ປະທານປະເທດ ແຫ່ງ ສປປ ລາວ ພົບປະສົມເດັດ ເຈົ້າຈັກກະພັດຍີ່ປຸ່ນ

26/05/2023 13:58
Email Print 1681
ຂປລ ຂປລ. ຕອນແລງວັນທີ 25 ພຶດສະພາ 2023 ນີ້, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາ ລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ເຂົ້າພົບປະ ສົມເດັດເຈົ້າຈັດກະພັດ ນາຣຸຮິໂຕະ ແຫ່ງປະເທດຍີ່ປຸ່ນ ໃນໂອກາດເດີນທາງໄປເຂົົ້າຮ່ວມກອງປະຊຸມສາກົນ ວ່າດ້ວຍອະນາຄົດຂອງອາຊີ ຄັ້ງທີ 28 ທີ່ຈັດຂຶ້ນໃນລະຫວ່າງ ວັນທີ 25-26 ພຶດສະພາ 2023

 

          ຂປລ. ຕອນແລງວັນທີ 25 ພຶດສະພາ 2023 ນີ້, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາ ລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ເຂົ້າພົບປະ ສົມເດັດເຈົ້າຈັດກະພັດ ນາຣຸຮິໂຕະ ແຫ່ງປະເທດຍີ່ປຸ່ນ ໃນໂອກາດເດີນທາງໄປເຂົົ້າຮ່ວມກອງປະຊຸມສາກົນ ວ່າດ້ວຍອະນາຄົດຂອງອາຊີ ຄັ້ງທີ 28 ທີ່ຈັດຂຶ້ນໃນລະຫວ່າງ ວັນທີ 25-26 ພຶດສະພາ 2023 ທີ່ ນະຄອນຫລວງໂຕກຽວ, ປະເທດຍີ່ປຸ່ນ.
        ໂອກາດນີ້, ສົມເດັດເຈົ້າຈັດກະພັດ ນາຣຸຮິໂຕະ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງ ທີ່ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ນໍາພາຄະນະຜູ້ແທນເດີນທາງມາເຄື່ອນໄຫວວຽກງານ ແລະ ເຂົ້າຮ່ວມ ກອງປະຊຸມສາກົນ ວ່າດ້ວຍອະນາຄົດຂອງອາຊີ ຄັ້ງທີ
28, ທັງເປັນການປະກອບສ່ວນ ເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມຂອງສອງປະເທດ.
      
