ໂຮງຮຽນ ຮຸ່ງ​ເຮືອງ ທົບ​ທວນ​ຄວາມ​ຮູ້ໃຫ້ນັກຮຽນ ​ເພເພື່ອເສັງ​ຈົບຊັ້ນ

31/05/2023 13:19
Email Print 5056
ຂປລ *​ລະຫວ່າງເດືອນພຶດສະພາ ຫາ ເດືອນມິຖຸນານີ້ ​ແມ່ນ​ໄລຍະ​ແຫ່ງ​ການສອບ​ເສັງ ຂອງ​ນັກຮຽນ ຊັ້ນມັດທະຍົມ​ຕົ້ນ, ມັດທະຍົມ​ປາຍ ສະ​ນັ້ນ, ບັນດາ​ໂຮງ​ຮຽນຕ່າງໆ ກໍ​ໄດ້​ສົ່ງ​ເສີມ​ໃຫ້ນັກຮຽນຄົ້ນຄວ້າ​ບົດຮຽນ,​ ແກ້​ບົດ​ເຝິກ​ຫັດ ​, ຮຽນຕອບ​ຄໍາ​ຖາມ​ສອບ​​ເສັງ​ແບບ​ຈໍາລອງ ​ເພື່ອ​ທົດ​ສອບ​ຄວາມ​ຮູ້, ຄວາມ​ສາມາດ​ຂອງ​ນັກຮຽນ​ເອງ ​ ພ້ອມດຽວກັນ​ນີ້ ກໍ​ຍັງ​ເນັ້ນໜັກ​ໃຫ້​ນັກ​ຮຽນທຸກ​ຄົນ​ຮັກສາ​ສຸຂະພາບ ເພື່ອ​ກຽມພ້ອມ​​ໃນ​ການ​ສອບ​ເສັງຄັ້ງ​ນີ້.




*​ລະຫວ່າງເດືອນພຶດສະພາ ຫາ ເດືອນມິຖຸນາ ນີ້ ​ແມ່ນ​ໄລຍະ​ແຫ່ງ​ການສອບ​ເສັງ ຂອງ​ນັກຮຽນ ຊັ້ນມັດທະຍົມ​ຕົ້ນ, ມັດທະຍົມ​ປາຍ  ສະ​ນັ້ນ, ບັນດາ​ໂຮງ​ຮຽນຕ່າງໆ ກໍ​ໄດ້​ສົ່ງ​ເສີມ​ໃຫ້ນັກຮຽນຄົ້ນຄວ້າ​ບົດຮຽນ,​ ແກ້​ບົດ​ເຝິກ​ຫັດ ​, ຮຽນຕອບ​ຄໍາ​ຖາມ​ແບບ​ສອບ​​ເສັງ​ແບບ​ຈໍາລອງ ​ເພື່ອ​ທົດ​ສອບ​ຄວາມ​ຮູ້, ຄວາມ​ສາມາດ​ຂອງ​ນັກຮຽນ​ເອງ ​ ພ້ອມດຽວກັນ​ນີ້ ກໍ​ຍັງ​ເນັ້ນໜັກ​ໃຫ້​ນັກ​ຮຽນທຸກ​ຄົນ​ຮັກສາ​ສຸຂະພາບ ເພື່ອ​ກຽມພ້ອມ​​ໃນ​ການ​ສອບ​ເສັງຄັ້ງ​ນີ້.



