ປູກແລ້ວ ຕ້ອງບົວລະບັດ

05/06/2023 11:33
Email Print 615
ຂປລ *ໃນທຸກໆປີ ເມື່ອຮອດວັນທີ 1 ມິຖຸນາ (ວັນເດັກນ້ອຍສາກົນ ແລະ ວັນປູກໄມ້ແຫ່ງຊາດ) ຫລາຍໆພາກສ່ວນທັງສູນກາງ ແລະ ທ້ອງຖິ່ນໃນຂອບທົ່ວປະເທດ ກໍ່ໄດ້ພ້ອມກັນປູກຕົ້ນໄມ້ ຢ່າງເປັນຂະບວນການຟົດຟື້ນ ຕາມສະຖານທີ່ ສາທາລະນະສຸກ, ເຂດປ່າສະຫງວນ, ປ່າປ້ອງກັນ ແລະ ປ່າອື່ນໆ.

ພາບປະກອບ


          *ໃນທຸກໆປີ ເມື່ອຮອດວັນທີ 1 ມິຖຸນາ (ວັນເດັກນ້ອຍສາກົນ ແລະ ວັນປູກໄມ້ແຫ່ງຊາດ) ຫລາຍໆພາກສ່ວນທັງສູນກາງ ແລະ ທ້ອງຖິ່ນໃນຂອບທົ່ວປະເທດ ກໍ່ໄດ້ພ້ອມກັນປູກຕົ້ນໄມ້ ຢ່າງເປັນຂະບວນການຟົດຟື້ນ ຕາມສະຖານທີ່ ສາທາລະນະສຸກ, ເຂດປ່າສະຫງວນ, ປ່າປ້ອງກັນ ແລະ ປ່າອື່ນໆ. ເຖິງຢ່າງໃດກໍ່ດີ ເມື່ອປູກແລ້ວ ກໍ່ຕ້ອງມີການບົວລະບັດຮັກສາ ໃຫ້ອັດຕາການລອດຕາຍເຫລືອຫລາຍທີ່ສຸດ ເຊິ່ງຜ່ານມາຫາງສຽງຈາກສັງຄົມຈົ່ມວ່າ ການປູກໄມ້ໃນທຸກໆປີ ໃນ ໍຂອບເຂດທົ່ວປະເທດ ລ້ວນແຕ່ວາງແຜນປູກ ຂອງແຕ່ລະແຂວງຫລາຍຮ້ອຍ ຫລາຍພັນເຮັກຕາ, ແຕ່ການບົວລະບັດຮັກສາ ຍັງບໍ່ທົ່ວເຖິງເທົ່າທີ່ຄວນ ເຮັດໃຫ້ອັນຕາການຕາຍຂອງຕົ້ນໄມ້ ທີ່ປູກກວມເອົາສ່ວນຫລາຍ. ຂະນະທີ່ປູກໃນ ແຕ່ລະ ປີແມ່ນຍັງປູກຢູ່ຂຸມເກົ່າທຸກປີ.         

ລັດຖະບານໄດ້ວາງຄາດໝາຍສູ້ຊົນຂອງວຽກງານຟື້ນຟູປ່າໄມ້ໃຫ້ມີເນື້ອທີ່ປົກຫຸ້ມປ່າໄມ້ 70% ເມື່ອຮອດປີ 2025 ໃນຂອບເຂດທົ່ວປະເທດ ເຊິ່ງເປົ້າໝາຍດັ່ງກ່າວ ຍັງເປັນບັນຫາໜຶ່ງທີ່ທ້າທາຍ ຈະບັນລຸໄດ້ຫລືບໍ່ ຍັງແມ່ນຄຳຖາມ ຂອງທຸກ ຄົນ, ແຕ່ບັນຫາສຳຄັນທີ່ສຸດຄື ທຸກຊັ້ນຄົນຕ້ອງມີສ່ວນຮ່ວມ ໂດຍຕ້ອງຢຸດການບຸກລຸກປ່າໄມ້ ແບບເລື່ອນເລືອຍ, ການຕັດໄມ້ທຳລາຍປ່າອື່ນໆ ອັນຈະນຳໄປສູ່ການສູນເສຍ ເນື້ອທີ່ປ່າປົກຫຸ້ມຫລຸດລົງ, ພ້ອມນີ້ ກໍ່ຕ້ອງໄດ້ເອົາໃຈໃສ່ບັນ ຫາ ໄຟໄໝ້ລາມປ່າບໍ່ເກີດຂຶ້ນໃນທຸກໆປີ ເຊິ່ງສິ່ງເຫລົ່ານີ້ ຖ້າພວເຮົາສາມາດຈັດຕັ້ງປະຕິບັດໄດ້ ກໍ່ຈະນຳໄປສູ່ການບັນລຸເນື້ອທີ່ປົກຫຸ້ມປ່າໄມ້ 70% ຢ່າງແນນອນ.