ພ້ອມກັນນີ້, ທ່ານ ປະທານປະເທດ ທອງລຸນ ສີສຸລິດ  ຂໍຢືນຢັນຄືນຄຳໝາຍໝັ້ນ ແລະ ຄວາມປະສົງຢ່າງແຮງກ້າ ໃນການສືບຕໍ່ສານສາຍສຳພັນມິດຕະພາບ ແລະ ການຮ່ວມມືອັນດີງາມຂອງສອງປະເທດ ສປປ ລາວ ແລະ ຍີ່ປຸ່ນ ທີ່ດີຢູ່ແລ້ວນັ້ນ ໃຫ້ໄດ້ຮັບການສືບຕໍ່ພັດທະນາຂຶ້ນໄປເລື້ອຍໆ ເພື່ອນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ
, ລວມທັງການປະກອບສ່ວນຢ່າງຕັ້ງໜ້າ ເພື່ອການຮ່ວມມື ແລະ ການພັດທະນາຂອງພາກພື້ນ ແລະ ສາກົນ; ໄລຍະຜ່ານມາເຫັນວ່າ ສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ ໄດ້ຮັບການສົ່ງເສີມ ແລະ ພັດທະນາຂຶ້ນຢ່າງບໍ່ຢຸດຢັ້ງ, ການຮ່ວມມືໃນສາຍລັດ, ສາຍພັກ, ສາຍສະພາ ແລະ ສະມາຄົມມິດຕະພາບລະຫວ່າງສອງຝ່າຍ ກໍໄດ້ຮັບການຊຸກຍູ້ສົ່ງເສີມຢ່າງຕັ້ງໜ້າ, ປະຊາຊົນສອງຊາດມີຄວາມໃກ້ຊິດ ແລະ ສະໜິດສະໜົມ, ໃນເວລາປະສົບກັບໄພພິບັດທາງທຳມະຊາດ ກໍໄດ້ຊ່ວຍເຫລືອເຊິ່ງກັນ ແລະ ກັນ ຢ່າງຕັ້ງໜ້າ ແລະ ທັນການ. ພ້ອມນີ້, ທ່ານໄດ້ຕາງໜ້າໃຫ້ປະຊາຊົນລາວທຸກຖ້ວນໜ້າ ສະແດງຄວາມຂອບໃຈມາຍັງ ລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ທີ່ຍາມໃດກໍໄດ້ໃຫ້ການຊ່ວຍເຫລືອສະເໝີຕົ້ນສະເໝີປາຍ, ອັນໄດ້ເປັນການສະໜັບສະໜູນ ສປປ ລາວ ຢ່າງຕັ້ງໜ້າໃນການຈັດຕັ້ງປະຕິບັດແຜນພັດທະເສດຖະກິດ-ສັງຄົມແຫ່ງຊາດ ໃຫ້ສຳເລັດຕາມຄາດໝາຍ ເປັນແຕ່ລະໄລຍະ ໂດຍສະເພາະ ການສະໜັບສະໜູນ ແລະ ຊ່ວຍເຫລືອ ສປປ ລາວ ໃນການພັດທະນາຊັບພະຍາກອນມະນຸດ, ສາທາລະນະສຸກ,ສາທາລະນະສຸກ, ໂຄງລ່າງພື້ນຖານ, ກະສິກຳ-ປ່າໄມ້, ການເກັບກູ້ລະເບີດບໍ່ທັນແຕກ (UXO) ແລະ ອື່ນໆ, ລວມທັງການຊ່ວຍເຫລືອ ສປປ ລາວ ໃນການຮັບມືກັບການແພ່ລະບາດຂອງພະຍາດໂຄວິດ-19 ຢ່າງທັນການ. ໃນນັ້ນ, ການຊ່ວຍເຫລືອທີ່ລັດຖະບານ ແລະ ປະຊາຊົນ ຍີ່ປຸ່ນ ໃຫ້ແກ່ ສປປ ລາວ ເພື່ອພັດທະນະທາຊັບພະຍາກອນມະນຸດ ແມ່ນຂະແໜງໜຶ່ງທີ່ເປັນບູລິມະສິດສຳຄັນຂອງ ສປປ ລາວ, ນັກສຶກສາລາວຈຳນວນຫລາຍທີ່ໄດ້ສຳເລັດການສຶກສາ ທີ່ມີຄຸນນະພາບສູງຈາກປະເທດຍີ່ປຸ່ນ ໄດ້ກັບຄືນປະເທດ ແລະ ປະກອບສ່ວນອັນສໍາຄັນໃນການຮັບໃຊ້ປະເທດຊາດ ກໍຄື ການພັດທະນາອົງກອນ ແລະ ຂະແໜງການຕ່າງໆຂອງລາວ ເຊິ່ງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ແລະ ລັດຖະມົນຕີກະຊວງສາທາລະນະສຸກຂອງລາວຄົນປັດຈຸບັນ ລ້ວນແລ້ວແຕ່ແມ່ນບັນດາອະດີດນັກສຶກສາລາວ ຈາກປະເທດຍີ່ປຸ່ນ.
  