ອາຈານ  ຟອງສະມຸດ ຕຸລາຄົມ ຮອງຜູ້ອໍານວຍການໂຮງຮຽນຮຸ່ງ​ເຮືອງ​​ເວົ້າ​ສູ່​ຟັງ​ວ່າ: ໄລຍະ​ນີ້​ແມ່ນ​ໄລຍະ​ແຫ່ງ​ການ​ສອບ​ເສັງ ຂອງ​ນັກຮຽນຊັ້ນ​ຕ່າງໆ ​ໂດຍ​ທາງ​ໂຮງ​ຮຽນຂອງ​ພວກ​ເຮົາ ກໍ​ໄດ້​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ ​ ເພື່ອກຽມຄວາມພ້ອມຕໍ່ການສອບເສັງຈົບຊັ້ນ ປ54 ແລະ ມ7 ​ໂດຍ​ການການຈັດຕັ້ງປະຕິບັດ ການຮຽນ- ການສອນ,  ຈັດແບ່ງນັກຮຽນອອກເປັນກຸ່ມ 2 ບໍາລຸງໃນຊົ່ວໂມງ ກິດຈະກໍາ, ພະລະ, ສອນບໍາລຸງຫລັງເລີກຮຽນ ແລະ ສົ່ງຄໍາຖາມທາງວອດແອັບ,  ຄູສອນມີແຜນການສອນ, ສ້າງຄໍາຖາມຄົ້ນຄວ້າ ແລະ ເຮັດຫົວສອບເສັງສອບເສັງທົດລອງ ເພື່ອປະເມີນນັກຮຽນ ກ່ອນການສອບເສັງ​ໂຕຈິງທຸກວິຊາ,  ຄະນະອໍານວຍ ການ ແລະ ຄູອາຈານແມ່ນໄດ້ຊຸກຍູ້, ລະດົມໃຫ້ນັກຮຽນມາຮຽນເປັນປົກະຕິ ແລະ ຮຽນບໍາລຸງ, ໃຫ້ບົດຝຶກຫັດ, ໃຫ້ວຽກບ້ານ, ເພື່ອໃຫ້ນັກຮຽນໄດ້ຄົ້ນຄວ້າ ແລະ ແກ້ຢູ່ບ້ານ ແລ້ວສົ່ງມາໃຫ້ຄູກວດ,  ຄູປະຈໍາຫ້ອງຍັງໄດ້ພົວພັນຜູ້ປົກຄອງ ຊ່ວຍລະດົມນັກຮຽນມາຮຽນເປັນປົກະຕິບໍ່ຂາດໂຮງຮຽນ  ຢາກຂໍຝາກເຖິງນ້ອງ ນັກຮຽນ ໃນໄລຍະການກະກຽມສອບເສັງ ແມ່ນໃຫ້ມາຮຽນເປັນປົກະຕິ ເອົາໃຈໃສ່ຄົ້ນຄວ້າໃນຫລາຍວິທີ ເພື່ອຈະສອບເສັງຈົບຊັ້ນໃຫ້ໄດ້ຄະແນນສົມບູນທຸກຄົນ ​ໃນ​ໄລຍະ​ນີ້​ເພາະ​ມີ​ຄວາມ​ສໍາຄັນ​ຫລາຍ ກັບ​ອະນາຄົດ​ຂອງ​ນັກຮຽນ​ເອງ. ສະ​ນັ້ນ, ນັກຮຽນ​ເອງ​ຕ້ອງ​ເປັນ​ເຈົ້າ​ການ ​ໃນ​ການ​ສຶກສາ​ຄົ້ນຄວ້າບົດຮຽນທີ່​ບັນດາ​ຄູ່​ອາຈານ ມອບ​ໃຫ້ເພາະ​ມັນ​ເປັນ​ທິດ​ທາງ​ໃນ​ການ​ສອບ​ເສັງ​ໂຕ​ຈິງ.

ອາຈານ ຟອງສະມຸດ ​ເວົ້າ​ຕື່ມ​ວ່າ:  ສໍາລັບ​ການ​ສອບ​ເສັງ​ຈົບ​ຊັ້ນ​ ມ4, 7 ຄັ້ງ​ນີ້ ທີ່​ຈະ​ມີ​ຂຶ້ນ​ໃນ​ເດືອນ ມີ​ຖຸນາ​ນີ້  ທາງ​ໂຮງຮຽນພວກ​ເຮົາ ​ແມ່ນຖືກ​ສອບ​ເສັງ ຢູ່​ສູນ​ສອບ​ເສັງ ມປາຍ​ໂຮ່ຈີ່ມິງ.ສໍາລັບ​ຄະ​ແນນ​ສອບ​ເສັງ​ຂອງ​ນັກຮຽນ ​ແມ່ນໄດ້ວາງຄາດຫມາຍສູ້ຊົນ ໃຫ້ໄດ້ຄະແນນ​ໃຫ້​ໄດ້ຄະແນນ 7ຂຶ້ນໄປ ​ແລະ  ເສັງໄດ້ສົມ ບູນ. ສຸດ​ທ້າຍ​ນີ້ ຢາກຂໍຝາກເຖິງນ້ອງນັກຮຽນ ໃນໄລຍະການກະກຽມສອບເສັງ ແມ່ນໃຫ້ມາຮຽນເປັນປົກະຕິ ເອົາໃຈໃສ່ຄົ້ນຄວ້າໃນຫລາຍວິທີ ເພື່ອຈະສອບເສັງຈົບຊັ້ນໃຫ້ໄດ້ຄະແນນສົມບູນທຸກຄົນ.

