ອາຟະການິດສະຖານ-ສປຈີນ ຊຸກຍູ້ຮ່ວມມືໃນຂົງເຂດການບິນ

25/05/2023 19:07
Email Print 205
ຂປລ ແອເຣຍນາ ອາຟະກັນ ແອຣລາຍ (Ariana Afghan Airlines) ເປັນສາຍ ການບິນ ແຫ່ງຊາດ ອະຟະການິດສະຖານ ໄດ້ກັບຄືນມາ ໃຫ້ບໍລິການ ຖ້ຽວບິນ ໂດຍສານ ລະຫວ່າງ ນະຄອນຫລວງ ກາບູນ ຂອງ ອະຟະການິດ ສະຖານ ແລະ ນະຄອນ ອຸຣຸມຊີ ຂອງ ຈີນ ຢ່າງເປັນທາງການ.

ຂປລ.ສຳນັກຂ່າວ ຊິນຮວາຂອງ ສປຈີນ, ​ວັນທີ 24 ເດືອນພືດສະພາ, ແອເຣຍນາ ອາຟະກັນແອຣລາຍ (Ariana Afghan Airlines) ເປັນສາຍ​ ການບິນ ​ແຫ່ງ​ຊາດ ອະຟະການິດສະຖານ ​ໄດ້​ກັບຄືນ​ມາ​ ໃຫ້​ບໍລິການ ຖ້ຽວ​ບິນ ​ໂດຍສານ ລະຫວ່າງ ນະຄອນຫລວງ ກາ​ບູນ ຂອງ​ ອະຟະການິດ

ສະຖານ ແລະ ນະຄອນ ອຸຣຸມຊີ ຂອງ​ ຈີນ ຢ່າງ​ເປັນ​ທາງ​ການ. ການ​ບໍລິການ ຖ້ຽວ​ບິນ ​ໂດຍສານ​ນີ້ ໄດ້ຢຸດ​ຈຶ້ງ ​ເປັນເວລາ​ກວ່າ 3 ປີ ​ເນື່ອງ​ຈາກ​ ການ​ແພ່​ລະບາດ​ ຂອງ ພະຍາດ​ໂຄ​ວິດ-19.  ​ປັດຈຸບັນ ສາຍ​ການບິນດັ່ງກ່າວ ​ເປັນ​ຜູ້​ ໃຫ້​ບໍລິການ ຖ້ຽວ​ບິນ ​ໂດ​ຍສານ ​ໂດຍ​ກົງ ​ລະຫວ່າງ ສອງ​ປະ​ເທດ.. ​ ສາຍ​ການບິນນີ້ ຈະ​ໃຫ້​ບໍລິການ​ ຖ້ຽວ​ບິນ​​ໂດຍສານ ​ເສັ້ນທາງ ກາ​ບູນ-ອຸຣຸມຊີ ອາທິດ​ລະ​ໜຶ່ງ​ຄັ້ງ​ ໃນທຸກ​ວັນ​ພຸດ ​ແລະ ມີ​ຖ້ຽວບິນ ກັບໄປສູ່​ ກາ​ບູນ ​ໃນ​ວັນ​ດຽວ​ກັນ ເພື່ອຊຸກຍູ້ ຄວາມ​ສຳພັນ ທາງ​ການ​ຄ້າ ​ແລະ ​ເສດຖະກິດ ລະຫວ່າງ​ ສອງ​ປະ​ເທດ ໃຫ້ຈະເລີນເຕີບໂຕຂຶ້ນ./.

 

KPL

ຂ່າວອື່ນໆ

ads
ads

Top