ພ້ອມກັນນັ້ນ
, ເຫັນວ່າ ປັດຈຸບັນ ການລົງທຶນຂອງພາກທຸລະກິດຍີ່ປຸ່ນ ຢູ່ ສປປ ລາວ ມີທ່າອ່ຽງເພີ່ມຂຶ້ນ, ໂດຍສະເພາະ ການລົງທຶນດ້ານກະສິກຳ, ອຸດສາຫະກໍາປຸງແຕ່ງ ແລະ ການບໍລິການ ເຊິ່ງແມ່ນການລົງທຶນທີ່ມີຄຸນນະພາບສູງ ອັນໄດ້ປະກອບສ່ວນສຳຄັນເຂົ້າໃນການພັດທະນາ ສປປ ລາວ ໂດຍສະເພາະ ການສ້າງອາຊີບໃຫ້ແກ່ປະຊາຊົນລາວ; ນອກຈາກນັ້ນ, ຍັງເຫັນວ່າມີຫລາຍຂະແໜງການທີ່ເປັນທ່າແຮງໃນການຊຸກຍູ້ການລົງທຶນທີ່ມີຄຸນນະພາບສູງຂອງຍີ່ປຸ່ນ ຢູ່ ສປປ ລາວ ເປັນຕົ້ນແມ່ນ ການພັດທະນາການທ່ອງທ່ຽວ ເຊິ່ງສອງຝ່າຍມນການພົວພັນ ແລະ ການຮ່ວມມືໃນລະດັບດີທີ່ສຸດ, ອັນໄດ້ເຮັດໃຫ້ປະຊາຊົນສອງຊາດມີການພົວພັນ ແລະ ການຮ່ວມມືທີ່ດີເຊັ່ນດຽວກັນ, ເຊິ່ງສະແດງອອກຢູ່ບ່ອນວ່າມີນັກທ່ອງທ່ຽວຂອງຍີ່ປຸ່ນ ສົນໃຈເຂົ້າໄປທ່ອງທ່ຽວຢູ່ລາວ ເພີ່ມຂຶ້ນ ພາຍຫລັງການແພ່ລະບາດຂອງ ພະຍາດໂຄວິດ-19 ຜ່ອນຄາຍລົງຫລາຍ, ລວມທັງປະຊາຊົນລາວ ກໍມີຄວາມສົນໃຈຢາກມາທ່ອງທ່ຽວ ຢູ່ປະເທດຍີ່ປຸ່ນ ເພີ່ມຂຶ້ນເຊັ່ນດຽວກັນ. ສະນັ້ນ, ຈຶ່ງມີຄວາມຈຳເປັນໃນການຮ່ວມມືກັນເພື່ອອໍານວຍຄວາມສະດວກ ແລະ ສ້າງເງື່ອນໄຂໃນການສົ່ງເສີມການໄປມາຫາສູ່ເຊິ່ງກັນ ແລະ ກັນ ໃຫ້ຫລາຍຂຶ້ນ ເປັນຕົ້ນ ການປະຕິບັດຖ້ຽວບິນໂດຍກົງນຳກັນ ເພື່ອຈັດຕັ້ງປະຕິບັດສົນທິສັນຍາທາງອາກາດສອງຝ່າຍ ລາວ-ຍີ່ປຸ່ນ ໃຫ້ເປັນຮູບປະທໍາເທື່ອລະກ້າວ
   ທ່ານປະທານປະເທດ ຍັງໄດ້ກ່າວອີກວ່າ: ໃນປີ 2025 ທີ່ຈະມາເຖິງນີ້, ສອງປະເທດ ສປປ ລາວ ແລະ ຍີ່ປຸ່ນ ພວກເຮົາຈະໄດ້ພ້ອມກັນສະເຫລີມສະຫລອງວັນສ້າງຕັ້ງສາຍພົວພັນທາງການທູດ ຄົບຮອບ 70 ປີ(05 ມີນາ 1955)
, ຈຶ່ງສະແດງຄວາມຫວັງວ່າ ຈະມີໂອກາດໄດ້ຮັບຕ້ອນ ສົມເດັດ ຫລື ພະບໍລົມວົງສານຸວົງ ຢ້ຽມຢາມ ສປປ ລາວ ຂອງພວກຂ້າພະເຈົ້າ ອັນຈະເປັນການສືບຕໍ່ ແລະ ເພີ່ມທະວີຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມໃຫ້ຈະເລີນງອກງາມຍິ່ງໆຂຶ້ນໄປ.