ໂຮງຮຽນຮຸ່ງ​ເຮືອງ  ສ້າງຕັ້ງຂຶ້ນໃນປີ 2004 ມີເນື້ອທີທັງຫມົດ 18.440 ຕາແມັດ ປະກອບມີ: ຫ້ອງຮຽນ 71ຫ້ອງ, ຫ້ອງຄອມພິວເຕີ 3 ຫ້ອງ, ຫ້ອງສະຫມຸດ 1 ຫ້ອງ, ຫ້ອງການ 3ຫ້ອງ, ຫ້ອງປະຊຸມ 1 ຫ້ອງ, ຫ້ອງພັກຄູ 2 ຫ້ອງ, ເວທີສະແດງ 1 ຫລັງ, ສະໂມສອນ 4 ຫລັງ, ຫ້ອງນໍ້າ 60 ຫ້ອງ ແລະ ຫໍພັກຄູ 3 ຫລັງ ​ສໍາລັບ​​ຊັ້ນ​ຮຽນແມ່ນ​ມີ​ແຕ່​ຂັ້ນລ້ຽງເດັກ, ອະນຸບານ, ປະຖົມ ​ແລະ ມັດທະຍົມສົມບູນ.


ຂຽນໂດຍ: ມາລີດາ


KPL

ຂ່າວອື່ນໆ

    • ສະຫລອງ 1  ປີ ການນໍາໃຊ້ລະບົບລົງທະບຽນ ການໃຫ້ວັກຊີນກັນພະຍາດແບບເອເລັກໂຕຣນິກສຶກສາ-ກິລາ

      ສະຫລອງ 1 ປີ ການນໍາໃຊ້ລະບົບລົງທະບຽນ ການໃຫ້ວັກຊີນກັນພະຍາດແບບເອເລັກໂຕຣນິກ

      5/6/2025 8:04:35 PM

      ຂປລ. ພິທີສະເຫລີມສະຫລອງ ຄົບຮອບ 1 ປີ ການນໍາໃຊ້ລະບົບລົງທະບຽນ ການໃຫ້ວັກຊີນກັນພະຍາດ ແບບເອເລັກໂຕຣນິກ ຫລື EIR ໃນ ສປປ ລາວ ຈັດຂຶ້ນໃນວັນທີ 5 ພຶດສະພາ 2025 ຢູ່ນະຄອນຫລວງວຽງຈັນ

    • ສຳເລັດການແຂ່ງຂັນສີມືແຮງງານແຫ່ງຊາດ ຄັ້ງທີ IVສຶກສາ-ກິລາ

      ສຳເລັດການແຂ່ງຂັນສີມືແຮງງານແຫ່ງຊາດ ຄັ້ງທີ IV

      5/5/2025 8:04:19 PM

      ຂປລ. ງານແຂ່ງຂັນສີມືແຮງງານ ແຫ່ງຊາດ ຄັ້ງທີ 4 ພາຍໃຕ້ຄໍາຂວັນ ‘‘ສີມືແຮງງານລາວ ກ້າວສູ່ພາກພື້ນ ແລະ ສາກົນ’’ ໄດ້ສຳເລັດລົງເມື່ອບໍ່ດົນມານີ້, ທີ່ນະຄອນຫລວງວຽງຈັນ ໂດຍເຂົ້າຮ່ວມ ແລະ ມອບລາງວັນໃຫ້ຜູ້ຊະນະການແຂ່ງຂັນ ຂອງ ທ່ານ ພົງໄຊສັກ ອິນຖາລາດ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ), ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ແລະ ນັກແຂ່ງຂັນເຂົ້າຮ່ວມ.