ແນວໃດກໍ່ດີໃນແຕ່ລະປີພາກສ່ວນກ່ຽວຂ້ອງແຕ່ລະທ້ອງຖິ່ນກໍ່ຄືຜູ້ປະກອບການລ້ວນແຕ່ກະຕືລືລົ້ນ ຕໍ່ການຜະລິດເບ້ຍໄມ້ປະເພດຕ່າງໆ ເພື່ອຕອບສະໜອງໃຫ້ແກ່ສັງຄົມ ນຳໄປປູກເນື່ອງໃນໂອກາດວັນປູກຕົ້ນ ໄມ້ແຫ່ງຊາດ ຫລື ປູກໃນ ວັນທົ່ວໄປໃຫ້ພຽງພໍຕາມຄວາມຕ້ອງການ. ຂະນະທີ່ຢູ່ນະຄອນຫລວງວຽງຈັນໃນໄລຍະນີ້, ພາກສ່ວນກ່ຽວຂ້ອງກໍ່ໄດ້ຈັດຕະຫລາດ ວາງສະແດງເບ້ຍໄມ້ຢ່າງເປັນຂະບວນຟົດຟື້ນ. ນອກຈາກນີ້, ໄປຕາມເສັ້ນທາງໃດກໍ່ເຫັນຜູ້ປະກອບການ ຜະ ລິດເບ້ຍໄມ້ນຳເອົາເບ້ຍໄມ້ກິນໝາກ, ໄມ້ປະດັບ, ໄມ້ພື້ນ ເມືອງ, ໄມ້ອຸດສາຫະກຳ ແລະ ອື່ນໆມາວາງຂາຍຢູ່ແຄມທາງ ຢ່າງຫລວງຫລາຍ ເພື່ອໃຫ້ສັງຄົມໄດ້ນຳໄປປູກ ຢູ່ຕາມດິນຂອງຕົນ ຫລື ນຳໄປປະກອບສ່ວນປູກໃນ ເນື້ອທີ່ດິນເປົ່າຫວ່າງ, ດິນປ່າສະຫງວນພາກສ່ວນກ່ຽວຂ້ອງໄດ້ກຳນົດໄວ້. 