ຂໍ້ມູນ-ພາບ: ອຸໄທລັດ

KPL

ຂ່າວອື່ນໆ

    • ພ້ອມກັນປະຕິບັດມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກໃຫ້ປະກົດເປັນຈິງ ການເມືອງ

      ພ້ອມກັນປະຕິບັດມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກໃຫ້ປະກົດເປັນຈິງ

      1/7/2026 2:39:08 PM

      ໃນໂອກາດເຂົ້າຮ່ວມ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດ ລາວ, ສະຫາຍ ຄຳມອນ ຈັນທະຈິດ ກຳມະການຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຮອງ ປະທານຜູ້ປະຈຳການສະພາທິດສະດີສູນກາງພັກ ໃຫ້ສຳພາດຕໍ່ສື່ມວນຊົນໃນວັນທີ 6 ມັງກອນ 2026 ວ່າ: ຕົນມີ ຄວາມຮູ້ສຶກເປັນກຽດ ແລະ ພາກພູມໃຈທີ່ໄດ້ມີສ່ວນຮ່ວມເຂົ້າໃນການກຽມກອງປະຊຸມໃນຄັ້ງນີ້ ຖືວ່າເປັນບັນຍາ ກາດທີ່ມີຄວາມຄຶກຄື້ນ, ມີຄວາມຮັບຜິດຊອບ ແລະ ທັງມີຄວາມສະນິດສະໜົມ ບໍ່ວ່າຢູ່ພາຍໃນກອງປະຊຸມ ແລະ ຢູ່ນອກກອງປະຊຸມ ລ້ວນແຕ່ສະແດງເຖິງຄວາມຕັ້ງໃຈ, ຄວາມເຊື່ອໝັ້ນ ແລະ ຄວາມຮັບຜິດຊອບຂອງແຕ່ລະພາກສ່ວນ.

    • ພັກກໍານົດທິດທາງ 5 ປີຕໍ່ໜ້າ ເພື່ອສ້າງການຫັນປ່ຽນ ແລະ ຍົກສູງບາດກ້າວການພັດທະນາປະເທດຊາດການເມືອງ

      ພັກກໍານົດທິດທາງ 5 ປີຕໍ່ໜ້າ ເພື່ອສ້າງການຫັນປ່ຽນ ແລະ ຍົກສູງບາດກ້າວການພັດທະນາປະເທດຊາດ

      1/7/2026 2:33:02 PM

      ໃນໂອກາດເຂົ້າຮ່ວມ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ວັນທີ 6 ມັງກອນ 2026 ນີ້, ສະຫາຍ ເຫລັກໄຫລ ສີວິໄລ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໄດ້ສະແດງຄວາມຮູ້ສຶກດີໃຈ ແລະ ພາກພູມໃຈເປັນຢ່າງຍິ່ງ ທີ່ໄດ້ຕາງໜ້າໃຫ້ພະນັກງານສະມາຊິກພັກ ໃນຂອບເຂດທົ່ວປະເທດ ກໍຄື ເປັນຕົວແທນສະມາຊິກພັກກະ ຊວງ ຍທຂ ເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງນີ້, ຖືເປັນເຫດການການເມືອງ ທີ່ມີຄວາມໝາຍຄວາມສໍາຄັນຫລາຍ ທີ່ໄດ້ຮັບຮູ້ກ່ຽວກັບການສະຫລຸບຕີລາຄາການນໍາພາຂອງພັກ ຕະຫລອດໄລຍະ 5 ປີ ຜ່ານມາ ແລະ ກໍານົດທິດທາງແຜນ ການ 5 ປີຕໍ່ໜ້າ ເພື່ອສ້າງການຫັນປ່ຽນ ແລະ ຍົກສູງບາດກ້າວການພັດທະນາໃນຕໍ່ໜ້າ ໃຫ້ມີອັນພົ້ນເດັ່ນ ມີອັນໃໝ່ໆ ນໍາພາປະເທດຊາດເຮົາກ້າວຂຶ້ນໃນແຕ່ລະໄລຍະ.

