ ດ້ວຍກຳລັງປະກອບອາວຸດ; ສໍາເລັດການຈັດເວທີເດັກລາວ ຄັ້ງທີ V ປະຈໍາປີ 2023; ໄດ້ດໍາເນີນການສຶກສາຄົ້ນຄວ້າວິໄຈ ປະເມີນສະພາບຄວາມທຸກຍາກຂອງເດັກ ທີ່ໄດ້ຮັບຜົນກະທົບຈາກການ ປ່ຽນແປງດິນຟ້າອາກາດ ແລະ ໄພພິບັດ; ບົດສຶກສາຄົ້ນຄວ້າ ສະພາບການແຕ່ງດອງກ່ອນໄວ ແລະ ການຖືພາຂອງເດັກ ແລະ ໄວໜຸ່ມ ຢູ່ໃນ ສປປ ລາວ; ປະເມີນສະຖານະພາບຂອງເດັກ ແລະ ປັບປຸງຖານຂໍ້ມູນລະດັບຊາດ ທີ່ກ່ຽວຂ້ອງ ກັບເດັກໃນປັດຈຸບັນ, ການສຳຫລວດແຮງງານເດັກ ຄັ້ງທີ II ແລະ ແຜນງານແຫ່ງຊາດ ເພື່ອປ້ອງກັນ ແລະ ລຶບລ້າງການນໍາໃຊ້ແຮງງານເດັກ ແລະ ສົ່ງເສີມວຽກທີ່ມີຄຸນຄ່າສໍາລັບໄວໜຸ່ມຂອງ ສປປ ລາວ, ໄດ້ຄົ້ນຄວ້າປັບປຸງລະບົບ ແລະ ກົນໄກການປົກປ້ອງເດັກ, ລະບົບຍຸຕິທໍາສຳລັບເດັກ ໃຫ້ສາມາດເຊື່ອມຈອດປະສານງານກັນຢ່າງກົມກຽວ ແລະ ກິດຈະກໍາຕ່າງໆ ທີ່ສໍາຄັນອີກຈໍານວນໜຶ່ງ.

ສິ່ງພົ້ນເດັ່ນອີກອັນໜຶ່ງ ແມ່ນຄວາມຮັບຮູ້ ແລະ ເຂົ້າໃຈໃນສັງຄົມ ທີ່ເຫັນວ່າເດັກໄດ້ກາຍເປັນຜູ້ມີບົດບາດສໍາຄັນ ໃນການປະກອບສ່ວນ ແລະ ມີສ່ວນຮ່ວມ ໃນການພັດທະນາ ໂດຍເປີດ ໂອກາດໃຫ້ເດັກໄດ້ສະແດງຄໍາຄິດຄຳເຫັນຄວາມ ຕ້ອງການຂອງຕົນເອງ ເຂົ້າໃນການຈັດຕັ້ງປະຕິບັດວຽກງານ ທີ່ກ່ຽວຂ້ອງກັບເດັກ.ຜົນສໍາເລັດດັ່ງກ່າວນັ້ນ, ສະແດງໃຫ້ເຖິງຄວາມເອົາໃຈ ຂອງພັກ-ລັດຖະບານ ແລະ ພາກສ່ວນຕ່າງໆທີ່ກ່ຽວຂ້ອງ ກໍຄືຄະນະກໍາມາທິການແຫ່ງຊາດ ເພື່ອ ຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ (ຄຊກມດ) ແລະ ຄກມດ ທຸກຂັ້ນ, ອົງການຈັດຕັັ້ງພາກລັດຂັັ້ນສູນກາງ ແລະ ທ້ອງຖິ່ນ, ອົງການຈັດຕັ້ງມະຫາຊົນ, ອົງການຈັດຕັ້ງສາກົນ, ພາກສ່ວນທຸລະກິດເອກະຊົນ ຕະຫລອດຮອດພໍ່ແມ່ ປະຊາຊົນລາວທຸກຖ້ວນໜ້າ ໃນຂອບເຂດທົ່ວປະເທດ ທີ່ໄດ້ສະໜັບສະໜູນ ແລະ ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການຈັດຕັ້ງປະຕິບັດສົ່ງເສີມ ແລະ ປົກປ້ອງເດັກ ອັນເຮັດໃຫ້ວຽກງານດັ່ງກ່າວ ມີຜົນສໍາເລັດເປັນກ້າວໆມາ.
KPL