    • ນັກສຶກສາລາວ ໄດ້ຮັບທຶນເຂົ້າຮ່ວມໂຄງການແລກປ່ຽນດ້ານກະສິກໍາ ແລະ ພະລັງງານ ຢູ່ຍີ່ປຸ່ນ ສຶກສາ-ກິລາ

      ນັກສຶກສາລາວ ໄດ້ຮັບທຶນເຂົ້າຮ່ວມໂຄງການແລກປ່ຽນດ້ານກະສິກໍາ ແລະ ພະລັງງານ ຢູ່ຍີ່ປຸ່ນ

      3/5/2025 5:46:43 PM

      ຂປລ. ໃນວັນທີ 3 ມີນາ 2025 ຜ່ານມາ, ຄະນະນັກສຶກສາລາວ 32 ຄົນ ໄດ້ຮັບທຶນ ເຂົ້າຮ່ວມໂຄງການການແລກປ່ຽນດ້ານກະສິກໍາ ແລະ ການແລກປ່ຽນດ້ານພະລັງງານ ພາຍໃຕ້ໂຄງການເຈເນັດຊີ (JENESYS) ຢູ່ປະເທດຍີ່ປຸ່ນ ເພື່ອສົ່ງເສີມຄວາມເຂົ້າໃຈ ແລະ ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ ລະຫວ່າງປະຊາຊົນ ຈາກຍີ່ປຸ່ນ ແລະ ພາກພື້ນອາຊີ-ປາຊີຟິກ ທັງນີ້ກໍເພື່ອສ້າງພື້ນຖານແກ່ມິດຕະພາບ ແລະ ການຮ່ວມມືໃນອະນາຄົດ.

    • ຮວຜທ ຖອດຖອນບົດຮຽນ ບັ້ນທວນຄືນ ແລະ ສອບເສັງພາກຮຽນທີ Iສຶກສາ-ກິລາ

      ຮວຜທ ຖອດຖອນບົດຮຽນ ບັ້ນທວນຄືນ ແລະ ສອບເສັງພາກຮຽນທີ I

      2/19/2025 9:48:55 PM

      ຂປລ. ຫ້ອງສຶກສາ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ (ຮວຜທ) ຈັດກອງປະຊຸມ ສະຫລຸບຖອດຖອນບົດຮຽນ ບັ້ນທວນຄືນ ແລະ ສອບເສັງພາກຮຽນທີ I ສົກຮຽນ 2024-2025 ໂດຍການເປັນປະທານຂອງ ສະຫາຍ ພັນເອກ ສັງທອງ ສຸກສີສະຫວາດ ຮອງຫົວໜ້າການທະຫານ, ຫົວໜ້າຫ້ອງສຶກສາ ໂຮງຮຽນວັດທະນະທຳ ຊົນເຜົ່າກອງທັບ, ມີ ສະຫາຍ ພັນໂທ ນາງ ດາວັນ ສິມໃບມະນີ ຮອງຫົວໜ້າຫ້ອງສຶກສາ, ຫົວໜ້າພະແນກ-ຮອງພະແນກ, ພ້ອມດ້ວຍພະນັກງານ-ຄຸອາຈານ ທົ່ວຫ້ອງສຶກສາ ເຂົ້າຮ່ວມ.

    • ເລືອດຈ້າງ ເກີດຈາກສາເຫດຫຍັງສຶກສາ-ກິລາ

      ເລືອດຈ້າງ ເກີດຈາກສາເຫດຫຍັງ

      2/17/2025 10:43:56 AM

      ເລືອດຈາງ ຄືພາວະທີ່ຮ່າງກາຍເຮົາມີເມັດເລືອດແດງຕ່ຳກວ່າປົກກະຕິ ຈຶ່ງສົ່ງຜົນໃຫ້ທຸກຈຸລັງເນື້ອເຍື່ອ ແລະ ອະໄວຍະວະໃນຮ່າງກາຍຂາດເລືອດ.

ads
ads

Top