    • ພັກ ປປ ລາວ ຈະປະຕິຮູບລະບອບ-ລະບຽບການຕ່າງໆ  ໃນການບໍລິຫານປະເທດ ຕິດພັນກັບການຊຸກຍູ້ຫັນເປັນທັນສະໄໝການເມືອງ

      ພັກ ປປ ລາວ ຈະປະຕິຮູບລະບອບ-ລະບຽບການຕ່າງໆ ໃນການບໍລິຫານປະເທດ ຕິດພັນກັບການຊຸກຍູ້ຫັນເປັນທັນສະໄໝ

      1/7/2026 2:26:55 PM

      ໃນໄລຍະ 5 ປີຕໍ່ໜ້າ (2026-2030) ພັກ ປປ ລາວ ກໍຄື ຄະນະບໍລິຫານງານສູນກາງພັກ ຊຸດທີ XII ຈະປະຕິຮູບລະບອບ-ລະບຽບການຕ່າງໆ ໃຫ້ໂປ່ງໃສຍິ່ງຂຶ້ນ, ຫລຸດຜ່ອນຂອດຂັ້ນ ແລະ ຍົກສູງປະສິດທິພາບ ແລະ ຄວາມສາມາດ ໃນການບໍລິຫານປະເທດ ຕິດພັນກັບການຊຸກຍູ້ການຫັນເປັນທັນສະໄໝ-ຫັນເປັນດີຈິຕອນ, ການແບ່ງຂັ້ນຄຸ້ມຄອງ, ແບ່ງສິດໃຫ້ຈະແຈ້ງ, ຂາດຕົວ ແລະ ສ້າງສະພາບແວດລ້ອມການລົງທຶນ, ການດໍາເນີນການຜະ ລິດ-ທຸລະກິດ ໃຫ້ມີຄວາມສະດວກ, ວ່ອງໄວ ແລະ ມີຄວາມສາມາດສູງຂຶ້ນໃນການແຂ່ງຂັນ.

    • ລັດຖະບານ ຈະສືບຕໍ່ພັດທະນາປະເທດ ໃຫ້ຫລຸດພົ້ນຈາກ ສະຖານະພາບດ້ອຍພັດທະນາ ຢ່າງມີຄຸນນະພາບ ແລະ ໂລ່ງລ່ຽນການເມືອງ

      ລັດຖະບານ ຈະສືບຕໍ່ພັດທະນາປະເທດ ໃຫ້ຫລຸດພົ້ນຈາກ ສະຖານະພາບດ້ອຍພັດທະນາ ຢ່າງມີຄຸນນະພາບ ແລະ ໂລ່ງລ່ຽນ

      1/7/2026 2:06:59 PM

      ໄລຍະ 5 ປີ (2026-2030) ລັດຖະບານ ຈະສືບຕໍ່ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ເປັນແຜນສືບຕໍ່ພັດທະນາປະເທດ ໃຫ້ຫລຸດພົ້ນອອກຈາກສະຖາ ນະພາບປະເທດດ້ອຍພັດທະນາ ຢ່າງມີຄຸນນະພາບ ແລະ ໂລ່ງລ່ຽນ, ບັນລຸເປົ້າໝາຍການພັດທະນາແບບຍືນຍົງ, ທັງເປັນແຜນຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ແລະ ຍຸດທະສາດການພັດທະນາ ໄລຍະ 10 ປີ (2026-2035) ແລະ ວິໄສທັດ ຮອດປີ 2055, ສືບຕໍ່ປະຕິບັດ 4 ບຸກທະລຸ ໃຫ້ແຂງແຮງ, ເລິກເຊິ່ງ.

    • ກອງປະຊຸມໃຫຍ່ຄັ້ງທີ XII ຂອງມື້ທຳອິດ ຕົກລົງ-ຮັບຮອງເອົາຫລາຍບັນຫາສຳຄັນການເມືອງ

      ກອງປະຊຸມໃຫຍ່ຄັ້ງທີ XII ຂອງມື້ທຳອິດ ຕົກລົງ-ຮັບຮອງເອົາຫລາຍບັນຫາສຳຄັນ

      1/7/2026 7:47:13 AM

      ໃນວາລະດຳເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງ ທີ XII ຂອງພັກປະຊາຊົນປະຕິວັດລາວໃນມື້ທຳອິດ ໃນວັນທີ 6 ມັງກອນ 2026.

ads
ads

Top