ຕາມການໃຫ້ສຳພາດຂອງ ທ່ານ ບຸນປອນ ແສງທອງ ຮອງຫົວໜ້າກົມປ່າໄມ້ ກະຊວງກະສິກຳ ແລະ ປ່າໄມ້ຕໍ່ສື່ມວນຊົນມໍ່ໆນີ້ວ່າ: ໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດປີນີ້, ກະຊວງກະສິກຳ ແລະ ປ່າໄມ້ ກໍ່ຄືກົມປ່າໄມ້ໄດ້ປຸກລະດົມ, ຊຸກຍູ້ຂະ ແໜງການຕ່າງໆ ທີ່ກ່ຽວຂ້ອງທັງສູນກາງ ແລະ ທ້ອງຖິ່ນປູກຕົ້ນໄມ້ ໃຫ້ໄດ້ຫລາຍກວ່າ 3.400 ເຮັກຕາ. ຂະນະທີ່ພາຍຫລັງປູກຕົ້ນໄມ້ແລ້ວ ກໍ່ໄດ້ມອບໝາຍຄວາມຮັບຜິດຊອບ ໃຫ້ບຸກຄົນ, ການຈັດຕັ້ງ ຫລື ອົງການຈັດຕັ້ງ ມະຫາຊົນແຕ່ ລະທ້ອງຖິ່ນ ທີ່ມີເງື່ອນໄຂເປັນຜູ້ຮັບຜິດຊອບຄຸ້ມຄອງ, ບົວລະບັດ ແລະ ປົກປັກຮັກສາປ່າປູກ, ເຂດປ່າຟື້ນຟູ ເພື່ອໃຫ້ຕົ້ນໄມ້ທີ່ປູກແລ້ວນັ້ນຈະເລີນເຕີບໂຕ, ພ້ອມທັງເອົາໃຈໃສ່ ການປູກສ້ອມຄືນຕົ້ນໄມ້ທີ່ຕາຍ ເພື່ອບໍ່ໃຫ້ບ່ອນທີ່ປູກນັ້ນ ເປົ່າຫວ່າງ ແລະ ກາຍເປັນປ່າໄມ້ທີ່ອຸດົມສົມບູນ ໃນອະນາຄົດ. ພ້ອມນີ້, ກໍ່ມີການຕິດປ້າຍ, ປັກຫລັກໝາຍຊີ້ບອກ ແລະ ອອກກົດລະບຽບຫ້າມບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງທຳລາຍປ່າໄມ້ ດ້ວຍການບຸກລຸກ, ບຸກເບີກປ່າໄມ້, ຈູດປ່າ, ຕັດໄມ້ ຫລື ນຳໃຊ້ສານເຄມີໃຫ້ຕົ້ນໄມ້ຕາຍ ຫລື ດ້ວຍການກະທຳອື່ນໆ.

ນອກຈາກນີ້, ສຳລັບການຄຸ້ມຄອງປ່າປູກໃໝ່ກໍ່ເນັ້ນໃສ່ການມີສ່ວນຮ່ວມຂອງປະຊາຊົນ ໂດຍການມອບໝາຍ ໃຫ້ປະຊາຊົນເປັນເຈົ້າການ ພາຍໃຕ້ການນໍາພາ-ຊີ້ນໍາ ຂອງອໍານາດການປົກຄອງບ້ານ, ກຸ່ມບ້ານພັດທະນາ ແລະ ເມືອງໃນການ ປ້ອງກັນ, ຄຸ້ມຄອງ ແລະ ປົກປັກຮັກສາເຊັ່ນ: ປ້ອງກັນ ແລະ ສະກັດກັ້ນ ໄຟໄໝ້ລາມປ່າ, ກວດກາລາດຕະເວນ, ການບຸກລຸກທໍາລາຍ, ການລັກລອບເຂົ້າໄປເຮັດກິດຈະກໍາຕ່າງໆ ທີ່ກະທົບຕໍ່ພື້ນທີ່ປ່າປູກໃໝ່.

ໂດຍ:ຢ່າຕົ່ງ

KPL

ຂ່າວອື່ນໆ

    • ໄຊຊະນະດຽນບຽນຟູ ຊຸກຍູ້ຂະບວນການປົດປອຍຊາດທົ່ວໂລກບົດ-ສາລະຄະດີ

      ໄຊຊະນະດຽນບຽນຟູ ຊຸກຍູ້ຂະບວນການປົດປອຍຊາດທົ່ວໂລກ

      5/7/2025 9:55:02 AM

      ໄຊຊະນະດຽນບຽນຟູ ບໍ່ພຽງແຕ່ຢັ້ງຢືນກຳລັງແຮງແຫ່ງຄວາມສາມັກຄີຂອງຊາດຫວຽດນາມເທົ່ານັ້ນ, ຫາກຍັງແມ່ນຈຸດເດັ່ນໃນປະຫວັດສາດປົດປ່ອຍຊາດໃນໂລກ, ແມ່ນແຫລ່ງລະດົມກຳລັງໃຈຢ່າງໃຫຍ່ຫລວງໃຫ້ແກ່ປະຊາຊາດທີ່ຮັກຫອມສັນຕິພາບ.

    • 9 ເດືອນທ້າຍປີ 2025 ແຂວງສາລະວັນສູ້ຊົນໃຫ້ເສດຖະກິດຂະຫຍາຍຕົວໃນລະດັບ 6,5% ຂຶ້ນໄປບົດ-ສາລະຄະດີ

      9 ເດືອນທ້າຍປີ 2025 ແຂວງສາລະວັນສູ້ຊົນໃຫ້ເສດຖະກິດຂະຫຍາຍຕົວໃນລະດັບ 6,5% ຂຶ້ນໄປ

      5/7/2025 9:50:15 AM

      ເພື່ອສືບຕໍ່ຈັດຕັ້ງປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານຂອງພັກ; ຍົກສູງຄຸນນະພາບຂອງກຳລັງປະກອບອາວຸດ, ທັບມ້າງກົນອຸບາຍຍຸດທະສາດການຫັນປ່ຽນໂດຍສັນຕິຂອງສັດຕູ; ເອົາໃຈໃສ່ໃນການຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍໃນທົ່ວແຂວງ, ຕ້ານ ແລະ ແກ້ໄຂປາກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນສັງຄົມເປັນຕົ້ນ: ຂີ້ລັກງັດແງະ, ຢາເສບຕິດ, ອຸບັດເຫດ ແລະ ອື່ນໆ ໃຫ້ຫລຸດລົງ.

    • ວິທີປ້ອງກັນພະຍາດໄຂ້ເລືອດດຳບົດ-ສາລະຄະດີ

      ວິທີປ້ອງກັນພະຍາດໄຂ້ເລືອດດຳ

      5/7/2025 9:43:13 AM

      ພະຍາດໄຂ້ເລືອດດຳ ເປັນພະຍາດທີ່ຕິດຕໍ່ຈາກສັດສູ່ຄົນ ໂດຍການສຳຜັດ ແລະ ການບໍລິໂພກຊີ້ນສັດທີ່ຕິດພະຍາດ ແລະ ເຮັດໃຫ້ເສຍຊີວິດໄດ້.

    • ບົດສຳພາດທ່ານທູດ ແຫ່ງ ສປ ຈີນ ປະຈຳ ສປປ ລາວບົດ-ສາລະຄະດີ

      ບົດສຳພາດທ່ານທູດ ແຫ່ງ ສປ ຈີນ ປະຈຳ ສປປ ລາວ

      5/6/2025 9:45:37 AM

      ເນື່ອງໃນໂອກາດວັນສ້າງຕັ້ງທາງການທູດລາວ-ຈີນ ຄົບຮອບ 64 ປີ, ທ່ານ ນາງ ຟ່າງຫົງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປ ຈີນ ປະຈຳລາວ ກໍ່ໄດ້ຖືໂອກາດວັນດັ່ງກ່າວ ໃຫ້ສຳພາດຕໍ່ສື່ມວນຊົນເມື່ອບໍ່ດົນມານີ້.

    • ພະຍາດໄຂ້ງົວດຳອັນຕະລາຍ ທີ່ມາກັບອາຫານດິບບົດ-ສາລະຄະດີ

      ພະຍາດໄຂ້ງົວດຳອັນຕະລາຍ ທີ່ມາກັບອາຫານດິບ

      5/6/2025 9:39:45 AM

      ອາທິດຜ່ານມາ ຫລາຍຄົນອາດຈະໄດ້ເຫັນຂ່າວຈາກປະເພດ ເພື່ອນບ້ານແລ້ວວ່າມີການລະບາດຂອງພະຍາດໄຂ້ງົວດໍາ ຈົນເຮັດໃຫມີຄົນເສຍຊີວິດແລ້ວສອງຄົນ ເຊ່ິງພະຍາດດັ່ງກ່າວ ເປັນພະຍາດຕິດແປດຮ້າຍແຮງຊະນິດໜຶ່ງ ທີ່ເກີດກັບສັດລ້ຽງລູກດ້ວຍນໍ້ານົມເຊັ່ນ: ງົວ, ຄວາຍ, ແກະ, ແບ້, ໝູ, ມ້າ ແລະ ອື່ນໆ.

ads
ads

Top